ອະຣິຍະສັຈພາກຕົ້ນ
ໜ້າ/ 382
(໕) ສາຣີບຸຕ ! ບຸຄຄົລບາງຄົນໃນກໍລະນີນີ້ ເປັນຜູ້ເຮັດໄດ້ເຕັມທີ່ໃນສ່ວນສີລ ເຮັດໄດ້ເຕັມທີ່ໃນສ່ວນສະມາທິ ແຕ່ເຮັດໄດ້ພໍປະມານໃນສ່ວນປັນຍາ. ເພາະເຮັດສັນໂຍຊນ໌ ໕ ຢ່າງໃນເບື້ອງຕົ້ນໃຫ້ດັບສິ້ນໄປ, ບຸຄຄົລນັ້ນເປັນ ອະນາຄາມີ ຜູ້ມີກະແສໃນເບື້ອງເທິງໄປເຖິງອະກະນິຕຖະພົບ. ສາຣີບຸຕ ! ນີ້ເປັນບຸຄຄົລຜູ້ມີເຊື້ອເຫຼືອພວກທີ ໕ ທີ່ເມື່ອຕາຍ ກໍພົ້ນແລ້ວຈາກນະຣົກ ຈາກກໍາເນີດເດຣັດສານ ຈາກວິໄສແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕ.
(໖) ສາຣີບຸຕ ! ບຸຄຄົລບາງຄົນໃນກໍລະນີນີ້ ເປັນຜູ້ເຮັດໄດ້ເຕັມທີ່ໃນສ່ວນສີລ ແຕ່ເຮັດໄດ້ພໍປະມານໃນສ່ວນສະມາທິ ເຮັດໄດ້ພໍປະມານໃນສ່ວນປັນຍາ.
໖໐໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ເພາະເຮັດສັນໂຍຊນ໌ ໓ ຢ່າງໃຫ້ດັບສິ້ນໄປ, ແລະເພາະມີຣາຄະ ໂທສະ ໂມຫະ ເບົາບາງໜ້ອຍລົງ, ເປັນ ສະກະທາຄາມີ ຍັງຈະມາສູ່ໂລກນີ້ອີກຄັ້ງດຽວເທົ່ານັ້ນ ແລ້ວເຮັດທີ່ສຸດແຫ່ງທຸກຂ໌ໄດ້. ສາຣີບຸຕ ! ນີ້ເປັນບຸຄຄົລ ຜູ້ມີເຊື້ອເຫຼືອພວກທີ ໖ ທີ່ເມື່ອຕາຍ ກໍພົ້ນແລ້ວຈາກນະຣົກ ຈາກກໍາເນີດເດຣັດສານ ຈາກວິໄສແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕ.
(໗) ສາຣີບຸຕ ! ບຸຄຄົລບາງຄົນໃນກໍລະນີນີ້ ເປັນຜູ້ເຮັດໄດ້ເຕັມທີ່ໃນສ່ວນສີລ ແຕ່ເຮັດໄດ້ພໍປະມານໃນສ່ວນສະມາທິ ເຮັດໄດ້ພໍປະມານໃນສ່ວນປັນຍາ. ເພາະເຮັດສັນໂຍຊນ໌ ໓ ຢ່າງໃຫ້ດັບສິ້ນໄປ, ບຸຄຄົລນັ້ນເປັນໂສດາບັນຜູ້ມີພືດຄັ້ງດຽວ ຄືຈະເກີດໃນພົບແຫ່ງມະນຸສສ໌ຄັ້ງດຽວເທົ່ານັ້ນ ແລ້ວເຮັດທີ່ສຸດແຫ່ງທຸກຂ໌ໄດ້. ສາຣີບຸຕ ! ນີ້ເປັນບຸຄຄົລຜູ້ມີເຊື້ອເຫຼືອ ພວກທີ ໗ ທີ່ເມື່ອຕາຍ ກໍພົ້ນແລ້ວຈາກນະຣົກ ຈາກກໍາເນີດເດຣັດສານ ຈາກວິໄສແຫ່ງເປຕ ຈາກອະບາຍ ທຸຄະຕິວິນິບາຕ.
(໘) ສາຣີບຸຕ ! ບຸຄຄົລບາງຄົນໃນກໍລະນີນີ້ ເປັນຜູ້ເຮັດໄດ້ເຕັມທີ່ໃນສ່ວນສີລ ແຕ່ເຮັດໄດ້ພໍປະມານໃນສ່ວນສະມາທິ ເຮັດໄດ້ພໍປະມານໃນສ່ວນປັນຍາ. ເພາະເຮັດສັນໂຍຊນ໌ ໓ ຢ່າງໃຫ້ດັບສິ້ນໄປ, ບຸຄຄົລຜູ້ນັ້ນເປັນ ໂສດາບັນ ຜູ້ຕ້ອງທ່ອງທ່ຽວໄປສູ່ສະກຸນ ໒ ຫຼື ໓ ຄັ້ງ ແລ້ວເຮັດທີ່ສຸດແຫ່ງທຸກຂ໌ໄດ້. ສາຣີບຸຕ ! ນີ້ເປັນບຸຄຄົລ ຜູ້ມີເຊື້ອເຫຼືອພວກທີ ໘ ທີ່ເມື່ອຕາຍກໍພົ້ນແລ້ວຈາກນະຣົກ ຈາກກໍາເນີດເດຣັດສານ ຈາກວິໄສແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕ.
(໙) ສາຣີບຸຕ ! ບຸຄຄົລບາງຄົນໃນກໍລະນີນີ້ ເປັນຜູ້ເຮັດໄດ້ເຕັມທີ່ໃນສ່ວນສີລ ແຕ່ເຮັດໄດ້ພໍປະມານໃນສ່ວນສະມາທິ ເຮັດໄດ້ພໍປະມານໃນສ່ວນປັນຍາ. ເພາະເຮັດສັນໂຍຊນ໌ ໓ ຢ່າງໃຫ້ດັບສິ້ນໄປ, ບຸຄຄົລນັ້ນເປັນ ໂສດາບັນ ຜູ້ຕ້ອງທ່ຽວໄປໃນເທວະດາແລະມະນຸສສ໌ອີກ ໗ ຄັ້ງ ໂດຍຢ່າງຫຼາຍ ແລ້ວເຮັດທີ່ສຸດແຫ່ງທຸກຂ໌ໄດ້. ສາຣີບຸຕ !
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໐໗
ນີ້ເປັນບຸຄຄົລ ຜູ້ມີເຊື້ອເຫຼືອພວກທີ່ ໙ ທີ່ເມື່ອຕາຍ ກໍພົ້ນແລ້ວຈາກນະຣົກ ຈາກກໍາເນີດເດຣັດສານ ຈາກວິໄສແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕ.
ສາຣີບຸຕ ! ປະຣິບພາຊົກລັດທິອື່ນ ຍັງອ່ອນຄວາມຮູ້ ບໍ່ສະຫຼາດ ຈະຮູ້ໄດ້ແນວໃດກັນ ວ່າໃຜມີເຊື້ອເຫຼືອ ໃຜບໍ່ມີເຊື້ອເຫຼືອ. ສາຣີບຸຕ ! ບຸຄຄົລເຫຼົ່ານີ້ແລ ທີ່ມີເຊື້ອເຫຼືອ ໙ ຈໍາພວກ ເມື່ອຕາຍໄປກໍພົ້ນແລ້ວຈາກນະຣົກ ຈາກກໍາເນີດເດຣັດສານ ຈາກວິໄສແຫ່ງເປຕ ຈາກອະບາຍ ທຸຄະຕິ ວິນິບາຕ.
ສາຣີບຸຕ ! ທັມປະຣິຍາຍຂໍ້ນີ້ ຍັງບໍ່ເຄີຍສະແດງໃຫ້ປາກົດ ແກ່ໝູ່ພິກຂຸ ພິກຂຸນີ ອຸປາສົກ ອຸປາສິກາທັງຫຼາຍມາແຕ່ກາລະກ່ອນ. ຂໍ້ນັ້ນ ເພາະເຫຕໃດໜໍ ? ເພາະເຮົາເຫັນວ່າ ຖ້າເຂົາເຫຼົ່ານັ້ນ ໄດ້ຟັງທັມປະຣິຍາຍຂໍ້ນີ້ແລ້ວ ຈະພາກັນເກີດຄວາມປະມາດ; ອັນໜຶ່ງໜໍ ທັມປະຣິຍາຍເຊັ່ນນີ້ ເປັນທັມປະຣິຍາຍທີ່ເຮົາກ່າວ ຕໍ່ເມື່ອຖືກຖາມເຈາະຈົງເທົ່ານັ້ນ; ດັ່ງນີ້ແລ.
- ນວກ. ອັງ. ໒໓/໓໙໓/໒໑໖.
ພຣະອໍຣະຫັນຕ໌ຮູ້ຈັກປັນຈຸປາທານັກຂັນທ໌ແຈ່ມແຈ້ງແລ້ວຫຼຸດພົ້ນ








