ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ເມື່ອໃດ ພິກຂຸລະເສຍໄດ້ຊຶ່ງອາສະວະທັງຫຼາຍ ອັນຈະຕ້ອງລະໄດ້ ດ້ວຍການເຫັນ, ລະເສຍໄດ້ຊຶ່ງອາສະວະທັງຫຼາຍ ອັນຈະຕ້ອງລະໄດ້ ດ້ວຍການສັງວອນ, ລະເສຍໄດ້ຊຶ່ງອາສະວະທັງຫຼາຍ ອັນຈະຕ້ອງລະໄດ້ ດ້ວຍການເສບສະເພາະສິ່ງທີ່ຄວນເສບ, ລະເສຍໄດ້ຊຶ່ງອາສະວະທັງຫຼາຍ ອັນຈະຕ້ອງລະໄດ້ ດ້ວຍການອົດກັ້ນ, ລະເສຍໄດ້ຊຶ່ງອາສະວະທັງຫຼາຍ ອັນຈະຕ້ອງລະໄດ້ ດ້ວຍການງົດເວັ້ນ, ລະເສຍໄດ້ຊຶ່ງອາສະວະທັງຫຼາຍ ອັນຈະຕ້ອງລະໄດ້ ດ້ວຍການບັນເທົາ, ລະເສຍໄດ້ຊຶ່ງອາສະວະທັງຫຼາຍ ອັນຈະຕ້ອງໄດ້ ດ້ວຍການຈະເຣີນ, ແລ້ວ; ພິກຂຸ ທ. ! ພິກຂຸນີ້ ເຮົາກ່າວວ່າເປັນຜູ້ປິດກັ້ນແລ້ວ ດ້ວຍການປິດກັ້ນຊຶ່ງອາສະວະທັງປວງ ຢູ່; ຕັດຕັນຫາໄດ້ຂາດແລ້ວ ຮື້ຖອນສັນໂຍຊນ໌ໄດ້ແລ້ວ ເຮັດທີ່ສຸດແຫ່ງທຸກຂ໌ໄດ້ແລ້ວ ເພາະຮູ້ສະເພາະຊຶ່ງມານະໂດຍຖືກຕ້ອງ, ດັ່ງນີ້ແລ.

- ມູ. ມ. ໑໒/໒໐/໑໙.

ຜູ້ພົ້ນພິເສດເພາະຄວາມດັບສິ້ນຕັນຫາ

“ຂ້າແຕ່ພຣະອົງຄ໌ຜູ້ນິຣະທຸກຂ໌ ! ສະມະນະພຣາມທັງປວງ ເປັນຜູ້ມີຄວາມສໍາເລັດເຖິງທີ່ສຸດ ມີຄວາມກະເສມຈາກໂຢຄະເຖິງທີ່ສຸດ ເປັນພຣົມມະຈາຣີເຖິງທີ່ສຸດ ມີທີ່ສຸດແຫ່ງກິດເຖິງທີ່ສຸດຫຼືໜໍ ຂ້ານ້ອຍ ?”

ທ່ານຜູ້ຈອມເທບ ! ແມ່ນວ່າສະມະນະພຣາມທັງປວງ ຈະເປັນຜູ້ມີຄວາມສໍາເລັດເຖິງທີ່ສຸດ ມີຄວາມກະເສມຈາກໂຢຄະເຖິງທີ່ສຸດ ເປັນພຣົມມະຈາຣີເຖິງທີ່ສຸດ ມີທີ່ສຸດແຫ່ງກິດເຖິງທີ່ສຸດ ກໍຫາກບໍ່ແມ່ນ.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໓໕

“ຂ້າແຕ່ພຣະອົງຄ໌ຜູ້ນິຣະທຸກຂ໌ ! ເພາະເຫຕໃດໜໍ ສະມະນະພຣາມທັງປວງ ຈຶ່ງບໍ່ເປັນຜູ້ມີຄວາມສໍາເລັດເຖິງທີ່ສຸດ ມີຄວາມກະເສມຈາກໂຢຄະເຖິງທີ່ສຸດ ເປັນພຣົມມະຈາຣີເຖິງທີ່ສຸດ ມີທີ່ສຸດແຫ່ງກິດເຖິງທີ່ສຸດ ຂ້ານ້ອຍ ?”

ທ່ານຜູ້ຈອມເທບ ! ກໍຕໍ່ເມື່ອສະມະນະພຣາມເຫຼົ່າໃດ ເປັນຜູ້ເຫັນພັຍໃນວັຕຕະ (ພິກຂຸ) ເປັນຜູ້ຫຼຸດພົ້ນວິເສດເພາະຄວາມດັບສິ້ນໄປແຫ່ງຕັນຫາ ເທົ່ານັ້ນ, ສະມະນະ ພຣາມເຫຼົ່ານັ້ນ ຈຶ່ງຈະໄດ້ ຊື່ວ່າເປັນຜູ້ມີຄວາມສໍາເລັດເຖິງທີ່ສຸດ ມີຄວາມກະເສມຈາກໂຢຄະເຖິງທີ່ສຸດ ເປັນພຣົມມະຈາຣີເຖິງທີ່ສຸດ ມີທີ່ສຸດແຫ່ງກິດເຖິງທີ່ສຸດ. ເພາະເຫຕນັ້ນ ສະມະນະພຣາມທັງປວງ ຈຶ່ງບໍ່ເປັນຜູ້ມີຄວາມສໍາເລັດເຖິງທີ່ສຸດ ມີຄວາມກະເສມຈາກໂຢຄະເຖິງທີ່ສຸດ ເປັນພຣົມມະຈາຣີເຖິງທີ່ສຸດ ມີທີ່ສຸດແຫ່ງກິດເຖິງທີ່ສຸດ, ດັ່ງນີ້ແລ.

- ມຫາ. ທີ. ໑໐/໓໑໘/໒໖໑.

ຜູ້ອາບແລ້ວດ້ວຍເຄື່ອງອາບ

(ຫຼຸດພົ້ນໄດ້ເພາະການຮູ້ອອກຈາກສັນຍາຄະຕະທັງສາມ)

(ຄວາມຮູ້ນີ້ ຕ້ອງນໍາດ້ວຍການລະອຸປະກິເລສສິບຫົກ ມີສັດທາໝັ້ນຄົງໃນພຣະພຸດທະເຈົ້າ ພຣະທັມ ພຣະສົງຄ໌ ມີສີລບໍຣິສຸດ ມີປັນຍາບໍຣິສຸດ ແຜ່ອັບປະມັນຍາພຣົມມະວິຫາຣໄປທົ່ວໂລກທັງມວນ, ດັ່ງນັ້ນ :-)

ພິກຂຸນັ້ນ ຍ່ອມຮູ້ແຈ່ມແຈ້ງວ່າ “ສັນຍາຄະຕະ ວ່າເຊັ່ນນີ້ໆ ກໍມີຢູ່, ສັນຍາຄະຕະ ວ່າຕໍ່າຊາມກໍມີຢູ່, ສັນຍາຄະຕະ ວ່າປານີດກໍມີຢູ່, ແລະອຸບາຍອັນຍິ່ງ ເປັນເຄື່ອງອອກຈາກສັນຍາຄະຕະ ນີ້ກໍມີຢູ່” ດັ່ງນີ້. ເມື່ອເຂົານັ້ນ ຮູ້ຢູ່ດັ່ງນີ້ ເຫັນຢູ່ດັ່ງນີ້ ຈິຕຍ່ອມຫຼຸດພົ້ນ ແມ່ນແຕ່ຈາກກາມາສະວະ ແມ່ນແຕ່ຈາກພະວາສະວະ ແມ່ນແຕ່ຈາກອະວິຊຊາສະວະ. ເມື່ອຫຼຸດພົ້ນແລ້ວ ຍ່ອມມີຍານຢັ່ງຮູ້ວ່າ “ຈິຕຫຼຸດພົ້ນແລ້ວ”.

໖໓໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ເຂົາຍ່ອມຮູ້ແຈ່ມແຈ້ງວ່າ “ຊາດດັບສິ້ນແລ້ວ ພຣົມມະຈັນຣຍ໌ຢູ່ຈົບແລ້ວ ກິດທີ່ຄວນເຮັດໄດ້ເຮັດສໍາເລັດແລ້ວ ກິດອື່ນທີ່ຈະຕ້ອງເຮັດເພື່ອຄວາມເປັນເຊັ່ນນີ້ ບໍ່ໄດ້ມີອີກ” ດັ່ງນີ້.

ພິກຂຸ ທ. ! ພິກຂຸນີ້ເຮົາເອີ້ນວ່າ ເປັນຜູ້ ອາບແລ້ວດ້ວຍເຄື່ອງອາບ ອັນເປັນພາຍໃນ, ດັ່ງນີ້ແລ.

- ມູ. ມ. ໑໒/໖໙/໙໗.

ຜູ້ບໍ່ເປັນທັງຝ່າຍຮັບແລະຝ່າຍຄ້ານ

(ດັບກິເລສແລະທຸກຂ໌ເພາະອອກເສຍໄດ້ຈາກທິຕທິບວກ-ທິຕທິລົບ)

(ເລື່ອງຄວນເບິ່ງປະກອບໃນປະຕິຈຈ.ໂອ. ໜ້າ ໖໖໕ ເປັນອີກແງ່ໜຶ່ງແຫ່ງສຸດໂຕ່ງຂອງຄວາມເຫັນຄື “ອັຕຖິຕາແລະນັຕຖິຕາ”).

ພິກຂຸ ທ. ! ທິຕຖິສອງຢ່າງເຫຼົ່ານີ້ ມີຢູ່ ; ຄື ພະວະທິຕຖິ (ວ່າມີ), ວິພະວະທິຕຖິ (ວ່າບໍ່ມີ).

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ