ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ເມື່ອໃດແລ ພິກຂຸມາຮູ້ແຈ່ມແຈ້ງ ຕາມທີ່ເປັນຈິງແລ້ວ ຊຶ່ງຄວາມກໍ່ຂຶ້ນແຫ່ງອຸປາທານຂັນທ໌ຫ້າ, ຮູ້ແຈ່ມແຈ້ງຕາມທີ່ເປັນຈິງແລ້ວ ຊຶ່ງຄວາມຕັ້ງຢູ່ບໍ່ໄດ້ຂອງອຸປາທານຂັນທ໌ຫ້າ, ຮູ້ແຈ່ມແຈ້ງຕາມທີ່ເປັນຈິງແລ້ວ ຊຶ່ງສະເໜ່ແຫ່ງອຸປາທານຂັນທ໌ຫ້າ, ຮູ້ແຈ່ມແຈ້ງຕາມທີ່ເປັນຈິງແລ້ວ ຊຶ່ງໂທດແຫ່ງອຸປາທານຂັນທ໌ຫ້າ ແລະຮູ້ແຈ່ມແຈ້ງຕາມທີ່ເປັນຈິງແລ້ວ ຊຶ່ງອຸບາຍທີ່ອອກໄປໃຫ້ພົ້ນອຸປາທານຂັນທ໌ຫ້າ ດັ່ງນີ້ແລ້ວ ເປັນຜູ້ຫຼຸດພົ້ນແລ້ວ ເພາະບໍ່ມີຄວາມຢຶດໝັ້ນ;

໖໐໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸ ທ. ! ເມື່ອນັ້ນ ພິກຂຸນີ້ ເຮົາເອີ້ນວ່າ ເປັນພຣະອໍຣະຫັນຕ໌ ຜູ້ດັບສິ້ນອາສະວະແລ້ວ ຢູ່ຈົບພຣົມມະຈັນຣຍ໌ແລ້ວ ເຮັດກິດທີ່ຄວນເຮັດສໍາເລັດແລ້ວ ມີພາຣະອັນປົງລົງແລ້ວ ມີປະໂຢຊນ໌ຕົນອັນຕາມບັນລຸແລ້ວ ມີສັງໂຢຊນ໌ໃນພົບດັບສິ້ນໄປທັງໝົດແລ້ວ ເປັນຜູ້ຫຼຸດພົ້ນແລ້ວ ເພາະຮູ້ໂດຍຊອບດັ່ງນີ້ແລ.

- ຂັນທະ. ສັງ. ໑໗/໑໙໖/໒໙໗.

ບຸຄຄົລຜູ້ບັນລຸອະນຸປາທາປະຣິນິພພານ

(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໔໖໘, ໖໗໙)

ພິກຂຸ ທ. ! ອະນຸປາທາປະຣິນິພພານ ເປັນແນວໃດໜໍ ?

ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ປະຕິບັຕແລ້ວດັ່ງນີ້ ໄດ້ສະເພາະຊຶ່ງຄວາມເຂົ້າໄປເພັ່ງຢູ່ວ່າ “ຖ້າ (ປັຈຈັຍ) ບໍ່ເຄີຍມີ, (ຜົລ) ກໍຍ່ອມບໍ່ມີຢູ່ແກ່ເຮົາ; ຖ້າ(ປັຈຈັຍເພື່ອອະນາຄົຕ) ຈະບໍ່ມີຢູ່, (ຜົລໃນອະນາຄົຕ) ກໍຍ່ອມບໍ່ມີແກ່ເຮົາ. ສິ່ງໃດມີຢູ່ ສິ່ງໃດມີແລ້ວ ເຮົາຍ່ອມລະໄດ້ຊຶ່ງສິ່ງນັ້ນ.” ດັ່ງນີ້. ພິກຂຸນັ້ນ ບໍ່ກໍາໜັດໃນພົບ ບໍ່ເກາະກ່ຽວໃນສາມພົບ ຍ່ອມເຫັນຊຶ່ງບົດອັນຍິ່ງຂຶ້ນໄປ ທີ່ມີຢູ່ດ້ວຍປັນຍາອັນຊອບ ວ່າເປັນບົດອັນສະຫງົບ ລະງັບ; ແລະບົດນັ້ນແລ ເປັນບົດອັນເຂົາເຮັດໃຫ້ແຈ້ງແລ້ວ ໝົດສິ້ນໂດຍປະການທັງປວງ; ມານານຸສັຍ ກໍເປັນອັນພິກຂຸນັ້ນ ລະຂາດແລ້ວທັງມວນ ໂດຍປະການທັງປວງ; ພະວະຣາຄານຸສັຍ ກໍເປັນອັນພິກຂຸນັ້ນ ລະຂາດແລ້ວທັງມວນ ໂດຍປະການທັງປວງ; ອະວິຊຊານຸສັຍ ກໍເປັນອັນພິກຂຸນັ້ນ ລະຂາດແລ້ວທັງມວນ ໂດຍປະການທັງປວງ; ເຂົານັ້ນເຮັດໃຫ້ແຈ້ງ ຊຶ່ງເຈໂຕວິມຸຕຕິປັນຍາວິມຸຕຕິ ອັນບໍ່ມີອາສະວະ ເພາະຄວາມສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງ ໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່.

ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອະນຸປາທາປະຣິນິພພານ.

- ສັຕຕະກະ. ອັງ. ໒໓/໗໔/໕໒.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໐໙

ພຣະອໍຣະຫັນຕ໌ຄືຜູ້ເປັນອະເສຂະ

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທີ່ກ່າວໆກັນວ່າ ‘ອະເສຂະ-ອະເສຂະ’ ດັ່ງນີ້ ພິກຂຸຊື່ວ່າ ເປັນ ອະເສຂະ ດ້ວຍເຫຕພຽງເທົ່າໃດ ? ຂ້ານ້ອຍ !”

ພິກຂຸ ! ພິກຂຸໃນທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍສັມມາທິຕຖິຊະນິດເປັນອະເສຂະ, ສັມມາສັງກັບປະຊະນິດເປັນອະເສຂະ, ສັມມາວາຈາຊະນິດເປັນອະເສຂະ, ສັມມາກັມມັນຕະຊະນິດເປັນອະເສຂະ, ສັມມາອາຊີວະຊະນິດເປັນອະເສຂະ, ສັມມາວາຢາມະຊະນິດເປັນອະເສຂະ, ສັມມາສະຕິຊະນິດເປັນອະເສຂະ, ສັມມາສະມາທິຊະນິດເປັນອະເສຂະ, ສັມມາຍານະຊະນິດເປັນອະເສຂະ ແລະສັມມາວິມຸຕຕິຊະນິດເປັນອະເສຂະ.

ພິກຂຸ ! ພິກຂຸທີ່ຊື່ວ່າເປັນ ພຣະອະເສຂະ (ອະຣະຫັນຕະ) ຍ່ອມມີໄດ້ ດ້ວຍເຫຕພຽງເທົ່ານີ້ ແລ.

- ທສກ. ອັງ. ໒໔/໒໓໗/໑໑໑.

ລັກສະນະທົ່ວໄປຂອງຄວາມເປັນພຣະອໍຣະຫັນຕ໌

ຄວາມຮ້ອນເອົ້າໝົດຄວາມສຸຂ ຍ່ອມມີບໍ່ໄດ້ແກ່ທ່ານ ຜູ້ຈອນສຸດທາງສາຍໄກແລ້ວ, ມີບໍ່ໄດ້ແກ່ຜູ້ບໍ່ຮູ້ຈັກເສົ້າໂສກ, ມີບໍ່ໄດ້ແກ່ຜູ້ໄດ້ພົ້ນແລ້ວໃນທຸກໆ ສິ່ງ; ແລະຄວາມຮ້ອນເອົ້າໝົດຄວາມສຸຂ ຍ່ອມມີບໍ່ໄດ້ແກ່ຜູ້ລະກິເລສເຄື່ອງຮ້ອຍຮັດໄດ້ແລ້ວ ທຸກກໍລະນີ.

ເຫຼົ່າທ່ານຜູ້ມີສະຕິສົມບູນ ຍ່ອມສົ່ງຕົນໄປເສຍໄດ້ ບໍ່ຕິດໃຈຍິນດີໃນຖິ່ນທີ່ຢູ່ ລະອາໄລ ແລະສິ່ງທີ່ເຮັດໃຫ້ອາໄລເສຍໄດ້ ດຸດດັ່ງຫົງສ໌ ເຈີດບິນ ລະເປືອກຕົມໄປເສຍ ສະນັ້ນ.

໖໑໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ