ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! (໒) ພິກຂຸ ເປັນຜູ້ ປະກອບພ້ອມດ້ວຍອົງຄ໌ຫົກ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ໄດ້ເຫັນຮູບດ້ວຍຕາ, ໄດ້ຟັງສຽງດ້ວຍຫູ. ໄດ້ດົມກິ່ນດ້ວຍດັງ, ໄດ້ຊີມຣົສດ້ວຍລີ້ນ, ໄດ້ສັມຜັສໂຜຕຖັພພະດ້ວຍກາຍ ແລະໄດ້ຮູ້ທັມມາຣົມດ້ວຍໃຈແລ້ວ ກໍເປັນຜູ້ບໍ່ດີໃຈ ບໍ່ເສຍໃຈ ມີອຸເປກຂາ ມີສະຕິ ມີສັມປະຊັນຍະຢູ່ໄດ້. ພິກຂຸ ທ. ! ພິກຂຸເຊັ່ນນີ້ ຊື່ວ່າເປັນຜູ້ປະກອບພ້ອມດ້ວຍອົງຄ໌ຫົກ.

ພິກຂຸ ທ. ! (໓) ພິກຂຸ ເປັນຜູ້ ມີອາຣັກຂາຢ່າງດຽວ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ປະກອບການຮັກສາຈິຕດ້ວຍສະຕິ. ພິກຂຸ ທ. ! ພິກຂຸ ເຊັ່ນນີ້ ຊື່ວ່າມີອາຣັກຂາຢ່າງດຽວ.

ພິກຂຸ ທ. ! (໔) ພິກຂຸ ເປັນຜູ້ ມີພະນັກອີງສີ່ດ້ານ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ພິຈາຣະນາແລ້ວ ເສບຂອງສິ່ງໜຶ່ງ, ພິຈາຣະນາແລ້ວ

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໑໓

ອົດກັ້ນຂອງສິ່ງໜຶ່ງ, ພິຈາຣະນາແລ້ວເວັ້ນຂາດຂອງສິ່ງໜຶ່ງ, ພິຈາຣະນາແລ້ວບັນເທົາຂອງສິ່ງໜຶ່ງ, ພິກຂຸ ທ. ! ພິກຂຸເຊັ່ນນີ້ ຊື່ວ່າເປັນຜູ້ມີພະນັກອີງສີ່ດ້ານ໑

ພິກຂຸ ທ. ! (໕) ພິກຂຸ ເປັນຜູ້ ຖອນຄວາມເຫັນວ່າຈິງ ດິ່ງໄປຄົນລະທາງຂຶ້ນເສຍແລ້ວ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ຖອນ ສະລະຄາຍປ່ອຍ ລະຖິ້ມເສຍແລ້ວ ຊຶ່ງຄວາມເຫັນວ່າຈິງ ດິ່ງໄປຄົນລະທາງຫຼາຍຢ່າງ ຂອງເຫຼົ່າສະມະນະພຣາມຫຼາຍຄົນດ້ວຍກັນ ທີ່ມີຄວາມເຫັນວ່າ “ໂລກທ່ຽງແດ່,ໂລກບໍ່ທ່ຽງແດ່, ໂລກມີທີ່ສຸດແດ່, ໂລກບໍ່ມີທີ່ສຸດແດ່, ຊີວະກໍອັນນັ້ນສະຣີຣະກໍອັນນັ້ນແດ່, ຊີວະກໍອັນອື່ນສະຣີຣະກໍອັນອື່ນແດ່, ຕະຖາຄົຕພາຍຫຼັງແຕ່ການຕາຍຍ່ອມມີອີກແດ່, ຕະຖາຄົຕພາຍຫຼັງແຕ່ການຕາຍ ຍ່ອມບໍ່ມີອີກແດ່, ຕະຖາຄົຕພາຍຫຼັງແຕ່ການຕາຍ ຍ່ອມມີອີກກໍມີບໍ່ມີອີກກໍມີແດ່, ຕະຖາຄົຕພາຍຫຼັງແຕ່ການຕາຍ ຍ່ອມມີອີກກໍຫາກບໍ່ຖືກບໍ່ມີອີກກໍຫາກບໍ່ແມ່່ນແດ່. ພິກຂຸ ທ. ! ພິກຂຸເຊັ່ນນີ້ ຊື່ວ່າເປັນຜູ້ຖອນຄວາມເຫັນວ່າຈິງ ດິ່ງໄປຄົນລະທາງ (ປັຈເຈກະສັຈຈະ) ຂຶ້ນເສຍແລ້ວ.

ພິກຂຸ ທ. ! (໖) ພິກຂຸ ເປັນຜູ້ ລະການສະແຫວງຫາສິ້ນເຊີງແລ້ວ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ລະການສະແຫວງຫາກາມແລ້ວ, ເປັນຜູ້ລະການສະແຫວງຫາພົບແລ້ວ. ແລະການສະແຫວງຫາພຣົມມະຈັນຣຍ໌ຂອງເຂົານັ້ນ ກໍລະງັບໄປແລ້ວ. ພິກຂຸ ທ. ! ພິກຂຸເຊັ່ນນີ້ ຊື່ວ່າ ເປັນຜູ້ລະການສະແຫວງຫາສິ້ນເຊີງແລ້ວ.

໑. ການພິຈາຣະນາແລ້ວເສບ ການພິຈາຣະນາແລ້ວອົດກັ້ນ ການພິຈະຣະນາແລ້ວງົດເວັ້ນ

ການພິຈະຣະນາແລ້ວບັນເທົາ ໃຫ້ເບິ່ງລາຍລະອຽດໃນໜ້າ ໖໓໐-໖໓໓ ແຫ່ງໜັງສືເຫຼັ້ມນີ້

໖໑໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! (໗) ພິກຂຸ ເປັນຜູ້ ມີຄວາມດຳຣິບໍ່ຂຸ່ນມົວ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ລະຄວາມດໍາຣິໃນທາງກາມເສຍແລ້ວ, ເປັນຜູ້ລະຄວາມດໍາຣິໃນທາງພະຍາບາດເສຍແລ້ວ, ແລະເປັນຜູ້ລະຄວາມດໍາຣິໃນທາງບຽດບຽນເສຍແລ້ວ. ພິກຂຸ ທ. ! ພິກຂຸເຊັ່ນນີ້ ຊື່ວ່າ ເປັນຜູ້ມີຄວາມດຳຣິບໍ່ຂຸ່ນມົວ.

ພິກຂຸ ທ. ! (໘) ພິກຂຸ ເປັນຜູ້ ມີກາຢະສັງຂາຣອັນສະຫງົບລະງັບແລ້ວ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເພາະລະສຸຂເສຍໄດ້ ເພາະລະທຸກຂ໌ເສຍໄດ້ ແລະເພາະຄວາມດັບຫາຍໄປແຫ່ງໂສມະນັດສະແລະໂທມະນັດສະໃນກາລກ່ອນ ຈຶ່ງບັນລຸຊານທີ ໔ ອັນບໍ່ມີທຸກຂ໌ແລະສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາດທີ່ບໍຣິສຸດ ເພາະອຸເປກຂາແລ້ວແລຢູ່. ພິກຂຸ ທ. ! ພິກຂຸເຊັ່ນນີ້ຊື່ວ່າ ເປັນຜູ້ມີກາຢະສັງຂາຣ ອັນສະຫງົບລະງັບແລ້ວ.

ພິກຂຸ ທ. ! (໙) ພິກຂຸ ເປັນຜູ້ ມີຈິຕຫຼຸດພົ້ນດ້ວຍດີ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ມີຈິຕຫຼຸດພົ້ນແລ້ວ ຈາກຣາຄະ ຈາກໂທສະ ຈາກໂມຫະ. ພິກຂຸ ທ. ! ພິກຂຸເຊັ່ນນີ້ ຊື່ວ່າ ເປັນຜູ້ມີຈິຕຫຼຸດພົ້ນດ້ວຍດີ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ