ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ກໍ ຊະຣາມະຣະນະ ເປັນແນວໃດໜໍ ? ຄວາມແກ່ ຄວາມຜຸຜຸ່ຍຄວາມມີແຂ້ວຫຼ່ອນ ຄວາມມີຜົມຫງອກ ຄວາມໜັງຫ່ຽວ ຄວາມໝົດໄປໆ ແຫ່ງອາຍຸ ຄວາມແກ່ຮອບແຫ່ງອິນຊີທັງຫຼາຍ ໃນສັຕນິກາຍນັ້ນໆ ຂອງສັຕທັງຫຼາຍເຫຼົ່ານັ້ນໆ : ນີ້ເອີ້ນວ່າຊະຣາ. ການຈຸຕິ ຄວາມເຄື່ອນ ການແຕກສະຫຼາຍ ການຫາຍໄປ ການວາຍຊີບ ການຕາຍ ການທໍາກາລະ ການແຕກແຫ່ງຂັນທ໌ທັງຫຼາຍ ການປະຖິ້ມຮ່າງ ການຂາດແຫ່ງອິນຊີ ຄືຊີວິຕຈາກສັຕນິກາຍນັ້ນໆ ຂອງສັຕທັງຫຼາຍເຫຼົ່ານັ້ນໆ : ນີ້ເອີ້ນວ່າມະຣະນະ. ຊະຣານີ້ດ້ວຍ ມະຣະນະນີ້ດ້ວຍ ຍ່ອມມີຢູ່ດັ່ງນີ້; ພິກຂຸ ທ. ! ນີ້ເອີ້ນວ່າຊະຣາມະຣະນະ. ຄວາມກໍ່ຂຶ້ນພ້ອມແຫ່ງຊະຣາມະຣະນະ ຍ່ອມມີເພາະຄວາມກໍ່ຂຶ້ນພ້ອມແຫ່ງຊາດ; ຄວາມດັບບໍ່ເຫຼືອແຫ່ງຊະຣາມະຣະນະ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງຊາດ; ມັຄຄະອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນປະຕິປະທາໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງຊະຣາມະຣະນະ, ໄດ້ແກ່ສິ່ງເຫຼົ່ານີ້ຄື ຄວາມເຫັນຊອບ ຄວາມດໍາຣິຊອບ ການເວົ້າຈາຊອບ ການທໍາການງານຊອບ ການລ້ຽງຊີວິຕຊອບ ຄວາມພາກພຽນຊອບ ຄວາມລະນຶກຊອບ ຄວາມຕັ້ງໃຈໝັ້ນຊອບ.
ພິກຂຸ ທ. ! ອະຣິຍະສາວົກ ຍ່ອມມາຮູ້ທົ່ວເຖິງ ຊຶ່ງຊະຣາມະຣະນະ ວ່າເປັນ ເຊັ່ນນີ້ໆ, ມາຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນ ແຫ່ງຊະຣາມະຣະນະ ວ່າເປັນເຊັ່ນນີ້ໆ, ມາຮູ້ທົ່ວເຖິງຊຶ່ງຄວາມດັບບໍ່ເຫຼືອ ແຫ່ງຊະຣາມະຣະນະ ວ່າເປັນເຊັ່ນນີ້ໆ, ມາຮູ້ທົ່ວເຖິງຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອ ແຫ່ງຊະຣາມະຣະນະ ວ່າເປັນເຊັ່ນນີ້ໆ, ໃນກາລະໃດ; ໃນກາລະນັ້ນ ຄວາມຮູ້ນີ້ຂອງອະຣິຍະສາວົກນັ້ນ ຊື່ວ່າ ທັມມະຍານ (ຍານໃນທັມ). ດ້ວຍທັມນີ້ ອັນອະຣິຍະສາວົກນັ້ນເຫັນແລ້ວ ຮູ້ແລ້ວ ບັນລຸແລ້ວ ຢັ່ງລົງແລ້ວ ແລະເປັນທັມອັນໃຊ້ໄດ້ບໍ່ຈໍາກັດກາລະ, ອະຣິຍະສາວົກນັ້ນຍ່ອມນໍາຄວາມຮູ້ນັ້ນ ໄປສູ່ນັຍຍະອັນເປັນອະດີຕ ແລະອະນາຄົຕ (ຕໍ່ໄປອີກ) ວ່າ “ສະມະນະຫຼືພຣາມເຫຼົ່າໃດເຫຼົ່າໜຶ່ງ
໕໘໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ໃນກາລະຍືດຍາວນານຝ່າຍອະດີຕ ໄດ້ຮູ້ຢ່າງຍິ່ງແລ້ວ ຊຶ່ງຊະຣາມະຣະນະ, ໄດ້ຮູ້ຢ່າງຍິ່ງແລ້ວ ຊຶ່ງເຫຕໃຫ້ເກີດຂຶ້ນ ແຫ່ງຊະຣາມະຣະນະ, ໄດ້ຮູ້ຢ່າງຍິ່ງແລ້ວ ຊຶ່ງຄວາມດັບບໍ່ເຫຼືອ ແຫ່ງຊະຣາມະຣະນະ, ໄດ້ຮູ້ຢ່າງຍິ່ງແລ້ວ ຊຶ່ງຂໍ້ປະຕິບັຕເຄື່ອງເຮັດສັຕ ໃຫ້ລຸເຖິງຄວາມດັບບໍ່ເຫຼືອ ແຫ່ງຊະຣາມະຣະນະ; ສະມະນະຫຼືພຣາມເຫຼົ່ານັ້ນທຸກທ່ານ ກໍໄດ້ຮູ້ຢ່າງຍິ່ງແລ້ວ ເໝືອນດັ່ງທີ່ເຮົາເອງ ໄດ້ຮູ້ຢ່າງຍິ່ງແລ້ວໃນບັດນີ້. ເຖິງແມ່ນສະມະນະຫຼືພຣາມເຫຼົ່າໃດເຫຼົ່າໜຶ່ງ ໃນກາລະຍືດຍາວນານຝ່າຍອະນາຄົຕ ຈະຮູ້ຢ່າງຍິ່ງ ຊຶ່ງຊະຣາມະຣະນະ, ຈະຮູ້ຢ່າງຍິ່ງຊຶ່ງເຫຕໃຫ້ເກີດຂຶ້ນ ແຫ່ງຊະຣາມະຣະນະ, ຈະຮູ້ຢ່າງຍິ່ງ ຊຶ່ງຄວາມດັບບໍ່ເຫຼືອ ແຫ່ງຊະຣາມະຣະນະ, ຈະຮູ້ຢ່າງຍິ່ງ ຊຶ່ງຂໍ້ປະຕິບັຕ ເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອ ແຫ່ງຊະຣາມະຣະນະ ກໍຕາມ; ສະມະນະຫຼືພຣາມເຫຼົ່ານັ້ນ ທຸກທ່ານກໍຈະຮູ້ຢ່າງຍິ່ງເໝືອນດັ່ງທີ່ເຮົາເອງ ໄດ້ຮູ້ຢ່າງຍິ່ງແລ້ວໃນບັດນີ້” ດັ່ງນີ້. ຄວາມຮູ້ນີ້ ຂອງອະຣິຍະສາວົກນັ້ນ ຊື່ວ່າ ອັນນະວະຢະຍານ (ຍານໃນການຮູ້ຕາມ).
ພິກຂຸ ທ. ! ຍານທັງສອງຄື ທັມມະຍານ ແລະອັນນະວະຢະຍານເຫຼົ່ານີ້ ຂອງອະຣິຍະສາວົກ ເປັນທັມມະຊາດບໍຣິສຸດ ຜ່ອງໃສ ໃນກາລະໃດ; ພິກຂຸ ທ. ! ໃນກາລະນັ້ນ ເຮົາເອີ້ນອະຣິຍະສາວົກນັ້ນວ່າ “ຜູ້ເຖິງພ້ອມແລ້ວດ້ວຍທິຕຖິ”, ດັ່ງນີ້ແດ່; ວ່າ “ຜູ້ເຖິງພ້ອມແລ້ວດ້ວຍທັສສະນະ”, ດັ່ງນີ້ແດ່; ວ່າ “ຜູ້ມາເຖິງພຣະສັດທັມນີ້ແລ້ວ”, ດັ່ງນີ້ແດ່; ວ່າ “ໄດ້ເຫັນຢູ່ຊຶ່ງພຣະສັດທັມນີ້”, ດັ່ງນີ້ແດ່; ວ່າ “ຜູ້ປະກອບແລ້ວດ້ວຍຍານອັນເປັນເສຂະ”, ດັ່ງນີ້ແດ່; ວ່າ “ຜູ້ປະກອບດ້ວຍວິຊຊາອັນເປັນເສຂະ”, ດັ່ງນີ້ແດ່; ວ່າ “ຜູ້ເຖິງຊຶ່ງກະແສແຫ່ງທັມແລ້ວ”, ດັ່ງນີ້ແດ່; ວ່າ “ຜູ້ປະເສີດມີປັນຍາເຄື່ອງເຈາະແທງກິເລສ”, ດັ່ງນີ້ແດ່; ວ່າ “ຢືນຢູ່ຈໍາປາກປະຕູແຫ່ງອະມະຕະ”, ດັ່ງນີ້ແດ່, ດັ່ງນີ້.








