ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ເມື່ອໃດອະຣິຍະສາວົກ ຮູ້ແຈ່ມແຈ້ງຕາມເປັນຈິງ ຊຶ່ງຄວາມເກີດຂຶ້ນ (ສະມຸທະຢະ) ຊຶ່ງຄວາມຕັ້ງຢູ່ບໍ່ໄດ້ (ອັຕຖັງຄະມະ) ຊຶ່ງສະເໜ່ (ອັສສາທະ) ຊຶ່ງໂທດອັນຕໍ່າຊ້າ (ອາທີນະວະ) ແລະຊຶ່ງອຸບາຍເຄື່ອງອອກ (ນິສສະຣະນະ) ແຫ່ງອິນຊີຫົກເຫຼົ່ານີ້; ພິກຂຸ ທ. ! ອະຣິຍະສາວົກນີ້ ເຮົາເອີ້ນວ່າ ເປັນໂສດາບັນ ມີອັນບໍ່ຕົກຕໍ່າເປັນທັມມະດາ ເປັນຜູ້ທ່ຽງແທ້ຕໍ່ພຣະນິພພານ ຈະຕຣັສຮູ້ພ້ອມໃນເບື້ອງໜ້າ.
- ມຫາວາຣ. ສັງ. ໑໙/໒໗໑/໙໐໒.
ພິກຂຸ ທ. ! ອິນຊີຫົກເຫຼົ່ານີ້ ມີຢູ່. ຫົກເຫຼົ່າໃດໜໍ ? ຫົກຄື ຈັກຂຸນຊີ ໂສຕິນຊີ ຄານິນຊີ ຊິວຫິນຊີ ກາຢິນຊີ ມະນິນຊີ.
ພິກຂຸ ທ. ! ເມື່ອໃດ ພິກຂຸ ຮູ້ແຈ່ມແຈ້ງຕາມເປັນຈິງ ຊຶ່ງຄວາມເກີດຂຶ້ນ ຊຶ່ງຄວາມຕັ້ງຢູ່ບໍ່ໄດ້ ຊຶ່ງສະເໜ່ ຊຶ່ງໂທດອັນຕໍ່າຊ້າ ແລະຊຶ່ງອຸບາຍເຄື່ອງອອກ ແຫ່ງອິນຊີຫົກເຫຼົ່ານີ້ ດັ່ງນີ້ແລ້ວ ເປັນຜູ້ຫຼຸດພົ້ນແລ້ວ ເພາະບໍ່ມີຄວາມຢຶດໝັ້ນ.
໕໙໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ພິກຂຸນີ້ ເຮົາເອີ້ນວ່າ ເປັນພຣະອໍຣະຫັນຕ໌ ຜູ້ມີອາສະວະດັບສິ້ນແລ້ວ ຢູ່ຈົບພຣົມມະຈັນຣຍ໌ແລ້ວ ເຮັດກິດທີ່ຄວນເຮັດສໍາເລັດແລ້ວ ມີພາຣະອັນປົງລົງແລ້ວ ມີປະໂຍຊນ໌ຕົນອັນຕາມເຖິງແລ້ວ ມີສັນໂຍຊນ໌ໃນພົບດັບສິ້ນໄປໝົດແລ້ວ ເປັນຜູ້ຫຼຸດພົ້ນແລ້ວ ເພາະຮູ້ໂດຍຊອບ ດັ່ງນີ້ແລ.
- ມຫາວາຣ. ສັງ. ໑໙/໒໗໒/໙໐໔.
(ສູຕຂ້າງເທິງນີ້ ຊົງສະແດງອິນຊີ ໂດຍອາຍະຕະນະພາຍໃນຫົກ; ຍັງມີສູຕອື່ນ (໑໙/໒໗໕/໙໑໔-໙໑໘) ຊົງສະແດງອິນຊີໂດຍເວທະນາຫ້າ ຄື ສຸຂິນຊີ ທຸກຂິນຊີ ໂສມະນັດສິນຊີ ໂທມະນັດສິນຊີ ອຸເປກຂິນຊີ, ດັ່ງນີ້ກໍມີ.)
ຜູ້ລວມຢູ່ໃນກຸ່ມໂສດາບັນ ໓ ຈຳພວກ
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໖໗໐, ໖໗໑; ໃນປະຕິຈຈ.ໂອ. ໜ້າ ໕໓໘ ໃນອຣິຍ. ໂອ. ປາຍໜ້າ ໑໐໗໘, ໑໐໘໖)
ກ. ສັດທານຸສາຣີ
ພິກຂຸ ທ. ! ຈັກຂຸ....ໂສຕະ....ຄານະ....ຊິວຫາ....ກາຢະ....ມະນະ ເປັນສິ່ງບໍ່ທ່ຽງ ມີຄວາມແປປ່ຽນເປັນປົກກະຕິ ມີຄວາມປ່ຽນເປັນຢ່າງອື່ນເປັນປົກກະຕິ. ພິກຂຸ ທ. ! ບຸຄຄົລໃດ ມີຄວາມເຊື່ອ ນ້ອມຈິຕໄປໃນທັມ ໖ ຢ່າງນີ້ດ້ວຍອາການດັ່ງນີ້; ບຸຄຄົລນີ້ ເຮົາເອີ້ນວ່າ ເປັນສັດທານຸສາຣີ ຢັ່ງລົງສູ່ສັມມັຕຕະນິຍາມ (ລະບົບແຫ່ງຄວາມຖືກຕ້ອງ) ຢັ່ງລົງສູ່ສັບປຸຣິສະພູມ (ພູມແຫ່ງສັຕບຸຣຸສ) ຂ້າມພົ້ນປຸຖຸຊົນພູມ ບໍ່ອາດທີ່ຈະເຮັດກັມ ອັນເຮັດແລ້ວ ຈະເຂົ້າເຖິງນະຣົກ ກໍາເນີດເດຣັດສານ ຫຼືເປຕະວິໄສ ແລະບໍ່ຍ່ອມທີ່ຈະທໍາກາລະ ກ່ອນແຕ່ທີ່ຈະເຮັດໃຫ້ແຈ້ງ ຊຶ່ງໂສດາປັຕຕິຜົລ.
ຂ. ທັມມານຸສາຣີ
ພິກຂຸ ທ. ! ທັມ ໖ ຢ່າງເຫຼົ່ານີ້ ທົນຕໍ່ການເພັ່ງ ໂດຍປະມານອັນຍິ່ງ ແຫ່ງປັນຍາຂອງບຸຄຄົລໃດ ດ້ວຍອາການດັ່ງນີ້; ບຸຄຄົລນີ້ເຮົາເອີ້ນວ່າ ທັມມານຸສາຣີ
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໙໓
ຢັ່ງລົງສູ່ສັມມັຕຕະນິຍາມ ຢັ່ງລົງສູ່ສັປປຸຣິສະພູມ ຂ້າມພົ້ນປຸຖຸຊົນພູມ ບໍ່ອາດທີ່ຈະເຮັດກັມ ອັນເຮັດແລ້ວຈະເຂົ້າເຖິງນະຣົກ ກໍາເນີດເດຣັດສານ ຫຼືເປຕະວິໄສ ແລະບໍ່ຍ່ອມທີ່ຈະທໍາກາລະ ກ່ອນແຕ່ທີ່ຈະເຮັດໃຫ້ແຈ້ງ ຊຶ່ງໂສດາປັຕຕິຜົລ.
ຄ. ໂສຕາປັນນະ
ພິກຂຸ ທ. ! ບຸຄຄົລໃດ ຍ່ອມຮູ້ ຍ່ອມເຫັນ ໃນຊຶ່ງທັມ ໖ ຢ່າງເຫຼົ່ານີ້ ດ້ວຍອາການດັ່ງນີ້ (ຕາມທີ່ກ່າວແລ້ວໃນຂໍ້ເທິງ ມີຄວາມເຫັນຄວາມບໍ່ທ່ຽງເປັນຕົ້ນ); ບຸຄຄົລນີ້ເຮົາເອີ້ນວ່າ ໂສດາບັນ (ຜູ້ເຖິງແລ້ວຊຶ່ງກະແສ) ຜູ້ມີອັນບໍ່ຕົກຕໍ່າ ເປັນທັມມະດາ (ອະວິນິປາຕະທັມມະ) ເປັນຜູ້ທ່ຽງແທ້ຕໍ່ພຣະນິພພານ (ນິຢະຕະ) ມີສັມໂພທິເປັນເບື້ອງໜ້າ (ສັມໂພທິປະຣາຢະນະ).
- ຂັນທະ. ສັງ. ໑໗/໒໗໘/໔໖໙.
ສາຣີບຸຕ ! ອະຣິຍະອັຕຖັງຄິກະມັຄຄະນີ້ ນັ້ນແຫຼະ ຊື່ວ່າ ກະແສ (ໂສຕະ) ໄດ້ແກ່ ສັມມາທິຕຖິ ສັມມາສັງກັບປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ.
- ມຫາວາຣ. ສັງ. ໑໙/໔໓໕/໑໔໓໑.








