ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ອຸປະມານີ້ເຊັ່ນໃດ ອຸປະໄມກໍເຊັ່ນນັ້ນ : ສໍາລັບອະຣິຍະສາວົກຜູ້ເຖິງພ້ອມດ້ວຍ (ສັມມາ) ທິຕຖິ ຮູ້ພ້ອມສະເພາະແລ້ວ, ຄວາມທຸກຂ໌ຂອງທ່ານສ່ວນທີ່ດັບສິ້ນໄປແລ້ວ ໝົດໄປແລ້ວ ຍ່ອມຫຼາຍກວ່າ ; ຄວາມທຸກຂ໌ທີ່ຍັງເຫຼືອຢູ່ ມີປະມານໜ້ອຍ :
ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໒໓
ເມື່ອນໍາເຂົ້າໄປທຽບກັບກອງທຸກຂ໌ ທີ່ດັບສິ້ນໄປແລ້ວ ໝົດໄປແລ້ວໃນກາລກ່ອນ ຍ່ອມບໍ່ເຖິງຊຶ່ງການຄໍານວນໄດ້ ປຽບທຽບໄດ້ ບໍ່ເຂົ້າເຖິງແມ່ນຊຶ່ງກະລະພາກ ນັ້ນຄື ຄວາມທຸກຂ໌ຂອງໂສດາບັນ ຜູ້ສັຕຕັກຂັຕຕຸປະຣະມະ໑ ຜູ້ເຫັນແຈ້ງຕາມເປັນຈິງ ວ່າ “ທຸກຂ໌ເປັນເຊັ່ນນີ້, ເຫຕໃຫ້ເກີດແຫ່ງທຸກຂ໌ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້” ດັ່ງນີ້.
ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ເຈົ້າຕ້ອງປະກອບໂຢຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ເປັນເຊັ່ນນີ້, ເຫຕເກີດຂຶ້ນແຫ່ງທຸກຂ໌ເປັນເຊັ່ນນີ້, ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນ ເຊັ່ນນີ້”, ດັ່ງນີ້.
- ມຫາວາຣ. ສັງ. ໑໙/໕໗໒/໑໗໔໗.
[ສູຕອື່ນອຸປະມາປຽບດ້ວຍ ເມັດແຮ່ເທົ່າເມັດຖົ່ວຂຽວ ໗ ເມັດກັບຂຸນພູເຂົາຫິມາລັຍ (໑໙/໕໖໙/໑໗໔໕-໖).
ອີກສູຕໜຶ່ງປຽບດ້ວຍ ນໍ້າຕິດປາຍໃບຫຍ້າຄາ ກັບນໍ້າໃນສະກ້ວາງ ໕໐ ໂຍຊນ໌ (໑໙/໕໗໒/໑໗໔໘).
ອີກສູຕໜຶ່ງປຽບດ້ວຍ ນໍ້າ ໒ - ໓ ຢົດກັບນໍ້າໃນແມ່ນໍ້າ ໕ ສາຍລວມກັນ (໑໙/໕໗໓/໑໗໔໙-໑໗໕໐).
ອີກສູຕໜຶ່ງປຽບດ້ວຍ ແກ່ນກະເບົາ ໗ ເມັດກັບມະຫາປະຖະພີ (໑໙/໕໗໔/໑໗໕໑-໒).
ອີກສູຕໜຶ່ງປຽບດ້ວຍ ນໍ້າ ໒ - ໓ ຢົດ ກັບນໍ້າທັງມະຫາສະມຸດ (໑໙/໕໗໕/໑໗໕໓-໔).
ອີກສູຕໜຶ່ງປຽບດ້ວຍ ໄນຜັກກາດ ໒ - ໓ ເມັດ ກັບຂຸນພູເຂົາຫິມາລັຍ (໑໙/໕໗໖/໑໗໕໕-໖).]
ຜູ້ບໍ່ຮູ້ອະຣິຍະສັຈຈ໌ຊື່ວ່າຕົກຢູ່ໃນບ່ອນມືດ
ພິກຂຸ ທ. ! ບຸຄຄົລເຫຼົ່າໃດ ຈະເປັນສະມະນະຫຼືພຣາມກໍຕາມ ບໍ່ຮູ້ຢູ່ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌,
໑. ຄືພຣະໂສດາບັນທີ່ຍ່ອມມີກໍາເນີດອີກ ໗ ຊາດ ອັນເປັນພຣະອະຣິຍະບຸຄຄົລຂັ້ນຕົ້ນທີ່ສຸດ
ຂອງຈໍາພວກໂສດາບັນ. ເຖິງແມ່ນວ່າແນວນັ້ນ ກໍຕຣັດວ່າ ທຸກຂ໌ໝົດໄປຫຼາຍກວ່າທີ່ຍັງເຫຼືອ.
໒໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ ; ເຂົາເຫຼົ່ານັ້ນ ຍ່ອມຍິນດີ ຕໍ່ສິ່ງອັນເປັນປັຈຈັຍປຸງແຕ່ງ ທີ່ເປັນໄປພ້ອມເພື່ອຄວາມເກີດເປັນຕົ້ນ, ເຂົາຍິນດີແລ້ວ ກໍ ກໍ່ສ້າງປັຈຈັຍນັ້ນໆ (ເພື່ອຕົນເອງ), ຄັນກໍ່ສ້າງແລ້ວ ກໍ ຕົກຈົມລົງສູ່ວັງແຫ່ງຄວາມມືດ ອັນເຮັດໃຫ້ເປັນເໝືອນຕາບອດ ໄດ້ແກ່ຄວາມມືດ ຄືຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ແລະຄວາມຄັບແຄ້ນໃຈ. ພິກຂຸ ທ. ! ບຸຄຄົລເຫຼົ່ານັ້ນ ເຮົາກ່າວວ່າ ເຂົາບໍ່ພົ້ນຈາກທຸກຂ໌ ຄືຄວາມເກີດເປັນຕົ້ນໄປໄດ້ເລີຍ.
ພິກຂຸ ທ. ! ສ່ວນບຸຄຄົລເຫຼົ່າໃດ ຈະເປັນສະມະນະຫຼືພຣາມກໍຕາມ ເມື່ອຮູ້ແຈ້ງຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌”, ດັ່ງນີ້ ; ບຸຄຄົລເຫຼົ່ານັ້ນ ຍ່ອມບໍ່ຍິນດີຕໍ່ສິ່ງອັນເປັນປັຈຈັຍປຸງແຕ່ງ ທີ່ເປັນໄປພ້ອມເພື່ອຄວາມເກີດເປັນຕົ້ນ, ເຂົາຜູ້ບໍ່ຍິນດີແລ້ວ ຍ່ອມບໍ່ກໍ່ສ້າງປັຈຈັຍນັ້ນໆຂຶ້ນ (ເພື່ອຕົນເອງ), ຄັນບໍ່ກໍ່ສ້າງແລ້ວ ກໍບໍ່ຕົກຈົມລົງສູ່ວັງແຫ່ງຄວາມມືດ ອັນເຮັດໃຫ້ເປັນເໝືອນຕາບອດ ໄດ້ແກ່ຄວາມມືດ ຄືຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ແລະຄວາມຄັບແຄ້ນໃຈ. ພິກຂຸ ທ. ! ເຮົາກ່າວວ່າ ເຂົາພົ້ນຈາກທຸກຂ໌ ຄືຄວາມເກີດເປັນຕົ້ນໄປໄດ້ ດັ່ງນີ້.








