ອະຣິຍະສັຈພາກຕົ້ນ

ໜ້າ/ 382

ເອີ້ນວ່າເປັນ “ອະຣິຍະຜູ້ລົດທຸງ ປົງພາຣະ ປາສະຈາກເຄື່ອງຜູກພັນ” (ອະຣິໂຢ ປັນນັດດະໂຊ ປັນນະພາໂຣ ວິສັງຢຸຕໂຕ) ດັ່ງນີ້ແດ່.

໑. ໃຫ້ຜູ້ສຶກສາປະຕິບັຕພິຈາຣະນາປຽບທຽບ “ປະຕິປະທາອັນສົມຄວນແກ່ການຮື້ຖອນ ຄວາມໝັ້ນໝາຍທັງປວງ” (ໃນອຣິຍະ.ໂອ.ຕົ້ນໜ້າ ໕໑໐) ກັບປະຕິປະທາ ໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງສັກກາຍະ (ໃນປະຕິຈຈ.ໂອ.ໜ້າ ໔໙໒) ວ່າເປັນປະຕິປະທາທີ່ສໍາຄັນຫຼາຍທີ່ສຸດ ເພາະນໍາເອົາມາໃຊ້ພິຈາຣະນາໄດ້ ທັງພາວະຂອງສົມມຸດ ແລະພາວະນິພພານ (ເບິ່ງຕົວຢ່າງໃນອຣິຍະ.ໂອ.ຕົ້ນ ໜ້າ ໕໑໐, ໖໔໖, ໖໔໗ ແລະປະຕິຈຈ.ໂອ. ໜ້າ ໔໑໖-໔໒໑/໖໕໔-໖໕໕) ອີກຢ່າງໜຶ່ງຄືໃຈຄວາມຂອງປະຕິປະທາເຊື່ອມໂຍງກັນ ໒ ຈຸດ ໂດຍບົດພະຍັນຊະນະຄື- ຂອງເຮົາກັບເປັນເຮົາ ແຕ່ໂດຍຄວາມໝາຍ ແລ້ວສາມາດເຊື່ອມໂຍງ ສອດຮັບກັນທັງໝົດ ຊຶ່ງສະແດງເຖິງຄວາມ ທີ່ຈະບໍ່ຢຶດຖືທັງລະບົບສົມມຸດ ແລະລະບົບວິມຸຕຕິ.

໖໔໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ພິກຂຸຊື່ວ່າ ຜູ້ຖອນຫຼິ້ມຂັດໄດ້ແລ້ວນັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ມີ ອະວິຊຊາອັນລະຂາດແລ້ວ ເປັນອະວິຊຊາມີຮາກອັນຖອນຂຶ້ນແລ້ວ ເຮັດໃຫ້ເປັນເໝືອນຕົ້ນຕານມີຂ້ວນຍອດອັນກຸດ ເຖິງຄວາມບໍ່ມີບໍ່ເປັນ ມີອັນບໍ່ເກີດຂຶ້ນໄດ້ອີກຕໍ່ໄປ ເປັນທັມມະດາ. ພິກຂຸ ທ. ! ເຊັ່ນນີ້ແລຊື່ວ່າ ຜູ້ຖອນຫຼິ້ມຂັດໄດ້ແລ້ວ.

ພິກຂຸ ທ. ! ພິກຂຸຊື່ວ່າ ຜູ້ຮື້ຮົ້ວລ້ອມອອກມາເສຍໄດ້ນັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ມີຊາດສັງສາຣະ ເຄື່ອງນຳໄປສູ່ພົບໃໝ່ອັນລະຂາດແລ້ວ ເປັນຊາດສັງສາຣະມີຮາກອັນຖອນຂຶ້ນແລ້ວ ເຮັດໃຫ້ເປັນເໝືອນຕົ້ນຕານ ມີຂ້ວນຍອດອັນກຸດ ເຖິງຄວາມບໍ່ມີບໍ່ເປັນ ມີອັນບໍ່ເກີດຂຶ້ນໄດ້ອີກຕໍ່ໄປເປັນທັມມະດາ. ພິກຂຸ ທ. ! ເຊັ່ນນີ້ແລ ຊື່ວ່າ ຜູ້ຮື້ຮົ້ວລ້ອມອອກມາເສຍໄດ້.

ພິກຂຸ ທ. ! ພິກຂຸຊື່ວ່າ ຜູ້ຖອນເສົາລະບຽງຂຶ້ນໄດ້ນັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ມີ ຕັນຫາອັນລະຂາດແລ້ວ ເປັນຕັນຫາມີຮາກອັນຖອນຂຶ້ນແລ້ວ ເຮັດໃຫ້ເປັນເໝືອນຕົ້ນຕານ ມີຂ້ວນຍອດອັນກຸດ ເຖິງຄວາມບໍ່ມີບໍ່ເປັນ ມີອັນບໍ່ເກີດຂຶ້ນໄດ້ອີກຕໍ່ໄປເປັນທັມມະດາ. ພິກຂຸ ທ. ! ເຊັ່ນນີ້ແລ ຊື່ວ່າ ຜູ້ຖອນເສົາລະບຽງຂຶ້ນເສຍໄດ້.

ພິກຂຸ ທ. ! ພິກຂຸຊື່ວ່າ ຜູ້ຖອດກອນປະຕູອອກເສຍໄດ້ນັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ມີ ໂອຣັມພາຄິຍະສັນໂຍຊນ໌ທັງຫ້າ ອັນລະຂາດແລ້ວ ເປັນສັນໂຍຊນ໌ ມີຮາກອັນຖອນຂຶ້ນແລ້ວ, ເຮັດໃຫ້ເປັນເໝືອນຕົ້ນຕານມີຂ້ວນຍອດອັນກຸດ ເຖິງຄວາມບໍ່ມີບໍ່ເປັນ ມີອັນບໍ່ເກີດຂຶ້ນອີກຕໍ່ໄປເປັນທັມມະດາ. ພິກຂຸ ທ. ! ເຊັ່ນນີ້ແລ ຊື່ວ່າ ຜູ້ຖອດກອນປະຕູອອກເສຍໄດ້.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໔໙

ພິກຂຸ ທ. ! ພິກຂຸຊື່ວ່າ ເປັນອະຣິຍະ ຜູ້ລົດທຸງ ປົງພາຣະ ປາສະຈາກເຄື່ອງຜູກພັນນັ້ນ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍຣະນີນີ້ ມີ ອັສສະມິມານະອັນລະຂາດແລ້ວ ເປັນອັສສະມິມານະມີຮາກອັນຖອນຂຶ້ນແລ້ວ ເຮັດໃຫ້ເປັນເໝືອນຕົ້ນຕານມີຂ້ວນຍອດອັນກຸດ ເຖິງຄວາມບໍ່ມີບໍ່ເປັນ ມີອັນບໍ່ເກີດຂຶ້ນອີກຕໍ່ໄປເປັນທັມມະດາ. ພິກຂຸ ທ. ! ເຊັ່ນນີ້ແລ ຊື່ວ່າ ເປັນ ອະຣິຍະຜູ້ລົດທຸງ ປົງພາຣະ ປາສະຈາກເຄື່ອງຜູກພັນແລ.

- ປັນຈກ. ອັງ. ໒໒/໙໖/໗໑, ໗໒.

ຜູ້ລອດໄປໄດ້ ບໍ່ຕາຍກາງທາງ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ