ອະຣິຍະສັຈພາກຕົ້ນ

ໜ້າ/ 382

(ຂໍ້ຄວາມຂ້າງເທິງນີ້ ເປັນກໍລະນີ ແຫ່ງປະຕິດຈສະມຸບປັນນະທັມຄື ຊະຣາແລະມະຣະນະ ທີ່ອະຣິຍະສາວົກມາຮູ້ທົ່ວເຖິງໂດຍນັຍແຫ່ງອະຣິຍະສັຈຈ໌ສີ່ແລ້ວ ເຮັດໃຫ້ມີທັມມະຍານແລະອັນນະວະຢະຍານ

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໘໙

ແລະເຮັດໃຫ້ເປັນຜູ້ເຖິງພ້ອມແລ້ວ ດ້ວຍທິຕຖິເປັນຕົ້ນ. ຕໍ່ໄປໄດ້ຕຣັດເຖິງປະຕິຈຈະສະມຸບປັນນະທັມ ຄືຊາດ...ພົບ...ອຸປາທານ...ຕັນຫາ...ເວທະນາ...ຜັສສະ...ສະລາຍະຕະນະ...ນາມຮູບ...ວິນຍານ...ສັງຂາຣ ແຕ່ລະຢ່າງໆ ວ່າອະຣິຍະສາວົກ ມາຮູ້ທົ່ວເຖິງ ໂດຍນັຍແຫ່ງ ອະຣິຍະສັຈຈ໌ສີ່ ແລ້ວກໍເຮັດໃຫ້ມີທັມມະຍານ ແລະອັນນະວະຢະຍານ ເປັນຕົ້ນ ໄວ້ເຊັ່ນດຽວກັນກັບ ໃນກໍລະນີແຫ່ງປະຕິຈຈະສະມຸບປັນນະທັມ ຄືຊະຣາແລະມະຣະນະນັ້ນ; ລາຍລະອຽດ ຫາອ່ານເບິ່ງໄດ້ຈາກໜັງສືປະຕິຈຈ. ໂອ. ໝວດທີ່ ໖ ຫົວຂໍ້ວ່າ “ຍານວັຕຖຸ ໔໔ ໃນປະຕິຈຈະສະມຸບບາດ ເພື່ອຄວາມເປັນໂສດາບັນ”).

- ນິທານ. ສັງ. ໑໖/໖໘-໗໑/໑໒໐-໑໒໕.

ພຣະໂສດາບັນຮູ້ຈັກອິນຊີຫົກ

ພິກຂຸ ທ. ! ອິນຊີຫົກຢ່າງ ເຫຼົ່ານີ້ມີຢູ່. ຫົກຢ່າງອັນໃດໜໍ ? ຫົກຢ່າງຄື ຈັກຂຸນຊີ ໂສຕິນຊີ ຄານິນຊີ ຊິວຫິນຊີ ກາຢິນຊີ ມະນິນຊີ.

ພິກຂຸ ທ. ! ເມື່ອໃດແລ ອະຣິຍະສາວົກ ມາຮູ້ຈັກຄວາມກໍ່ຂຶ້ນແຫ່ງອິນຊີຫົກເຫຼົ່ານີ້, ຮູ້ຈັກຄວາມຕັ້ງຢູ່ບໍ່ໄດ້ແຫ່ງອິນຊີຫົກເຫຼົ່ານີ້, ຮູ້ຈັກອິນຊີທັງຫົກເຫຼົ່ານີ້ໃນແງ່ທີ່ມັນໃຫ້ສະເໜ່, ຮູ້ຈັກອິນຊີທັງຫົກເຫຼົ່ານີ້ໃນແງ່ທີ່ມັນໃຫ້ແຕ່ໂທດໂຫດຮ້າຍ, ທັງຮູ້ຈັກອຸບາຍທີ່ອອກໄປໃຫ້ພົ້ນອິນຊີທັງຫົກເຫຼົ່ານີ້, ຕາມທີ່ຖືກທີ່ຈິງ; ພິກຂຸ ທ. ! ເມື່ອນັ້ນແຫຼະ ອະຣິຍະສາວົກນັ້ນ ເຮົາເອີ້ນວ່າ ເປັນພຣະໂສດາບັນ ມີອັນບໍ່ຕົກຕໍ່າ ເປັນທັມມະດາ ທ່ຽງແທ້ຕໍ່ພຣະນິພພານ ຈະຕຣັສຮູ້ທັມພ້ອມໄດ້ ໃນເບື້ອງໜ້າ.

- ມຫາວາຣ. ສັງ. ໑໙/໒໗໑/໙໐໒-໙໐໓.

໕໙໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພຣະໂສດາບັນກັບພຣະອໍຣະຫັນຕ໌ຕ່າງກັນ ໃນການເຫັນທັມ

ພິກຂຸ ທ. ! ອຸປາທານຂັນທ໌ທັງຫຼາຍ ເຫຼົ່ານີ້ມີຢູ່ຫ້າຢ່າງ. ຫ້າຢ່າງ ແນວໃດໜໍ ? ຫ້າຢ່າງຄື ຣູປູປາທານະຂັນທ໌ ເວທະນູປາທານະຂັນທ໌ ສັນຍູປາທານະຂັນທ໌ ສັງຂາຣູປາທານະຂັນທ໌ ວິນຍານູປາທານະຂັນທ໌.

ພິກຂຸ ທ. ! ເມື່ອໃດອະຣິຍະສາວົກ ຮູ້ແຈ່ມແຈ້ງຕາມເປັນຈິງ ຊຶ່ງຄວາມເກີດຂຶ້ນ (ສະມຸທະຢະ) ຊຶ່ງຄວາມຕັ້ງຢູ່ບໍ່ໄດ້ (ອັຕຖັງຄະມະ) ຊຶ່ງສະເໜ່ (ອັສສາທະ) ຊຶ່ງໂທດອັນຕໍ່າຊ້າ (ອາທີນະວະ) ແລະຊຶ່ງອຸບາຍເຄື່ອງອອກ (ນິສສະຣະນະ) ແຫ່ງອຸປາທານຂັນທ໌ທັງຫ້າເຫຼົ່ານີ້; ພິກຂຸ ທ. ! ອະຣິຍະສາວົກນີ້ ເຮົາເອີ້ນວ່າ ເປັນໂສດາບັນ ມີອັນບໍ່ຕົກຕໍ່າເປັນທັມມະດາ ເປັນຜູ້ທ່ຽງແທ້ຕໍ່ພຣະນິພພານ ມີການຕຣັສຮູ້ພ້ອມໃນເບື້ອງໜ້າ.

- ຂັນທະ. ສັງ. ໑໗/໑໙໖/໒໙໖.

ພິກຂຸ ທ. ! ອຸປາທານຂັນທ໌ທັງຫຼາຍເຫຼົ່ານີ້ ມີຢູ່ຫ້າຢ່າງ. ຫ້າຢ່າງແນວໃດໜໍ ? ຫ້າຢ່າງ ຄື ຣູປູປາທານະຂັນທ໌ ເວທະນູປາທານະຂັນທ໌ ສັນຍູປາທານະຂັນທ໌ ສັງຂາຣູປາທານະຂັນທ໌ ວິນຍານູປາທານະຂັນທ໌.

ພິກຂຸ ທ. ! ເມື່ອໃດ ພິກຂຸ ຮູ້ແຈ່ມແຈ້ງຕາມເປັນຈິງ ຊຶ່ງຄວາມເກີດຂຶ້ນ ຊຶ່ງຄວາມຕັ້ງຢູ່ບໍ່ໄດ້ ຊຶ່ງສະເໜ່ ຊຶ່ງໂທດອັນຕໍ່າຊ້າ ແລະຊຶ່ງອຸບາຍເຄື່ອງອອກແຫ່ງອຸປາທານຂັນທ໌ທັງຫ້າເຫຼົ່ານີ້ ດັ່ງນີ້ແລ້ວ ເປັນຜູ້ຫຼຸດພົ້ນແລ້ວເພາະບໍ່ມີຄວາມຢຶດໝັ້ນ. ພິກຂຸ ທ. ! ພິກຂຸນີ້ ເຮົາເອີ້ນວ່າ ເປັນພຣະອໍຣະຫັນຕ໌ ຜູ້ມີອາສະວະດັບສິ້ນແລ້ວ ຢູ່ຈົບພຣົມມະຈັນຣຍ໌ແລ້ວ ເຮັດກິດທີ່ຄວນເຮັດສໍາເລັດແລ້ວ ມີພາຣະອັນປົງລົງແລ້ວ ມີປະໂຍຊນ໌ຕົນອັນຕາມເຖິງແລ້ວ

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໙໑

ມີສັນໂຍຊນ໌ໃນພົບດັບສິ້ນໄປໝົດແລ້ວ ເປັນຜູ້ຫຼຸດພົ້ນແລ້ວເພາະຮູ້ໂດຍຊອບ ດັ່ງນີ້ແລ.

- ຂັນທະ. ສັງ. ໑໗/໑໙໖/໒໙໗.

ພຣະໂສດາບັນກັບພຣະອໍຣະຫັນຕ໌ຕ່າງກັນ ໃນການເຫັນທັມ

(ອີກນັຍໜຶ່ງ)

ພິກຂຸ ທ. ! ອິນຊີຫົກເຫຼົ່ານີ້ ມີຢູ່. ຫົກເຫຼົ່າໃດໜໍ ? ຫົກຄື ຈັກຂຸນຊີ ໂສຕິນຊີ ຄານິນຊີ ຊິວຫິນຊີ ກາຢິນຊີ ມະນິນຊີ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ