ອະຣິຍະສັຈພາກຕົ້ນ

ໜ້າ/ 382

(໓) ພິກຂຸ ທ. ! ສາວົກຂອງພຣະອະຣິຍະເຈົ້າໃນທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວໃນພຣະສົງຄ໌ ວ່າ ສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າ ເປັນຜູ້ປະຕິບັຕດີແລ້ວ ເປັນຜູ້ປະຕິບັຕຊື່ຕົງແລ້ວ ເປັນຜູ້ປະຕິບັຕໃຫ້ຮູ້ທັມເຄື່ອງອອກຈາກທຸກຂ໌ແລ້ວ ເປັນຜູ້ປະຕິບັຕສົມຄວນແລ້ວ ອັນໄດ້ແກ່ບຸຄຄົລເຫຼົ່ານີ້ຄື ຄູ່ແຫ່ງບຸຣຸສສີ່ຄູ່ ນັບຮຽງໂຕໄດ້ແປດບຸຣຸສ. ນັ້ນແຫຼະ ຄືສົງຄ໌ສາວົກຂອງພຣະຜູ້ມີພຣະພາຄເຈົ້າ ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົານໍາມາບູຊາ ເປັນສົງຄ໌ຄວນແກ່ສັກກາຣະທີ່ເຂົາຈັດໄວ້ຕ້ອນຮັບ ເປັນສົງຄ໌ຄວນຮັບທັກຂິນາທານ ເປັນສົງຄ໌ທີ່ບຸຄຄົລທົ່ວໄປຄວນເຮັດອັນຊະລີ ເປັນສົງຄ໌ທີ່ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ ດັ່ງນີ້.

(໔) ພິກຂຸ ທ. ! ສາວົກຂອງພຣະອະຣິຍະເຈົ້າໃນທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍສີລທັງຫຼາຍ ຊະນິດເປັນທີ່ພໍໃຈຂອງເຫຼົ່າອະຣິຍະເຈົ້າ; ເປັນສີລ ທີ່ບໍ່ຂາດ ບໍ່ຊອດທະລຸ ບໍ່ດ່າງ ບໍ່ໝອງ ເປັນສີລທີ່ເປັນອິສະຣະຈາກຕັນຫາ ເປັນສີລທີ່ຜູ້ຮູ້ທ່ານສັນເສີນ ເປັນສີລທີ່ຕັນຫາແລະທິຕຖິບໍ່ລູບຄໍາ ແລະເປັນສີລທີ່ເປັນໄປເພື່ອສະມາທິ ດັ່ງນີ້.

ພິກຂຸ ທ. ! ສາວົກຂອງພຣະອະຣິຍະເຈົ້າ ຜູ້ປະກອບພ້ອມແລ້ວ ດ້ວຍທັມ ໔ ປະການນີ້ແລ ຊື່ວ່າເປັນພຣະໂສດາບັນ ຜູ້ມີອັນບໍ່ຕົກຕໍ່າເປັນທັມມະດາ ທ່ຽງແທ້ຕໍ່ພຣະນິພພານ ເປັນຜູ້ມີອັນຈະຕຣັສຮູ້ທັມໄດ້ ໃນກາລະເບື້ອງໜ້າ.

ເມື່ອພຣະຜູ້ມີພຣະພາຄເຈົ້າ ໄດ້ຕຣັດພຣະພຸດທະວະຈະນະດັ່ງນີ້ແລ້ວ ໄດ້ຕຣັດເປັນຄໍາຮ້ອຍກອງສືບຕໍ່ໄປວ່າ :-

໕໗໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ທ່ານຜູ້ໃດແລ ມີສັດທາ ມີສີລ ມີຄວາມເຫຼື້ອມໃສ ທັງມີການໄດ້ເຫັນທັມດ້ວຍ, ທ່ານຜູ້ນັ້ນແຫຼະເວີ້ຍ ທີ່ຈະເປັນຜູ້ໄດ້ຮັບຄວາມສຸຂ ອັນຢັ່ງລົງສູ່ພຣົມມະຈັນຣຍ໌ ໃນກາລະອັນຄວນ ແລ !

- ມຫາວາຣ. ສັງ. ໑໙/໔໒໙-໔໓໐/໑໔໑໔-໑໔໑໕.

(ອີກນັຍຢະໜຶ່ງ)

ຢ່າຢ້ານເລີຍ ມະຫານາມ ! ຢ່າຢ້ານເລີຍ ມະຫານາມ ! ຄວາມຕາຍຂອງເຈົ້າ ຈະບໍ່ຕໍ່າຊາມ ກາລະກິຣິຍາຂອງເຈົ້າ ຈະບໍ່ຕໍ່າຊາມ. ມະຫານາມ ! ອະຣິຍະສາວົກ ຜູ້ປະກອບດ້ວຍທັມ ໔ ປະການ ຍ່ອມເປັນຜູ້ມີປົກກະຕິນ້ອມໄປໃນ ນິພພານ ເນີ້ງໄປສູ່ນິພພານ ອຽງໄປທາງນິພພານໂດຍແທ້. ທັມສີ່ປະການແນວໃດໜໍ ? ທັມສີ່ປະການຄື :-

ມະຫານາມ ! ອະຣິຍະສາວົກ ໃນກໍລະນີນີ້ (໑) ເປັນຜູ້ ປະກອບພ້ອມແລ້ວດ້ວຍຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວ ໃນພຣະພຸທທະເຈົ້າ ວ່າ “ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນຜູ້ໄກຈາກກິເລຣັສຮູ້ຊອບໄດ້ໂດຍພຣະອົງຄ໌ເອງ ເປັນຜູ້ເຖິງພ້ອມດ້ວຍວິຊຊາ ແລະຂໍ້ປະຕິບັຕໃຫ້ເຖິງວິຊຊາ ເປັນຜູ້ໄປແລ້ວດ້ວຍດີ ເປັນຜູ້ຮູ້ໂລກຢ່າງແຈ່ມແຈ້ງ ເປັນຜູ້ສາມາດຝຶກຄົນຄວນຝຶກຢ່າງບໍ່ມີໃຜຍິ່ງກວ່າ ເປັນຄຣູຂອງເທວະດາແລະມະນຸສສ໌ທັງຫຼາຍ ເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານດ້ວຍທັມ ເປັນຜູ້ມີຄວາມຈະເຣີນ ຈໍາແນກທັມສັ່ງສອນສັຕ” ດັ່ງນີ້.

(໒) ເປັນຜູ້ ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວ ໃນພຣະທັມ ວ່າ “ພຣະທັມ ເປັນສິ່ງທີ່ພຣະຜູ້ມີພຣະພາຄເຈົ້າ ຕຣັດໄວ້ດີແລ້ວ ເປັນສິ່ງທີ່ຜູ້ສຶກສາແລະປະຕິບັຕ ຍ່ອມເຫັນໄດ້ດ້ວຍຕົນເອງ ເປັນສິ່ງທີ່ປະຕິບັຕໄດ້ ແລະໃຫ້ຜົລໄດ້ບໍ່ຈໍາກັດກາລ

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໗໕

ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າ ທ່ານຈົ່ງມາເບິ່ງເຖີ້ນ ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ໂຕ ເປັນສິ່ງທີ່ຜູ້ຮູ້ ກໍຮູ້ໄດ້ສະເພາະຕົນ” ດັ່ງນີ້.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ