ອະຣິຍະສັຈພາກຕົ້ນ
ໜ້າ/ 382
ປອມທຽມເອົາດ້ວຍຜ້າແພເນື້ອຂີ້ຮ້າຍ ເປື້ອນຂີ້ຄວັນໄຟວ່າ ‘ນີ້ທ່ານຜູ້ຈະເຣີນ ! ນີ້ເປັນຜ້າຂາວແພເນື້ອດີ ເປັນຂອງງົດງາມ ປາສະຈາກມົນທິນ ເປັນຜ້າສະອາດ’ ມາດົນແທ້ແລ້ວ”, ອຸປະມານີ້ເຊັ່ນໃດ ; ມາຄັນທິຍາ ! ອຸປະໄມກໍເຊັ່ນນັ້ນເໝືອນກັນ, ຄືເຮົາສະແດງທັມແກ່ທ່ານວ່າ “ເຊັ່ນນີ້ເປັນຄວາມບໍ່ມີໂຣຄາ, ເຊັ່ນນີ້ເປັນນິພພານ” ດັ່ງນີ້ ; ທ່ານຈະຍ່ອມຮູ້ຈັກຄວາມບໍ່ມີໂຣຄາ ຈະຍ່ອມເຫັນນິພພານໄດ້ ກໍຕໍ່ເມື່ອທ່ານລະຄວາມເພີດເພີນ ແລະຄວາມກໍາໜັດ ໃນອຸປາທານັກຂັນທ໌ທັງຫ້າເສຍໄດ້ ພ້ອມກັບການເກີດຂຶ້ນແຫ່ງທັມມະຈັກຂຸຂອງທ່ານ ; ແລະຄວາມຮູ້ສຶກຈະຍ່ອມເກີດຂຶ້ນແກ່ທ່ານວ່າ “ທ່ານຜູ້ຈະເຣີນເອີຍ ! ດົນແທ້ໜໍ, ທີ່ເຮົາຖືກຈິຕນີ້ຄົດໂກງ ລໍ້ລວງ ປີ້ນປ່າຍ ຈຶ່ງວ່າ ເຮົາເມື່ອຈະຢຶດຖື ກໍຢຶດຖືເອົາແລ້ວ ຊຶ່ງຮູບ ຊຶ່ງເວທະນາ ຊຶ່ງສັນຍາ ຊຶ່ງສັງຂາຣ ແລະຊຶ່ງວິນຍານນັ້ນເອງ, ເພາະຄວາມຢຶດຖືເປັນຕົ້ນເຫຕ ພົບຈຶ່ງມີແກ່ເຮົາ, ເພາະພົບເປັນຕົ້ນເຫຕ ຊາດຈຶ່ງມີແກ່ເຮົາ, ເພາະຊາດເປັນຕົ້ນເຫຕ ຊະຣາມໍຣະນະ ໂສກະ ປະຣິເທວະ ທຸກຂະ ໂທມະນັດສະ ແລະອຸປາຍາສະ ຈຶ່ງເກີດຂຶ້ນພ້ອມໜ້າ. ຄວາມເກີດຂຶ້ນແຫ່ງກອງທຸກຂ໌ທັງມວນນັ້ນ ຍ່ອມມີໄດ້ດ້ວຍອາການເຊັ່ນນີ້,” ດັ່ງນີ້ແລ.
- ມ. ມ. ໑໓/໒໘໔/໒໙໐.
ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໑໙
- ໒ -
ຊີວິຕມະນຸສສ໌ກັບຈະຕຸຣາຣິຢະສັຈຈະ
ມະນຸສສ໌ສ່ວນຫຼາຍໄດ້ຢຶດຖືເອົາທີ່ເພິ່ງຜິດໆ
ມະນຸສສ໌ທັງຫຼາຍສ່ວນໃຫຍ່ຖືກພັຍ (ຄວາມຢ້ານ) ຮຸກຮານເອົາແລ້ວ ຍ່ອມຢຶດຖືເອົາພູເຂົາແດ່ ປ່າໄມ້ທີ່ສັກສິດແດ່ ສວນສັກສິດແດ່ ຣຸກຂະເຈດີແດ່ ວ່າເປັນທີ່ເພິ່ງຂອງຕົນໆ : ນັ້ນບໍ່ແມ່ນທີ່ເພິ່ງອັນສ້າງຄວາມກະເສມໃຫ້ໄດ້ເລີຍ, ນັ້ນບໍ່ແມ່ນທີ່ເພິ່ງອັນສູງສຸດ ; ຜູ້ໃດຖືເອົາສິ່ງນັ້ນໆ ເປັນທີ່ເພິ່ງແລ້ວ ຍ່ອມບໍ່ຫຼຸດພົ້ນໄປຈາກທຸກຂ໌ທັງປວງໄດ້.
ສ່ວນຜູ້ໃດ ທີ່ເຖິງພຣະພຸດ ພຣະທັມ ພຣະສົງຄ໌ ເປັນທີ່ເພິ່ງແລ້ວ ເຫັນອະຣິຍະສັຈຈ໌ທັງສີ່ ດ້ວຍປັນຍາອັນຖືກຕ້ອງ ຄືເຫັນທຸກຂ໌, ເຫັນເຫຕເປັນເຄື່ອງໃຫ້ເກີດຂຶ້ນຂອງທຸກຂ໌, ເຫັນຄວາມກ້າວຜ່ານເສຍໄດ້ຊຶ່ງທຸກຂ໌, ແລະເຫັນມັຄຄະປະກອບດ້ວຍອົງຄ໌ແປດອັນປະເສີດ ຊຶ່ງເປັນເຄື່ອງໃຫ້ເຖິງຄວາມເຂົ້າໄປສະງົບ ລະງັບແຫ່ງທຸກຂ໌ : ນັ້ນແຫຼະຄືທີ່ເພິ່ງອັນກະເສມ, ນັ້ນຄືທີ່ເພິ່ງອັນສູງສຸດ ; ຜູ້ໃດຖືເອົາທີ່ເພິ່ງນັ້ນແລ້ວ ຍ່ອມຫຼຸດພົ້ນໄປຈາກທຸກຂ໌ທັງປວງ ໄດ້ແທ້.
- ທ. ຂຸ. ໒໕/໔໐/໒໔.
ຜູ້ບໍ່ຮູ້ອະຣິຍະສັຈຈ໌
ຍ່ອມຫຼົງສ້າງເຫວແຫ່ງຄວາມທຸກຂ໌ເພື່ອຕົວເອງຢູ່ເລື້ອຍໄປ
ພິກຂຸ ທ. ! ບຸຄຄົລເຫຼົ່າໃດ ຈະເປັນສະມະນະຫຼືພຣາມກໍຕາມ ບໍ່ຮູ້ຢູ່ຕາມເປັນຈິງວ່າ “ນີ້ເປັນທຸກຂ໌, ນີ້ເປັນເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌
໒໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ແລະນີ້ເປັນທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ” ດັ່ງນີ້ແລ້ວ ; ເຂົາເຫຼົ່າ ນັ້ນ ຍ່ອມຍິນດີຢ່າງຍິ່ງ ໃນເຫຕປັຈຈັຍ ເຄື່ອງປຸງແຕ່ງ ຊະນິດທີ່ເປັນໄປພ້ອມເພື່ອ ຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ແລະຄວາມຄັບໃຈ. ເຂົາຜູ້ຍິນດີໃນເຫຕປັຈຈັຍເຄື່ອງປຸງແຕ່ງ ຊະນິດນັ້ນໆແລ້ວ ຍ່ອມ ກໍ່ສ້າງ ຢູ່ຊຶ່ງເຫຕປັຈຈັຍ ເຄື່ອງປຸງແຕ່ງຊະນິດທີ່ເປັນໄປພ້ອມເພື່ອຄວາມເກີດເປັນຕົ້ນນັ້ນໆ. ຄັນເຂົາກໍ່ສ້າງເຫຕປັຈຈັຍ ນັ້ນໆແລ້ວ ເຂົາກໍຕົກລົງໃນເຫວ ແຫ່ງຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ແລະຄວາມຄັບໃຈນັ້ນເອງ. ເຮົາຍ່ອມກ່າວບຸຄຄົລເຫຼົ່ານັ້ນວ່າ “ເຂົາ ບໍ່ພົ້ນໄປຈາກທຸກຂ໌ ທັງຫຼາຍ ຄືຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮລໍາພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ແລະຄວາມຄັບໃຈໄປໄດ້,” ດັ່ງນີ້.
- ມຫາວາຣ. ສັງ. ໑໙/໕໖໐/໑໗໒໙.
ຜູ້ຮູ້ອະຣິຍະສັຈຈ໌ ຫາກຫຼົງສ້າງທຸກຂ໌ຂຶ້ນເພື່ອຕົນເອງກໍບໍ່








