ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ຖານະທີ່ບໍ່ອາດເປັນໄປໄດ້ ໖ ປະການເຫຼົ່ານີ້ມີຢູ່. ຫົກປະການເຫຼົ່າໃດໜໍ ? ຫົກປະການຄື :-
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດຢູ່ ຢ່າງບໍ່ມີຄວາມເຄົາຣົບຢໍາເກງໃນພຣະສາສດາ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດຢູ່ ຢ່າງບໍ່ມີຄວາມເຄົາຣົບຢໍາເກງໃນພຣະທັມ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດຢູ່ ຢ່າງບໍ່ມີຄວາມເຄົາຣົບຢໍາເກງໃນພຣະສົງຄ໌;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດຢູ່ ຢ່າງບໍ່ມີຄວາມເຄົາຣົບຢໍາເກງໃນສິກຂາ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ອະນາຄະມະນີຢະວັຕຖຸ (ວັຕຖຸທີ່ບໍ່ຄວນເຂົ້າຫາ);
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດຍັງພົບທີ່ແປດໃຫ້ເກີດຂຶ້ນ.
ພິກຂຸ ທ. ! ເຫຼົ່ານີ້ແລ ຖານະທີ່ບໍ່ອາດເປັນໄປໄດ້ ໖ ປະການ.
- ສັກກ. ອັງ. ໒໒/໔໘໘/໓໖໓.
(ຄໍາວ່າ “ວັຕຖຸທີ່ບໍ່ຄວນເຂົ້າຫາ” ໝາຍເຖິງວັຕຖຸສິ່ງຂອງກໍໄດ້ ການກະທໍາກໍໄດ້ ຄວາມເຫັນກໍໄດ້. ຄໍາວ່າ “ພົບທີແປດ” ໝາຍຄວາມວ່າ ບໍ່ອາດຈະມີແກ່ພຣະໂສດາບັນ ພຣະໂສດາບັນຈະມີພົບ ຫຼືຊາດຕໍ່ໄປໄດ້ອີກພຽງເຈັດເທົ່ານັ້ນ).
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໘໓
ຜູ້ເຖິງພ້ອມດ້ວຍທິຕຖິ
(ອະຖານະ ສໍາລັບຜູ້ທີ່ເຖິງພ້ອມດ້ວຍທິຕຖິ)
(ອີກນັຍໜຶ່ງ)
ພິກຂຸ ທ. ! ຖານະທີ່ບໍ່ອາດເປັນໄປໄດ້ ໖ ປະການເຫຼົ່ານີ້ ມີຢູ່; ຫົກປະການເຫຼົ່າໃດໜໍ ? ຫົກປະການຄື :-
ເປັນໄປບໍ່ໄດ້ ທີ່ຜູ້ເຖິງພ້ອມດ້ວຍທິຕຖິ ຈະຍ່ອມປົງຊີວິຕມານດາ;
ເປັນໄປບໍ່ໄດ້ ທີ່ຜູ້ເຖິງພ້ອມດ້ວຍທິຕຖິ ຈະຍ່ອມປົງຊີວິຕບິດາ;
ເປັນໄປບໍ່ໄດ້ ທີ່ຜູ້ເຖິງພ້ອມດ້ວຍທິຕຖິ ຈະຍ່ອມປົງຊີວິຕພຣະອໍຣະຫັນຕ໌;
ເປັນໄປບໍ່ໄດ້ ທີ່ຜູ້ເຖິງພ້ອມດ້ວຍທິຕຖິ ຈະຍ່ອມຄິດປອງຮ້າຍຕະຖາຄົຕເຖິງແມ່ນວ່າພຽງເຮັດໂລຫິຕໃຫ້ຫໍ້;
ເປັນໄປບໍ່ໄດ້ ທີ່ຜູ້ເຖິງພ້ອມດ້ວຍທິຕຖິ ຈະຍ່ອມເຮັດສົງຄ໌ໃຫ້ແຕກກັນ;
ເປັນໄປບໍ່ໄດ້ ທີ່ຜູ້ເຖິງພ້ອມດ້ວຍທິຕຖິ ຈະຍ່ອມຖືສາສດາອື່ນ (ນອກຈາກພຣະສັມມາສັມພຸດທະເຈົ້າ)
ພິກຂຸ ທ. ! ເຫຼົ່ານີ້ແລ ຖານະທີ່ບໍ່ອາດເປັນໄປໄດ້ ໖ ປະການ.
- ສັກກ. ອັງ. ໒໒/໔໘໘/໓໖໕.
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ. ໕໗໗; ໃນພຸ. ໂອ. ໜ້າ ໔໐໘-໔໑໑ ແລະໃນອຣິຍ. ໂອ. ປາຍໜ້າ ໑໐໗໘-໑໐໗໙, ໑໐໘໔-໑໐໘໙).
ຜູ້ເຖິງພ້ອມດ້ວຍທິຕຖິ
(ອະຖານະສໍາລັບຜູ້ທີ່ເຖິງພ້ອມດ້ວຍທິຕຖິ)
(ອີກນັຍໜຶ່ງ)
ພິກຂຸ ທ. ! ຖານະທີ່ບໍ່ອາດເປັນໄປໄດ້ ໖ ປະການເຫຼົ່ານີ້ ມີຢູ່. ຫົກປະການເຫຼົ່າໃດໜໍ ? ຫົກປະການຄື :-
໕໘໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ທິຕຖິ ວ່າ “ສຸຂແລະທຸກຂ໌ຕົນເຮັດເອງ”;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ທິຕຖິ ວ່າ “ສຸຂແລະທຸກຂ໌ຜູ້ອື່ນເຮັດໃຫ້”;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ທິຕຖິ ວ່າ “ສຸຂແລະທຸກຂ໌ຕົນເຮັດເອງກໍມີ
ຜູ້ອື່ນເຮັດໃຫ້ກໍມີ”;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ທິຕຖິ ວ່າ “ສຸຂແລະທຸກຂ໌ບໍ່ຕ້ອງເຮັດເອງ
ເກີດຂຶ້ນໄດ້ຕາມລໍາພັງ”;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ທິຕຖິ ວ່າ “ສຸຂແລະທຸກຂ໌ບໍ່ແມ່ນໃຜອື່ນ
ເຮັດໃຫ້ ເກີດຂຶ້ນໄດ້ຕາມລໍາພັງ”;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດມາສູ່ທິຕຖິ ວ່າ “ສຸຂແລະທຸກຂ໌ບໍ່ຕ້ອງເຮັດເອງ
ແລະບໍ່ແມ່ນໃຜອື່ນເຮັດໃຫ້ ເກີດຂຶ້ນໄດ້ຕາມລຳພັງ”.
ຂໍ້ນັ້ນ ເພາະເຫຕໃດໜໍ ? ພິກຂຸ ທ. ! ຂໍ້ນັ້ນເພາະເຫຕວ່າ ເຫຕ (ແຫ່ງສຸຂແລະທຸກຂ໌) ອັນຜູ້ເຖິງພ້ອມດ້ວຍທິຕຖິເຫັນແລ້ວໂດຍແທ້ຈິງ ແລະທັມທັງຫຼາຍ ກໍເປັນສິ່ງທີ່ເກີດມາແຕ່ເຫຕດ້ວຍ.
ພິກຂຸ ທ. ! ເຫຼົ່ານີ້ແລ ຖານະທີ່ບໍ່ອາດເປັນໄປໄດ້ ໖ ປະການ.
- ສັກກ. ອັງ. ໒໒/໔໘໙/໓໖໖.
ຜູ້ໝົດຄວາມສົງໄສ (ພຣະໂສດາບັນ)
ພິກຂຸ ທ. ! ເມື່ອຮູບນັ້ນແລມີຢູ່, ເພາະເຂົ້າໄປຢຶດຖືຊຶ່ງຮູບ ເພາະປັກໃຈເຂົ້າໄປສູ່ຮູບ ທິຕຖິຈຶ່ງເກີດຂຶ້ນດັ່ງນີ້ວ່າ “ລົມກໍບໍ່ພັດ ແມ່ນໍ້າກໍບໍ່ໄຫຼ ສະຕຣີມີຄັນກໍບໍ່ຄອດ ພຣະຈັນທ໌ແລະພຣະອາທິຕກໍບໍ່ຂຶ້ນ ບໍ່ຕົກ ແຕ່ລະຢ່າງໆ ເປັນຂອງຕັ້ງຢູ່ຢ່າງໝັ້ນຄົງ ດຸດດັ່ງການຕັ້ງຢູ່ຂອງເສົາລະບຽງ (ເສົາຣະນຽດ)” ດັ່ງນີ້. (ໃນກໍລະນີແຫ່ງເວທະນາ ສັນຍາ
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໘໕








