ອະຣິຍະສັຈພາກຕົ້ນ
ໜ້າ/ 382
ທ່ານເຫຼົ່າໃດ ບໍ່ມີການສັ່ງສົມ ຮູ້ຈັກການກິນ ການຢູ່ໄດ້ດີ ມີຄວາມພົ້ນຢ່າງວ່າງກິເລສເປັນໂຄຈອນ ມີຄວາມພົ້ນຢ່າງບໍ່ມີອັນໃດໃຫ້ໝາຍໄດ້ເປັນໂຄຈອນ. ຄະຕິທີ່ຈະໄປເບື້ອງໜ້າຂອງເຫຼົ່າທ່ານຜູ້ເຊັ່ນນັ້ນ ຍ່ອມຍາກທີ່ຈະບອກໃຫ້ຮູ້ກັນໄດ້ ເໝືອນທິດທາງໄປໃນອາກາດຂອງເຫຼົ່ານົກທັງຫຼາຍ ສະນັ້ນ.
ທ່ານຜູ້ດັບສິ້ນອາສະວະແລ້ວ ບໍ່ມີເລື່ອງຫຍຸ້ງກ່ຽວກັບອາຫາຣ ມີຄວາມພົ້ນຢ່າງວ່າງກິເລສເປັນໂຄຈອນ ມີຄວາມພົ້ນຢ່າງບໍ່ມີອັນໃດໃຫ້ໝາຍໄດ້ເປັນໂຄຈອນ. ເລື່ອງລາວກ່ຽວກັບຕົວທ່ານນັ້ນ ຍາກທີ່ຈະບອກໃຫ້ຮູ້ກັນໄດ້ ເໝືອນຮ່ອງຮອຍຂອງນົກບິນໃນອາກາດ ສະນັ້ນ.
ອິນຊີມີຕາ ຫູ ດັງ ເປັນຕົ້ນ ຂອງທ່ານຜູ້ໃດ ບໍ່ກໍ່ພິດ ຄືສະຫງົບ ລະງັບໄດ້ແລ້ວ ເໝືອນດັ່ງມ້າ ທີ່ສາຣະຖີເຂົາຝຶກດີແລ້ວ ເຖິງແມ່ນປວງເທວາ ແລະມະນຸສສ໌ ກໍຍັງນິຍົມຊົມຊອບ ຕໍ່ທ່ານຜູ້ນັ້ນ ທີ່ທ່ານໄດ້ລະມານະແລ້ວ ຫາອາສະວະກິເລສບໍ່ໄດ້ ທັງເປັນຜູ້ຄົງທີ່ຢູ່.
ທ່ານເຫຼົ່າໃດ ບໍ່ຈໍາເປັນຕ້ອງເຊື່ອໄປກັບຜູ້ອື່ນ ເຂົາຮູ້ແຈ້ງນິພພານ ທີ່ອັນໃດປຸງແຕ່ງໃຫ້ແປປ່ຽນບໍ່ໄດ້ ເປັນຜູ້ຕັດຮອຍຕໍ່ ຄືກິເລສ ທີ່ຈະຕໍ່ພົບຕໍ່ຊາດເປັນຜູ້ຍອມທໍາລາຍໂອກາດ ທີ່ຈະມີເພື່ອເອົາອັນໃດອີກ ແລະເປັນຜູ້ໝົດຄວາມຫວັງ, ເຫຼົ່າທ່ານຜູ້ເຊັ່ນນັ້ນແລ ເປັນອຸດົມບຸຣຸສ.
- ທ. ຂຸ. ໒໕/໒໗/໑໗.
ທ່ານຜູ້ໃດເລີກຂ້ອງໃຈ ໃນເລື່ອງທີ່ວ່າ ນີ້ແມ່ນຝັ່ງ ຫຼືບໍ່ແມ່ນຝັ່ງໜໍ ທີ່ວ່າຝັ່ງນັ້ນແນວໃດ ບໍ່ແມ່ນນັ້ນແນວໃດໜໍ ດັ່ງນີ້, ເປັນຜູ້ບໍ່ກະວົນກະວາຍໃຈໄດ້ແລ້ວ ເປັນຜູ້ແຍກໂຕອອກມາເສຍຈາກກິເລສາສະວະໄດ້ໝົດ ທ່ານຜູ້ເຊັ່ນນັ້ນແລ ເຮົາຕະຖາຄົຕ ເອີ້ນວ່າ ພຣາມແທ້.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໑໑
ຄວາມອາໄລຂອງທ່ານຜູ້ໃດ ບໍ່ມີເສຍແລ້ວ ຮູ້ທົ່ວເຖິງ ມີປົກກະຕິບໍ່ຕ້ອງຖາມຄົນອື່ນ ວ່າອັນໃດເປັນແນວໃດແລ້ວ, ເປັນຜູ້ຢັ່ງລົງສູ່ອະມະຕະ ມີປະໂຢຊນ໌ຕົນ ອັນເຖິງໂດຍລໍາດັບແລ້ວ, ເຮົາຕະຖາຄົຕ ເອີ້ນຜູ້ນັ້ນວ່າ ພຣາມແທ້.
- ທ. ຂຸ. ໒໕/໖໗-໗໐/໓໖.
ທ່ານຜູ້ໃດ ພິຈາຣະນາເຫັນໄດ້ແລ້ວ ໃນສະພາບທີ່ມີຍິ່ງ(ລື່ນ) ແລະມີຢ່ອນ(ຫຼຸດ) ໃນວິໄສໂລກ ບໍ່ໄດ້ໄຫວຫວັ່ນໄປໃນອາຣົມໃດໆ ໃນໂລກເລີຍ, ເປັນຜູ້ລະງັບສະຫງົບແລ້ວ ບໍ່ມີກິເລສຟຸ້ງໄຫງ່ກຸ້ມເໝືອນຄວັນ ບໍ່ມີຄວາມທຸກຂ໌ ຄວາມຄັບແຄ້ນແລ້ວ ເປັນຜູ້ບໍ່ຫວັງອັນໃດແລ້ວ, ເຮົາຕະຖາຄົຕ ກ່າວຜູ້ນັ້ນວ່າ ເປັນຜູ້ຂ້າມເສຍໄດ້ ຊຶ່ງຄວາມເກີດ ຄວາມແກ່ ດັ່ງນີ້.
- ຕິກ. ອັງ. ໒໐/໑໖໙/໔໗໑.
ທ່ານຜູ້ປະຕິບັຕຈົນສໍາເລັດກິດໃນພຣົມມະຈັນຣຍ໌ແລ້ວ ບໍ່ສະດຸ້ງຫວາດສຽວແລ້ວ ປາສະຈາກຕັນຫາແລ້ວ ໝົດກິເລສທີ່ຈະຈ່ອງ ເພື່ອຮັກສາມານະເສຍແລ້ວ ຕັດຮອນຄວາມທຸກຂ໌ ພຽງດັ່ງລູກສອນ ທີ່ຄອຍສຽບແທງໃນພົບໄດ້; ສໍາລັບທ່ານຜູ້ເຊັ່ນນີ້ ຮູບກາຍນີ້ ຊື່ວ່າສິ້ນສຸດກັນພຽງນີ້ (ເຮືອນຮ່າງນີ້ມີໃນທີ່ສຸດ).
- ທ. ຂຸ. ໒໕/໖໓/໓໔.
ທັມເປັນເຄື່ອງຢູ່ຂອງພຣະອະຣິຍະເຈົ້າ
(ອະຣິຍະວາສະ)
ພິກຂຸ ທ. ! ການຢູ່ແບບພຣະອະຣິຍະເຈົ້າ ຊຶ່ງພຣະອະຣິຍະເຈົ້າທັງຫຼາຍ ໄດ້ຢູ່ມາແລ້ວກໍດີ ກຳລັງຢູ່ໃນບັດນີ້ກໍດີ ຈະຢູ່ຕໍ່ໄປກໍດີ ມີເຄື່ອງຢູ່ສິບປະການເຫຼົ່ານີ້. ສິບປະການອັນໃດແດ່ໜໍ ? ສິບປະການຄື :-
໖໑໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ລະອົງຄ໌ຫ້າໄດ້ຂາດ, ປະກອບພ້ອມດ້ວຍອົງຄ໌ຫົກ, ມີອາຣັກຂາຢ່າງດຽວ, ມີພະນັກອີງສີ່ດ້ານ, ເປັນຜູ້ຖອນຄວາມເຫັນວ່າຈິງ ດິ່ງໄປຄົນລະທາງຂຶ້ນເສຍແລ້ວ, ເປັນຜູ້ລະການສະແຫວງຫາສິ້ນເຊີງແລ້ວ, ເປັນຜູ້ມີຄວາມດໍາຣິອັນບໍ່ຂຸ່ນມົວ, ເປັນຜູ້ມີກາຢະສັງຂາຣ ອັນສະຫງົບລະງັບແລ້ວ, ເປັນຜູ້ມີຈິຕຫຼຸດພົ້ນດ້ວຍດີ, ເປັນຜູ້ມີປັນຍາ ໃນຄວາມຫຼຸດພົ້ນດ້ວຍດີ.
ພິກຂຸ ທ. ! (໑) ພິກຂຸ ເປັນຜູ້ ລະອົງຄ໌ຫ້າໄດ້ຂາດ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ລະກາມະສັນທະ, ລະພະຍາບາດ, ລະຖີນະມິດທະ, ລະອຸດທັດຈະກຸກກຸດຈະ ແລະລະວິຈິກິດສາໄດ້ແລ້ວ. ພິກຂຸ ທ. ! ພິກຂຸເຊັ່ນນີ້ຊື່ວ່າ ເປັນຜູ້ລະອົງຄ໌ຫ້າໄດ້ຂາດ.








