ອະຣິຍະສັຈພາກຕົ້ນ
ໜ້າ/ 382
ຄະຫະບໍດີ ! ອະຣິຢະຍາຢະທັມນີ້ແລ ເປັນທັມທີ່ອະຣິຍະສາວົກນັ້ນ ເຫັນແລ້ວດ້ວຍດີ ແທງຕະຫຼອດແລ້ວດ້ວຍດີດ້ວຍປັນຍາ.
ຄະຫະບໍດີ ! ໃນກາລໃດແລ ພັຍເວຣ ໕ ປະການເຫຼົ່ານີ້ ເປັນສິ່ງທີ່ອະຣິຍະສາວົກ ເຮັດໃຫ້ສະຫງົບລະງັບໄດ້ແລ້ວດ້ວຍ, ອະຣິຍະສາວົກ ເປັນຜູ້ປະກອບພ້ອມແລ້ວດ້ວຍໂສຕາປັຕຕິຍັງຄະສີ່ເຫຼົ່ານີ້ດ້ວຍ,
໕໘໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ອະຣິຢະຍາຢະທັມນີ້ ເປັນທັມອັນອະຣິຍະສາວົກເຫັນແລ້ວດ້ວຍດີ ແທງຕະຫຼອດແລ້ວ ດ້ວຍດີ ດ້ວຍປັນຍາດ້ວຍ; ໃນກາລນັ້ນ ອະຣິຍະສາວົກນັ້ນປາຖະໜາຢູ່ ກໍພະຍາກອນ ຕົນດ້ວຍຕົນນັ້ນແຫຼະວ່າ “ເຮົາເປັນຜູ້ມີນະຣົກດັບສິ້ນແລ້ວ ມີກໍາເນີດເດຣັດສານດັບສິ້ນແລ້ວ ມີເປຕະວິໄສດັບສິ້ນແລ້ວ ມີອະບາຍ ທຸຄະຕິ ວິນິບາຕດັບສິ້ນແລ້ວ, ເຮົາເປັນຜູ້ເຖິງແລ້ວຊຶ່ງກະແສ (ແຫ່ງນິພພານ) ມີຄວາມບໍ່ຕົກຕໍ່າເປັນທັມມະດາ ເປັນຜູ້ທ່ຽງແທ້ຕໍ່ພຣະນິພພານ ມີການຕຣັສຮູ້ພ້ອມເປັນເບື້ອງໜ້າ” ດັ່ງນີ້.
- ທສກ. ອັງ. ໒໔/໑໙໕/໙໒.
ແວ່ນສ່ອງເຍືອງຄວາມເປັນພຣະໂສດາບັນ
ອານົນທ໌ ! ເຮົາຈະສະແດງທັມປະຣິຍາຍອັນຊື່ວ່າ ແວ່ນທັມ ຊຶ່ງຫາກອະຣິຍະສາວົກ ຜູ້ໃດໄດ້ປະກອບພ້ອມແລ້ວ ເມື່ອຈໍານົງຈະພະຍາກອນຕົນເອງ ກໍຍ່ອມເຮັດໄດ້ໃນຂໍ້ທີ່ຕົນ ເປັນຜູ້ມີນະຣົກດັບສິ້ນແລ້ວ ມີກໍາເນີດເດຣັດສານດັບສິ້ນແລ້ວ ມີເປຕະວິໄສດັບສິ້ນແລ້ວ ມີອະບາຍ ທຸຄະຕິ ວິນິບາຕດັບສິ້ນແລ້ວ, ໃນຂໍ້ທີ່ຕົນເປັນພຣະໂສດາບັນ ຜູ້ມີອັນບໍ່ຕົກຕໍ່າເປັນທັມມະດາ ທ່ຽງແທ້ຕໍ່ພຣະນິພພານ ເປັນຜູ້ມີອັນຈະຕຣັສຮູ້ທັມໄດ້ ໃນກາລະເບື້ອງໜ້າ ດັ່ງນີ້.
ອານົນທ໌ ! ກໍທັມປະຣິຍາຍອັນຊື່ວ່າ ແວ່ນທັມ ໃນບ່ອນນີ້ ເປັນແນວໃດໜໍ ?
ອານົນທ໌ ! ອະຣິຍະສາວົກ ໃນທັມວິນັຍນີ້ ເປັນຜູ້ ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວໃນອົງຄ໌ພຣະພຸດທະເຈົ້າ.... ໃນອົງຄ໌ພຣະທັມ.... ໃນອົງຄ໌ພຣະສົງຄ໌.... ແລະອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໘໑
ປະກອບພ້ອມແລ້ວດ້ວຍສີລທັງຫຼາຍ ຊະນິດເປັນທີ່ພໍໃຈຂອງເຫຼົ່າອະຣິຍະເຈົ້າ ຄືເປັນສີລທີ່ບໍ່ຂາດ ບໍ່ຊອດທະລຸ ບໍ່ດ່າງ ບໍ່ໝອງ (ຄໍ້າ) ເປັນສີລທີ່ເປັນອິສະຣະຈາກຕັນຫາ ເປັນສີລທີ່ຜູ້ຮູ້ທ່ານສັນເສີນ ເປັນສີລທີ່ຕັນຫາແລະທິຕຖິບໍ່ລູບຄໍາ ແລະເປັນສີລທີ່ເປັນໄປເພື່ອສະມາທິ.
ອານົນທ໌ ! ທັມປະຣິຍາຍອັນນີ້ແລ ທີ່ຊື່ວ່າແວ່ນທັມ ຊຶ່ງຫາກອະຣິຍະສາວົກຜູ້ໃດ ໄດ້ປະກອບພ້ອມແລ້ວ ເມື່ອຈໍານົງຈະພະຍາກອນຕົນເອງ ກໍຍ່ອມເຮັດໄດ້, ດັ່ງນີ້ແລ.
- ມຫາວາຣ. ສັງ. ໑໙/໔໕໐-໔໕໑/໑໔໗໙-໑໔໘໐.
ຜູ້ສົມບູນດ້ວຍທິຕຖິໂດຍທັມມະຊາດ
(ສິ່ງທີ່ຜູ້ສົມບູນດ້ວຍທິຕຖິ ເຮັດບໍ່ໄດ້ໂດຍທັມມະຊາດ)
ພິກຂຸ ທ. ! ຖານະທີ່ບໍ່ອາດເປັນໄປໄດ້ (ໂດຍທັມມະຊາດ) ໖ ປະການ ເຫຼົ່ານີ້ມີຢູ່. ຫົກປະການ ເຫຼົ່າໃດໜໍ ? ຫົກປະການຄື :-
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດເຂົ້າເຖິງສັງຂາຣໃດໆ ໂດຍຄວາມເປັນຂອງທ່ຽງ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດເຂົ້າເຖິງສັງຂາຣໃດໆ ໂດຍຄວາມເປັນສຸຂ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດເຂົ້າເຖິງທັມມະໃດໆ ໂດຍຄວາມເປັນຕົວຕົນ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດເຮັດອະນັນຕະຣິຍະກັມ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດຫວັງການເຖິງຄວາມບໍຣິສຸດໂດຍໂກຕຸຫົລມຸງຄຸນ;
ຜູ້ເຖິງພ້ອມດ້ວຍທິຕຖິ ບໍ່ອາດສະແຫວງຫາທັກຂິເນີຍຍະບຸຄຄົລພາຍນອກຈາກສາສນານີ້.
໕໘໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ເຫຼົ່ານີ້ແລ ຖານະ ທີ່ບໍ່ອາດເປັນໄປໄດ້ ໖ ປະການ.
- ສັກກ. ອັງ. ໒໒/໔໘໘/໓໖໔.
(ຄໍາວ່າ “ເຂົ້າເຖິງ” ໃນສູຕນີ້ ມີຄວາມໝາຍແຫ່ງການຖືເອົາ ເຊັ່ນດຽວກັບຄໍາວ່າ ສະຣະນັງ ຄັຈສາມິ ໝາຍຄວາມວ່າ ຖືເອົາເປັນທີ່ເພິ່ງ. ຄໍາວ່າ “ໂກຕຸຫົລມຸງຄຸນ” ໝາຍເຖິງ ການຖືລັດທິບູຮານ ທາງໄສຍະສາສ ເຊັ່ນວ່າ ຕື່ນນອນຂຶ້ນມາໄດ້ເຫັນ ຫຼືໄດ້ຍິນ ຫຼືໄດ້ສັມຜັສສິ່ງໃດສິ່ງໜຶ່ງ ຕາມທີ່ບັນຍັຕໄວ້ວ່າ ຈະນໍາມາຊຶ່ງຄວາມບໍຣິສຸດ ຕາມລັດທິນັ້ນໆ).
ຜູ້ເຖິງພ້ອມດ້ວຍທິຕຖິ
(ອະຖານະສໍາລັບຜູ້ທີ່ເຖິງພ້ອມດ້ວຍທິຕຖິ)








