ອະຣິຍະສັຈພາກຕົ້ນ

ໜ້າ/ 382

ລະ ສັກກາຢະທິຕຖິ (ຄວາມເຫັນວ່າຂັນທ໌ ໕ ຂອງຕົນ);

ລະ ວິຈິກິຈສາ (ຄວາມລັງເລໃນປະຕິປະທາທາງດັບທຸກຂ໌);

ລະ ສີລັບພະຕະປະຣາມາສະ (ການຖືເອົາສີລແລະວັຕຜິດຄວາມມຸ່ງໝາຍທີ່ແທ້ຈິງ) ;

ລະ ອະປາຢະຄະມະນິຢະຣາຄະ (ຣາຄະທີ່ຄວນແກ່ການຊຶ່ງອະບາຍ);

ລະ ອະປາຢະຄະມະນິຢະໂທສະ (ໂທສະທີ່ຄວນແກ່ການເຖິງຊຶ່ງອະບາຍ) ;

ລະ ອະປາຢະຄະມະນິຢະໂມຫະ (ໂມຫະທີ່ຄວນແກ່ການເຖິງຊຶ່ງອະບາຍ).

ພິກຂຸ ທ. ! ພິກຂຸ ລະທັມ ໖ ຢ່າງເຫຼົ່ານີ້ແລ້ວ ເປັນຜູ້ຄວນເຮັດໃຫ້ແຈ້ງຊຶ່ງທິຕຖິສັມປະທາ, ດັ່ງນີ້ແລ.

- ສັກກ. ອັງ. ໒໒/໔໘໗/໓໖໐.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໗໑

[ທັມ ໖ ປະການແຫ່ງສູຕນີ້ໃນສູຕຖັດໄປກ່າວວ່າເປັນທັມ ທີ່ຜູ້ເຖິງພ້ອມດ້ວຍທິຕຖິລະໄດ້ແລ້ວ (໒໒/໔໘໗/໓໖໑); ສູຕຖັດໄປອີກກ່າວວ່າ ເປັນທັມທີ່ບໍ່ອາດຈະເກີດຂຶ້ນ ແກ່ຜູ້ທີ່ເຖິງພ້ອມດ້ວຍທິຕຖິ (໒໒/໔໘໗/໓໖໒)].

ພຣະໂສດາບັນ ຮູ້ຈັກປັນຈຸປາທານຂັນທ໌

ພິກຂຸ ທ. ! ເມື່ອໃດແລ ສາວົກຂອງພຣະອະຣິຍະເຈົ້າໃນທັມວິນັຍນີ້ ມາຮູ້ຈັກຄວາມກໍ່ຂຶ້ນແຫ່ງອຸປາທານຂັນທ໌ຫ້າ. ຮູ້ຈັກຄວາມຕັ້ງຢູ່ບໍ່ໄດ້ ຂອງອຸປາທານຂັນທ໌ຫ້ານີ້. ຮູ້ຈັກອຸປາທານຂັນທ໌ຫ້າ ໃນແງ່ທີ່ມັນໃຫ້ສະເໜ່, ຮູ້ຈັກອຸປາທານຂັນທ໌ຫ້າ ໃນແງ່ທີ່ມັນໃຫ້ແຕ່ໂທດໂຫດຮ້າຍ, ທັງຮູ້ຈັກອຸບາຍທີ່ອອກປໄໃຫ້ພົ້ນອຸປາທານຂັນທ໌ຫ້ານີ້ເສຍ ຕາມທີ່ຖືກທີ່ຈິງ; ພິກຂຸ ທ. ! ເມື່ອນັ້ນແຫຼະ ສາວົກຂອງພຣະອະຣິຍະເຈົ້າຜູ້ນັ້ນ ເຮົາເອີ້ນວ່າ ເປັນພຣະໂສດາບັນ ຜູ້ມີອັນບໍ່ຕົກຕໍ່າເປັນທັມມະດາ ທ່ຽງແທ້ຕໍ່ພຣະນິພພານ ຈະຕຣັສຮູ້ທັມໄດ້ ໃນກາລະເບື້ອງໜ້າ.

- ຂັນທະ. ສັງ. ໑໗/໑໙໖/໒໙໖.

ພຣະໂສດາບັນເປັນໃຜກັນ (ແທ້) ?

(ເລື່ອງຄວນເບິ່ງປະກອບໃນຂຸມ.ໂອ. ໜ້າ ໔໑໕)

ສາຣີບຸຕ ! ທີ່ມັກກ່າວກັນວ່າ ໂສດາບັນ - ໂສດາບັນ ດັ່ງນີ້ ເປັນແນວໃດ

ໜໍ ສາຣີບຸຕ ?

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທ່ານຜູ້ໃດ ເປັນຜູ້ປະກອບພ້ອມແລ້ວ ດ້ວຍອະຣິຍະມັຄຄະມີອົງຄ໌ແປດນີ້ຢູ່ ຜູ້ເຊັ່ນນັ້ນແລ ຂ້ານ້ອຍເອີ້ນວ່າ ເປັນພຣະໂສດາບັນ ຜູ້ມີຊື່ເຊັ່ນນີ້ໆ ມີໂຄຕເຊັ່ນນີ້ໆ ຂ້ານ້ອຍ !”

໕໗໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ສາຣີບຸຕ ! ຖືກແລ້ວ ຖືກແລ້ວ ຜູ້ທີ່ປະກອບພ້ອມແລ້ວດ້ວຍອະຣິຍະມັຄຄະມີອົງຄ໌ແປດນີ້ຢູ່ ເຖິງເຮົາເອງກໍເອີ້ນຜູ້ເຊັ່ນນັ້ນວ່າ ເປັນ ພຣະໂສດາບັນ ຜູ້ມີຊື່ເຊັ່ນນີ້ໆ ມີໂຄຕເຊັ່ນນີ້ໆ.

- ມຫາວາຣ. ສັງ. ໑໙/໔໓໕/໑໔໓໒-໑໔໓໓.

(ອີກນັຍຢະໜຶ່ງ)

ພິກຂຸ ທ. ! ສາວົກຂອງພຣະອະຣິຍະເຈົ້າ ໃນທັມວິນັຍນີ້ ເປັນຜູ້ເຖິງພ້ອມແລ້ວດ້ວຍທັມ ໔ ປະການນີ້ເອງ ຈຶ່ງເປັນ ພຣະໂສດາບັນ ຜູ້ມີອັນບໍ່ຕົກຕໍ່າເປັນທັມມະດາ ທ່ຽງແທ້ຕໍ່ພຣະນິພພານ ເປັນຜູ້ມີອັນຈະຕຣັສຮູ້ທັມໄດ້ ໃນກາລະເບື້ອງໜ້າ. ທັມ ໔ ປະການນັ້ນ ເປັນແນວໃດ ? ສີ່ປະການນັ້ນຄື :-

(໑) ພິກຂຸ ທ. ! ສາວົກຂອງພຣະອະຣິຍະເຈົ້າໃນທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍ ຄວາມເຫຼື້ອມໃສອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວໃນອົງຄ໌ພຣະພຸດທະເຈົ້າ ວ່າ ເພາະເຫຕຢ່າງນີ້ໆ ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນຜູ້ໄກຈາກກິເລຣັສຮູ້ຊອບໄດ້ໂດຍພຣະອົງຄ໌ເອງ ເປັນຜູ້ເຖິງພ້ອມດ້ວຍວິຊຊາແລະຂໍ້ປະຕິບັຕໃຫ້ເຖິງວິຊຊາ ເປັນຜູ້ໄປແລ້ວດ້ວຍດີ ເປັນຜູ້ຮູ້ໂລກຢ່າງແຈ່ມແຈ້ງ ເປັນຜູ້ສາມາດຝຶກຄົນຄວນຝຶກຢ່າງບໍ່ມີໃຜຍິ່ງກວ່າ ເປັນຄຣູຂອງເທວະດາແລະມະນຸສສ໌ທັງຫຼາຍ ເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານດ້ວຍທັມ ເປັນຜູ້ມີຄວາມຈະເຣີນຈໍາແນກທັມ ສັ່ງສອນສັຕ ດັ່ງນີ້.

(໒) ພິກຂຸ ທ. ! ສາວົກຂອງພຣະອະຣິຍະເຈົ້າໃນທັມວິນັຍນີ້ ເປັນຜູ້ປະກອບພ້ອມແລ້ວ ດ້ວຍ ຄວາມເຫຼື້ອມໃສອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວໃນອົງຄ໌ພຣະທັມ ວ່າ ພຣະທັມເປັນສິ່ງທີ່ພຣະຜູ້ມີພຣະພາຄເຈົ້າຕຣັດໄວ້ດີແລ້ວ, ເປັນສິ່ງທີ່ຜູ້ສຶກສາ ແລະປະຕິບັຕຍ່ອມເຫັນໄດ້ດ້ວຍຕົນເອງ, ເປັນສິ່ງທີ່ປະຕິບັຕໄດ້ແລະໃຫ້ຜົລໄດ້ບໍ່ຈໍາກັດ

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໗໓

ກາລ, ເປັນສິ່ງທີ່ຄວນກ່າວກັບຜູ້ອື່ນວ່າ ທ່ານຈົ່ງມາເບິ່ງເຖີ້ນ, ເປັນສິ່ງທີ່ຄວນນ້ອມເຂົ້າມາໃສ່ໂຕ, ເປັນສິ່ງທີ່ຜູ້ຮູ້ ກໍຮູ້ໄດ້ສະເພາະຕົນ ດັ່ງນີ້.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ