ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ບຸຄຄົລ ຜູ້ເປັນ ກາຢັສສະເພທາສະສັງຂາຣະປະຣິນິບພາຢີ ເປັນແນວໃດໜໍ ?
ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ມີປົກກະຕິຕາມເຫັນຄວາມບໍ່ງາມໃນກາຍ ເປັນຜູ້ມີສັນຍາວ່າປະຕິກູນໃນອາຫາຣ ມີສັນຍາວ່າບໍ່ແມ່ນສິ່ງໜ້າຍິນດີໃນໂລກທັງປວງ ມີປົກກະຕິຕາມເຫັນວ່າບໍ່ທ່ຽງໃນສັງຂາຣທັງປວງ ແລະມີມໍຣະນະສັນຍາ ອັນຕັ້ງໄວ້ດີແລ້ວໃນພາຍໃນ. ເຂົາອາໄສທັມເປັນກໍາລັງແຫ່ງພຣະເສຂະທັງຫ້າເຫຼົ່ານີ້ຢູ່ ຄື ສັດທາພະລະ ຫິຣິພະລະ ໂອຕຕັບປະພະລະ ວິຣິຢະພະລະ ປັນຍາພະລະ. ອິນຊີທັງຫ້າເຫຼົ່ານີ້ຂອງເຂົາ ເປັນທັມມີກໍາລັງອ່ອນ ປາກົດຢູ່, ກ່າວຄື ສັທທິນຊີ ວິຣິຢິນຊີ ສະຕິນຊີ ສະມາທິນຊີ ປັນຍິນຊີ.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໙໙
ພິກຂຸນັ້ນ ເພາະເຫຕທີ່ອິນຊີທັງຫ້າເຫຼົ່ານີ້ ເປັນທັມມີກຳລັງອ່ອນ ຈຶ່ງເປັນຜູ້ກາຢັສສະເພທາສະສັງຂາຣະປະຣິນິບພາຢີ.
ພິກຂຸ ທ. ! ເຊັ່ນນີ້ແລ ບຸຄຄົລຜູ້ເປັນ ກາຢັສສະເພທາສະສັງຂາຣະປະຣິນິບພາຢີ (ຜູ້ມີສັງຂາຣທັມສໍາລັບການປະຣິນິພພານເມື່ອກາຍແຕກ !).
- ຈຕຸກກະ. ອັງ. ໒໑/໒໑໐/໑໖໙.
ຄ. ຜູ້ທິຕເຖວະທັມເມອະສັງຂາຣະປະຣິນິບພາຢີ
ພິກຂຸ ທ. ! ບຸຄຄົລຜູ້ເປັນ ທິຕເຖວະທັມເມອະສັງຂາຣະປະຣິນິບພາຢີ ເປັນແນວໃດໜໍ ?
ພິກຂຸ ທ. ! ພິກຂຸໃນກໍລະນີນີ້....ເຂົ້າເຖິງປະຖົມມະຊານ....ເຂົ້າເຖິງທຸຕິຍະຊານ....ເຂົ້າເຖິງຕະຕິຍະຊານ....ເຂົ້າເຖິງຈະຕຸຕຖະຊານ....ແລ້ວແລຢູ່. ເຂົາອາໄສທັມເປັນກໍາລັງແຫ່ງພຣະເສຂະທັງຫ້າເຫຼົ່ານີ້ຢູ່ ຄື ສັດທາພະລະ ຫິຣິພະລະ ໂອຕຕັບປະພະລະ ວິຣິຢະພະລະ ປັນຍາພະລະ. ອິນຊີທັງຫ້າເຫຼົ່ານີ້ຂອງເຂົາ ກໍເປັນທັມມີປະມານຍິ່ງ ປາກົດຢູ່, ກ່າວຄື ສັທທິນຊີ ວິຣິຢິນຊີ ສະຕິນຊີ ສະມາທິນຊີ ປັນຍິນຊີ. ພິກຂຸນັ້ນ ເພາະເຫຕທີ່ອິນຊີທັງຫ້າເຫຼົ່ານີ້ ເປັນທັມມີປະມານຍິ່ງ ຈຶ່ງເປັນຜູ້ທິຕເຖວະທັມເມອະສັງຂາຣະປະຣິນິບພາຢີ.
ພິກຂຸ ທ. ! ເຊັ່ນນີ້ແລ ບຸຄຄົລຜູ້ເປັນທິຕເຖວະທັມເມອະສັງຂາຣະປະຣິນິບພາຢີ (ຜູ້ບໍ່ຕ້ອງໃຊ້ສັງຂາຣທັມສໍາລັບການປະຣິນິພພານໃນທິຕຖະທັມນີ້ແລ).
- ຈຕຸກກະ. ອັງ. ໒໒໑໐/໑໖໙.
໖໐໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ງ. ຜູ້ກາຢັສສະເພທາອະສັງຂາຣະປະຣິນິບພາຢີ
ພິກຂຸ ທ. ! ບຸຄຄົລຜູ້ເປັນ ກາຢັສສະເພທາອະສັງຂາຣະປະຣິນິບພາຢີ ເປັນແນວໃດໜໍ ?
ພິກຂຸ ທ. ! ພິກຂຸໃນກໍລະນີນີ້....ເຂົ້າເຖິງປະຖົມມະຊານ....ເຂົ້າເຖິງທຸຕິຍະຊານ....ເຂົ້າເຖິງຕະຕິຍະຊານ....ເຂົ້າເຖິງຈະຕຸຕຖະຊານ....ແລ້ວແລຢູ່, ເຂົາອາໄສທັມເປັນກໍາລັງແຫ່ງພຣະເສຂະທັງຫ້າເຫຼົ່ານີ້ຢູ່ ຄື ສັດທາພະລະ ຫິຣິພະລະ ໂອຕຕັບປະພະລະ ວິຣິຢະພະລະ ປັນຍາພະລະ. ອິນຊີທັງຫ້າເຫຼົ່ານີ້ຂອງເຂົາ ເປັນທັມມີກໍາລັງອ່ອນ ປາກົດຢູ່, ກ່າວຄື ສັທທິນຊີ ວິຣິຢິນຊີ ສະຕິນຊີ ສະມາທິນຊີ ປັນຍິນຊີ. ພິກຂຸນັ້ນ ເພາະເຫຕທີ່ອິນຊີທັງຫ້າເຫຼົ່ານີ້ ເປັນທັມມີກໍາລັງອ່ອນ ຈຶ່ງເປັນຜູ້ກາຢັສສະເພທາອະສັງຂາຣະປະຣິນິບພາຢີ.
ພິກຂຸ ທ. ! ເຊັ່ນນີ້ແລ ບຸຄຄົລຜູ້ເປັນກາຢັສສະເພທາອະສັງຂາຣະປະຣິນິບພາຢີ (ຜູ້ບໍ່ຕ້ອງໃຊ້ສັງຂາຣທັມສໍາລັບການປະຣິນິພພານເມື່ອກາຍແຕກ).
- ຈຕຸກກະ. ອັງ. ໒໑/໒໑໑/໑໖໙.
ອຸປະມາການຝຶກຊ້າງເສິກດ້ວຍການຝຶກຕົນຂອງອະຣິຍະສາວົກ
ພິກຂຸ ທ. ! ຊ້າງຕົ້ນປະກອບດ້ວຍຄຸນສົມບັດສີ່ ສົມຄວນແກ່ພຣະຣາຊາຈະໃຊ້ສອຍ ຈັດໄດ້ວ່າເປັນອັງຄາພະຍົບ (ສ່ວນປະກອບແຫ່ງອົງຄ໌) ຂອງພຣະຣາຊາ. ສີ່ຢ່າງແນວໃດໜໍ ? ໃນກໍລະນີນີ້ ສີ່ຢ່າງຄື ຊ້າງຕົ້ນ ເປັນຊ້າງຮູ້ຟັງ ຮູ້ປະຫານ ຮູ້ອົດທົນ ຮູ້ໄປ.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໐໑
ພິກຂຸ ທ. ! ຊ້າງຕົ້ນທີ່ຮູ້ຟັງ ເປັນແນວໃດໜໍ ? ພິກຂຸ ທ. ! ຊ້າງຕົ້ນໃນກໍລະນີນີ້, ຄວານຊ້າງ ສັ່ງໃຫ້ເຮັດການອັນໃດທີ່ເຄີຍເຮັດ ຫຼືບໍ່ເຄີຍເຮັດກໍຕາມ, ຍ່ອມຕັ້ງໃນໃຈຢ່າງທົ່ວເຖິງ ລວບລວມຈິຕທັງໝົດ ມາງ່ຽງໂສຕະຄອຍສະດັບ. ເຊັ່ນນີ້ແລ ເອີ້ນວ່າ ຊ້າງຕົ້ນທີ່ຮູ້ຟັງ.








