ອະຣິຍະສັຈພາກຕົ້ນ

ໜ້າ/ 382

(໑໐) ວ່າ “ເຮົາຍ່ອມມີ-ຍ່ອມເປັນແນວອື່ນ” ກໍບໍ່ມີ ; (໑໑) ຄວາມນຶກວ່າ “ເຮົາຍ່ອມມີ-ຍ່ອມເປັນແດ່ບໍ” ກໍບໍ່ມີ ; (໑໒) ຄວາມນຶກວ່າ “ເຮົາຍ່ອມມີ-ຍ່ອມເປັນແນວນີ້ແດ່ບໍ” ກໍບໍ່ມີ ; (໑໓) ວ່າ “ເຮົາຍ່ອມມີ-ຍ່ອມເປັນແນວນັ້ນແດ່ບໍ” ກໍບໍ່ມີ ; (໑໔) ວ່າ “ເຮົາຍ່ອມມີ-ຍ່ອມເປັນແນວອື່ນແດ່ບໍ” ກໍບໍ່ມີ ; (໑໕) ຄວາມນຶກວ່າ “ເຮົາຈະມີ-ຈະເປັນແລ້ວ” ກໍບໍ່ມີ ; (໑໖) ຄວາມນຶກວ່າ “ເຮົາຈະມີ-ຈະເປັນແລ້ວແນວນີ້” ກໍບໍ່ມີ ; (໑໗) ວ່າ “ເຮົາຈະມີ-ຈະເປັນແລ້ວແນວນັ້ນ” ກໍບໍ່ມີ ; (໑໘) ວ່າ “ເຮົາຈະມີ-ຈະເປັນແລ້ວແນວອື່ນ” ກໍບໍ່ມີ.

ພິກຂຸ ທ. ! ເຊັ່ນນີ້ແລ ຊື່ວ່າ ພິກຂຸຍ່ອມບໍ່ອັດຄວັນ.

ຄ. ຜູ້ບໍ່ລຸກວາບ (ນະປັຊຊະລະຕິ)

ພິກຂຸ ທ. ! ແນວໃດໜໍ ຊື່ວ່າ ພິກຂຸຍ່ອມບໍ່ລຸກໄໝ້ ?

ພິກຂຸ ທ. ! (໑) ເມື່ອຄວາມນຶກ (ດ້ວຍມານານຸສັຍ) ວ່າ “ເຮົາມີຢູ່-ເປັນຢູ່ ດ້ວຍຂັນທ໌ນີ້” ບໍ່ມີຢູ່, (໒) ຄວາມນຶກວ່າ “ເຮົາມີ-ເຮົາເປັນແນວນີ້ ດ້ວຍຂັນທ໌ນີ້” ກໍບໍ່ມີ ; (໓) ຄວາມນຶກວ່າ “ເຮົາມີ-ເຮົາເປັນແນວນັ້ນ ດ້ວຍຂັນທ໌ນີ້” ກໍບໍ່ມີ ; (໔) ວ່າ “ເຮົາມີ-ເຮົາເປັນແນວອື່ນ ດ້ວຍຂັນທ໌ນີ້” ກໍບໍ່ມີ ; (໕) ວ່າ “ເຮົາມີ-ເຮົາເປັນແບບບໍ່ທ່ຽງແທ້ ດ້ວຍຂັນທ໌ນີ້” ກໍບໍ່ມີ ; (໖) ວ່າ “ເຮົາມີ-ເຮົາເປັນແບບທ່ຽງແທ້ ດ້ວຍຂັນທ໌ນີ້” ກໍບໍ່ມີ ; (໗) ຄວາມນຶກວ່າ “ເຮົາຍ່ອມມີ-ຍ່ອມເປັນ ດ້ວຍຂັນທ໌ນີ້” ກໍບໍ່ມີ ; (໘) ຄວາມນຶກວ່າ “ເຮົາຍ່ອມມີ-ຍ່ອມເປັນແນວນີ້ ດ້ວຍຂັນທ໌ນີ້” ກໍບໍ່ມີ ; (໙) ວ່າ “ເຮົາຍ່ອມມີ-ຍ່ອມເປັນແນວນັ້ນ ດ້ວຍຂັນທ໌ນີ້” ກໍບໍ່ມີ ; (໑໐) ວ່າ “ເຮົາຍ່ອມມີ-ຍ່ອມເປັນແນວອື່ນ ດ້ວຍຂັນທ໌ນີ້” ກໍບໍ່ມີ ; (໑໑) ຄວາມນຶກວ່າ “ເຮົາຍ່ອມມີ-ຍ່ອມເປັນ ດ້ວຍຂັນທ໌ນີ້ແດ່ບໍ” ກໍບໍ່ມີ ; (໑໒) ຄວາມນຶກວ່າ “ເຮົາຍ່ອມມີ-ຍ່ອມເປັນແນວນີ້ ດ້ວຍຂັນທ໌ນີ້ແດ່ບໍ” ກໍບໍ່ມີ ;

໖໔໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

(໑໓) ວ່າ “ເຮົາຍ່ອມມີ-ຍ່ອມເປັນແນວນັ້ນ ດ້ວຍຂັນທ໌ນີ້ແດ່ບໍ” ກໍບໍ່ມີ ; (໑໔) ວ່າ “ເຮົາຍ່ອມມີ-ຍ່ອມເປັນແນວອື່ນ ດ້ວຍຂັນທ໌ນີ້ແດ່ບໍ” ກໍບໍ່ມີ ; (໑໕) ຄວາມນຶກວ່າ “ເຮົາຈະມີ-ຈະເປັນແລ້ວ ດ້ວຍຂັນທ໌ນີ້” ກໍບໍ່ມີ ; (໑໖) ຄວາມນຶກວ່າ “ເຮົາຈະມີ-ຈະເປັນແລ້ວແນວນີ້ ດ້ວຍຂັນທ໌ນີ້” ກໍບໍ່ມີ ; (໑໗) ວ່າ “ເຮົາຈະມີ-ຈະເປັນແລ້ວແນວນັ້ນ ດ້ວຍຂັນທ໌ນີ້” ກໍບໍ່ມີ ; (໑໘) ວ່າ “ເຮົາຈະມີ-ຈະເປັນແລ້ວແນວອື່ນ ດ້ວຍຂັນທ໌ນີ້” ກໍບໍ່ມີ.

ພິກຂຸ ທ. ! ເຊັ່ນນີ້ແລຊື່ວ່າ ພິກຂຸ ຍ່ອມບໍ່ລຸກໄໝ້.

ງ. ຜູ້ບໍ່ໄໝ້ແຫ້ງ (ນະປັຊຊາຢະຕິ)

ພິກຂຸ ທ. ! ແນວໃດໜໍຊື່ວ່າ ພິກຂຸຍ່ອມບໍ່ໄໝ້ແຫ້ງ ?

ພິກຂຸ ທ. ! ອັສສະມິມານະ ອັນພິກຂຸໃນກໍລະນີນີ້ ລະຂາດແລ້ວ ມີຮາກຖອນຂຶ້ນແລ້ວ ເຮັດໃຫ້ເປັນເໝືອນຕົ້ນຕານ ມີຂ້ວນຍອດອັນຂາດແລ້ວ ເຮັດໃຫ້ເຖິງຄວາມບໍ່ມີບໍ່ເປັນ ມີອັນບໍ່ເກີດຂຶ້ນອີກຕໍ່ໄປ ເປັນທັມມະດາ ພິກຂຸ ທ. ! ເຊັ່ນນີ້ແລຊື່ວ່າ ພິກຂຸຍ່ອມບໍ່ໄໝ້ແຫ້ງ, ດັ່ງນີ້ແລ.

- ຈຕຸກກະ. ອັງ. ໒໑/໒໙໓-໒໙໖/໒໐໐.

ຜູ້ລອກຄາບຖິ້ມແລ້ວ

ຜູ້ໃດບໍ່ແລ່ນອ່າວໄປຂ້າງໜ້າ ບໍ່ວົນດ່າວມາຂ້າງຫຼັງ໑ ຂ້າມພົ້ນທັມເປັນເຫຕໃຫ້ຊັກຊ້າ໒ ນີ້ເສຍໄດ້ທັງໝົດ ; ຜູ້ນັ້ນ ເປັນພິກຂຸ

໑. ແລ່ນໄປທາງໜ້າດ້ວຍອຳນາດພະວະຕັນຫາເພື່ອມີພົບໃໝ່. ແລ່ນວຽນໄປທາງຫຼັງດ້ວຍອຳນາດກາມະຕັນຫາ

ທີ່ອາໄລໃນກາມະຄຸນ.

໒. ທັມເປັນເຫຕໃຫ້ຊັກຊ້າ ໄດ້ແກ່ກິເລັນຫາ ມານະ ທິຕຖິ ທີ່ເຮັດໃຫ້ຄານງຶບງັບຢູ່ໃນພົບ ບໍ່ອອກໄປສູ່

ນິພພານ ອັນປາສະຈາກພົບ.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໔໓

ສະລັດຖິ້ມເສຍໄດ້ແລ້ວ ທັງຝັ່ງໃນແລະຝັ່ງນອກ໓ ເໝືອນງູຖິ້ມຄາບເກົ່າ ອັນຜຸຜຸ່ຍ ໄປແລ້ວສະນັ້ນ.

ຜູ້ໃດ ບໍ່ແລ່ນອ່າວໄປທາງໜ້າ ບໍ່ວົນດ່າວມາທາງຫຼັງ ຮູ້ວ່າໃນໂລກນີ້ ສິ່ງທັງປວງນີ້ ປາສະຈາກສັຈຈະແຫ່ງຕະຖາ໔ ; ຜູ້ນັ້ນເປັນພິກຂຸ ສະລັດຖິ້ມເສຍໄດ້ແລ້ວ ທັງຝັ່ງໃນແລະຝັ່ງນອກ ເໝືອນງູຖິ້ມຄາບເກົ່າ ອັນຜຸຜຸ່ຍ ໄປແລ້ວສະນັ້ນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ