ອະຣິຍະສັຈພາກຕົ້ນ

ໜ້າ/ 382

(ໃນສູຕນີ້ ໄດ້ຕຣັດສິ່ງເປັນທີ່ຕັ້ງ ແຫ່ງຄວາມຢຶດຖື ນອກໄປຈາກດິນ ນໍ້າ ໄຟ ລົມ ອີກຄື ພູຕະສັຕ ເທບ ປະຊາບໍດີ ພຣົມ ອາພັດສະຣະພຣົມ ສຸພະກິນຫະພຣົມ ເວຫັບຜະລະພຣົມ ອະພິພູ ອາກາສານັນຈາຢະຕະນະ ຯລຯ ເນວະສັນຍານາສັນຍາຢະຕະນະ ສິ່ງທີ່ເຫັນແລ້ວ - ຟັງແລ້ວ-ຮູ້ສຶກ-ຮູ້ແຈ້ງແລ້ວ ເອກະພາວະ ນານາພາວະ ສິ່ງທັງປວງ ແລະນິພພານ).

ພຣະອະເສຂະຄືຜູ້ທີ່ບໍ່ຢຶດຖືແມ່ນແຕ່ໃນນິພພານ

ພິກຂຸ ທ. ! ພິກຂຸໃດ ເປັນພຣະອໍຣະຫັນຕ໌ ຜູ້ດັບສິ້ນອາສະວະແລ້ວ ຢູ່ຈົບພຣົມມະຈັນຣຍ໌ ເຮັດກິດທີ່ຕ້ອງເຮັດສໍາເລັດແລ້ວ ມີພາຣະອັນປົງລົງແລ້ວ ມີປະໂຍຊນ໌ຂອງຕົນ ອັນຕາມບັນລຸເຖິງແລ້ວ ມີສັນໂຍຊນ໌ໃນພົບດັບສິ້ນໄປຮອບແລ້ວ ເປັນຜູ້ຫຼຸດພົ້ນແລ້ວ ເພາະຮູ້ໂດຍຊອບ, ພິກຂຸເຖິງແມ່ນດັ່ງນັ້ນ ກໍຍ່ອມຮູ້ແຈ່ມແຈ້ງຊຶ່ງນິພພານ ໂດຍຄວາມເປັນນິພພານ; ເມື່ອຮູ້ແຈ່ມແຈ້ງຊຶ່ງນິພພານ ໂດຍສັກແຕ່ວ່າເປັນນິພພານແລ້ວ, ຍ່ອມບໍ່ເປັນຜູ້ໝາຍໝັ້ນຊຶ່ງນິພພານ; ບໍ່ໝາຍໝັ້ນໃນນິພພານ; ບໍ່ໝາຍໝັ້ນໂດຍຄວາມເປັນນິພພານ; ບໍ່ໝາຍໝັ້ນວ່າ ‘ນິພພານ ເປັນຂອງເຮົາ’ ດັ່ງນີ້; ຈຶ່ງບໍ່ເປັນຜູ້ເພີດເພີນຊຶ່ງນິພພານ. ຂໍ້ນັ້ນເພາະເຫຕໃດໜໍ ? ເຮົາຂໍຕອບວ່າ “ເພາະວ່ານິພພານ ເປັນສິ່ງທີ່ພິກຂຸ ຜູ້ອໍຣະຫັນຕ໌ຂີນາສົບນັ້ນ ໄດ້ຮູ້ຮອບແລ້ວ” ດັ່ງນີ້ ແລ.

- ມູ. ມ. ໑໒/໗/໔.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໕໕

ໄຕຣສິກຂາຂອງພຣະອະເສຂະ

ພິກຂຸ ທ. ! ພິກຂຸ ປະກອບດ້ວຍທັມສາມປະການ ຍ່ອມເປັນຜູ້ມີຄວາມສໍາເລັດເຖິງທີ່ສຸດ ມີໂຢຄັກເຂມະທັມເຖິງທີ່ສຸດ ມີພຣົມມະຈັນຣຍ໌ເຖິງທີ່ສຸດ ຈົບກິດເຖິງທີ່ສຸດ ເປັນຜູ້ປະເສີດກວ່າເທວະດາ ແລະມະນຸສສ໌ທັງຫຼາຍ. ປະກອບດ້ວຍທັມສາມປະການແນວໃດໜໍ ? ປະກອບດ້ວຍທັມສາມປະການ ຄື :-

ປະກອບດ້ວຍ ສີລະຂັນທ໌ ອັນເປັນອະເສຂະ ໑;

ປະກອບດ້ວຍ ສະມາທິຂັນທ໌ ອັນເປັນອະເສຂະ ໑;

ປະກອບດ້ວຍ ປັນຍາຂັນທ໌ ອັນເປັນອະເສຂະ ໑.

ພິກຂຸ ທ. ! ພິກຂຸ ປະກອບດ້ວຍທັມສາມປະການເຫຼົ່ານີ້ແລ ຍ່ອມເປັນຜູ້ມີຄວາມສໍາເລັດເຖິງທີ່ສຸດ ມີໂຢຄັກເຂມະທັມເຖິງທີ່ສຸດ ມີພຣົມມະຈັນຣຍ໌ເຖິງທີ່ສຸດ ຈົບກິຈເຖິງທີ່ສຸດ ເປັນຜູ້ປະເສີດກວ່າເທວະດາ ແລະມະນຸສສ໌ທັງຫຼາຍ.

- ຕິກ. ອັງ. ໒໐/໓໗໕/໕໘໓.

ທັມມະຂັນທ໌ຂອງພຣະອະເສຂະ

ພິກຂຸ ທ. ! ພິກຂຸປະກອບດ້ວຍທັມຫ້າປະການ ຍ່ອມເປັນອາຫຸເນີຍໂຢ ປາຫຸເນີຍໂຢ ທັກຂິເນີຍໂຢ ອັນຊະລິກະຣະນີໂຢ ແລະເປັນຜືນນາບຸນຍ໌ຂອງໂລກບໍ່ມີນາບຸນຍ໌ອື່ນຍິ່ງກວ່າ. ປະກອບດ້ວຍທັມຫ້າປະການແນວໃດໜໍ ? ປະກອບດ້ວຍທັມຫ້າປະການ ຄື :-

ປະກອບດ້ວຍ ສີລະຂັນທ໌ ອັນເປັນອະເສຂະ ໑;

ປະກອບດ້ວຍ ສະມາທິຂັນທ໌ ອັນເປັນອະເສຂະ ໑;

໕໕໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ປະກອບດ້ວຍ ປັນຍາຂັນທ໌ ອັນເປັນອະເສຂະ ໑;

ປະກອບດ້ວຍ ວິມຸຕຕິຂັນທ໌ ອັນເປັນອະເສຂະ ໑;

ປະກອບດ້ວຍ ວິມຸຕຕິຍານະທັສສະນະຂັນທ໌ ອັນເປັນອະເສຂະ ໑.

ພິກຂຸ ທ. ! ພິກຂຸ ປະກອບດ້ວຍທັມຫ້າປະການເຫຼົ່ານີ້ແລ ຍ່ອມເປັນ ອາຫຸເນີຍໂຢ ປາຫຸເນີຍໂຢ ທັກຂິເນີຍໂຢ ອັນຊະລິກະຣະນີໂຢ ແລະເປັນຜືນນາບຸນຍ໌ຂອງໂລກ ບໍ່ມີນາບຸນຍ໌ອື່ນຍິ່ງກວ່າ.

- ປັນຈກ. ອັງ. ໒໒/໑໕໒/໑໐໘.

ສັມມັຕຕະສິບຂອງພຣະອະເສຂະ

ພິກຂຸ ທ. ! ທັມອັນເປັນອະເສຂະ ສິບຢ່າງເຫຼົ່ານີ້ ມີຢູ່. ສິບຢ່າງແນວໃດໜໍ ? ສິບຢ່າງ ຄື :-

ສັມມາທິຕຖິ ອັນເປັນອະເສຂະ ໑;

ສັມມາສັງກັບປະ ອັນເປັນອະເສຂະ ໑;

ສັມມາວາຈາ ອັນເປັນອະເສຂະ ໑;

ສັມມາກັມມັນຕະ ອັນເປັນອະເສຂະ ໑;

ສັມມາອາຊີວະ ອັນເປັນອະເສຂະ ໑;

ສັມມາວາຢາມະ ອັນເປັນອະເສຂະ ໑;

ສັມມາສະຕິ ອັນເປັນອະເສຂະ ໑;

ສັມມາສະມາທິ ອັນເປັນອະເສຂະ ໑;

ສັມມາຍານະ ອັນເປັນອະເສຂະ ໑;

ສັມມາວິມຸຕຕິ ອັນເປັນອະເສຂະ ໑ .

ພິກຂຸ ທ. ! ເຫຼົ່ານີ້ແລ ທັມອັນເປັນອະເສຂະສິບຢ່າງ;

- ທສກ. ອັງ. ໒໔/໒໓໗/໑໑໒.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໕໗

ອົງຄ໌ແຫ່ງຄວາມເປັນພຣະເສຂະແລະພຣະອະເສຂະ

ພິກຂຸ ທ. ! ໃນບໍຣິກຂານແຫ່ງອະຣິຍະສັມມາສະມາທິນັ້ນ, ສັມມາທິຕຖິຍ່ອມເປັນອົງຄ໌ນໍາໜ້າ.

ພິກຂຸ ທ. ! ສັມມາທິຕຖິ ເປັນອົງຄ໌ນໍາໜ້າ ແນວໃດໜໍ ?

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ