ອະຣິຍະສັຈພາກຕົ້ນ
ໜ້າ/ 382
(ສູຕເບື້ອງເທິງນີ້ (: ໑໗/໒໗໘/໔໖໙) ຊົງສະແດງອາຣົມແຫ່ງອະນິຈຈັງເປັນຕົ້ນ ດ້ວຍທັມ ໖ ຢ່າງຄື ອາຍະຕະນະພາຍໃນຫົກ; ໃນສູຕຖັດໄປ ຊົງສະແດງອາຣົມນັ້ນ ດ້ວຍອາຍະຕະນະພາຍນອກຫົກຄື ຮູບ ສຽງ ກິ່ນ ຣົສ ໂຜຕຖັພພະ ທັມມາຣົມກໍມີ, ສະແດງດ້ວຍວິນຍານຫົກກໍມີ, ດ້ວຍສັມຜັສຫົກກໍມີ, ດ້ວຍເວທະນາຫົກກໍມີ, ດ້ວຍສັນຍາຫົກກໍມີ, ດ້ວຍສັນເຈຕະນາຫົກກໍມີ, ດ້ວຍຕັນຫາຫົກກໍມີ, ດ້ວຍທາຕຫົກກໍມີ ແລະດ້ວຍຂັນທ໌ຫ້າກໍມີ; ຊົງສະແດງໄວ້ດ້ວຍຫຼັກການປະຕິບັຕແນວດຽວກັນ).
໕໙໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຄວາມເປັນພຣະໂສດາບັນບໍ່ອາດແປປ່ຽນ
ພິກຂຸ ທ. ! ແມ່ນແຕ່ມະຫາພູຕະຮູບສີ່ ກ່າວຄືທາຕດິນ ນໍ້າ ໄຟ ລົມ ກໍຍັງມີຄວາມແປປ່ຽນເປັນຢ່າງອື່ນໄປໄດ້. ແຕ່ເຫຼົ່າອະຣິຍະສາວົກໃນທັມວິນັຍນີ້ ຜູ້ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວໃນອົງຄ໌ພຣະພຸດທະເຈົ້າ.... ໃນອົງຄ໌ພຣະທັມ.... ໃນອົງຄ໌ພຣະສົງຄ໌.... ຍ່ອມບໍ່ມີຄວາມແປປ່ຽນເປັນຢ່າງອື່ນເລີຍ. ຂໍ້ທີ່ວ່າຜູ້ປະກອບພ້ອມແລ້ວດ້ວຍຄວາມ ເຫຼື້ອມໃສອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວໃນອົງຄ໌ພຣະພຸດທະເຈົ້າເປັນຕົ້ນນັ້ນ ຍັງຈະມີການແປປ່ຽນໄປເປັນເສຍຢ່າງອື່ນ ຈົນເຂົ້າເຖິງນະຣົກກໍດີ ກໍາເນີດເດຣັດສານກໍດີ ວິສັຍແຫ່ງເປຕກໍດີ ດັ່ງນີ້ນັ້ນ ບໍ່ແມ່ນເປັນຖານະທີ່ຈະມີໄດ້ເລີຍ.
ພິກຂຸ ທ. ! ເຖິງແມ່ນມະຫາພູຕະຮູບສີ່ ກ່າວຄືທາຕດິນ ນໍ້າ ໄຟ ລົມ ກໍຍັງມີຄວາມແປປ່ຽນເປັນອື່ນໄປໄດ້, ແຕ່ເຫຼົ່າອະຣິຍະສາວົກໃນທັມວິນັຍນີ້ ຜູ້ປະກອບພ້ອມແລ້ວດ້ວຍສີລທັງຫຼາຍ ຊະນິດເປັນທີ່ພໍໃຈຂອງເຫຼົ່າອະຣິຍະເຈົ້າ ຍ່ອມບໍ່ມີຄວາມແປປ່ຽນເປັນຢ່າງອື່ນໄດ້ເລີຍ. ຂໍ້ທີ່ວ່າ ຜູ້ປະກອບພ້ອມແລ້ວດ້ວຍສີລທັງຫຼາຍ ຊະນິດເປັນທີ່ພໍໃຈຂອງເຫຼົ່າອະຣິຍະເຈົ້ານັ້ນ ຍັງຈະມີການແປປ່ຽນໄປ ເປັນເສຍຢ່າງອື່ນ ຈົນເຂົ້າເຖິງນະຣົກກໍດີ ກໍາເນີດເດຣັດສານກໍດີ ວິສັຍແຫ່ງເປຕກໍດີ ດັ່ງນີ້ ນັ້ນບໍ່ແມ່ນເປັນຖານະທີ່ຈະມີໄດ້ເລີຍ.
- ມຫາວາຣ. ສັງ. ໑໙/໔໕໗/໑໔໙໕-໖.
ຄວາມເປັນໂສດາບັນປະເສີດກວ່າເປັນພຣະເຈົ້າຈັກກະພັດ
ພິກຂຸ ທ. ! ເຖິງແມ່ນວ່າ ພຣະເຈົ້າຈັກກະພັດ ໄດ້ຄອງຄວາມເປັນໃຫຍ່ຍິ່ງແຫ່ງທະວີບທັງສີ່ ເບື້ອງໜ້າຈາກການຕາຍ ເພາະຮ່າງກາຍແຕກດັບ ອາດໄດ້ເຂົ້າເຖິງສຸຄະຕິ ໂລກສະຫວັນ ເປັນສະຫາຍຢູ່ຮ່ວມກັບເຫຼົ່າເທວະດາຊັ້ນດາວະດຶງ
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໙໕
ຖືກຫຸ້ມລ້ອມຢູ່ດ້ວຍໝູ່ນາງອັບປະສອບ ໃນສວນນັນທະວັນ ທ້າວເຈົ້າເປັນຜູ້ເອີບອີ່ມ ພຽບພ້ອມດ້ວຍກາມະຄຸນທັງຫ້າ ອັນເປັນຂອງທິບດັ່ງນີ້ກໍຕາມ, ແຕ່ເຖິງຢ່າງນັ້ນ ທ້າວເຈົ້າກໍຍັງ ລອດພົ້ນໄປບໍ່ໄດ້ຈາກ ນະຣົກ ຈາກກໍາເນີດເດຣັດສານ ຈາກວິສັຍແຫ່ງເປຕ ແລະຈາກອະບາຍ ທຸຄະຕິ ວິນິບາຕ.
ພິກຂຸ ທ. ! ສ່ວນອະຣິຍະສາວົກໃນທັມວິນັຍນີ້ ເຖິງແມ່ນເປັນຜູ້ຍັງອັຕຕະພາບ ໃຫ້ພໍເປັນໄປດ້ວຍຄໍາເຂົ້າ ທີ່ໄດ້ມາຈາກບິນທະບາຕ ດ້ວຍສັນແຂ່ງຂອງຕົນເອງ ພັນກາຍດ້ວຍການນຸ່ງຫົ່ມຜ້າເກົ່າໆບໍ່ມີຊາຍ, ຫາກແຕ່ວ່າ ເປັນຜູ້ປະກອບພ້ອມແລ້ວດ້ວຍທັມ ໔ ປະການ ເຂົາກໍຍັງສາມາດ ລອດພົ້ນເສຍໄດ້ ຈາກນະຣົກ ຈາກກໍາເນີດເດຣັດສານ ຈາກວິສັຍແຫ່ງເປຕ ແລະຈາກອະບາຍ ທຸຄະຕິວິນິບາຕ.
ພິກຂຸ ທ. ! ທັມ ໔ ປະການນັ້ນເປັນແນວໃດ ? ສີ່ປະການຄື ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວໃນອົງຄ໌ພຣະພຸດທະເຈົ້າ... ໃນອົງຄ໌ພຣະທັມ ... ໃນອົງຄ໌ພຣະສົງຄ໌... ເປັນຜູ້ປະກອບພ້ອມແລ້ວ ດ້ວຍສີລທັງຫຼາຍ ຊະນິດເປັນທີ່ພໍໃຈຂອງເຫຼົ່າອະຣິຍະເຈົ້າ ຯລຯ ດັ່ງນີ້.
ພິກຂຸ ທ. ! ລະຫວ່າງ ການໄດ້ທະວີບທັງສີ່ ກັບການໄດ້ທັມ ໔ ປະການນີ້ນັ້ນ ການໄດ້ທະວີບທັງສີ່ ມີຄ່າບໍ່ເຖິງສ້ຽວທີສິບຫົກ ຂອງການໄດ້ທັມ ໔ ປະການນີ້ເລີຍ.
- ມຫາວາຣ. ສັງ. ໑໙/໔໒໘-໔໒໙/໑໔໑໑-໑໔໑໓.
ຜົລແຫ່ງຄວາມເປັນໂສດາບັນ
ພິກຂຸ ທ. ! ອານິສົງສ໌ ແຫ່ງການເຮັດໃຫ້ແຈ້ງ ຊຶ່ງໂສດາປັຕຕິຜົລ ໖ ຢ່າງເຫຼົ່ານີ້ ມີຢູ່, ຫົກຢ່າງເຫຼົ່າໃດໜໍ ? ຫົກຢ່າງຄື :-
໕໙໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ເປັນບຸຄຄົລຜູ້ ທ່ຽງແທ້ຕໍ່ສັດທັມ (ສັດທັມມະນິຢະໂຕ);








