ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸ ທ. ! ອະທິປັນຍາສິກຂາ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເຮັດໃຫ້ແຈ້ງຊຶ່ງເຈໂຕວິມຸຕຕິ ປັນຍາວິມຸຕຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມສິ້ນໄປ ແຫ່ງອາສະວະທັງຫຼາຍ ດ້ວຍປັນຍາອັນຍິ່ງເອງ ໃນທິຕຖະທັມນີ້ ເຂົ້າເຖິງແລ້ວແລຢູ່. ພິກຂຸ ທ. ! ນີ້ເຮົາກ່າວວ່າ ອະທິປັນຍາສິກຂາ.

ພິກຂຸ ທ. ! ເຫຼົ່ານີ້ແລ ສິກຂາ ໓ ຢ່າງ.

(ຄາຖາຜະນວກທ້າຍພຣະສູຕ)

ຈົ່ງເປັນຜູ້ມີຄວາມພຽນ ມີກໍາລັງ ມີຄວາມຕັ້ງໝັ້ນ ມີຄວາມເພັ່ງ ມີສະຕິສັງລວມອິນຊີ ປະພຶດອະທິສີລ ອະທິຈິຕ ແລະອະທິປັນຍາເຖີ້ນ ຈົ່ງແຜ່ຈິຕສຸບງໍາທິດທັງປວງ ດ້ວຍສະມາທິອັນຫາປະມານບໍ່ໄດ້ ເຊັ່ນດຽວກັນທັງເບື້ອງໜ້າເບື້ອງຫຼັງ ທັງເບື້ອງຫຼັງເບື້ອງໜ້າ ເຊັ່ນດຽວກັນທັງເບື້ອງຕໍ່າເບື້ອງສູງ

໕໖໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ທັງເບື້ອງສູງເບື້ອງຕໍ່າ ເຊັ່ນດຽວກັນທັງກາງເວັນກາງຄືນ ທັງກາງຄືນກາງເວັນ. ນັ້ນທ່ານກ່າວກັນວ່າ ເປັນເສຂະປະຕິປະທາ ຫຼືການປະພຶດທັມໝົດຈົດດ້ວຍດີ. ນັ້ນທ່ານກ່າວກັນວ່າ ເປັນຜູ້ຮູ້ພ້ອມໃນໂລກ ມີປັນຍາ ເຖິງທີ່ສຸດແຫ່ງການປະຕິບັຕ.

ວິໂມກຂ໌ແຫ່ງຈິຕ ຍ່ອມມີແກ່ບຸຄຄົລນັ້ນຜູ້ຫຼຸດພົ້ນແລ້ວ ເພາະດັບສິ້ນຕັນຫາເພາະຄວາມດັບສະນິດແຫ່ງວິນຍານ ເໝືອນຄວາມດັບສະນິດແຫ່ງໄຟສະນັ້ນ.

- ຕິກ. ອັງ. ໒໐/໓໐໓/໕໓໐.

ປຽບທຽບພຣະເສຂະ-ອະເສຂະ

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄໍາອັນພຣະຜູ້ມີພຣະພາຄ ຕຣັດວ່າ “ເສຂະ ເສຂະ” ດັ່ງນີ້ ມີຢູ່. ບຸຄຄົລຊື່ວ່າ ເສຂະ ດ້ວຍເຫຕມີປະມານເທົ່າໃດ ຂະນ້ອຍ ?”

ພິກຂຸ ! ບຸຄຄົລ ທີ່ສຶກສານັ້ນແຫຼະຊື່ວ່າ ເສຂະ, ສຶກສາອັນໃດກັນໜໍ ? ສຶກສາທັງອະທິສີລ ທັງອະທິຈິຕ ທັງອະທິປັນຍາ. ພິກຂຸ ! ເພາະເຂົາສຶກສາ ເຂົາຈຶ່ງຊື່ວ່າ ເສຂະ ດັ່ງນີ້.໑

- ຕິກ. ອັງ. ໒໐/໒໙໗/໕໒໕.

(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ໜ້າ ໕໖໔, ໕໖໕, ໕໗໖; ໃນອະຣິຍະ. ໂອ. ປາຍໜ້າ ໑໕໙໑; ໃນຂຸມ. ໂອ. ໜ້າ ໒໘໙)

໑. ຄໍາອະທິບາຍຂອງຄໍາວ່າ ອະເສຂະ ຫາເບິ່ງໄດ້ທີ່ຫົວຂໍ້ວ່າ “ພຣະອໍຣະຫັນຕ໌ ຄືຜູ້ເປັນອະເສຂະ”

ທີ່ໜ້າ ໖໐໙ ແຫ່ງໜັງສືເຫຼັ້ມນີ້.

ພາກ໓ - ນິໂຣທະອະຣິຍະສັຈຈ໌ ໕໖໑

ພິກຂຸ ທ. ! ສິກຂາບົດຮ້ອຍຫ້າສິບສິກຂາບົທນີ້ ຍ່ອມມາສູ່ອຸດເທສະ (ການຍົກຂຶ້ນສະແດງໃນທ່າມກາງສົງຄ໌) ທຸກເຄິ່ງແຫ່ງເດືອນ ຕາມລໍາດັບ ອັນກຸລະບຸຕຜູ້ປາຖະໜາປະໂຍຊນ໌ ພາກັນສຶກສາຢູ່ ໃນສິກຂາບົດເຫຼົ່ານັ້ນ. ພິກຂຸ ທ. ! ສິກຂາສາມຢ່າງເຫຼົ່ານີ້ ມີຢູ່ ອັນເປັນທີ່ປະຊຸມລົງຂອງສິກຂາບົດທັງປວງນັ້ນ. ສິກຂາສາມຢ່າງນັ້ນ ເປັນແນວໃດໜໍ ? ຄື ອະທິສີລະສິກຂາ ອະທິຈິຕຕະສິກຂາ ອະທິປັນຍາສິກຂາ. ພິກຂຸ ທ. ! ເຫຼົ່ານີ້ແລ ສິກຂາສາມຢ່າງ ອັນເປັນທີ່ປະຊຸມລົງ ແຫ່ງສິກຂາບົດທັງປວງນັ້ນ.

ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ ເຮັດໃຫ້ບໍຣິບູນໃນສີລ ເຮັດພໍປະມານໃນສະມາທິ ເຮັດພໍປະມານໃນປັນຍາ. ເຂົາຍັງລ່ວງເກີນສິກຂາບົດເລັກນ້ອຍແດ່ ແລະຕ້ອງອອກຈາກອາບັດເລັກນ້ອຍເຫຼົ່ານັ້ນແດ່. ຂໍ້ນັ້ນເພາະເຫຕໃດໜໍ ? ຂໍ້ນັ້ນເພາະເຫຕວ່າ ບໍ່ມີຜູ້ຮູ້ໃດໆ ກ່າວຄວາມອາພັບ ຕໍ່ການບັນລຸໂລກຸຕຕະຣະທັມ ຈະເກີດຂຶ້ນເພາະເຫຕສັກວ່າ ການລ່ວງເກີນສິກຂາບົດເລັກນ້ອຍ ແລະການຕ້ອງອອກຈາກອາບັດເລັກນ້ອຍເຫຼົ່ານີ້. ສ່ວນສິກຂາບົດເຫຼົ່າໃດ ທີ່ເປັນເບື້ອງຕົ້ນແຫ່ງພຣົມມະຈັນຣຍ໌ ທີ່ເໝາະສົມແກ່ພຣົມມະຈັນຣຍ໌, ເຂົາເປັນຜູ້ມີສີລຢັ້ງຢືນ ມີສີລໝັ້ນຄົງ ໃນສິກຂາບົດເຫຼົ່ານັ້ນ ສະມາທານສຶກສາຢູ່ ໃນສິກຂາບົດທັງຫຼາຍ. ພິກຂຸນັ້ນ, ເພາະຄວາມດັບສິ້ນໄປຮອບແຫ່ງສັນໂຍຊນ໌ສາມ ເປັນໂສດາບັນ ເປັນຜູ້ມີອັນບໍ່ຕົກຕໍ່າເປັນທັມມະດາ ເປັນຜູ້ທ່ຽງຕໍ່ພຣະນິພພານ ມີການຕຣັສຣູ້ພ້ອມໃນເບື້ອງໜ້າ. .... (ຕໍ່ໄປນີ້ເປັນຂໍ້ຄວາມຈາກແຖວ ໕໒໗ ຈົນວ່າໝົດຂໍ້ຄວາມເລື່ອງພຣະໂສດາບັນ:-)

໕໖໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພິກຂຸນັ້ນ, ເພາະຄວາມດັບສິ້ນໄປຮອບແຫ່ງສັນໂຍຊນ໌ສາມ ເປັນຜູ້ ສັຕຕັກຂັຕຕຸ ປະຣະມະ ຍັງຕ້ອງທ່ອງທ່ຽວໄປ ໃນພົບແຫ່ງເທວະດາ ແລະມະນຸສສ໌ອີກເຈັດຄັ້ງເປັນຢ່າງຫຼາຍແລ້ວ ຍ່ອມເຮັດທີ່ສຸດແຫ່ງທຸກຂ໌ໄດ້

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ