ອະຣິຍະສັຈພາກຕົ້ນ
ໜ້າ/ 382
(ຫຼືວ່າ) ພິກຂຸນັ້ນ, ເພາະຄວາມດັບສິ້ນໄປຮອບແຫ່ງສັນໂຍຊນ໌ສາມ ເປັນຜູ້ ໂກລັງໂກລະ ຈະຕ້ອງທ່ອງທ່ຽວໄປສູ່ສະກຸນສອງ ຫຼືສາມຄັ້ງ ແລ້ວຍ່ອມເຮັດທີ່ສຸດແຫ່ງທຸກຂ໌ໄດ້.
(ຫຼືວ່າ) ພິກຂຸນັ້ນ. ເພາະຄວາມດັບສິ້ນໄປຮອບແຫ່ງສັນໂຍຊນ໌ສາມ ເປັນຜູ້ເປັນ ເອກະພີຊີ ຄືຈະເກີດໃນພົບ ແຫ່ງມະນຸສສ໌ຄັ້ງດຽວເທົ່ານັ້ນແລ້ວ ຍ່ອມເຮັດທີ່ສຸດແຫ່ງທຸກຂ໌ໄດ້.
ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ເຮັດໃຫ້ບໍຣິບູນໃນສີລ ຝຶກພໍປະມານໃນສະມາທິ ຝຶກພໍປະມານໃນປັນຍາ, ເຂົາຍັງລ່ວງເກີນສິກຂາບົດເລັກນ້ອຍແດ່ ແລະຕ້ອງອອກຈາກອາບັດເລັກນ້ອຍເຫຼົ່ານັ້ນແດ່. ຂໍ້ນັ້ນເພາະເຫຕໃດໜໍ ? ຂໍ້ນັ້ນ ເພາະເຫຕວ່າ ບໍ່ມີຜູ້ຮູ້ໃດໆ ກ່າວຄວາມອາພັບຕໍ່ການບັນລຸໂລກຸຕຕະຣະທັມ ຈະເກີດຂຶ້ນເພາະເຫຕສັກວ່າ ການລ່ວງເກີນສິກຂາບົດເລັກນ້ອຍ ແລະການຕ້ອງອອກຈາກອາບັດເລັກນ້ອຍເຫຼົ່ານີ້. ສ່ວນສິກຂາບົດເຫຼົ່າໃດ ທີ່ເປັນເບື້ອງຕົ້ນແຫ່ງພຣົມມະຈັນຣຍ໌ ທີ່ເໝາະສົມແກ່ພຣົມມະຈັນຣຍ໌, ເຂົາເປັນຜູ້ມີສີລຢັ້ງຢືນ ມີສີລໝັ້ນຄົງ ໃນສິກຂາບົດເຫຼົ່ານັ້ນ ສະມາທານສຶກສາຢູ່ ໃນສິກຂາບົດທັງຫຼາຍ. ພິກຂຸນັ້ນ, ເພາະຄວາມດັບສິ້ນໄປຮອບ ແຫ່ງສັນໂຍຊນ໌ສາມ ແລະເພາະຄວາມທີ່ຣາຄະ ໂທສະ ໂມຫະ ກໍເບົາບາງໜ້ອຍລົງ ເປັນສະກະທາຄາມີ ຍັງຈະມາສູ່ໂລກນີ້ ອີກຄັ້ງດຽວເທົ່ານັ້ນ ແລ້ວຍ່ອມເຮັດທີ່ສຸດ ແຫ່ງທຸກຂ໌ໄດ້.
ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ ເຮັດໃຫ້ບໍຣິບູນໃນສີລ ຝຶກໃຫ້ບໍຣິບູນໃນສະມາທິ ຝຶກພໍປະມານໃນປັນຍາ. ເຂົາຍັງລ່ວງເກີນສິກຂາບົດເລັກນ້ອຍແດ່ ແລະ
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໖໓
ຕ້ອງອອກຈາກອາບັດເລັກນ້ອຍເຫຼົ່ານັ້ນແດ່. ຂໍ້ນັ້ນເພາະເຫຕໃດໜໍ ? ຂໍ້ນັ້ນເພາະເຫຕວ່າ ບໍ່ມີຜູ້ຮູ້ໃດໆ ກ່າວຄວາມອາພັບຕໍ່ການບັນລຸໂລກຸຕຕະຣະທັມ ຈະເກີດຂຶ້ນ ເພາະເຫຕສັກວ່າ ການລ່ວງເກີນສິກຂາບົດເລັກນ້ອຍແລະການຕ້ອງອອກຈາກອາບັດເລັກນ້ອຍເຫຼົ່ານີ້. ສ່ວນສິກຂາບົດເຫຼົ່າໃດ ທີ່ເປັນເບື້ອງຕົ້ນແຫ່ງພຣົມມະຈັນຣຍ໌ ທີ່ເໝາະສົມແກ່ພຣົມມະຈັນຣຍ໌, ເຂົາເປັນຜູ້ມີສີລຢັ້ງຢືນ ມີສີລໝັ້ນຄົງ ໃນສິກຂາບົດເຫຼົ່ານັ້ນ ສະມາທານສຶກສາຢູ່ ໃນສິກຂາບົດທັງຫຼາຍ. ພິກຂຸນັ້ນ, ເພາະຄວາມດັບສິ້ນໄປຮອບແຫ່ງ ສັນໂຍຊນ໌ເບື້ອງຕໍ່າຫ້າ ເປັນ ໂອປະປາຕິກະອະນາຄາມີ ຜູ້ອຸບັດຂຶ້ນໃນທັນທີ ມີການປະຣິນິພພານໃນພົບນັ້ນໆ ບໍ່ວຽນກັບຈາກໂລກນັ້ນເປັນທັມມະດາ. .... (ຕໍ່ໄປນີ້ເປັນຂໍ້ຄວາມຈາກບັນ ໕໒໗ ຈົນກະທັ່ງສິ້ນຂໍ້ຄວາມ ເລື່ອງພຣະອະນາຄາມີ: -)
ພິກຂຸນັ້ນ, ເພາະຄວາມດັບສິ້ນໄປຮອບ ແຫ່ງສັນໂຍຊນ໌ເບື້ອງຕໍ່າຫ້າ ເປັນ ອຸດທັງໂສໂຕອະກະນິຕຖະຄາມີ ຜູ້ມີກະແສໃນເບື້ອງເທິງໄປເຖິງອະກະນິຕຖະພົບ.
(ຫຼືວ່າ) ພິກຂຸນັ້ນ, ເພາະຄວາມດັບສິ້ນໄປຮອບ ແຫ່ງສັນໂຍຊນ໌ເບື້ອງຕໍ່າຫ້າ ເປັນ ສະສັງຂາຣະປະຣິນິບພາຢີ ຜູ້ປະຣິນິພພານດ້ວຍຕ້ອງໃຊ້ຄວາມພຽນເຫື່ອແຮງ.
(ຫຼືວ່າ) ພິກຂຸນັ້ນ, ເພາະຄວາມດັບສິ້ນໄປຮອບ ແຫ່ງສັນໂຍຊນ໌ເບື້ອງຕໍ່າຫ້າ ເປັນ ອະສັງຂາຣະປະຣິນິບພາຢີ ຜູ້ປະຣິນິພພານດ້ວຍບໍ່ຕ້ອງໃຊ້ຄວາມພຽນເຫື່ອແຮງ.
(ຫຼືວ່າ) ພິກຂຸນັ້ນ, ເພາະຄວາມດັບສິ້ນໄປຮອບ ແຫ່ງສັນໂຍຊນ໌ເບື້ອງຕໍ່າຫ້າ ເປັນ ອຸປະຫັດຈະປະຣິນິບພາຢີ ຜູ້ປະຣິນິພພານເມື່ອອາຍຸພົ້ນເຄິ່ງແລ້ວໃກ້ເຖິງທີ່ສຸດ.
(ຫຼືວ່າ) ພິກຂຸນັ້ນ, ເພາະຄວາມດັບສິ້ນໄປຮອບ ແຫ່ງສັນໂຍຊນ໌ເບື້ອງຕໍ່າຫ້າ ເປັນ ອັນຕະຣະປະຣິນິບພາຢີ ຜູ້ປະຣິນິພພານໃນລະຫວ່າງອາຍຸຍັງບໍ່ທັນເຖິງເຄິ່ງ.
ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ ເຮັດໃຫ້ບໍຣິບູນໃນສີລ ເຮັດໃຫ້ບໍຣິບູນ ໃນສະມາທິ ເຮັດໃຫ້ບໍຣິບູນໃນປັນຍາ. ເຂົາຍັງລ່ວງເກີນສິກຂາບົດເລັກນ້ອຍແດ່
໕໖໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ








