ອະຣິຍະສັຈພາກຕົ້ນ
ໜ້າ/ 382
ຣາຊະກຸມາຣ ! .... ກໍສັຕເຫຼົ່ານີ້ ມີອາໄລເປັນທີ່ມາຍິນດີ ຍິນດີແລ້ວໃນອາໄລ ເພີດເພີນແລ້ວໃນອາໄລ. ສໍາລັບສັຕຜູ້ມີອາໄລເປັນທີ່ມາຍິນດີ ຍິນດີເພີດເພີນໃນອາໄລນັ້ນ ຍາກແທ້ທີ່ຈະເຫັນສິ່ງນີ້ ຄື ປະຕິຈຈະສະມຸບບາດ ກ່າວຄື ຄວາມທີ່ສິ່ງນີ້ໆ ເປັນປັຈຈັຍແກ່ສິ່ງນີ້ໆ (ອິທັປປັຈຈະຢະຕາປະຕິຈຈະສະມຸປປາໂທ) ; ແລະຍາກແທ້ທີ່ຈະເຫັນແມ່ນວ່າສິ່ງນີ້ ຄື ນິພພານ ອັນເປັນທັມເປັນທີ່ສະງົບລະງັບແຫ່ງສັງຂາຣທັງປວງ ເປັນທັມອັນປ່ອຍຄືນຊຶ່ງອຸປະທິທັງປວງ ເປັນທີ່ດັບສິ້ນໄປແຫ່ງຕັນຫາ ເປັນ ຄວາມຈາງຄາຍ ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌. ຫາກເຮົາຍ່ອມສະແດງທັມແລ້ວ ສັຕອື່ນບໍ່ສາມາດຮູ້ທົ່ວເຖິງ ຂໍ້ນັ້ນຈະເປັນຄວາມເມື່ອຍເປົ່າແກ່ເຮົາ, ເປັນຄວາມລໍາບາກແກ່ເຮົາ. ໂອ, ຣາຊະກຸມາຣ ! ຄາຖາອັນໜ້າເສົ້າ (ອະນັຈສະຣິຢາ) ເຫຼົ່ານີ້ ທີ່ເຮົາບໍ່ເຄີຍຟັງມາແຕ່ກ່ອນ ໄດ້ປາກົດແຈ່ມແຈ້ງແກ່ເຮົາວ່າ :-
“ກາລະນີ້ບໍ່ຄວນປະກາດທັມ ທີ່ເຮົາບັນລຸໄດ້ແລ້ວໂດຍຍາກ. ທັມນີ້ ສັຕ ທີ່ຖືກຣາຄະ ໂທສະ ປິດກັ້ນແລ້ວ ບໍ່ຮູ້ໄດ້ໂດຍງ່າຍເລີຍ. ສັຕຜູ້ກໍາໜັດແລ້ວ ດ້ວຍຣາຄະ ອັນຄວາມມືດຫຸ້ມຫໍ່ແລ້ວ ຈະບໍ່ເຫັນທັມອັນໄປທວນກະແສ ອັນເປັນທັມລະອຽດ ເລິກເຊິ່ງ ເຫັນໄດ້ຍາກເປັນອະນູ” ດັ່ງນີ້.
- ມ. ມ. ໑໓/໔໖໑/໕໐໙.
ສັຕຜູ້ບໍ່ເປັນໃຫຍ່ຕໍ່ຄວາມກໍາໜັດ ຍ່ອມຫຼົງກາມ
ມາຄັນທິຍາ ! ເຖິງແມ່ນໃນກາລອັນຍືດຍາວດົນນານຝ່າຍອະດີຕ ກາມທັງຫຼາຍກໍມີສັມຜັສເປັນທຸກຂ໌ ມີຄວາມສຸມເຜົາອັນຍິ່ງໃຫຍ່ ມີຄວາມຮ້ອນເອົ້າອັນຍິ່ງໃຫຍ່. ເຖິງແມ່ນໃນກາລອັນຍືດຍາວດົນນານຝ່າຍອະນາຄົຕ ກາມທັງຫຼາຍກໍມີສັມຜັສເປັນທຸກຂ໌ ມີຄວາມສຸມເຜົາອັນຍິ່ງໃຫຍ່ ມີຄວາມຮ້ອນເອົ້າອັນຍິ່ງໃຫຍ່.
ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໑໗
ແມ່ນວ່າໃນກາລເປັນປັຈຈຸບັນໃນບັດນີ້ ກາມທັງຫຼາຍກໍມີສັມຜັສເປັນທຸກຂ໌ ມີຄວາມສຸມເຜົາອັນຍິ່ງໃຫຍ່ ມີຄວາມຮ້ອນເອົ້າອັນຍິ່ງໃຫຍ່. ມາຄັນທິຍາ ! ແຕ່ວ່າ ສັຕທັງຫຼາຍເຫຼົ່ານີ້ ຍັງບໍ່ປາສະຈາກຄວາມກໍາໜັດໃນກາມທັງຫຼາຍ ຖືກກາມະຕັນຫາຄ້ຽວກິນຢູ່ ຖືກຄວາມຮ້ອນເອົ້າໃນກາມສຸມເຜົາຢູ່ ມີອິນຊີ (ຄືຄວາມເປັນໃຫຍ່ແກ່ຕົນ) ອັນກາມກໍາຈັດເສຍໝົດແລ້ວ ຈຶ່ງໄດ້ມີຄວາມສໍາຄັນ ອັນວິປະຣິຕ ວ່າ “ສຸຂ” ໃນກາມທັງຫຼາຍ ອັນມີສັມຜັສເປັນທຸກຂ໌ນັ້ນເອງ, ດັ່ງນີ້.
- ມ. ມ. ໑໓/໒໗໙/໒໘໔.
ສັຕໂລກຮູ້ຈັກສຸຂອັນແທ້ຈິງ ໃນເມື່ອປັນຍາເກີດ
ມາຄັນທິຍາ ! ປຽບເໝືອນບຸຣຸສຕາບອດມາແຕ່ກໍາເນີດ ເຂົາຈະມອງເຫັນຮູບທັງຫຼາຍ ທີ່ມີສີດໍາຫຼືຂາວ ຂຽວຫຼືເຫຼືອງ ແດງຫຼືໝົ່ນກໍຫາກບໍ່ແມ່ນ, ຈະໄດ້ເຫັນບ່ອນອັນຮາບພຽງຫຼືບໍ່ຮາບພຽງກໍຫາກບໍ່ແມ່ນ, ຈະໄດ້ເຫັນດວງດາວຫຼືດວງຈັນ ແລະດວງອາທິຕກໍຫາກບໍ່ແມ່ນ. ເຂົາໄດ້ຟັງຄໍາບອກເລົ່າ ຈາກບຸຣຸສຜູ້ມີຕາດີວ່າ “ທ່ານຜູ້ຈະເຣີນ ! ຜ້າຂາວແພເນື້ອດີນັ້ນ ເປັນຂອງງົດງາມ ປາສະຈາກມົນທິນ ເປັນຜ້າສະອາດ”, ດັ່ງນີ້. ເຂົາທ່ຽວສະແຫວງຫາຜ້າຂາວນັ້ນ. ບຸຣຸສຜູ້ໜຶ່ງ ຫຼອກເຂົາດ້ວຍຜ້າແພເນື້ອຂີ້ຮ້າຍ ເປື້ອນຂີ້ຄວັນໄຟວ່າ “ນີ້ແຫຼະເປັນຜ້າຂາວແພເນື້ອດີ ເປັນຂອງງົດງາມ ປາສະ ຈາກມົນທິນ ເປັນຜ້າສະອາດ.” ດັ່ງນີ້ ; ເຂົາຮັບຜ້ານັ້ນແລ້ວ ແລະຫົ່ມຜ້ານັ້ນ. ຕໍ່ມາ ມິຕ ອາມາດ ຍາດສາຍໂລຫິຕຂອງເຂົາ ເຊີນແພດຜ່າຕັດ ຜູ້ຊໍານານມາຮັກສາ. ແພດຍ່ອມປະກອບຢາຖ່າຍໂທດໃນເບື້ອງເທິງ ຖ່າຍໂທດໃນເບື້ອງຕໍ່າ ໃຊ້ຢາຢອດ ຢາຢອດໃຫ້ກັດ ແລະຢານັດ. ເພາະອາໄສຢານັ້ນເອງ ເຂົາກັບມີຈັກຂຸດີ ລະຄວາມຮັກໃຄ່ພໍໃຈໃນຜ້າແພເນື້ອຂີ້ຮ້າຍ ເປື້ອນຂີ້ຄວັນໄຟເສຍໄດ້ ພ້ອມກັບການເກີດຂຶ້ນແຫ່ງຈັກຂຸທີ່ດີ ເຂົາຍ່ອມຈະເປັນອະມິຕ ເປັນຂ້າເສິກ ໝາຍໝັ້ນຕໍ່ບຸຣຸສຜູ້ຫຼອກເຂົານັ້ນ ຫຼືເຖິງກັບປັກໃຈຮຸນແຮງໄປວ່າ ຄວນຈະປົງຊີວິຕເສຍ ດ້ວຍຄວາມແຄ້ນວ່າ “ທ່ານຜູ້ຈະເຣີນເອີຍ ! ເຮົາຖືກບຸຣຸສຜູ້ນີ້ ຄົດໂກງ ລໍ້ລວງ
໑໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ








