ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! (໑໐) ພິກຂຸເປັນຜູ້ ມີປັນຍາໃນຄວາມຫຼຸດພົ້ນດ້ວຍດີ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມຮູ້ແຈ່ມແຈ້ງວ່າ “ເຮົາລະຣາຄະ ໂທສະ ໂມຫະເສຍແລ້ວ ຖອນຂຶ້ນໄດ້ໝົດທັງຮາກ ເຮັດໃຫ້ເໝືອນຕານຍອດເນົ່າ ບໍ່ໃຫ້ມີ ບໍ່ໃຫ້ເກີດໄດ້ອີກຕໍ່ໄປ” ດັ່ງນີ້. ພິກຂຸ ທ. ! ພິກຂຸເຊັ່ນນີ້ຊື່ວ່າ ເປັນຜູ້ມີປັນຍາໃນຄວາມຫຼຸດພົ້ນດ້ວຍດີ.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໑໕

ພິກຂຸ ທ. ! ໃນກາລະຍືດຍາວຝ່າຍ ອະດີຕ ພຣະອະຣິຍະເຈົ້າເຫຼົ່າໃດເຫຼົ່າໜຶ່ງໄດ້ເປັນຢູ່ແລ້ວ ຢ່າງພຣະອະຣິຍະເຈົ້າ; ພຣະອະຣິຍະເຈົ້າທັງໝົດເຫຼົ່ານັ້ນ ກໍໄດ້ເປັນຢູ່ແລ້ວ ໃນການຢູ່ຢ່າງພຣະອະຣິຍະເຈົ້າ ສິບປະການນີ້ ເໝືອນກັນ.

ພິກຂຸ ທ. ! ໃນກາລະຍືດຍາວຝ່າຍ ອະນາຄົຕ ພຣະອະຣິຍະເຈົ້າເຫຼົ່າໃດເຫຼົ່າໜຶ່ງ ຈະເປັນຢູ່ຢ່າງພຣະອະຣິຍະເຈົ້າ; ພຣະອະຣິຍະເຈົ້າທັງໝົດເຫຼົ່ານັ້ນ ກໍຈະເປັນຢູ່ ໃນການຢູ່ຢ່າງພຣະອະຣິຍະເຈົ້າ ສິບປະການນີ້ ເໝືອນກັນ.

ພິກຂຸ ທ. ! ໃນກາລະ ບັດນີ້ ພຣະອະຣິຍະເຈົ້າເຫຼົ່າໃດເຫຼົ່າໜຶ່ງ ກໍາລັງເປັນຢູ່ຢ່າງພຣະອະຣິຍະເຈົ້າ; ພຣະອະຣິຍະເຈົ້າທັງໝົດເຫຼົ່ານັ້ນ ກໍກໍາລັງເປັນຢູ່ ໃນການຢູ່ຢ່າງພຣະອະຣິຍະເຈົ້າ ສິບປະການນີ້ ເໝືອນກັນ.

ພິກຂຸ ທ. ! ການຢູ່ແບບພຣະອະຣິຍະເຈົ້າ ຊຶ່ງພຣະອະຣິຍະເຈົ້າທັງຫຼາຍ ໄດ້ຢູ່ມາແລ້ວກໍດີ ກໍາລັງຢູ່ໃນບັດນີ້ກໍດີ ຈະຢູ່ຕໍ່ໄປກໍດີ ມີເຄື່ອງຢູ່ສິບປະການເຫຼົ່ານີ້ແລ.

- ທສກ. ອັງ. ໒໔/໓໑-໓໔/໒໐.

ຜູ້ມີຄຸນລັກສະນະພິເສດຂອງພຣະອໍຣະຫັນຕ໌

ພິກຂຸ ທ. ! ພິກຂຸ ຜູ້ມີຄວາມສໍາເລັດເຖິງທີ່ສຸດ ມີຄວາມກະເສມຈາກໂຢຄະເຖິງທີ່ສຸດ ມີພຣົມມະຈັນຣຍ໌ເຖິງທີ່ສຸດ ເປັນຜູ້ຈົບກິດເຖິງທີ່ສຸດ ປະເສີດກວ່າເທວະດາແລະມະນຸສສ໌ທັງຫຼາຍ ຍ່ອມປະກອບດ້ວຍທັມ ໓ ປະການ. ທັມສາມປະການເຫຼົ່າໃດໜໍ ? ສາມປະການຄື ປະກອບດ້ວຍ ສີລະຂັນທ໌ອັນເປັນອະເສຂະ ດ້ວຍ ສະມາທິຂັນທ໌ອັນເປັນອະເສຂະ ດ້ວຍ ປັນຍາຂັນທ໌ອັນເປັນອະເສຂະ. ພິກຂຸ ທ. ! ພິກຂຸ ຜູ້ມີຄວາມສໍາເລັດເຖິງທີ່ສຸດ ມີຄວາມກະເສມຈາກໂຢຄະເຖິງທີ່ສຸດ

໖໑໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ມີພຣົມມະຈັນຣຍ໌ເຖິງທີ່ສຸດ ເປັນຜູ້ຈົບກິດເຖິງທີ່ສຸດ ປະເສີດກວ່າເທວະດາແລະມະນຸສສ໌ທັງຫຼາຍ ຍ່ອມປະກອບດ້ວຍທັມ ໓ ປະການ ເຫຼົ່ານີ້ ແລ.

ພິກຂຸ ທ. ! ພິກຂຸຜູ້ມີຄວາມສໍາເລັດເຖິງທີ່ສຸດ ມີຄວາມກະເສມຈາກໂຢຄະເຖິງທີ່ສຸດ ມີພຣົມມະຈັນຣຍ໌ເຖິງທີ່ສຸດ ເປັນຜູ້ຈົບກິດເຖິງທີ່ສຸດ ປະເສີດກວ່າເທວະດາແລະມະນຸສສ໌ທັງຫຼາຍ ຍ່ອມປະກອບດ້ວຍທັມສາມປະການ ແມ່ນວ່າອື່ນອີກ. ທັມສາມປະການ ແມ່ນວ່າອັນອື່ນອີກເຫຼົ່າໃດໜໍ ? ສາມປະການຄື ປະກອບດ້ວຍ ອິດທິປາຕິຫານ ດ້ວຍ ອາເທສະນາປາຕິຫານ ດ້ວຍ ອະນຸສາສະນີປາຕິຫານ. ພິກຂຸ ທ. ! ພິກຂຸ ຜູ້ມີຄວາມສໍາເລັດເຖິງທີ່ສຸດ ມີຄວາມກະເສມຈາກໂຢຄະເຖິງທີ່ສຸດ ມີພຣົມມະຈັນຣຍ໌ເຖິງທີ່ສຸດ ເປັນຜູ້ຈົບກິດເຖິງທີ່ສຸດ ປະເສີດກວ່າເທວະດາແລະມະນຸສສ໌ທັງຫຼາຍ ຍ່ອມປະກອບດ້ວຍທັມ ໓ ປະການ ເຫຼົ່ານີ້ ແລ.

- ເອກາທສກ. ອັງ. ໒໔/໓໕໓/໒໑໗.

(ຍັງມີຄຸນລັກສະນະພິເສດ ຂອງພຣະອໍຣະຫັນຕ໌ ຢ່າງອື່ນອອກໄປຈາກອະເສຂະທັມສາມ ແລະປາຕິຫານສາມເຫຼົ່ານີ້ອີກ ແຕ່ເຫັນວ່າບໍ່ຈໍາເປັນທີ່ຈະນໍາເອົາມາໃສ່ໄວ້ໃນບ່ອນນີ້).

ພຣະອໍຣະຫັນຕ໌ມີຄຸນລັກສະນະທີ່ໜ້າສົນໃຈ

(ຫຼັງຈາກ ທີ່ໄດ້ຕຣັດວ່າພຣະອໍຣະຫັນຕ໌ ເປັນຜູ້ເລີດໃນໂລກທັງປວງ ຍິ່ງກວ່າສັຕຕາວາສ ແລະພະວັຄຄະພຣົມແລ້ວ (ຂໍ້ຄວາມນັ້ນຢູ່ໃນຫົວຂໍ້ຖັດໄປຈາກຫົວຂໍ້ນີ້) ໄດ້ຕຣັດຂໍ້ຄວາມທີ່ປະພັນເປັນຄາຖາດັ່ງຕໍ່ໄປນີ້ :- )

ພຣະອໍຣະຫັນຕ໌ ທ. ທ່ານມີຄວາມສຸຂໜໍ,

ຕັນຫາຂອງທ່ານບໍ່ມີ, ທ່ານຖອນອັສສະມິມານະໝົດສິ້ນແລ້ວ,

ທ່ານທໍາລາຍຕາຂ່າຍແຫ່ງໂມຫະໄດ້ແລ້ວ, ທ່ານເຖິງຄວາມບໍ່ຫວັ່ນໄຫວແລ້ວ,

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໑໗

ຈິຕຂອງທ່ານນັ້ນບໍ່ຂຸ່ນມົວ, ບໍ່ມີອັນໃດສາບທາທ່ານໃຫ້ຕິດຢູ່ໃນໂລກ,

ທ່ານເປັນເໝືອນພຣົມ໑ ຜູ້ບໍ່ມີອາສະວະ, ຮອບຮູ້ຊຶ່ງເບັນຈະຂັນທ໌

ມີສັດທັມເຈັດ໒ ເປັນທີ່ໂຄຈອນ, ເປັນສັປບຸຣຸສ໓ ທີ່ໄດ້ຮັບການຍົກຍ້ອງ

ສັນເສີນ,

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ