ອະຣິຍະສັຈພາກຕົ້ນ
ໜ້າ/ 382
(໓) ເປັນຜູ້ ປະກອບພ້ອມແລ້ວ ດ້ວຍຄວາມເຫຼື້ອມໃສອັນບໍ່ຫວັ່ນໄຫວໃນ ພຣະສົງຄ໌ ວ່າ “ສົງຄ໌ ສາວົກຂອງພຣະຜູ້ມີພຣະພາຄເຈົ້າ ເປັນຜູ້ປະຕິບັຕດີແລ້ວ ເປັນຜູ້ປະຕິບັຕຊື່ຕົງແລ້ວ ເປັນຜູ້ປະຕິບັຕໃຫ້ຮູ້ທັມເປັນເຄື່ອງອອກຈາກທຸກຂ໌ແລ້ວ ເປັນຜູ້ປະຕິບັຕສົມຄວນແລ້ວ ອັນໄດ້ແກ່ບຸຄຄົລເຫຼົ່ານີ້ ຄື ຄູ່ແຫ່ງບຸຣຸສສີ່ຄູ່ ນັບຮຽງໂຕໄດ້ແປດບຸຣຸສ ນັ້ນແຫຼະສົງຄ໌ສາວົກ ຂອງພຣະຜູ້ມີພຣະພາຄເຈົ້າ ເປັນສົງຄ໌ຄວນແກ່ສັກກາຣະ ທີ່ເຂົານໍາມາບູຊາ ເປັນສົງຄ໌ຄວນແກ່ສັກກາຣະ ທີ່ເຂົາຈັດໄວ້ຕ້ອນຮັບ ເປັນສົງຄ໌ຄວນຮັບທັກຂິນາທານ ເປັນສົງຄ໌ທີ່ບຸຄຄົລທົ່ວໄປຄວນເຮັດອັນຊະລີ ເປັນສົງຄ໌ ທີ່ເປັນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ” ດັ່ງນີ້.
(໔) ເປັນຜູ້ ປະກອບພ້ອມແລ້ວ ດ້ວຍສີລທັງຫຼາຍ ຊະນິດເປັນທີ່ພໍໃຈຂອງເຫຼົ່າພຣະອະຣິຍະເຈົ້າ : ເປັນສີລທີ່ບໍ່ຂາດ ບໍ່ຊອດທະລຸ ບໍ່ດ່າງ ບໍ່ໝອງ (ຄໍ້າ) ເປັນສີລ ທີ່ເປັນອິສະຣະຈາກຕັນຫາ ເປັນສີລທີ່ຜູ້ຮູ້ທ່ານສັນເສີນ ເປັນສີລທີ່ຕັນຫາແລະທິຕຖິບໍ່ລູບຄໍາ ແລະເປັນສີລ ທີ່ເປັນໄປພ້ອມເພື່ອສະມາທິ ດັ່ງນີ້.
ມະຫານາມ ! ປຽບເໝືອນຕົ້ນໄມ້ ນ້ອມໄປໃນທິດປາຈີນ ເນີ້ງໄປສູ່ທິສປາຈີນ ອຽງໄປທາງທິສປາຈີນ. ຕົ້ນໄມ້ນັ້ນ ເມື່ອເຂົາຕັດທີ່ເຫງົ້າແລ້ວ ມັນຈະລົ້ມໄປທາງໃດ ? “ມັນຈະລົ້ມໄປທາງທິດ ທີ່ມັນນ້ອມໄປ ເນີ້ງໄປ ອຽງໄປ ຂ້ານ້ອຍ !” ມະຫານາມ ! ເຊັ່ນໃດກໍເຊັ່ນນັ້ນ : ອະຣິຍະສາວົກ ປະກອບແລ້ວດ້ວຍທັມສີ່ປະການເຫຼົ່ານີ້ ຍ່ອມເປັນຜູ້ມີປົກກະຕິນ້ອມໄປໃນນິພພານ ເນີ້ງໄປສູ່ນິພພານ ອຽງໄປທາງນິພພານ ໂດຍແທ້ແລ.
- ມຫາວາຣ. ສັງ. ໑໙/໔໖໕-໔໖໖/໑໕໑໑-໑໕໑໒.
໕໗໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
(ອີກນັຍຢະໜຶ່ງ)
ພິກຂຸ ທ. ! ສິກຂາບົດຮ້ອຍຫ້າສິບສິກຂາບົດນີ້ ຍ່ອມມາສູ່ອຸດເທສະ (ການຍົກຂຶ້ນສະແດງ ໃນທ່າມກາງສົງຄ໌) ທຸກເຄິ່ງແຫ່ງເດືອນຕາມລໍາດັບ ອັນກຸລະບຸຕຜູ້ປາຖນາປະໂຍຊນ໌ ພາກັນສຶກສາຢູ່ ໃນສິກຂາບົດເຫຼົ່ານັ້ນ. ພິກຂຸ ທ. ! ສິກຂາສາມຢ່າງເຫຼົ່ານີ້ ມີຢູ່ ອັນເປັນທີ່ປະຊຸມລົງຂອງສິກຂາບົດທັງປວງນັ້ນ. ສິກຂາສາມຢ່າງນັ້ນ ເປັນແນວໃດໜໍ ? ຄື ອະທິສີລະສິກຂາ ອະທິຈິຕຕະສິກຂາ ອະທິປັນຍາສິກຂາ. ພິກຂຸ ທ. ! ເຫຼົ່ານີ້ແລ ສິກຂາສາມຢ່າງ ອັນເປັນທີ່ປະຊຸມລົງແຫ່ງສິກຂາບົດທັງປວງນັ້ນ.
ພິກຂຸ ທ. ! ພິກຂຸ ໃນກໍລະນີນີ້ ເປັນຜູ້ເຮັດໃຫ້ບໍຣິບູນໃນສີລ ຝຶກພໍປະມານໃນສະມາທິ ຝຶກພໍປະມານໃນປັນຍາ. ເຂົາຍັງລ່ວງເກີນສິກຂາບົດເລັກນ້ອຍແດ່ ແລະຕ້ອງອອກຈາກອາບັດເລັກນ້ອຍເຫຼົ່ານັ້ນແດ່. ຂໍ້ນັ້ນເພາະເຫຕໃດ ? ຂໍ້ນັ້ນເພາະເຫຕວ່າ ບໍ່ມີຜູ້ຮູ້ໃດໆ ກ່າວຄວາມອາພັບຕໍ່ການບັນລຸ ໂລກຸຕຕະຣະທັມ ຈະເກີດຂຶ້ນເພາະເຫຕສັກວ່າ ການລ່ວງເກີນສິກຂາບົດເລັກນ້ອຍ ແລະການຕ້ອງອອກຈາກອາບັດເລັກນ້ອຍເຫຼົ່ານີ້. ສ່ວນ ສິກຂາບົດເຫຼົ່າໃດ ທີ່ເປັນເບື້ອງຕົ້ນແຫ່ງພຣົມມະຈັນຣຍ໌ ທີ່ເໝາະສົມແກ່ພຣົມມະຈັນຣຍ໌, ເຂົາເປັນຜູ້ມີສີລຢັ້ງຢືນ ມີສີລໝັ້ນຄົງ ໃນສິກຂາບົດເຫຼົ່ານັ້ນ ສະມາທານສຶກສາຢູ່ໃນສິກຂາບົດທັງຫຼາຍ. ພິກຂຸນັ້ນ, ເພາະຄວາມດັບສິ້ນຮອບແຫ່ງສັນໂຍຊນ໌ສາມ ເປັນໂສດາບັນ ເປັນຜູ້ມີອັນບໍ່ຕົກຕໍ່າ ເປັນທັມມະດາ ເປັນຜູ້ທ່ຽງຕໍ່ພຣະນິພພານ ມີການຕຣັສຮູ້ພ້ອມໃນເບື້ອງໜ້າ.
- ຕິກ. ອັງ. ໒໐/໒໙໗/໕໒໖.
(ເບິ່ງລາຍລະອຽດ ກ່ຽວກັບເລື່ອງພຣະໂສດາບັນ ໄດ້ອີກທີ່ຫົວຂໍ້ວ່າ “ປຽບທຽບພຣະເສຂະ - ອະເສຂະ” ໜ້າ ໕໖໐ ແຫ່ງໜັງສືເຫຼັ້ມນີ້).
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໗໗
ຫຼັກເກນພະຍາກອນພາວະໂສດາບັນຂອງຕົນເອງ








