ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພິກຂຸ ທ. ! ເມື່ອມີສັມມາທິຕຖິຢູ່, ສັມມາສັງກັບປະຍ່ອມມີພຽງພໍ. ເມື່ອມີສັມມາສັງກັບປະຢູ່, ສັມມາວາຈາຍ່ອມມີພຽງພໍ. ເມື່ອມີສັມມາວາຈາຢູ່, ສັມມາກັມມັນຕະຍ່ອມມີພຽງພໍ. ເມື່ອມີສັມມາກັມມັນຕະຢູ່, ສັມມາອາຊີວະຍ່ອມມີພຽງພໍ. ເມື່ອມີສັມມາອາຊີວະຢູ່, ສັມມາວາຢາມະຍ່ອມມີພຽງພໍ. ເມື່ອມີສັມມາວາຢາມະຢູ່, ສັມມາສະຕິຍ່ອມມີພຽງພໍ. ເມື່ອມີສັມມາສະຕິຢູ່, ສັມມາສະມາທິຍ່ອມມີພຽງພໍ. ເມື່ອມີສັມມາສະມາທິຢູ່, ສັມມາຍານະຍ່ອມມີພຽງພໍ. ເມື່ອມີສັມມາຍານະຢູ່, ສັມມາວິມຸຕຕິຍ່ອມມີພຽງພໍ.
ພິກຂຸ ທ. ! ດ້ວຍເຫຕນີ້ແລ, ພິກຂຸຜູ້ປະກອບພ້ອມແລ້ວ ດ້ວຍອົງຄ໌ທັງ ໘ ຊື່ວ່າ ເປັນພຣະເສຂະ; ແລະຜູ້ປະກອບພ້ອມແລ້ວ ດ້ວຍອົງຄ໌ທັງ ໑໐ (ຄືເພີ່ມສັມມາຍານະແລະສັມມາວິມຸຕຕິອີກ ໒ ອົງຄ໌) ຊື່ວ່າ ເປັນພຣະອໍຣະຫັນຕ໌ (ພຣະອະເສຂະ) ແລ.
- ອຸປຣິ. ມ. ໑໔/໑໘໗/໒໗໙.
ນິດເທສະແຫ່ງໄຕຣສິກຂາເພື່ອປຽບທຽບ
ພິກຂຸ ທ. ! ສິກຂາ ໓ ຢ່າງ ເຫຼົ່ານີ້ ມີຢູ່. ສາມຢ່າງແນວໃດໜໍ ? ສາມຢ່າງຄື ອະທິສີລະສິກຂາ ອະທິຈິຕຕະສິກຂາ ອະທິປັນຍາສິກຂາ.
໕໕໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພິກຂຸ ທ. ! ອະທິສີລະສິກຂາ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ມີສີລ ສັງລວມດ້ວຍປາຕິໂມກຂະສັງວອນ ສົມບູນດ້ວຍມາລະຍາດແລະໂຄຈອນ ມີປົກກະຕິເຫັນເປັນພັຍໃນໂທດທັງຫຼາຍ ເຖິງແມ່ນວ່າເປັນໂທດເລັກນ້ອຍ ສະມາທານສຶກສາຢູ່ ໃນສິກຂາບົດທັງຫຼາຍ. ພິກຂຸ ທ. ! ນີ້ເຮົາກ່າວວ່າອະທິສີລະສິກຂາ.
ພິກຂຸ ທ. ! ອະທິຈິຕຕະສິກຂາ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ສະງັດຈາກກາມທັງຫຼາຍ ສະງັດຈາກອະກຸສົລທັມທັງຫຼາຍ ເຂົ້າເຖິງປະຖົມມະຊານ ອັນມີວິຕົກມີວິຈາຣ ມີປີຕິແລະສຸຂ ອັນເກີດຈາກວິເວກແລ້ວແລຢູ່;ເພາະຄວາມທີ່ວິຕົກວິຈາຣທັງສອງ ລະງັບລົງ ເຂົ້າເຖິງ ທຸຕິຍະຊານ ເປັນເຄື່ອງຜ່ອງໃສແຫ່ງໃຈໃນພາຍໃນ ໃຫ້ສະມາທິ ເປັນທັມອັນເອກຜຸດມີຂຶ້ນ ບໍ່ມີວິຕົກ ບໍ່ມີວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດຈາກສະມາທິແລ້ວແລຢູ່; ອັນໜຶ່ງ ເພາະຄວາມຈາງຄາຍໄປແຫ່ງປີຕິ ຍ່ອມເປັນຜູ້ຢູ່ອຸເປກຂາ ມີສະຕິແລະສັມປະຊັນຍະ ແລະຍ່ອມສະເຫວີຍຄວາມສຸຂດ້ວຍນາມກາຍ ຊະນິດທີ່ພຣະອະຣິຍະເຈົ້າທັງຫຼາຍ ຍ່ອມກ່າວສັນເສີນຜູ້ນັ້ນວ່າ “ເປັນຜູ້ຢູ່ອຸເປກຂາ ມີສະຕິ ຢູ່ເປັນປົກກະຕິສຸຂ” ດັ່ງນີ້ ເຂົ້າເຖິງ ຕະຕິຍະຊານ ແລ້ວແລຢູ່; ເພາະລະສຸຂເສຍໄດ້ ແລະເພາະລະທຸກຂ໌ເສຍໄດ້ ເພາະຄວາມດັບໄປແຫ່ງໂສມະນັດສະ ແລະໂທມະນັດສະທັງສອງໃນກາລກ່ອນ, ເຂົ້າເຖິງ ຈະຕຸຕຖະຊານ ບໍ່ມີທຸກຂ໌ ບໍ່ມີສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາດບໍຣິສຸດ ເພາະອຸເປກຂາແລ້ວແລຢູ່. ພິກຂຸ ທ. ! ນີ້ເຮົາກ່າວວ່າ ອະທິຈິຕຕະສິກຂາ.
ພິກຂຸ ທ. ! ອະທິປັນຍາສິກຂາ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມຮູ້ແຈ່ມແຈ້ງຕາມເປັນຈິງວ່າ “ນີ້ທຸກຂ໌, ນີ້ເຫຕໃຫ້ເກີດແຫ່ງທຸກຂ໌, ນີ້ຄວາມດັບບໍ່ເຫຼືອແຫ່ງທຸກຂ໌, ນີ້ທາງໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້.ພິກຂຸ ທ. ! ນີ້ເຮົາກ່າວວ່າ ອະທິປັນຍາສິກຂາ.
ພິກຂຸ ທ. ! ເຫຼົ່ານີ້ແລ ສິກຂາ ໓ ຢ່າງ.
- ຕິກ. ອັງ. ໒໐/໓໐໓/໕໒໙.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໕໙
ນິດເທສະແຫ່ງໄຕຣສິກຂາ (ອີກນັຍໜຶ່ງ)
ພິກຂຸ ທ. ! ສິກຂາສາມຢ່າງເຫຼົ່ານີ້ ມີຢູ່, ສາມຢ່າງແນວໃດໜໍ ? ສາມຢ່າງຄື ອະທິສີລະສິກຂາ ອະທິຈິຕຕະສິກຂາ ອະທິປັນຍາສິກຂາ.
ພິກຂຸ ທ. ! ອະທິສີລະສິກຂາ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ເປັນຜູ້ມີສີລ ສັງລວມດ້ວຍປາຕິໂມກຂະສັງວອນ....ຯລຯ.... ສະມາທານສຶກສາຢູ່ ໃນສິກຂາບົດທັງຫຼາຍ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ອະທິສີລະສິກຂາ.
ພິກຂຸ ທ. ! ອະທິຈິຕຕະສິກຂາ ເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ສະງັດຈາກກາມທັງຫຼາຍ.... ເຂົ້າເຖິງປະຖົມຊານ....ຯລຯ....ທຸຕິຍະຊານ....ຯລຯ.... ຕະຕິຍະຊານ....ຯລຯ....ຈະຕຸຕຖະຊານ....ແລ້ວແລຢູ່. ພິກຂຸ ທ. ! ນີ້ເຮົາກ່າວວ່າ ອະທິຈິຕຕະສິກຂາ.








