ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່າໃດ ແອບອີງພະວະທິຕຖິ (ຊຶ່ງມີລັກສະນະເປັນບວກ) ເຂົ້າເຖິງພະວະທິຕຖິ ຢັ່ງລົງສູ່ພະວະທິຕຖິ ; ສະມະນະຫຼືພຣາມເຫຼົ່ານັ້ນ ຍ່ອມຄັດຄ້ານຕໍ່ ວິພະວະທິຕຖິ. ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່າໃດແອບອີງວິພະວະທິຕຖິ (ຊຶ່ງມີລັກສະນະເປັນລົບ) ເຂົ້າເຖິງວິພະວະທິຕຖິ ຢັ່ງລົງສູ່ວິພະວະທິຕຖິ ; ສະມະນະຫຼືພຣາມເຫຼົ່ານັ້ນ ຍ່ອມຄັດຄ້ານຕໍ່ພະວະທິຕຖິ.....
ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່າໃດ ຮູ້ແຈ່ມແຈ້ງຕາມເປັນຈິງ ຊຶ່ງຄວາມເກີດຂຶ້ນ ຄວາມຕັ້ງຢູ່ບໍ່ໄດ້ ສະເໜ່ ໂທດອັນຕໍ່າຊ້າ ແລະອຸບາຍເຄື່ອງອອກແຫ່ງ ທິຕຖິສອງຢ່າງນີ້, ສະມະນະພຣາມເຫຼົ່ານັ້ນ ເປັນຜູ້ປາສະຈາກຣາຄະ ປາສະຈາກໂທສະ ປາສະຈາກໂມຫະ ປາສະຈາກຕັນຫາ ບໍ່ມີອຸປາທານ ເປັນຜູ້ເຫັນແຈ້ງ
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໓໗
ບໍ່ເປັນຝ່າຍຍອມຮັບ ບໍ່ເປັນຝ່າຍຄັດຄ້ານ ; ເຂົາເຫຼົ່ານັ້ນເປັນຜູ້ມີທັມ ອັນບໍ່ສ້າງຄວາມຊັກຊ້າ ເປັນທີ່ມາຍິນດີ ມີຄວາມຍິນດີໃນທັມອັນບໍ່ສ້າງຄວາມຊັກຊ້າ ຍ່ອມພົ້ນຈາກຊາດ ຊະຣາມໍຣະນະ ໂສກະປະຣິເທວະ ທຸກຂະໂທມະນັດສະ ອຸປາຍາສະທັງຫຼາຍ, ເຮົາກ່າວວ່າ ເຂົາຍ່ອມພົ້ນຈາກທຸກຂ໌ໄດ້ ດັ່ງນີ້.
- ມູ. ມ. ໑໒/໑໓໑/໑໕໕.
ຜູ້ຖອນຮາກແຫ່ງຄວາມຮັກແລະຄວາມຄຽດຊັງໄດ້ແລ້ວ
(ເລື່ອງຄວນເບິ່ງປະກອບໃນອະຣິຍະ.ໂອ. ປາຍ ໜ້າ ໑໓໔໗ ໂດຍສະຫຼຸບຄືຮັກ-ຊັງ ໔ ແບບ ບໍ່ມີຂະນະຢູ່ໃນຊານ ໑, ໒, ໓, ໔ ແລະຈະບໍ່ມີຢ່າງເດັດຂາດ ເມື່ອເຫັນແຈ້ງຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ຊຶ່ງຈະເກີດຜົລຕິດຕາມມາ ໕ ປະການ).
ພິກຂຸ ທ. ! ທັມມາຣົມທັງຫຼາຍເຫຼົ່ານີ້ ຍ່ອມເກີດຢູ່ເປັນ ໔ ປະການ. ສີ່ປະການແນວ ໃດໜໍ ? ສີ່ປະການຄື ຄວາມຮັກເກີດຈາກຄວາມຮັກ ຄວາມຄຽດຊັງເກີດຈາກຄວາມຮັກ ຄວາມຮັກເກີດຈາກຄວາມຄຽດຊັງ ຄວາມຄຽດຊັງເກີດຈາກຄວາມຄຽດຊັງ.
ພິກຂຸ ທ. ! ແນວໃດໜໍເອີ້ນວ່າ ຄວາມຮັກເກີດຈາກຄວາມຮັກ ? ພິກຂຸ ທ. ! ໃນກໍລະນີນີ້ ມີບຸຄຄົລຊຶ່ງເປັນທີ່ປາຖນາຮັກໃຄ່ພໍໃຈ ຂອງບຸຄຄົລຄົນໜຶ່ງ, ມີບຸຄຄົລພວກອື່ນ ມາປະພຶດເຮັດຕໍ່ບຸຄຄົລນັ້ນ ດ້ວຍອາການທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ ; ບຸຄຄົລພຸ້ນ ກໍຈະເກີດຄວາມພໍໃຈຂຶ້ນມາດັ່ງນີ້ວ່າ “ບຸຄຄົລເຫຼົ່ານັ້ນ ປະພຶດເຮັດຕໍ່ບຸຄຄົລທີ່ເຮົາປາຖນາຮັກໃຄ່ພໍໃຈ ດ້ວຍອາການທີ່ໜ້າປາຖນາ ໜ້າຮັກໃຄ່ ໜ້າພໍໃຈ” ດັ່ງນີ້ ; ບຸຄຄົລນັ້ນຊື່ວ່າ ຍ່ອມເຮັດຄວາມຮັກໃຫ້ເກີດຂຶ້ນ ໃນບຸຄຄົລເຫຼົ່ານັ້ນ. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ຄວາມຮັກເກີດຈາກຄວາມຮັກ.
໖໓໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ແນວໃດໜໍເອີ້ນວ່າ ຄວາມຄຽດຊັງເກີດຈາກຄວາມຮັກ ? ພິກຂຸ ທ. ! ໃນກໍລະນີນີ້ ມີບຸຄຄົລຊຶ່ງເປັນທີ່ປາຖນາຮັກໃຄ່ພໍໃຈ ຂອງບຸຄຄົລຄົນໜຶ່ງ. ມີບຸຄຄົລພວກອື່ນ ມາປະພຶດເຮັດຕໍ່ບຸຄຄົລນັ້ນ ດ້ວຍອາການທີ່ບໍ່ໜ້າປາຖະນາ ບໍ່ໜ້າຮັກໃຄ່ພໍໃຈ ; ບຸຄຄົລພຸ້ນ ກໍຈະເກີດຄວາມບໍ່ພໍໃຈຂຶ້ນມາດັ່ງນີ້ວ່າ “ບຸຄຄົລເຫຼົ່ານັ້ນ ປະພຶດເຮັດຕໍ່ບຸຄຄົລທີ່ເຮົາປາຖນາຮັກໃຄ່ພໍໃຈ ດ້ວຍອາການທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ພໍໃຈ” ດັ່ງນີ້ ; ບຸຄຄົລນັ້ນຊື່ວ່າ ຍ່ອມເຮັດຄວາມຊັງໃຫ້ເກີດຂຶ້ນ ໃນບຸຄຄົລເຫຼົ່ານັ້ນ. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ຄວາມຄຽດຊັງເກີດຈາກຄວາມຮັກ.
ພິກຂຸ ທ. ! ແນວໃດໜໍເອີ້ນວ່າ ຄວາມຮັກເກີດຈາກຄວາມຊັງ ? ພິກຂຸ ທ. ! ໃນກໍລະນີນີ້ ມີບຸຄຄົລຊຶ່ງເປັນທີ່ບໍ່ປາຖນາຮັກໃຄ່ພໍໃຈ ຂອງບຸຄຄົລຄົນໜຶ່ງ, ມີບຸຄຄົລພວກອື່ນ ມາປະພຶດເຮັດຕໍ່ບຸຄຄົລນັ້ນ ດ້ວຍອາການທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ພໍໃຈ ; ບຸຄຄົລພຸ້ນ ກໍຈະເກີດຄວາມພໍໃຈຂຶ້ນມາດັ່ງນີ້ວ່າ “ບຸຄຄົລເຫຼົ່ານັ້ນ ປະພຶດເຮັດຕໍ່ບຸຄຄົລທີ່ເຮົາບໍ່ປາຖນາຮັກໃຄ່ພໍໃຈ ດ້ວຍອາການທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ພໍໃຈ” ດັ່ງນີ້ ; ບຸຄຄົລນັ້ນຊື່ວ່າ ຍ່ອມເຮັດຄວາມຮັກໃຫ້ເກີດຂຶ້ນ ໃນບຸຄຄົລເຫຼົ່ານັ້ນ. ພິກຂຸ ທ. ! ເຊັ່ນນີ້ແລ ເອີ້ນວ່າ ຄວາມຮັກເກີດຈາກຄວາມຄຽດຊັງ.








