ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ແນວໃດໜໍເອີ້ນວ່າ ຄວາມຄຽດຊັງເກີດຈາກຄວາມຊັງ ? ພິກຂຸ ທ. ! ໃນກໍລະນີນີ້ ມີບຸຄຄົລຊຶ່ງບໍ່ເປັນທີ່ປາຖນາຮັກໃຄ່ພໍໃຈ ຂອງບຸຄຄົລຄົນໜຶ່ງ, ມີບຸຄຄົລພວກອື່ນ ມາປະພຶດເຮັດຕໍ່ບຸຄຄົລນັ້ນດ້ວຍອາການທີ່ໜ້າປາຖະນາ ໜ້າຮັກໃຄ່ໜ້າພໍໃຈ ; ບຸຄຄົລພຸ້ນ ກໍຈະເກີດຄວາມບໍ່ພໍໃຈຂຶ້ນມາດັ່ງນີ້ວ່າ “ບຸຄຄົລເຫຼົ່ານັ້ນ ປະພຶດເຮັດຕໍ່ບຸຄຄົລທີ່ເຮົາບໍ່ປາຖນາຮັກໃຄ່ພໍໃຈ ດ້ວຍອາການທີ່ໜ້າປາຖນາ ໜ້າຮັກໃຄ່ໜ້າພໍໃຈ” ດັ່ງນີ້ ;

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໓໙

ບຸຄຄົລນັ້ນຊື່ວ່າ ຍ່ອມເຮັດຄວາມຄຽດຊັງໃຫ້ເກີດຂຶ້ນ ໃນບຸຄຄົລເຫຼົ່ານັ້ນ. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ຄວາມຄຽດຊັງເກີດຈາກຄວາມຄຽດຊັງ.

ພິກຂຸ ທ. ! ເຫຼົ່ານີ້ແລ ຄືທັມມາຣົມ ຍ່ອມເກີດຢູ່ເປັນ ໔ ປະການ.

ພິກຂຸ ທ. ! ສະໄໝໃດ ພິກຂຸເຮັດໃຫ້ແຈ້ງ ຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່ ; ສະໄໝນັ້ນ ຄວາມຮັກທີ່ເກີດຈາກຄວາມຮັກ ກໍຖືກລະຂາດ ມີຮາກອັນຂາດແລ້ວ ເຮັດໃຫ້ເປັນເໝືອນຕົ້ນຕານ ມີກ້ານຍອດອັນຂາດແລ້ວ ໃຫ້ເຖິງຄວາມບໍ່ມີ ມີອັນບໍ່ເກີດຂຶ້ນອີກຕໍ່ໄປ ເປັນທັມມະດາ, ຄວາມຄຽດຊັງທີ່ເກີດຈາກຄວາມຮັກ ກໍຖືກລະຂາດ.... ; ຄວາມຮັກທີ່ເກີດຈາກຄວາມຄຽດຊັງ ກໍຖືກລະຂາດ.... ; ຄວາມຄຽດຊັງທີ່ເກີດຈາກຄວາມຄຽດຊັງ ກໍຖືກລະຂາດ ມີຮາກອັນຂາດແລ້ວ ເຮັດໃຫ້ເປັນເໝືອນຕົ້ນຕານ ມີກ້ານຍອດອັນຂາດແລ້ວ ໃຫ້ເຖິງຄວາມບໍ່ມີ ມີອັນບໍ່ເກີດຂຶ້ນອີກຕໍ່ໄປ ເປັນທັມມະດາ.

ພິກຂຸ ທ. ! ພິກຂຸນີ້ ເຮົາກ່າວວ່າ ຍ່ອມບໍ່ຖືໂຕ ຍ່ອມບໍ່ຕອບໂຕ້ ຍ່ອມບໍ່ອັດຄວັນ ຍ່ອມບໍ່ລຸກໄໝ້ ຍ່ອມບໍ່ໄໝ້ແຫ້ມ.

- ຈຕຸກກະ. ອັງ. ໒໑/໒໘໐/໒໐໐.

ກ. ຜູ້ບໍ່ຖືໂຕ (ນະອຸສເສເນຕິ)

ພິກຂຸ ທ. ! ແນວໃດໜໍ ຊື່ວ່າພິກຂຸ ຍ່ອມບໍ່ຖືໂຕ ?

ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ບໍ່ຕາມເຫັນຮູບໂດຍຄວາມເປັນຕົນ ບໍ່ຕາມເຫັນຕົນວ່າມີຮູບ ບໍ່ຕາມເຫັນຮູບໃນຕົນ ບໍ່ຕາມເຫັນຕົນໃນຮູບ, ບໍ່ຕາມເຫັນເວທະນາໂດຍຄວາມເປັນຕົນ ບໍ່ຕາມເຫັນຕົນວ່າມີເວທະນາ ບໍ່ຕາມເຫັນເວທະນາໃນຕົນ ບໍ່ຕາມເຫັນຕົນໃນເວທະນາ,

໖໔໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ບໍ່ຕາມເຫັນສັນຍາໂດຍຄວາມເປັນຕົນ ບໍ່ຕາມເຫັນຕົນວ່າມີສັນຍາ ບໍ່ຕາມເຫັນສັນຍາໃນຕົນ ບໍ່ຕາມເຫັນຕົນໃນສັນຍາ, ບໍ່ຕາມເຫັນສັງຂາຣໂດຍຄວາມເປັນຕົນ ບໍ່ຕາມເຫັນຕົນວ່າມີສັງຂາຣ ບໍ່ຕາມເຫັນສັງຂາຣໃນຕົນ ບໍ່ຕາມເຫັນຕົນໃນສັງຂາຣ, ບໍ່ຕາມເຫັນວິນຍານໂດຍຄວາມເປັນຕົນ ບໍ່ຕາມເຫັນຕົນວ່າມີວິນຍານ ບໍ່ຕາມເຫັນວິນຍານໃນຕົນ ບໍ່ຕາມເຫັນຕົນໃນວິນຍານ.

ພິກຂຸ ທ. ! ເຊັ່ນນີ້ແລ ຊື່ວ່າ ພິກຂຸຍ່ອມບໍ່ຖືໂຕ.

ຂ. ຜູ້ບໍ່ຕອບໂຕ້ (ນະປະຕິສເສເນຕິ)

ພິກຂຸ ທ. ! ແນວໃດໜໍ ຊື່ວ່າພິກຂຸ ຍ່ອມບໍ່ຕອບໂຕ້ ?

ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມບໍ່ດ່າຕອບຕໍ່ຜູ້ດ່າຕົນ ຍ່ອມບໍ່ໂກດເຄືອງຕອບ ຕໍ່ຜູ້ໂກດເຄືອງຕົນ ຍ່ອມບໍ່ຫັກໜ້າຕອບ ຕໍ່ຜູ້ຫັກໜ້າຕົນ.

ພິກຂຸ ທ. ! ເຊັ່ນນີ້ແລ ຊື່ວ່າ ພິກຂຸຍ່ອມບໍ່ຕອບໂຕ້.

ຄ. ຜູ້ບໍ່ອັດຄວັນ (ນະດູປາຢະຕິ)

ພິກຂຸ ທ. ! ແນວໃດໜໍ ຊື່ວ່າ ພິກຂຸຍ່ອມບໍ່ອັດຄວັນ ?

ພິກຂຸ ທ. ! (໑) ເມື່ອຄວາມນຶກ (ດ້ວຍມານານຸສັຍ) ວ່າ “ເຮົາມີຢູ່ເປັນຢູ່” ດັ່ງນີ້ ບໍ່ມີຢູ່, (໒) ຄວາມນຶກວ່າ “ເຮົາມີເຮົາເປັນແນວນີ້” ກໍບໍ່ມີ ; (໓) ຄວາມນຶກວ່າ “ເຮົາມີເຮົາເປັນແນວນັ້ນ” ກໍບໍ່ມີ ; (໔) ວ່າ “ເຮົາມີເຮົາເປັນແນວອື່ນ” ກໍບໍ່ມີ ; (໕) ວ່າ “ເຮົາມີເຮົາເປັນແບບບໍ່ທ່ຽງແທ້” ກໍບໍ່ມີ ; (໖) ວ່າ “ເຮົາມີເຮົາເປັນແບບທ່ຽງແທ້” ກໍບໍ່ມີ ; (໗) ຄວາມນຶກວ່າ “ເຮົາຍ່ອມມີຍ່ອມເປັນ” ກໍບໍ່ມີ ; (໘) ຄວາມນຶກວ່າ “ເຮົາຍ່ອມມີຍ່ອມເປັນແນວນີ້” ກໍບໍ່ມີ ; (໙) ວ່າ “ເຮົາຍ່ອມມີຍ່ອມເປັນແນວນັ້ນ” ກໍບໍ່ມີ ;

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໔໑

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ