ອະຣິຍະສັຈພາກຕົ້ນ
ໜ້າ/ 382
ຫຼືວ່າ (ບາງພວກ) ຍັງບໍ່ໄດ້ເຮັດໃຫ້ເກີດມີ ຍັງບໍ່ໄດ້ແທງຕະຫຼອດ ຊຶ່ງອະນາສະວະວິມຸຕຕິ, ແຕ່ເພາະຄວາມດັບສິ້ນໄປຮອບ ແຫ່ງໂອຣັມພາຄິຍະສັນໂຍຊນ໌ເບື້ອງຕໍ່າຫ້າ ຈຶ່ງເປັນ ອຸດທັງໂສໂຕອະກະນິຕຖະຄາມີ ຜູ້ມີກະແສໃນເບື້ອງເທິງ ໄປເຖິງອະກະນິຕຖະພົບ.
ຫຼືວ່າ (ບາງພວກ) ຍັງບໍ່ໄດ້ເຮັດໃຫ້ເກີດມີ ຍັງບໍ່ໄດ້ແທງຕະຫຼອດ ຊຶ່ງອະນາສະວະວິມຸຕຕິ, ແຕ່ເພາະຄວາມດັບສິ້ນໄປຮອບ ແຫ່ງສັນໂຍຊນ໌ສາມ ແລະເພາະຄວາມທີ່ ຣາຄະ ໂທສະ ໂມຫະ ກໍເບົາບາງໜ້ອຍລົງ ເປັນ ສະກະທາຄາມີ ຍັງຈະມາສູ່ໂລກນີ້ອີກຄັ້ງດຽວເທົ່ານັ້ນ ແລ້ວຍ່ອມເຮັດທີ່ສຸດແຫ່ງທຸກຂ໌ໄດ້.
ຫຼືວ່າ (ບາງພວກ) ຍັງບໍ່ໄດ້ເຮັດໃຫ້ເກີດມີ ຍັງບໍ່ໄດ້ແທງຕະຫຼອດ ຊຶ່ງອະນາສະວະວິມຸຕຕິ, ແຕ່ເພາະຄວາມດັບສິ້ນໄປຮອບແຫ່ງສັນໂຍຊນ໌ສາມ ເປັນຜູ້ເປັນ ເອກະພີຊີ ຄືຈະເກີດໃນພົບແຫ່ງມະນຸສສ໌ຄັ້ງດຽວເທົ່ານັ້ນ ແລ້ວຍ່ອມເຮັດທີ່ສຸດແຫ່ງທຸກຂ໌ໄດ້.
ຫຼືວ່າ (ບາງພວກ) ຍັງບໍ່ໄດ້ເຮັດໃຫ້ເກີດມີ ຍັງບໍ່ໄດ້ແທງຕະຫຼອດ ຊຶ່ງອະນາສະວະວິມຸຕຕິ, ແຕ່ເພາະຄວາມດັບສິ້ນໄປຮອບ ແຫ່ງສັນໂຍຊນ໌ສາມ ເປັນຜູ້ ໂກລັງໂກລະຈະຕ້ອງທ່ອງທ່ຽວໄປສູ່ສະກຸນສອງຫຼືສາມຄັ້ງ ແລ້ວຍ່ອມເຮັດທີ່ສຸດແຫ່ງທຸກຂ໌ໄດ້.
ຫຼືວ່າ (ບາງພວກ) ຍັງບໍ່ໄດ້ເຮັດໃຫ້ເກີດມີ ຍັງບໍ່ໄດ້ແທງຕະຫຼອດ ຊຶ່ງອະນາສະວະວິມຸຕຕິ, ແຕ່ເພາະຄວາມດັບສິ້ນໄປຮອບ ແຫ່ງສັນໂຍຊນ໌ສາມ ເປັນຜູ້ ສັຕຕັກຂັຕຕຸປະຣະມະ ຍັງຕ້ອງທ່ອງທ່ຽວໄປໃນພົບແຫ່ງເທວະດາ ແລະມະນຸສສ໌ອີກເຈັດຄັ້ງ ເປັນຢ່າງຫຼາຍແລ້ວ ຍ່ອມເຮັດທີ່ສຸດແຫ່ງທຸກຂ໌ໄດ້.
ພິກຂຸ ທ. ! ຜູ້ເຮັດໄດ້ພຽງບາງສ່ວນ ຍ່ອມເຮັດໃຫ້ສໍາເລັດໄດ້ບາງສ່ວນ. ຜູ້ເຮັດໃຫ້ບໍຣິບູນ ກໍຍ່ອມເຮັດໃຫ້ສໍາເລັດໄດ້ບໍຣິບູນ; ດັ່ງນັ້ນ ເຮົາຈຶ່ງກ່າວວ່າ ສິກຂາບົດທັງຫຼາຍ ຍ່ອມບໍ່ເປັນໝັນເປົ່າເລີຍ, ດັ່ງນີ້ ແລ.
- ຕິກ. ອັງ. ໒໐/໓໐໑/໕໒໘.
(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໕໖໑, ໕໗໖; ໃນອຣິຍ. ໂອ. ປາຍໜ້າ ໑໕໙໑; ໃນຂຸມ. ໂອ. ໜ້າ ໒໙໘)
(ຜູ້ສຶກສາ ຕ້ອງສັງເກດໃຫ້ເຫັນວ່າ ຂໍ້ຄວາມໃນສູຕນີ້ ສະແດງໃຫ້ເຫັນວ່າ ເຖິງແມ່ນວ່າມີການປະຕິບັຕຢ່າງດຽວກັນແທ້ ກໍຍັງໄດ້ຮັບຜົລຫຼຸດລື່ນກັນ ບໍ່ເທົ່າກັນເພາະເຫຕປັຈຈັຍຢ່າງອື່ນ).
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໖໗
ການຮູ້ເບັນຈະຂັນທ໌ ໂດຍຫຼັກແຫ່ງອະຣິຍະສັຈຈ໌ສີ່
ໂສນະ ! ສະມະນະຫຼືພຣາມ ເຫຼົ່າໃດເຫຼົ່າໜຶ່ງ ບໍ່ຮູ້ທົ່ວເຖິງຊຶ່ງຮູບ ບໍ່ຮູ້ທົ່ວເຖິງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຮູບ ບໍ່ຮູ້ທົ່ວເຖິງ ຊຶ່ງຄວາມດັບບໍ່ເຫຼືອແຫ່ງຮູບ ບໍ່ຮູ້ທົ່ວເຖິງ ຊຶ່ງທາງດໍາເນີນໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງຮູບ, (ໃນກໍລະນີແຫ່ງເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍມີຂໍ້ຄວາມທີ່ຕຣັດເຊັ່ນດຽວກັນ); ໂສນະ ! ສະມະນະຫຼືພຣາມເຫຼົ່ານັ້ນ ບໍ່ແມ່ນຜູ້ທີ່ຄວນໄດ້ຮັບການສົມມຸດວ່າ ເປັນສະມະນະໃນໝູ່ສະມະນະ ບໍ່ແມ່ນຜູ້ທີ່ຄວນໄດ້ຮັບການສົມມຸດ ວ່າເປັນພຣາມໃນໝູ່ພຣາມ. ອີກຢ່າງໜຶ່ງ ບຸຄຄົລຜູ້ບໍ່ຮູ້ເຫຼົ່ານັ້ນ ຈະເຮັດໃຫ້ແຈ້ງ ຊຶ່ງປະໂຍຊນ໌ ແຫ່ງຄວາມເປັນສະມະນະ ຫຼືປະໂຍຊນ໌ແຫ່ງຄວາມເປັນພຣາມ ດ້ວຍປັນຍາອັນຍິ່ງເອງ ເຂົ້າເຖິງແລ້ວແລຢູ່ ໃນທິຕຖະທັມນີ້ຫາໄດ້ບໍ່.
ໂສນະ ! ສ່ວນສະມະນະຫຼືພຣາມເຫຼົ່າໃດເຫຼົ່າໜຶ່ງ ຮູ້ທົ່ວເຖິງ ຊຶ່ງຮູບ ຮູ້ທົ່ວເຖິງ ຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຮູບ ຮູ້ທົ່ວເຖິງ ຊຶ່ງຄວາມດັບບໍ່ເຫຼືອແຫ່ງຮູບ ຮູ້ທົ່ວເຖິງ ຊຶ່ງທາງດໍາເນີນໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຮູບ, (ໃນກໍລະນີແຫ່ງ ເວທະນາ ສັນຍາ ສັງຂາຣ ວິນຍານ ກໍມີຂໍ້ຄວາມທີ່ຕຣັດເຊັ່ນດຽວກັນ) : ໂສນະ ! ສະມະນະຫຼືພຣາມເຫຼົ່ານັ້ນ ຍ່ອມເປັນຜູ້ຄວນໄດ້ຮັບການສົມມຸດວ່າ ເປັນສະມະນະໃນໝູ່ສະມະນະ ຍ່ອມເປັນຜູ້ຄວນໄດ້ຮັບການສົມມຸດວ່າ ເປັນພຣາມໃນໝູ່ພຣາມ, ອີກຢ່າງໜຶ່ງ ບຸຄຄົລຜູ້ຮູ້ທົ່ວເຖິງເຫຼົ່ານັ້ນ ຍ່ອມເຮັດໃຫ້ແຈ້ງຊຶ່ງປະໂຍຊນ໌ ແຫ່ງຄວາມເປັນສະມະນະ ຫຼືປະໂຍຊນ໌ ແຫ່ງຄວາມເປັນພຣາມ ດ້ວຍປັນຍາອັນຍິ່ງເອງ ເຂົ້າເຖິງແລ້ວຢູ່ ໃນທິຕຖະທັມນີ້ໄດ້ ໂດຍແທ້.
- ຂັນທ. ສັງ. ໑໗/໖໒/໑໐໑.
໕໖໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ








