ຄຳສອນພຸດທະ - ໜ້າຈໍໂຫລດ

ອະຣິຍະສັຈພາກຕົ້ນ

ໜ້າ/ 382

(ເບິ່ງລາຍລະອຽດກ່ຽວກັບຂັນທ໌ຫ້າ ແຕ່ລະຂັນທ໌ ໂດຍອະຣິຍະສັຈຈ໌ສີ່ ທີ່ໜ້າ ໑໖໘, ໑໙໒, ໑໙໘, ໒໐໒, ໒໐໘ ແຫ່ງໜັງສືເຫຼັ້ມນີ້.

ສູຕຂ້າງເທິງນີ້ ສະແດງວັຕຖຸແຫ່ງການຮູ້ດ້ວຍເບັນຈະຂັນທ໌; ໃນສູຕອື່ນ ສະແດງດ້ວຍອິນຊີຫ້າຄື ສຸຂິນຊີ ທຸກຂິນຊີ ໂສມະນັດສິນຊີ ໂທມະນັດສິນຊີ ອຸເປກຂິນຊີ, - ໑໙/໒໒໖/໙໒໒-໙໒໓.

ມີສູຕອື່ນ ສະແດງດ້ວຍ ອາຍະຕະນະພາຍໃນຫົກ ກໍມີ, - ໑໙/໒໗໓/໘໑໒

ແລະສູຕອື່ນ ສະແດງດ້ວຍ ປະຕິຈຈະສະມຸປປັນນະທັມ ໑໑ ຢ່າງ ມີຊະຣາ ມະຣະນະ ຊາດ....ຈົນເຖິງ....ວິນຍານ ສັງຂາຣກໍມີ, - ໑໖/໕໓/໙໔).

ການຮູ້ປັນຈຸປາທານະຂັນທ໌ໂດຍທັມລັກສະນະຫ້າ

ພິກຂຸ ທ. ! ອຸປາທານຂັນທ໌ ໕ ຢ່າງນີ້ ມີຢູ່, ຫ້າຢ່າງອັນໃດແດ່ໜໍ ?

ພິກຂຸ ທ. ! ປັນຈຸປາທານັກຂັນທ໌ນັ້ນ ໄດ້ແກ່ ຂັນທ໌ຄືຮູບ ທີ່ຖືກອຸປາທານຄອງແລ້ວ, ຂັນທ໌ຄືເວທະນາ ທີ່ຖືກອຸປາທານຄອງແລ້ວ, ຂັນທ໌ຄືສັນຍາ ທີ່ຖືກອຸປາທານຄອງແລ້ວ, ຂັນທ໌ຄືສັງຂາຣ ທີ່ຖືກອຸປາທານຄອງແລ້ວ, ແລະຂັນທ໌ຄືວິນຍານ ທີ່ຖືກອຸປາທານຄອງແລ້ວ.

ພິກຂຸ ທ. ! ສະມະນະ ຫຼືພຣາມເຫຼົ່າໃດກໍຕາມ ຍັງບໍ່ຮູ້ຈັກຄວາມກໍ່ຂຶ້ນແຫ່ງອຸປາທານຂັນທ໌ຫ້ານີ້, ບໍ່ຮູ້ຈັກຄວາມຕັ້ງຢູ່ບໍ່ໄດ້ ຂອງອຸປາທານຂັນທ໌ຫ້ານີ້, ບໍ່ຮູ້ຈັກອຸປາທານຂັນທ໌ຫ້າ ໃນແງ່ທີ່ມັນໃຫ້ສະເໜ່, ບໍ່ຮູ້ຈັກອຸປາທານຂັນທ໌ຫ້າໃນແງ່ທີ່ມັນໃຫ້ແຕ່ໂທດໂຫດຮ້າຍ, ທັງບໍ່ຮູ້ຈັກອຸບາຍທີ່ອອກໄປໃຫ້ພົ້ນອຸປາທານຂັນທ໌ຫ້ານີ້ ຕາມທີ່ຖືກທີ່ຈິງແລ້ວ; ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່ານັ້ນ ເຖິງແມ່ນສົມມຸດກັນວ່າເປັນສະມະນະຜູ້ໜຶ່ງໆ ໃນສະມະນະທັງຫຼາຍກໍຕາມ ເຖິງແມ່ນສົມມຸດກັນວ່າເປັນພຣາມຜູ້ໜຶ່ງໆ ໃນບັນດາພຣາມທັງຫຼາຍກໍຕາມ

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໖໙

ກໍຫາກອາດເປັນສະມະນະເປັນພຣາມໄດ້ບໍ່, ຫາກສາມາດເຮັດໃຫ້ແຈ້ງ ຊຶ່ງປະໂຍຊນ໌ ທີ່ຕົນມາເປັນສະມະນະ ຫຼືປະໂຍຊນ໌ທີ່ຕົນມາເປັນພຣາມ ດ້ວຍປັນຍາອັນຍິ່ງເອງ ເຂົ້າເຖິງແລ້ວແລຢູ່ ໃນທິຕຖະທັມນີ້ບໍ່ໄດ້ເລີຍ.

(ປະຕິປັກຂະນັຍ)

ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່າໃດ ໄດ້ຮູ້ຈັກຄວາມກໍ່ຂຶ້ນແຫ່ງອຸປາທານຂັນທ໌ຫ້ານີ້, ຮູ້ຈັກຄວາມຕັ້ງຢູ່ບໍ່ໄດ້ ຂອງອຸປາທານຂັນທ໌ຫ້ານີ້, ຮູ້ຈັກອຸປາທານຂັນທ໌ຫ້າ ໃນແງ່ທີ່ມັນໃຫ້ສະເໜ່, ຮູ້ຈັກອຸປາທານຂັນທ໌ຫ້າ ໃນແງ່ທີ່ມັນໃຫ້ແຕ່ໂທດໂຫດຮ້າຍ, ທັງໄດ້ຮູ້ຈັກອຸບາຍທີ່ອອກໄປໃຫ້ພົ້ນອຸປາທານຂັນທ໌ຫ້ານີ້ ຕາມທີ່ຖືກທີ່ຈິງແລ້ວ; ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່ານັ້ນ ທີ່ສົມມຸດກັນແລ້ວວ່າ ເປັນສະມະນະແດ່ ເປັນພຣາມແດ່ ກໍເປັນສະມະນະຫຼືເປັນພຣາມໄດ້ຈິງແທ້ ແລະເຮັດໃຫ້ແຈ້ງໄດ້ ຊຶ່ງປະໂຍຊນ໌ທີ່ຕົນເຂົ້າມາເປັນສະມະນະ ຫຼືປະໂຍຊນ໌ທີ່ຕົນມາເປັນພຣາມ ດ້ວຍປັນຍາອັນຍິ່ງເອງ ເຂົ້າເຖິງແລ້ວແລຢູ່ ໃນທິຕຖະທັມນີ້.

- ຂັນທະ. ສັງ. ໑໗/໑໙໕/໒໙໕.

(ສູຕຂ້າງເທິງນີ້ ສະແດງວັຕຖຸ ແຫ່ງການຮູ້ດ້ວຍອຸປາທານຂັນທ໌ ໃນສູຕອື່ນສະແດງດ້ວຍອິນຊີຫ້າ ຄື ສຸຂິນຊີ ທຸກຂິນຊີ ໂສມະນັດສິນຊີ ໂທມະນັດສິນຊີ ອຸເປກຂິນຊີ. - ໑໙/໒໗໕ -໒໗໖/໙໑໙-໙໒໑.)

ຜູ້ລະຣາຄະ -ໂທສະ -ໂມຫະ ລະດັບໂສດາບັນ

ພິກຂຸ ທ. ! ພິກຂຸບໍ່ລະທັມ ໖ ຢ່າງແລ້ວ ເປັນຜູ້ບໍ່ຄວນ ເພື່ອເຮັດໃຫ້ແຈ້ງຊຶ່ງ ທິຕຖິສັມປະທາ (ຄວາມເປັນໂສດາບັນ). ບໍ່ລະທັມ ໖ ຢ່າງເຫຼົ່າໃດໜໍ ?

ບໍ່ລະທັມຫົກຢ່າງ ເຫຼົ່ານີ້ ຄື :-

໕໗໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ບໍ່ລະ ສັກກາຢະທິຕຖິ (ຄວາມເຫັນວ່າຂັນທ໌ ໕ ຂອງຕົນ) ;

ບໍ່ລະ ວິຈິກິຈສາ (ຄວາມລັງເລໃນປະຕິປະທາທາງດັບທຸກຂ໌) ;

ບໍ່ລະ ສີລັບພະຕະປະຣາມາສະ (ການຖືເອົາສີລແລະວັຕຜິດຄວາມມຸ່ງໝາຍທີ່ແທ້ຈິງ);

ບໍ່ລະ ອະປາຢະຄະມະນິຢະຣາຄະ (ຣາຄະທີ່ຄວນແກ່ການເຖິງຊຶ່ງອະບາຍ) ;

ບໍ່ລະ ອະປາຢະຄະມະນິຢະໂທສະ (ໂທສະທີ່ຄວນແກ່ການເຖິງຊຶ່ງອະບາຍ) ;

ບໍ່ລະ ອະປາຢະຄະມະນິຢະໂມຫະ (ໂມຫະທີ່ຄວນແກ່ການເຖິງຊຶ່ງອະບາຍ).

ພິກຂຸ ທ. ! ພິກຂຸບໍ່ລະທັມ ໖ ຢ່າງເຫຼົ່ານີ້ແລ ເປັນຜູ້ບໍ່ຄວນເຮັດໃຫ້ແຈ້ງຊຶ່ງ ທິຕຖິສັມປະທາ.

ພິກຂຸ ທ. ! ພິກຂຸລະທັມ ໖ ຢ່າງແລ້ວ ເປັນຜູ້ຄວນເຮັດໃຫ້ແຈ້ງ ຊຶ່ງທິຕຖິ ສັມປະທາ. ລະທັມ ໖ ຢ່າງເຫຼົ່າໃດໜໍ ? ລະທັມຫົກຢ່າງເຫຼົ່ານີ້ ຄື :-

ພຣະສູດພຣະສູດຄົ້ນຫາປຶ້ມຖືກໃຈຖືກໃຈປື້ມປື້ມVideoVideoປະຕິທິນປະຕິທິນພຣະທັມພຣະທັມ