ອະຣິຍະສັຈພາກຕົ້ນ
ໜ້າ/ 382
ແລະຕ້ອງອອກຈາກອາບັດເລັກນ້ອຍເຫຼົ່ານັ້ນແດ່. ຂໍ້ນັ້ນເພາະເຫຕໃດໜໍ ? ຂໍ້ນັ້ນເພາະເຫຕວ່າ ບໍ່ມີຜູ້ຮູ້ໃດໆກ່າວຄວາມອາພັບຕໍ່ການບັນລຸໂລກຸຕຕະຣະທັມ ຈະເກີດຂຶ້ນເພາະເຫຕສັກວ່າ ການລ່ວງເກີນສິກຂາບົດເລັກນ້ອຍ ແລະການຕ້ອງອອກຈາກອາບັດເລັກນ້ອຍເຫຼົ່ານີ້. ສ່ວນສິກຂາບົດເຫຼົ່າໃດ ທີ່ເປັນເບື້ອງຕົ້ນແຫ່ງພຣົມມະຈັນຣຍ໌ທີ່ເໝາະສົມແກ່ພຣົມມະຈັນຣຍ໌, ເຂົາເປັນຜູ້ມີສີລຢັ້ງຢືນ ມີສີລໝັ້ນຄົງ ໃນສິກຂາບົດເຫຼົ່ານັ້ນ ສະມາທານສຶກສາຢູ່ໃນສິກຂາບົດທັງຫຼາຍ. ພິກຂຸນັ້ນ ໄດ້ເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່.
ພິກຂຸ ທ. ! ຜູ້ເຮັດພຽງບາງສ່ວນ ຍ່ອມເຮັດໃຫ້ສໍາເລັດ ໄດ້ບາງສ່ວນ, ຜູ້ເຮັດໃຫ້ບໍຣິບູນ ກໍຍ່ອມເຮັດໃຫ້ສໍາເລັດໄດ້ບໍຣິບູນ; ດັ່ງນັ້ນ ເຮົາຈຶ່ງກ່າວວ່າ ສິກຂາບົດທັງຫຼາຍ ຍ່ອມບໍ່ເປັນໝັນເປົ່າເລີຍ, ດັ່ງນີ້ແລ.
- ຕິກ. ອັງ. ໒໐/໒໙໗/໕໒໖.
ຄວາມຫຼຸດລື່ນແຫ່ງພຣະອະຣິຍະບຸຄຄົລຜູ້ປະຕິບັຕຢ່າງດຽວກັນ
ພິກຂຸ ທ. ! ສິກຂາບົດຮ້ອຍຫ້າສິບສິກຂາບົທນີ້ ຍ່ອມມາສູ່ອຸດເທສະທຸກເຄິ່ງແຫ່ງເດືອນ ຕາມລໍາດັບອັນກຸລະບຸຕ ຜູ້ປາຖະໜາປະໂຍຊນ໌ ພາກັນສຶກສາຢູ່ໃນສິກຂາບົດເຫຼົ່ານັ້ນ. ພິກຂຸ ທ. ! ສິກຂາສາມຢ່າງເຫຼົ່ານີ້ມີຢູ່ ອັນເປັນທີ່ປະຊຸມລົງຂອງສິກຂາບົດທັງປວງນັ້ນ. ສິກຂາສາມຢ່າງນັ້ນ ເປັນແນວໃດໜໍ ? ຄື ອະທິສີລະສິກຂາ ອະທິຈິຕຕະສິກຂາ ອະທິປັນຍາສິກຂາ. ພິກຂຸ ທ. ! ເຫຼົ່ານີ້ແລ ສິກຂາສາມຢ່າງ ອັນເປັນທີ່ປະຊຸມລົງ ແຫ່ງສິກຂາບົດທັງປວງນັ້ນ.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໖໕
ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ ເຮັດໃຫ້ບໍຣິບູນໃນສີລ ເຮັດໃຫ້ບໍຣິບູນ ໃນສະມາທິ ເຮັດໃຫ້ບໍຣິບູນໃນປັນຍາ. ເຂົາຍັງລ່ວງເກີນສິກຂາບົດເລັກນ້ອຍແດ່ ແລະຕ້ອງອອກຈາກອາບັດເລັກນ້ອຍເຫຼົ່ານັ້ນແດ່. ຂໍ້ນັ້ນເພາະເຫຕໃດໜໍ ? ຂໍ້ນັ້ນເພາະເຫຕວ່າ ບໍ່ມີຜູ້ຮູ້ໃດໆ ກ່າວຄວາມອາພັບຕໍ່ການບັນລຸໂລກຸຕຕະຣະທັມ ຈະເກີດຂຶ້ນເພາະເຫຕສັກວ່າ ການລ່ວງເກີນສິກຂາບົດເລັກນ້ອຍ ແລະການຕ້ອງອອກຈາກ ອາບັດເລັກນ້ອຍເຫຼົ່ານີ້. ສ່ວນສິກຂາບົດເຫຼົ່າໃດ ທີ່ເປັນເບື້ອງຕົ້ນແຫ່ງພຣົມມະຈັນຣຍ໌ ທີ່ເໝາະສົມແກ່ພຣົມມະຈັນຣຍ໌, ເຂົາເປັນຜູ້ມີສີລຢັ້ງຢືນ ມີສີລໝັ້ນຄົງໃນສິກຂາບົດເຫຼົ່ານັ້ນ ສະມາທານສຶກສາຢູ່ ໃນສິກຂາບົດທັງຫຼາຍ. ພິກຂຸນັ້ນ ໄດ້ເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມດັບສິ້ນໄປແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່. (ເລື່ອງຄວນຮູ້ກ່ຽວກັບອະນາຄາມີ ໃຫ້ເບິ່ງໃນເຫຼັ້ມນີ້ໜ້າ ໕໖໓, ໖໐໔, ໖໗໘ ແລະໃນຂຸມ. ໂອ. ໜ້າ ໔໕໔)
ຫຼືວ່າ (ບາງພວກ) ຍັງບໍ່ໄດ້ເຮັດໃຫ້ເກີດມີ ຍັງບໍ່ໄດ້ແທງຕະຫຼອດ ຊຶ່ງອະນາສະວະວິມຸຕຕິ, ແຕ່ເພາະຄວາມດັບສິ້ນໄປຮອບ ແຫ່ງໂອຣັມພາຄິຍະສັນໂຍຊນ໌ເບື້ອງຕໍ່າຫ້າ ຈຶ່ງເປັນ ອັນຕະຣາປະຣິນິບພາຢີ ຜູ້ປະຣິນິພພານໃນລະຫວ່າງອາຍຸຍັງບໍ່ທັນເຖິງເຄິ່ງ.
ຫຼືວ່າ (ບາງພວກ) ຍັງບໍ່ໄດ້ເຮັດໃຫ້ເກີດມີ ຍັງບໍ່ໄດ້ແທງຕະຫຼອດຊຶ່ງ ອະນາສະວະວິມຸຕຕິ, ແຕ່ເພາະຄວາມດັບສິ້ນໄປຮອບ ແຫ່ງໂອຣັມພາຄິຍະສັນໂຍຊນ໌ເບື້ອງຕໍ່າຫ້າ ຈຶ່ງເປັນ ອຸປະຫັດຈະປະຣິນິບພາຢີ ຜູ້ປະຣິນິພພານເມື່ອອາຍຸພົ້ນເຄິ່ງແລ້ວໃກ້ເຖິງທີ່ສຸດ.
ຫຼືວ່າ (ບາງພວກ) ຍັງບໍ່ໄດ້ເຮັດໃຫ້ເກີດມີ ຍັງບໍ່ໄດ້ແທງຕະຫຼອດ ຊຶ່ງອະນາສະວະວິມຸຕຕິ, ແຕ່ເພາະຄວາມດັບສິ້ນໄປຮອບ ແຫ່ງໂອຣັມພາຄິຍະສັນໂຍຊນ໌ເບື້ອງຕໍ່າຫ້າ ຈຶ່ງເປັນ ອະສັງຂາຣະປະຣິນິບພາຢີ ຜູ້ປະຣິນິພພານດ້ວຍບໍ່ຕ້ອງໃຊ້ຄວາມພຽນເຫື່ອແຮງ.
ຫຼືວ່າ (ບາງພວກ) ຍັງບໍ່ໄດ້ເຮັດໃຫ້ເກີດມີ ຍັງບໍ່ໄດ້ແທງຕະຫຼອດ ຊຶ່ງອະນາສະວະວິມຸຕຕິ, ແຕ່ເພາະຄວາມດັບສິ້ນໄປຮອບ ແຫ່ງໂອຣັມພາຄິຍະສັນໂຍຊນ໌ເບື້ອງຕໍ່າຫ້າ ຈຶ່ງເປັນ ສະສັງຂາຣະປະຣິນິບພາຢີ ຜູ້ປະຣິນິພພານດ້ວຍຕ້ອງໃຊ້ຄວາມພຽນເຫື່ອແຮງ.
໕໖໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ








