ອະຣິຍະສັຈພາກຕົ້ນ
ໜ້າ/ 382
ເປັນບຸຄຄົລຜູ້ ມີທັມອັນບໍ່ຮູ້ເສື່ອມ (ອະປະຣິຫານະທັມໂມ);
ທຸກຂ໌ດັບໄປ ທຸກຂັ້ນຕອນແຫ່ງການປະພຶດ ທີ່ປະພຶດແລ້ວ;
ເປັນບຸຄຄົລຜູ້ ປະກອບດ້ວຍອະສາທາຣະນະຍານ (ທີ່ບໍ່ທົ່ວໄປແກ່ພວກອື່ນ) ;
ເປັນບຸຄຄົລຜູ້ ເຫັນທັມທີ່ເປັນເຫຕ; ແລະ
ເຫັນທັມທັງຫຼາຍ ທີ່ເກີດມາແຕ່ເຫຕ.
ພິກຂຸ ທ. ! ເຫຼົ່ານີ້ແລ ອານິສົງສ໌ ໖ ປະການ ແຫ່ງການເຮັດໃຫ້ແຈ້ງ ຊຶ່ງໂສດາປັຕຕິຜົລ.
- ສັກກ. ອັງ. ໒໒/໔໙໐/໓໖໘.
ພຣະອະຣິຍະບຸຄຄົລລະສັນໂຍຊນ໌ໄດ້ຕ່າງກັນ
ພິກຂຸ ທ. ! ບຸຄຄົລ ໔ ຈໍາພວກເຫຼົ່ານີ້ ມີຢູ່ໃນໂລກ ຫາໄດ້ໂລກ. ສີ່ຈໍາພວກເຫຼົ່າໃດແດ່ ? ສີ່ຈໍາພວກຄື :-
(໑) ບຸຄຄົລ ບາງຄົນໃນໂລກນີ້ ມີສັນໂຍຊນ໌ສ່ວນເບື້ອງຕໍ່າທັງຫຼາຍ ທີ່ຍັງລະບໍ່ໄດ້, ມີສັນໂຍຊນ໌ໂຕເຫຕໃຫ້ຕ້ອງເກີດອີກ ທີ່ຍັງລະບໍ່ໄດ້, ແລະມີສັນໂຍຊນ໌ໂຕເຫຕໃຫ້ຕ້ອງມີພົບ ທີ່ຍັງລະບໍ່ໄດ້.
(໒) ບຸຄຄົລ ບາງຄົນໃນໂລກນີ້ ລະສັນໂຍຊນ໌ສ່ວນເບື້ອງຕໍ່າທັງຫຼາຍໄດ້ແລ້ວ ແຕ່ມີສັນໂຍຊນ໌ໂຕເຫຕໃຫ້ຕ້ອງເກີດອີກ ທີ່ຍັງລະບໍ່ໄດ້, ມີສັນໂຍຊນ໌ໂຕເຫຕໃຫ້ຕ້ອງມີພົບ ທີ່ຍັງລະບໍ່ໄດ້.
(໓) ບຸຄຄົລ ບາງຄົນໃນໂລກນີ້ ລະສັນໂຍຊນ໌ສ່ວນເບື້ອງຕໍ່າທັງຫຼາຍໄດ້ແລ້ວ ທັງຍັງລະສັນໂຍຊນ໌ໂຕເຫຕໃຫ້ມີການເກີດອີກໄດ້ດ້ວຍ, ແຕ່ມີສັນໂຍຊນ໌ໂຕເຫຕໃຫ້ຕ້ອງມີພົບ ທີ່ຍັງລະບໍ່ໄດ້.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໙໗
(໔) ບຸຄຄົລບາງຄົນໃນໂລກນີ້ ລະສັນໂຍຊນ໌ເບື້ອງຕໍ່າທັງຫຼາຍໄດ້ແລ້ວ ລະສັນໂຍຊນ໌ໂຕເຫຕໃຫ້ຕ້ອງເກີດອີກໄດ້ແລ້ວ ແລະຍັງລະສັນໂຍຊນ໌ໂຕເຫຕໃຫ້ຕ້ອງມີພົບໄດ້ອີກດ້ວຍ.
(ປະເພດທີ ໑) ພິກຂຸ ທ. ! ພຣະສະກະທາຄາມີນີ້ແລ ເປັນຜູ້ຍັງລະສັນໂຍຊນ໌ ສ່ວນເບື້ອງຕໍ່າທັງຫຼາຍບໍ່ໄດ້ທັງໝົດ ລະສັນໂຍຊນ໌ໂຕເຫຕໃຫ້ຕ້ອງເກີດອີກຍັງບໍ່ໄດ້ ແລະລະສັນໂຍຊນ໌ໂຕເຫຕໃຫ້ຕ້ອງມີພົບ ຍັງບໍ່ໄດ້.
(ປະເພດທີ ໒) ພິກຂຸ ທ. ! ພຣະອະນາຄາມີ ພວກທີ່ມີກະແສໃນເບື້ອງເທິງ ໄປສູ່ອະກະນິຕຖະພົບ ນີ້ແລ ເປັນຜູ້ລະສັນໂຍຊນ໌ເບື້ອງຕໍ່າທັງຫຼາຍໄດ້ທັງໝົດ ແຕ່ຍັງລະສັນໂຍຊນ໌ໂຕເຫຕໃຫ້ຕ້ອງເກີດອີກບໍ່ໄດ້ ແລະລະສັນໂຍຊນ໌ໂຕເຫຕໃຫ້ຕ້ອງມີພົບຍັງບໍ່ໄດ້.
(ປະເພດທີ ໓) ພິກຂຸ ທ. ! ພຣະອະນາຄາມີ ພວກທີ່ຈະປະຣິນິພພານໃນລະຫວ່າງ ນີ້ແລ ເປັນຜູ້ລະສັນໂຍຊນ໌ ເບື້ອງຕໍ່າທັງຫຼາຍໄດ້ດ້ວຍ ລະສັນໂຍຊນ໌ໂຕເຫຕໃຫ້ຕ້ອງເກີດອີກໄດ້ດ້ວຍ ແຕ່ຍັງລະສັນໂຍຊນ໌ໂຕເຫຕໃຫ້ມີພົບບໍ່ໄດ້.
(ປະເພດທີ ໔) ພິກຂຸ ທ. ! ພຣະອໍຣະຫັນຕ໌ຂີນາສົບ ນີ້ແລ ເປັນຜູ້ທີ່ລະສັນໂຍຊນ໌ເບື້ອງຕໍ່າທັງຫຼາຍໄດ້ ລະສັນໂຍຊນ໌ໂຕເຫຕໃຫ້ຕ້ອງເກີດອີກໄດ້ ແລະຍັງລະສັນໂຍຊນ໌ໂຕເຫຕໃຫ້ຕ້ອງມີພົບໄດ້ອີກດ້ວຍ.
ພິກຂຸ ທ. ! ເຫຼົ່ານີ້ ຄືບຸຄຄົລ ໔ ຈໍາພວກ ມີຢູ່ໃນໂລກ ຫາໄດ້ໃນໂລກ.
- ຈຕຸກກະ. ອັງ. ໒໑/໑໘໑/໑໓໑.
ພຣະອະຣິຍະບຸຄຄົລຜູ້ຕ້ອງໃຊ້ສັງຂາຣທັມຕ່າງກັນ ສີ່ປະເພດ
(ເລື່ອງຄວນເບິ່ງປະກອບໃນອຣິຍ.ໂອ. ປາຍໜ້າ໑໔໒໗-໑໔໒໙)
ກ. ຜູ້ທິຕເຖວະທັມເມສະສັງຂາຣະປະຣິນິບພາຢີ
ພິກຂຸ ທ. ! ບຸຄຄົລຜູ້ເປັນ ທິຕເຖວະທັມເມສະສັງຂາຣະປະຣິນິບພາຢີ ເປັນແນວໃດໜໍ ?
໕໙໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ມີປົກກະຕິຕາມເຫັນຄວາມບໍ່ງາມໃນກາຍ ເປັນຜູ້ມີສັນຍາວ່າປະຕິກູນໃນອາຫາຣ ມີສັນຍາວ່າບໍ່ແມ່ນສິ່ງໜ້າຍິນດີໃນໂລກທັງປວງ ມີປົກກະຕິຕາມເຫັນວ່າບໍ່ທ່ຽງໃນສັງຂາຣທັງປວງ ແລະມີມໍຣະນະສັນຍາ ອັນຕັ້ງໄວ້ດີແລ້ວໃນພາຍໃນ. ເຂົາອາໄສທັມເປັນກໍາລັງແຫ່ງພຣະເສຂະທັງຫ້າເຫຼົ່ານີ້ຢູ່ ຄື ສັດທາພະລະ ຫິຣິພະລະ ໂອຕຕັບປະພະລະ ວິຣິຢະພະລະ ປັນຍາພະລະ. ອິນຊີທັງຫ້າເຫຼົ່ານີ້ຂອງເຂົາ ກໍເປັນທັມມີປະມານຍິ່ງ ປາກົດຢູ່, ກ່າວຄື ສັທທິນຊີ ວິຣິຢິນຊີ ສະຕິນຊີ ສະມາທິນຊີ ປັນຍິນຊີ. ພິກຂຸຜູ້ນັ້ນ ເພາະເຫຕທີ່ອິນຊີທັງຫ້າເຫຼົ່ານີ້ ເປັນທັມມີປະມານອັນຍິ່ງ ຈຶ່ງເປັນຜູ້ທິຕເຖວະທັມເມສະສັງຂາຣະປະຣິນິບພາຢີ.
ພິກຂຸ ທ. ! ເຊັ່ນນີ້ແລ ບຸຄຄົລຜູ້ເປັນ ທິຕເຖວະທັມເມສະສັງຂາຣະປະຣິນິບພາຢີ (ຜູ້ມີສັງຂາຣທັມສໍາລັບການປະຣິນິພພານໃນທິຕຖະທັມນີ້ແລ !).
- ຈຕຸກກະ. ອັງ. ໒໑/໒໐໙/໑໖໙.
ຂ. ຜູ້ກາຢັສສະເພທາສະສັງຂາຣະປະຣິນິບພາຢີ








