ອະຣິຍະສັຈພາກຕົ້ນ

ໜ້າ/ 382

ພິກຂຸແມ່ນດັ່ງນັ້ນ ຍ່ອມຮູ້ແຈ່ມແຈ້ງຊຶ່ງດິນ ນໍ້າ ໄຟ ລົມ ໂດຍຄວາມເປັນ ດິນ ນໍ້າ ໄຟ ລົມ; ເມື່ອຮູ້ແຈ່ມແຈ້ງຊຶ່ງ ດິນ ນໍ້າ ໄຟ ລົມ ໂດຍສັກແຕ່ວ່າເປັນດິນ ນໍ້າ ໄຟ ລົມແລ້ວ, ເປັນຜູ້ ຈະບໍ່ໝາຍໝັ້ນ໑ ຊຶ່ງດິນ ນໍ້າ ໄຟ ລົມ; ຈະບໍ່ໝາຍໝັ້ນໃນດິນ ນໍ້າ ໄຟ ລົມ; ຈະບໍ່ໝາຍໝັ້ນ ໂດຍຄວາມເປັນດິນ ນໍ້າ ໄຟ ລົມ; ຈະບໍ່ໝາຍໝັ້ນວ່າດິນ ນໍ້າ ໄຟ ລົມ ເປັນຂອງເຮົາດັ່ງນີ້; ຈຶ່ງເປັນຜູ້ ຈະບໍ່ມີປົກກະຕິເພີດເພີນຍິ່ງ ຊຶ່ງ ດິນ ນໍ້າ ໄຟ ລົມ, ຂໍ້ນັ້ນເພາະເຫຕໃດໜໍ ? ເຮົາຂໍຕອບວ່າ “ເພາະວ່າ ດິນ ນໍ້າ ໄຟ ລົມ ເປັນສິ່ງທີ່ພິກຂຸ ຜູ້ເສຂະນັ້ນ ຈະຍ່ອມໄດ້ຮູ້ຮອບ.” ດັ່ງນີ້ ແລ.

- ມ. ມ. ໑໒/໖/໒.

ປຸຖຸຊົນຄືຜູ້ທີ່ຍັງບໍ່ຮູ້ຈັກນິພພານ

ພິກຂຸ ທ. ! ປຸຖຸຊົນໃນໂລກນີ້ ຜູ້ບໍ່ໄດ້ຍິນໄດ້ຟັງ ບໍ່ໄດ້ເຫັນບັນດາພຣະອະຣິຍະເຈົ້າ ບໍ່ສະຫຼາດໃນທັມຂອງພຣະອະຣິຍະເຈົ້າ ບໍ່ຖືກແນະນໍາໃນທັມຂອງພຣະອະຣິຍະເຈົ້າ, ບໍ່ໄດ້ເຫັນໝູ່ສັຕບຸຣຸສ ບໍ່ສະຫຼາດໃນທັມຂອງສັຕບຸຣຸສ ບໍ່ຖືກແນະນໍາໃນທັມຂອງສັຕບຸຣຸສ, ຍ່ອມເຂົ້າໃຈນິພພານ ໂດຍຄວາມເປັນນິພພານ; ເມື່ອເຂົ້າໃຈ ນິພພານ ໂດຍຄວາມເປັນນິພພານແລ້ວ, ຍ່ອມໝາຍໝັ້ນຊຶ່ງນິພພານ; ຍ່ອມໝາຍໝັ້ນໃນ ນິພພານ; ຍ່ອມໝາຍໝັ້ນໂດຍຄວາມເປັນ ນິພພານ; ຍ່ອມໝາຍໝັ້ນວ່າ ນິພພານເປັນຂອງເຮົາດັ່ງນີ້. ເຂົາຍ່ອມເພີດເພີນຍິ່ງຕໍ່ນິພພານ. ຂໍ້ນັ້ນເພາະເຫຕໃດໜໍ ?

໑. ທີ່ວ່າ “ຈະບໍ່ໝາຍໝັ້ນ” ໃນບ່ອນນີ້ນັ້ນໃຫ້ເຂົ້າໃຈວ່າ ໝາຍໝັ້ນກໍບໍ່ແມ່ນ ບໍ່ໝາຍໝັ້ນເສຍເລີຍ ກໍບໍ່ແມ່ນ

ຍັງຢູ່ໃນລະຫວ່າງໆ ໃນບາລີຈຶ່ງໃຊ້ຄໍາວ່າ ‘ມາມັນຍີ’ ແທນທີ່ຈະໃຊ້ຄໍາວ່າ ມັນຍີ ຫຼືມະມັນຍີ

ເປັນລັກສະນະຂອງພຣະເສຂະ ຊຶ່ງຢູ່ໃນລະຫວ່າງປຸຖຸຊົນ ກັບພຣະອະເສຂະ.

ສໍາລັບວັຕຖຸເປັນທີ່ຕັ້ງແຫ່ງຄວາມຢຶດຖື ກໍໄດ້ຕຣັສໄວ້ເຕັມຈຳນວນ ເໝືອນທີ່ກ່າວໄວ້ໃນຫົວຂໍ້

ອັນວ່າດ້ວຍປຸຖຸຊົນ ຂ້າງເທິງນັ້ນເອງ.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໕໓

ເຮົາຂໍຕອບວ່າ “ເພາະວ່ານິພພານເປັນສິ່ງທີ່ປຸຖຸຊົນນັ້ນຍັງບໍ່ໄດ້ຮູ້ຮອບ” ດັ່ງນີ້ແລ.

- ມູ. ມ. ໑໒/໕/໒.

ພຣະເສຂະ ຄື ຜູ້ທີ່ກໍາລັງຈະຮູ້ຈັກນິພພານ

ພິກຂຸ ທ. ! ພິກຂຸໃດ ເຖິງແມ່ນວ່າຍັງເປັນພຣະເສຂະ ຍັງບໍ່ບັນລຸເຖິງອະຣະຫັຕຕະມັຄຄະ ຍັງປາຖນາພຣະນິພພານ ອັນເປັນທີ່ກະເສມຈາກໂຢຄະ ບໍ່ມີອື່ນຍິ່ງກວ່າຢູ່, ພິກຂຸເຖິງແມ່ນດັ່ງນັ້ນ ຍ່ອມຮູ້ແຈ່ມແຈ້ງ ຊຶ່ງນິພພານໂດຍຄວາມເປັນນິພພານ; ເມື່ອຮູ້ແຈ່ມແຈ້ງຊຶ່ງນິພພານ ໂດຍສັກແຕ່ວ່າເປັນນິພພານແລ້ວ, ຍ່ອມເປັນຜູ້ຈະບໍ່ໝາຍໝັ້ນຊຶ່ງນິພພານ; ຈະບໍ່ໝາຍໝັ້ນໃນນິພພານ; ຈະບໍ່ໝາຍໝັ້ນ ໂດຍຄວາມເປັນນິພພານ; ຈະບໍ່ໝາຍໝັ້ນວ່າ ນິພພານເປັນຂອງເຮົາ ດັ່ງນີ້; ຈຶ່ງເປັນຜູ້ຈະບໍ່ມີປົກກະຕິເພີດເພີນຍິ່ງຊຶ່ງນິພພານ. ຂໍ້ນັ້ນເພາະເຫຕໃດໜໍ ? ເຮົາຂໍຕອບວ່າ “ເພາະວ່ານິພພານ ເປັນສິ່ງທີ່ພິກຂຸຜູ້ເສຂະນັ້ນຈະຕ້ອງໄດ້ຮູ້ຮອບ.” ດັ່ງນີ້ ແລ.

- ມູ. ມ. ໑໒/໖/໓.

ພຣະອະເສຂະຄືຜູ້ທີ່ໝົດຄວາມຢຶດຖືທຸກສິ່ງ

ພິກຂຸ ທ. ! ພິກຂຸໃດ ເປັນພຣະອໍຣະຫັນຕ໌ ຜູ້ສິ້ນອາສະວະແລ້ວ ຢູ່ຈົບພຣົມມະຈັນຣຍ໌ ເຮັດກິດທີ່ຕ້ອງເຮັດສໍາເລັດແລ້ວ ມີພາຣະອັນປົງລົງແລ້ວ ມີປະໂຍຊນ໌ຂອງຕົນ ອັນຕາມບັນລຸເຖິງແລ້ວ ມີສັນໂຍຊນ໌ໃນພົບດັບສິ້ນໄປໝົດແລ້ວ ເປັນຜູ້ຫຼຸດພົ້ນແລ້ວ ເພາະຮູ້ໂດຍຊອບ, ພິກຂຸເແມ່ນດັ່ງນັ້ນ ກໍຍ່ອມຮູ້ແຈ່ມແຈ້ງ ຊຶ່ງດິນ ນໍ້າ ໄຟ ລົມ ໂດຍຄວາມເປັນ ດິນ ນໍ້າ ໄຟ ລົມ; ເມື່ອຮູ້ແຈ່ມແຈ້ງຊຶ່ງດິນ ນໍ້າ ໄຟ ລົມ

໕໕໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ໂດຍສັກແຕ່ວ່າເປັນດິນ ນໍ້າ ໄຟ ລົມ ແລ້ວ, ຍ່ອມບໍ່ເປັນຜູ້ໝາຍໝັ້ນ ຊຶ່ງ ດິນ ນໍ້າ ໄຟ ລົມ; ບໍ່ໝາຍໝັ້ນໃນ ດິນ ນໍ້າ ໄຟ ລົມ; ບໍ່ໝາຍໝັ້ນ ໂດຍຄວາມເປັນ ດິນ ນໍ້າ ໄຟ ລົມ; ບໍ່ໝາຍໝັ້ນວ່າ ‘ດິນ ນໍ້າ ໄຟ ລົມ ເປັນຂອງເຮົາ’ ດັ່ງນີ້; ຈຶ່ງບໍ່ເປັນຜູ້ເພີດເພີນຍິ່ງ ຊຶ່ງດິນ ນໍ້າ ໄຟ ລົມ. ຂໍ້ນັ້ນເພາະເຫຕໃດໜໍ ? ເຮົາຂໍຕອບວ່າ “ເພາະວ່າ ດິນ ນໍ້າ ໄຟ ລົມ ເປັນສິ່ງທີ່ພິກຂຸ ຜູ້ອໍຣະຫັນຕ໌ຂີນາສົບນັ້ນ ໄດ້ຮູ້ຮອບແລ້ວ” ດັ່ງນີ້ແລ.

- ມູ. ມ. ໑໒/໖/໔.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ