ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ຊ້າງຕົ້ນທີ່ຮູ້ປະຫານ ເປັນແນວໃດໜໍ ? ພິກຂຸ ທ. ! ຊ້າງຕົ້ນໃນກໍລະນີນີ້ ເຂົ້າສູ່ສົງຄາມແລ້ວ ຍ່ອມປະຫານຊ້າງແດ່ ຜູ້ຢູ່ເທິງຫຼັງຊ້າງແດ່ ປະຫານມ້າແດ່ ປະຫານຜູ້ຢູ່ເທິງຫຼັງມ້າແດ່ ຍ່ອມປະຫານລົດແດ່ ຄົນປະຈໍາລົດແດ່ ຍ່ອມປະຫານພົນຍ່າງຕີນແດ່, ເຊັ່ນນີ້ແລ ເອີ້ນວ່າ ຊ້າງຕົ້ນທີ່ຮູ້ປະຫານ.
ພິກຂຸ ທ. ! ຊ້າງຕົ້ນທີ່ຮູ້ອົດທົນ ເປັນແນວໃດໜໍ ? ພິກຂຸ ທ. ! ຊ້າງຕົ້ນໃນກໍລະນີນີ້ ເຂົ້າສູ່ສົງຄາມແລ້ວ ອົດທົນຕໍ່ການປະຫານດ້ວຍຫອກ ດ້ວຍດາບ ດ້ວຍລູກສອນ ອົດທົນຕໍ່ສຽງກຶກກ້ອງແຫ່ງກອງບັນເດາະ ສັງຂ໌ ແລະມະຫາຣະທຶກ. ເຊັ່ນນີ້ແລ ເຊັ່ນວ່າ ຊ້າງຕົ້ນທີ່ຮູ້ອົດທົນ.
ພິກຂຸ ທ. ! ຊ້າງຕົ້ນທີ່ຮູ້ໄປ ເປັນແນວໃດໜໍ ? ພິກຂຸ ທ. ! ຊ້າງຕົ້ນໃນກໍລະນີນີ້, ຄວານຊ້າງຈະສົ່ງໄປສູ່ທິດໃດ ທີ່ເຄີຍໄປ ຫຼືບໍ່ເຄີຍໄປກໍຕາມ, ຍ່ອມໄປສູ່ທິດນັ້ນໄດ້ໂດຍໄວ. ເຊັ່ນນີ້ແລ ເອີ້ນວ່າ ຊ້າງຕົ້ນທີ່ຮູ້ໄປ.
ພິກຂຸ ທ. ! ຊ້າງຕົ້ນປະກອບດ້ວຍຄຸນສົມບັດ ໔ ຢ່າງ ເຫຼົ່ານີ້ແລ ສົມຄວນແກ່ພຣະຣາຊາຈະໃຊ້ສອຍ ຈັດໄດ້ວ່າເປັນອັງຄາພະຍົບຂອງພຣະຣາຊາ.
ພິກຂຸ ທ. ! ເຊັ່ນໃດກໍເຊັ່ນນັ້ນ ທີ່ພິກຂຸປະກອບດ້ວຍຄຸນນະທັມ ໔ ປະການຍ່ອມເປັນອາຫຸເນີຍຍະບຸຄຄົລ ປາຫຸເນີຍຍະບຸຄຄົລ ທັກຂິເນີຍຍະບຸຄຄົລ ອັນຊະລິກະຣະນີຍະບຸຄຄົລ ແລະເປັນຜືນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ.
໖໐໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຄຸນນະທັມ ໔ ປະການແນວໃດໜໍ ? ສີ່ປະການໃນກໍລະນີນີ້ ຄື ພິກຂຸເປັນຜູ້ຮູ້ຟັງ ຮູ້ປະຫານ ຮູ້ອົດທົນ ແລະຮູ້ໄປ.
ພິກຂຸ ທ. ! ພິກຂຸທີ່ຮູ້ຟັງ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້, ເມື່ອທັມວິນັຍ ອັນຕະຖາຄົຕປະກາດແລ້ວ ອັນບຸຄຄົລສະແດງຢູ່. ຍ່ອມຕັ້ງໃນໃຈຢ່າງທົ່ວເຖິງ ລວບລວມຈິຕທັງໝົດ ມາງ່ຽງໂສຕະຄອຍສະດັບຟັງທັມຢູ່. ເຊັ່ນນີ້ແລ ເອີ້ນວ່າ ພິກຂຸທີ່ຮູ້ຟັງ.
ພິກຂຸ ທ. ! ພິກຂຸທີ່ຮູ້ປະຫານ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມບໍ່ຢູ່ເສີຍ ຍ່ອມລະ ຍ່ອມບັນເທົາ ຍ່ອມເຮັດໃຫ້ດັບສິ້ນໄປ ຍ່ອມເຮັດໃຫ້ບໍ່ມີ ຊຶ່ງກາມະວິຕົກ....ພະຍາປາທະວິຕົກ....ວິຫິງສາວິຕົກ ອັນເກີດຂຶ້ນແລ້ວ; ຍ່ອມບໍ່ຢູ່ເສີຍ ຍ່ອມລະ ຍ່ອມບັນເທົາ ຍ່ອມເຮັດໃຫ້ດັບສິ້ນໄປ ຍ່ອມເຮັດໃຫ້ບໍ່ມີ ຊຶ່ງອະກຸສົລທັມອັນລາມົກທັງຫຼາຍ ອັນເກີດຂຶ້ນແລ້ວ ແລະເກີດຂຶ້ນແລ້ວ. ເຊັ່ນນີ້ແລ ເອີ້ນວ່າ ພິກຂຸທີ່ຮູ້ປະຫານ.
ພິກຂຸ ທ. ! ພິກຂຸທີ່ຮູ້ອົດທົນ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ອົດທົນຕໍ່ຄວາມໜາວ ຄວາມຮ້ອນ ຄວາມຫິວ ຄວາມກະຫາຍ ຕໍ່ສັມຜັສແຫ່ງເຫຼືອກ ຍຸງ ລົມ ແດດ ແລະສັຕເລືອຄານທັງຫຼາຍ ຕໍ່ແນວແຫ່ງຖ້ອຍຄໍາອັນຫຍາບຄາຍໂຫດຮ້າຍ ເປັນຜູ້ມີຊາດແຫ່ງບຸຄຄົລຜູ້ອົດກັ້ນ ຕໍ່ເວທະນາທາງກາຍ ອັນເກີດຂຶ້ນແລ້ວຢ່າງເປັນທຸກຂ໌ຮ້າຍແຮງ ແສບຮ້ອນ ບໍ່ໜ້າຍິນດີ ບໍ່ໜ້າພໍໃຈ ເໝືອນກັບວ່າຈະນໍາເອົາໄປເສຍຊຶ່ງລົມປານ. ເຊັ່ນນີ້ແລເອີ້ນວ່າ ພິກຂຸທີ່ຮູ້ອົດທົນ.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໖໐໓
ພິກຂຸ ທ. ! ພິກຂຸທີ່ຮູ້ໄປ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້, ທິດໃດ ອັນເຂົາບໍ່ເຄີຍໄປ ຕະຫຼອດກາລະນານດົນເຖິງພຽງນີ້ ກ່າວຄືນິພພານ ອັນເປັນບ່ອນລະງັບແຫ່ງສັງຂາຣທັງປວງ ເປັນບ່ອນສະລັດຄືນຊຶ່ງອຸປະທິທັງປວງ ເປັນທີ່ດັບສິ້ນໄປແຫ່ງຕັນຫາ ປາສະຈາກຄວາມກໍາໜັດ ເປັນບ່ອນດັບໂດຍບໍ່ເຫຼືອ, ເຂົາເປັນຜູ້ໄປສູ່ທິດນັ້ນໄດ້ໂດຍໄວນັ້ນແລ. ເຊັ່ນນີ້ແລ ເອີ້ນວ່າ ພິກຂຸທີ່ຮູ້ໄປ.
ພິກຂຸ ທ. ! ພິກຂຸ ປະກອບດ້ວຍຄຸນນະທັມ ໔ ປະການ ເຫຼົ່ານີ້ແລ ຍ່ອມເປັນອາຫຸເນີຍຍະບຸຄຄົລ ປາຫຸເນີຍຍະບຸຄຄົລ ທັກຂິເນີຍຍະບຸຄຄົລ ອັນຊະລິກະຣະນີຍະບຸຄຄົລ ແລະເປັນຜືນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ.
- ຈຕຸກກະ. ອັງ. ໒໑/໑໕໖-໑໕໘/໑໑໔.
ບຸຄຄົລທີ່ມີເຊື້ອເຫຼືອ ໙ ຈຳພວກ








