ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ສ່ວນບຸຄຄົລເຫຼົ່າໃດແລ ຈະເປັນສະມະນະຫຼືພຣາມກໍຕາມ ຮູ້ຢູ່ຕາມເປັນຈິງ ວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ແລ້ວ ; ເຂົາເຫຼົ່ານັ້ນ ຍ່ອມ ບໍ່ຍິນດີ ໃນເຫຕປັຈຈັຍ ເຄື່ອງປຸງແຕ່ງຊະນິດທີ່ເປັນໄປພ້ອມເພື່ອຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ແລະຄວາມຄັບໃຈເລີຍ. ເຂົາຜູ້ບໍ່ຍິນດີແລ້ວໃນເຫຕປັຈຈັຍເຄື່ອງປຸງແຕ່ງຊະນິດນັ້ນໆ ກໍ ບໍ່ກໍ່ສ້າງຂຶ້ນ ຊຶ່ງເຫຕປັຈຈັຍເຄື່ອງປຸງແຕ່ງ ຊະນິດທີ່ເປັນໄປພ້ອມເພື່ອຄວາມເກີດເປັນຕົ້ນນັ້ນໆ. ຄັນເຂົາບໍ່ກໍ່ສ້າງເຫຕປັຈຈັຍເຄື່ອງປຸງແຕ່ງຊະນິດນັ້ນແລ້ວ ກໍ ບໍ່ຕົກຈົມລົງໃນເຫວ ແຫ່ງຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ
ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໒໑
ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ແລະຄວາມຄັບໃຈໄດ້ເລີຍ. ເຮົາຍ່ອມກ່າວ ບຸຄຄົລເຫຼົ່ານັ້ນ ວ່າ “ເຂົາ ຫຼຸດພົ້ນຈາກທຸກຂ໌ ທັງຫຼາຍ ມີຄວາມເກີດ ຄວາມແກ່ເປັນຕົ້ນ ໄປໄດ້” ດັ່ງນີ້.
ພິກຂຸ ທ. ! ເພາະເຫຕນັ້ນ ໃນກໍລະນີນີ້ ພວກເຈົ້າຕ້ອງ ຕັ້ງຄວາມພຽນເພື່ອໃຫ້ຮູ້ຕາມເປັນຈິງ ວ່າ “ນີ້ທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ;” ດັ່ງນີ້.
- ມຫາວາຣ. ສັງ. ໑໙/໕໖໑/໑໗໓໐.
ທຸກຂ໌ປະເພດໃຫຍ່ໆກໍມີພໍແລ້ວ
ສໍາລັບສັຕຈະສໍານຶກໂຕມາຮູ້ອະຣິຍະສັຈຈ໌
(ບໍ່ຈໍາເປັນຈະຕ້ອງຜ່ານທຸກຂ໌ ທຸກຊະນິດທຸກຂະໜາດ)
ພິກຂຸ ທ. ! ປຽບເໝືອນບຸຣຸສຕັດຫຍ້າ ຕົ້ນໄມ້ ກິ່ງໄມ້ ແລະໃບໄມ້ ໃນຊົມພູທະວີບນີ້ ນໍາເອົາມາລວມໄວ້ໃນບ່ອນດຽວກັນ ; ຄັນນໍາມາລວມໄວ້ໃນບ່ອນດຽວກັນແລ້ວ ເຮັດໃຫ້ເປັນເຄື່ອງສຽບຮ້ອຍ ; ຄັນເຮັດໃຫ້ເປັນເຄື່ອງສຽບຮ້ອຍແລ້ວ ກໍສຽບສັຕ ໃຫຍ່ໆ ໃນມະຫາສະມຸດ ໂດຍເຄື່ອງສຽບຂະໜາດໃຫຍ່, ສຽບສັຕຂະໜາດກາງໆໃນມະຫາສະມຸດ ໂດຍເຄື່ອງສຽບຂະໜາດກາງ, ສຽບສັຕຂະໜາດນ້ອຍໆ ໃນມະຫາ ສະມຸດ ໂດຍເຄື່ອງສຽບຂະໜາດນ້ອຍ. ພິກຂຸ ທ. ! ສັຕໃຫຍ່ໆ ໃນມະຫາສະມຸດ ຍັງບໍ່ທັນໝົດ ແຕ່ຫຍ້າ ຕົ້ນໄມ້ ກິ່ງໄມ້ ແລະໃບໄມ້ ໃນຊົມພູທະວີບນີ້ ກໍໝົດເສຍແລ້ວ. ພິກຂຸ ທ. ! ສັຕໂຕນ້ອຍ ໃນມະຫາສະມຸດ ຂະໜາດທີ່ສຽບດ້ວຍເຄື່ອງສຽບໄດ້ໂດຍຍາກນັ້ນ ມີຫຼາຍກວ່ານັ້ນໂດຍແທ້. ຂໍ້ນີ້ເພາະເຫຕໃດໜໍ ? ພິກຂຸ ທ. ! ເພາະມັນຫຼາຍໂດຍໂຕມັນນ້ອຍ, ຂໍ້ນີ້ເຊັ່ນໃດ ; ພິກຂຸ ທ. ! ອະບາຍກໍກວ້າງໃຫຍ່ເຊັ່ນນັ້ນ ເໝືອນກັນ. ຈາກອະບາຍທີ່ກວ້າງໃຫຍ່ດັ່ງນັ້ນ
໒໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ກໍມີ ທິຕຖິສັມປັນນະບຸຄຄົລ ຫຼຸດພົ້ນອອກມາໄດ້ ເຂົາຮູ້ຕາມເປັນຈິງ ວ່າ “ນີ້ທຸກຂ໌, ນີ້ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ທາງ ດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້.
ພິກຂຸ ທ. ! ເພາະເຫຕນັ້ນໃນເລື່ອງນີ້ ເຈົ້າຕ້ອງປະກອບໂຢຄະກັມ ອັນເປັນເຄື່ອງເຮັດໃຫ້ຮູ້ວ່າ “ທຸກຂ໌ເປັນເຊັ່ນນີ້, ເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌ເປັນເຊັ່ນນີ້,ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້, ທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ເປັນເຊັ່ນນີ້” ດັ່ງນີ້.
- ມຫາວາຣ. ສັງ. ໑໙/໕໕໑/໑໗໑໙.
ພໍຮູ້ອະຣິຍະສັຈຈ໌ ທຸກຂ໌ເຫຼືອໜ້ອຍ
ຂະໜາດ(ເທົ່າ)ຝຸ່ນຕິດປາຍເລັບທຽບກັບປະຖະພີ
ພິກຂຸ ທ. ! ເຈົ້າທັງຫຼາຍຈະສໍາຄັນຄວາມຂໍ້ນີ້ ວ່າແນວໃດ : ຝຸ່ນໜ້ອຍໜຶ່ງທີ່ເຮົາຕັກຂຶ້ນດ້ວຍປາຍເລັບນີ້ ກັບມະຫາປະຖະພີນີ້ ຂ້າງຝ່າຍໃດຈະຫຼາຍກວ່າກັນ ?
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ມະຫາປະຖະພີນັ້ນແຫຼະເປັນດິນທີ່ຫຼາຍກວ່າ. ຝຸ່ນໜ້ອຍໜຶ່ງ ເທົ່າທີ່ຊົງຕັກຂຶ້ນດ້ວຍປາຍພຣະນະຂາ (ເລັບ) ນີ້ເປັນຂອງມີປະມານໜ້ອຍ. ຝຸ່ນນັ້ນເມື່ອນໍາໄປທຽບກັບມະຫາປະຖະພີ ຍ່ອມບໍ່ເຖິງຊຶ່ງການຄໍານວນໄດ້ ປຽບທຽບໄດ້ ບໍ່ເຂົ້າເຖິງແມ່ນຊຶ່ງກະລະພາກ (ສ່ວນສ້ຽວ)”








