ອະຣິຍະສັຈພາກຕົ້ນ
ໜ້າ/ 382
ສັງຂາຣ ວິນຍານ ກໍມີຖ້ອຍຄວາມທີ່ຕຣັດຢ່າງດຽວກັນ ທຸກໂຕອັກສອນກັບໃນກໍລະນີແຫ່ງຮູບນີ້ ຕ່າງກັນແຕ່ພຽງຊື່ແຫ່ງຂັນທ໌ ແຕ່ລະຂັນທ໌ເທົ່ານັ້ນ).
ພິກຂຸ ທ. ! ພວກເຈົ້າ ຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ : ຮູບທ່ຽງຫຼື ບໍ່ທ່ຽງ ? “ບໍ່ທ່ຽງ ຂ້ານ້ອຍ !” ກໍສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ຫຼືເປັນສຸຂໜໍ ? “ເປັນທຸກຂ໌ ຂ້ານ້ອຍ !” ເຖິງແມ່ນສິ່ງໃດບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ ແຕ່ຖ້າບໍ່ຢຶດໝັ້ນຖືໝັ້ນຊຶ່ງສິ່ງນັ້ນແລ້ວ ທິຕຖິເຊັ່ນນີ້ຈະເກີດຂຶ້ນໄດ້ບໍວ່າ “ລົມກໍບໍ່ພັດ ແມ່ນໍ້າກໍບໍ່ໄຫຼ ສະຕຣີມີຄັນກໍບໍ່ຄອດ ພຣະຈັນທ໌ແລະພຣະອາທິຕ ກໍບໍ່ຂຶ້ນບໍ່ຕົກ ແຕ່ລະຢ່າງໆ ເປັນຂອງຕັ້ງຢູ່ຢ່າງໝັ້ນຄົງ ດຸດດັ່ງການຕັ້ງຢູ່ຂອງເສົາລະບຽງ” ດັ່ງນີ້ ? “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !” (ໃນກໍບະນີແຫ່ງເວທະນາ ສັນຍາ ສັງຂາຣ ວິນຍານ ກໍມີຖ້ອຍຄວາມ ທີ່ຕຣັດຖາມແລະ ພິກຂຸເຫຼົ່ານັ້ນທູນຕອບຢ່າງດຽວກັນທຸກໂຕອັກສອນ ກັບກໍລະນີແຫ່ງຮູບນີ້ ຕ່າງກັນແຕ່ພຽງຊື່ແຫ່ງຂັນທ໌ ແຕ່ລະຂັນທ໌ເທົ່ານັ້ນ).
ພິກຂຸ ທ. ! ເຖິງແມ່ນສິ່ງໃດ ທີ່ບຸຄຄົລໄດ້ເຫັນແລ້ວ ຟັງແລ້ວ ຮູ້ສຶກແລ້ວ ຮູ້ແຈ້ງແລ້ວ ບັນລຸແລ້ວ ສະແຫວງຫາແລ້ວ ຄຸ່ນຄິດຢູ່ດ້ວຍໃຈແລ້ວ; ເຫຼົ່ານີ້ ເປັນຂອງທ່ຽງ ຫຼືບໍ່ທ່ຽງ ? “ບໍ່ທ່ຽງ ຂ້ານ້ອຍ !” ກໍສິ່ງໃດບໍ່ທ່ຽງ ສິ່ງນັ້ນເປັນທຸກຂ໌ ຫຼື ເປັນສຸຂໜໍ ? “ເປັນທຸກຂ໌ ຂ້ານ້ອຍ !” ເຖິງແມ່ນສິ່ງໃດບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ ແຕ່ຖ້າບໍ່ຢຶດໝັ້ນຖືໝັ້ນຊຶ່ງສິ່ງນັ້ນແລ້ວ ທິຕຖິເຊັ່ນນີ້ຈະເກີດຂຶ້ນໄດ້ບໍວ່າ “ລົມກໍບໍ່ພັດ ແມ່ນໍ້າກໍບໍ່ໄຫຼ ສະຕຣີມີຄັນກໍບໍ່ຄອດ ພຣະຈັນທ໌ ແລະພຣະອາທິຕ ກໍບໍ່ຂຶ້ນບໍ່ຕົກ ແຕ່ລະຢ່າງໆ ເປັນຂອງຕັ້ງຢູ່ຢ່າງໝັ້ນຄົງ ດຸດດັ່ງການຕັ້ງຢູ່ຂອງເສົາລະບຽງ” ດັ່ງນີ້ ? “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”
໕໘໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ໃນກາລະໃດແລ ຄວາມສົງໄສ (ກັງຂາ) ໃນຖານະທັງຫຼາຍ ໖ ປະການເຫຼົ່ານີ້໑ ເປັນສິ່ງທີ່ອະຣິຍະສາວົກລະຂາດແລ້ວ; ໃນກາລະນັ້ນ ກໍເປັນອັນວ່າ ຄວາມສົງໄສແມ່ນວ່າໃນທຸກຂ໌, ແມ່ນວ່າໃນເຫຕໃຫ້ເກີດຂຶ້ນແຫ່ງທຸກຂ໌, ແມ່ນວ່າໃນຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ແມ່ນວ່າໃນຂໍ້ປະຕິບັຕເຄື່ອງເຮັດສັຕໃຫ້ລຸເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ກໍເປັນສິ່ງທີ່ອະຣິຍະສາວົກນັ້ນ ລະຂາດແລ້ວ.
ພິກຂຸ ທ. ! ອະຣິຍະສາວົກນີ້ ເຮົາເອີ້ນວ່າເປັນອະຣິຍະສາວົກ ຜູ້ເປັນໂສດາບັນ ມີອັນບໍ່ຕົກຕໍ່າເປັນທັມມະດາ ເປັນຜູ້ທ່ຽງແທ້ (ຕໍ່ນິພພານ) ມີການຕຣັສຮູ້ພ້ອມໃນເບື້ອງໜ້າ, ດັ່ງນີ້ ແລ.
- ຂັນທະ. ສັງ. ໑໗/໒໔໘-໒໔໙/໔໑໗-໔໑໘.
໑. ຖານະຫົກປະການ ຄື ຂັນທ໌ຫ້າປະການ ແລະອາການທີ່ໄດ້ເຫັນແລ້ວເປັນຕົ້ນ ດັ່ງທີ່ກ່າວແລ້ວຂ້າງເທິງເຈັດຢ່າງ ລວມເປັນໜຶ່ງປະການ; ລວມເປັນຫົກປະການ.
ສູຕຂ້າງເທິງນີ້ ສະແດງຖານະຫົກປະການນີ້ ວ່າເປັນທີ່ຕັ້ງແຫ່ງ ເອສິກັຕຖາຢິຕະຖິຕະສັສສະຕະທິຕຖິ.
ໃນສູຕອື່ນ (໑໗/໒໕໐/໔໑໙) ສະແດງຖານະຫົກປະການນີ້ວ່າ ເປັນທີ່ຕັ້ງແຫ່ງທິຕຖິ ວ່າຕົນ ວ່າຂອງຕົນ.
ໃນສູຕອື່ນອີກ (໑໗/໒໕໑/໔໒໒) ສະແດງຖານະຫົກປະການນີ້ ວ່າເປັນທີ່ຕັ້ງແຫ່ງ ສັສສະຕະທິຕຖິ ທົ່ວໄປ.
ໃນສູຕອື່ນອີກ (໑໗/໒໕໓/໔໒໔) ສະແດງຖານະຫົກປະການນີ້ ວ່າເປັນທີ່ຕັ້ງແຫ່ງ ອຸສເສທະທິຕຖິ ທົ່ວໄປ.
ໃນສູຕອື່ນອີກ (໑໗/໒໕໕/໔໒໖) ສະແດງຖານະຫົກປະການນີ້ ວ່າເປັນທີ່ຕັ້ງແຫ່ງ ນັຕຖິກະທິຕຖິ.
ໃນສູຕອື່ນອີກ (໑໗/໒໕໗/໔໒໘) ສະແດງຖານະຫົກປະການນີ້ ວ່າເປັນທີ່ຕັ້ງແຫ່ງ ອະກິຣິຍະທິຕຖິ.
ໃນສູຕອື່ນອີກ (໑໗/໒໕໘/໔໓໐) ສະແດງຖານະຫົກປະການນີ້ ວ່າເປັນທີ່ຕັ້ງແຫ່ງ ອະເຫຕຸກະທິຕຖິ.
ແລະຖານະທັງຫົກປະການນີ້ ຍັງມີກ່າວໄວ້ວ່າ ເປັນທີ່ຕັ້ງແຫ່ງ ທິຕຖິອື່ນໆ ອີກຫຼາຍຢ່າງ ເຫັນວ່າຫຼາຍເກີນໄປ ຈຶ່ງບໍ່ນໍາເອົາມາໃສ່ໄວ້ ໃນບ່ອນນີ້ ຜູ້ສຶກສາຍ່ອມຫາອ່ານເບິ່ງໄດ້ ຈາກໜັງສືປະຕິຈຈ. ໂອ. ໝວດທີ່ສິບເອັດ.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໘໗
ຜູ້ມີທັມມະຍານແລະອັນນະວະຍະຍານ (ພຣະໂສດາບັນ)








