ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ອາສະວະທັງຫຼາຍ ສ່ວນທີ່ຈະຍ່ອມລະເສຍ ດ້ວຍການງົດເວັ້ນເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ພິຈາຣະນາໂດຍຖີ່ຖ້ວນແລ້ວ ຍ່ອມງົດເວັ້ນຈາກຊ້າງຮ້າຍ, ມ້າຮ້າຍ, ງົວຮ້າຍ, ໝາຮ້າຍ, ງູ, ຫຼັກຕໍ, ຂວາກໜາມ ຫ້ວຍເຫວ ບໍ່ຂອງເປິະເປື້ອນ ຂຸມອຸດຈາຣະ ແລະງົດເວັ້ນ ບ່ອນທີ່ບໍ່ຄວນນັ່ງ ບ່ອນບໍ່ຄວນໄປ ແລະການຄົບພວກໝູ່ທີ່ລາມົກ ອັນວິນຍູຊົນເພື່ອນພຣົມມະຈັນຣຍ໌ດ້ວຍກັນທັງຫຼາຍ ຈັດໄວ້ໃນຖານະທີ່ຕໍ່າຊາມ. ພິກຂຸນັ້ນ ພິຈາຣະນາໂດຍຖີ່ຖ້ວນແລ້ວຍ່ອມງົດເວັ້ນບ່ອນທີ່ບໍ່ຄວນນັ່ງ ບ່ອນບໍ່ຄວນໄປນັ້ນໆເສຍ ແລະຍ່ອມງົດເວັ້ນພວກໝູ່ເພື່ອນທີ່ລາມົກເຫຼົ່ານັ້ນເສຍ. ພິກຂຸ ທ. ! ຂໍ້ນີ້ເປັນເພາະ ເມື່ອພິກຂຸບໍ່ງົດເວັ້ນດ້ວຍອາການດັ່ງນີ້, ອາສະວະທັງຫຼາຍອັນເປັນເຄື່ອງຄັບແຄ້ນແລະຮ້ອນເອົ້າ ຈະຍ່ອມບັງເກີດຂຶ້ນ ແລະເມື່ອພິກຂຸງົດເວັ້ນຢູ່ ອາສະວະທັງຫຼາຍອັນເປັນເຄື່ອງຄັບແຄ້ນ ແລະຮ້ອນເອົ້າ ຍ່ອມຈະບໍ່ບັງເກີດຂຶ້ນແກ່ພິກຂຸນັ້ນ. ພິກຂຸ ທ. ! ນີ້ເຮົາກ່າວວ່າອາສະວະທັງຫຼາຍ ສ່ວນທີ່ຈະລະເສຍດ້ວຍການງົດເວັ້ນ.

- ມູ. ມ. ໑໒/໑໘/໑໖.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໓໓

ສ. ອາສະວະສ່ວນທີ່ລະໄດ້ດ້ວຍການບັນເທົາ

ພິກຂຸ ທ. ! ອາສະວະທັງຫຼາຍ ສ່ວນທີ່ຈະຍ່ອມລະເສຍດ້ວຍການບັນເທົາເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ພິຈາຣະນາໂດຍຖີ່ຖ້ວນແລ້ວ ຍ່ອມບໍ່ຮັບເອົາໄວ້ໃນໃຈ ຍ່ອມລະເສຍ ຍ່ອມບັນເທົາ ເຮັດໃຫ້ສິ້ນສຸດ ເຮັດໃຫ້ເຖິງຄວາມມີຢູ່ບໍ່ໄດ້ ຊຶ່ງກາມະວິຕົກ, ພະຍາບາດວິຕົກ, ວິຫິງສາວິຕົກ ອັນບັງເກີດຂຶ້ນແລ້ວ; ແລະຍ່ອມບໍ່ຮັບເອົາໄວ້ໃນໃຈ ຍ່ອມລະເສຍ ຍ່ອມບັນເທົາ ເຮັດໃຫ້ສິ້ນສຸດ ເຮັດໃຫ້ເຖິງຄວາມມີຢູ່ບໍ່ໄດ້ ຊຶ່ງສິ່ງອັນເປັນອະກຸສົລລາມົກທັງຫຼາຍ ທີ່ບັງເກີດຂຶ້ນແລ້ວ. ພິກຂຸ ທ. ! ຂໍ້ນີ້ເປັນເພາະເມື່ອພິກຂຸບັນເທົາດ້ວຍອາການດັ່ງນີ້, ອາສະວະທັງຫຼາຍ ອັນເປັນເຄື່ອງຄັບແຄ້ນແລະຮ້ອນເອົ້າ ຍ່ອມຈະບັງເກີດຂຶ້ນ, ແລະເມື່ອພິກຂຸບັນເທົາຢູ່ ອາສະວະທັງຫຼາຍ ອັນເປັນເຄື່ອງຄັບແຄ້ນແລະຮ້ອນເອົ້າ ຍ່ອມຈະບໍ່ບັງເກີດຂຶ້ນແກ່ພິກຂຸນັ້ນ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ອາສະວະທັງຫຼາຍ ສ່ວນທີ່ຈະລະເສຍດ້ວຍການບັນເທົາ.

- ມູ. ມ. ໑໒/໑໙/໑໗.

ຊ. ອາສະວະສ່ວນທີ່ລະໄດ້ດ້ວຍການຈະເຣີນເຮັດໃຫ້ຫຼາຍ

ພິກຂຸ ທ. ! ອາສະວະທັງຫຼາຍ ສ່ວນທີ່ຈະຍ່ອມລະເສຍດ້ວຍການຈະເຣີນ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ພິຈາຣະນາໂດຍຖີ່ຖ້ວນແລ້ວ ຍ່ອມຈະເຣີນສະຕິສັມໂພຊຊົງຄ໌, ຍ່ອມຈະເຣີນທັມມະວິຈະຢະສັມໂພຊຊົງຄ໌, ຍ່ອມຈະເຣີນວິຣິຢະສັມໂພຊຊົງຄ໌, ຍ່ອມຈະເຣີນປີຕິສັມໂພຊຊົງຄ໌, ຍ່ອມຈະເຣີນປັສສັທທິ ສັມໂພຊຊົງຄ໌, ຍ່ອມຈະເຣີນ ສະມາທິສັມໂພຊຊົງຄ໌, ຍ່ອມຈະເຣີນ ອຸເປກຂາສັມໂພຊຊົງຄ໌, ອັນ (ແຕ່ລະຢ່າງໆ) ຍ່ອມອາໄສວິເວກ ອາໄສວິຣາຄະ ອາໄສນິໂຣດ ແລະນ້ອມໄປເພື່ອຄວາມປ່ອຍ. ພິກຂຸ ທ. ! ຂໍ້ນີ້ເປັນເພາະ ເມື່ອພິກຂຸບໍ່ຈະເຣີນດ້ວຍອາການດັ່ງນີ້; ອາສະວະທັງຫຼາຍ ອັນເປັນເຄື່ອງຄັບແຄ້ນແລະຮ້ອນເອົ້າ ຈະຍ່ອມບັງເກີດຂຶ້ນ, ແລະເມື່ອພິກຂຸຈະເຣີນຢູ່ ອາສະວະທັງຫຼາຍ

໖໓໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ອັນເປັນເຄື່ອງຄັບແຄ້ນແລະຮ້ອນເອົ້າ ຍ່ອມຈະບໍ່ບັງເກີດຂຶ້ນແກ່ພິກຂຸນັ້ນ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ອາສະວະທັງຫຼາຍ ສ່ວນທີ່ຈະລະເສຍດ້ວຍການຈະເຣີນ.

- ມູ. ມ. ໑໒/໑໙/໑໘.

ຍ. ຜົລແຫ່ງການປິດກັ້ນອາສະວະທັງປວງໂດຍເຈັດວິທີ

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ