ອະຣິຍະສັຈພາກຕົ້ນ
ໜ້າ/ 382
ພຣະໂຄດົມຜູ້ຈະເຣີນ ! ໃນຊັບສີ່ປະການນັ້ນ ພວກພຣາມບັນຍັຕ ຄັນສອນ ແລະມັດແຫ່ງລູກສອນ ວ່າເປັນຊັບປະຈໍາໂຕ ຂອງພວກກະສັດ ຖ້າພວກກະສັດ ດູໝິ່ນຄັນສອນ ແລະມັດແຫ່ງລູກສອນ ຊຶ່ງເປັນຊັບປະຈໍາໂຕຂອງຕົນເສຍ ໄປເຮັດກິດນອກໜ້າທີ່ຂອງຕົນ ເຂົາກໍຈະເປັນເໝືອນເດັກລ້ຽງງົວ ທ່ຽວລັກຂອງຂອງຜູ້ອື່ນຢູ່. ພຣະໂຄດົມຜູ້ຈະເຣີນ ! ນີ້ແຫຼະພວກພຣາມບັນຍັຕ ຊັບປະຈໍາໂຕ ສໍາລັບກະສັດ.
ພຣະໂຄດົມຜູ້ຈະເຣີນ ! ໃນຊັບສີ່ປະການນັ້ນ ພວກພຣາມບັນຍັຕ ກະສິກັມ ແລະໂຄຣັກຂະກັມ ວ່າເປັນຊັບປະຈໍາໂຕ ຂອງພວກແພດ ຖ້າພວກແພດດູໝິ່ນກະສິກັມ ແລະໂຄຣັກຂະກັມ ຊຶ່ງເປັນຊັບປະຈໍາໂຕ ຂອງຕົນເສຍ ໄປເຮັດກິດນອກໜ້າທີ່ຂອງຕົນ ເຂົາກໍຈະເປັນເໝືອນເດັກລ້ຽງງົວ ທ່ຽວລັກຂອງຂອງຜູ້ອື່ນຢູ່, ພຣະໂຄດົມຜູ້ຈະເຣີນ ! ນີ້ແຫຼະ ພວກພຣາມບັນຍັຕ ຊັບປະຈໍາໂຕ ສໍາລັບແພດ.
ພຣະໂຄດົມຜູ້ຈະເຣີນ ! ໃນຊັບສີ່ປະການນັ້ນ ພວກພຣາມບັນຍັຕ ຫາບ (ຄຸ) ແລະໄມ້ຄານ ວ່າເປັນຊັບປະຈໍາໂຕ ຂອງພວກສູດ ຖ້າພວກສູດ ດູໝິ່ນຫາບ (ຄຸ) ແລະໄມ້ຄານ ຊຶ່ງເປັນຊັບປະຈໍາໂຕ ຂອງຕົນເສຍໄປເຮັດກິດນອກໜ້າທີ່ຂອງຕົນ ເຂົາກໍຈະເປັນເໝືອນເດັກລ້ຽງງົວ ທ່ຽວລັກຂອງຂອງຜູ້ອື່ນຢູ່. ພຣະໂຄດົມຜູ້ຈະເຣີນ ! ນີ້ແຫຼະ ພວກພຣາມບັນຍັຕ ຊັບປະຈໍາໂຕສໍາລັບສູດ.
໕໕໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ພວກພຣາມບັນຍັຕ ຊັບສີ່ປະການເຫຼົ່ານີ້; ໃນກໍລະນີນີ້ ພຣະໂຄດົມຜູ້ຈະເຣີນ ກ່າວແນວໃດ ?
ພຣາມ ! ໂລກທັງປວງ ຍອມຮັບຮູ້ ການບັນຍັຕເຊັ່ນນັ້ນ ຂອງພຣາມ ທັງຫຼາຍ ວ່າຄົນທັງຫຼາຍ ຈົ່ງບັນຍັຕຊັບ ທັງສີ່ຢ່າງເຫຼົ່ານີ້ເທາະ ດັ່ງນີ້ຫຼື ?
“ຂໍ້ນັ້ນ ຫາບໍ່ໄດ້ ພຣະໂຄດົມຜູ້ຈະເຣີນ !”
ພຣາມ ! ຂໍ້ນີ້ປຽບເໝືອນຄົນຍາກຈົນ ເຂັນໃຈ ໄຮ້ຊັບບມີຢູ່ ຄົນພວກໜຶ່ງແຂວນຊີ້ນ (ທີ່ຮ້ອຍໄວ້ເປັນພູດໆ) ສະແດງແກ່ເຂົາ ຜູ້ບໍ່ປາຖນາໂດຍກ່າວວ່າ “ບຸຣຸສຜູ້ຈະເຣີນ ! ຊີ້ນນີ້ໜ້າກິນ ແຕ່ຕ້ອງໃຊ້ມູນຄ່າ” ດັ່ງນີ້ ນີ້ເຊັ່ນໃດ; ພຣາມເອີຍ ! ພຣາມທັງຫຼາຍ ບໍ່ໄດ້ຮັບການຮັບຮູ້ ຂອງສະມະນະພຣາມທັງຫຼາຍແລ້ວ ກໍມາບັນຍັຕຊັບທັງຫຼາຍ ສີ່ເຫຼົ່ານັ້ນ ກໍເຊັ່ນນັ້ນ.
ພຣາມ ! ເຮົາບັນຍັຕ ໂລກຸຕຕະຣະທັມ ອັນປະເສີດວ່າ ເປັນຊັບປະຈໍາໂຕ ສໍາລັບຄົນ.
- ມ. ມ. ໑໓/໖໑໔-໖໑໕/໖໖໕-໖໖໖.
ນິດເທສະ ໑໐
ວ່າດ້ວຍທັມເປັນທີ່ດັບແຫ່ງຕັນຫາ
ຈົບ
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໕໑
ນິດເທສະ ໑໑ ວ່າດ້ວຍຜູ້ດັບຕັນຫາ
(ມີ ໑໐໖ ເລື່ອງ)
ປຸຖຸຊົນຄືຜູ້ຢຶດຖືເຕັມທີ່
ພິກຂຸ ທ. ! ປຸຖຸຊົນໃນໂລກນີ້ ຜູ້ບໍ່ໄດ້ຍິນໄດ້ຟັງ ບໍ່ໄດ້ເຫັນບັນດາພຣະອະຣິຍະເຈົ້າ ບໍ່ສະຫຼາດໃນທັມຂອງພຣະອະຣິຍະເຈົ້າ ບໍ່ຖືກແນະນໍາໃນທັມຂອງພຣະອະຣິຍະເຈົ້າ ບໍ່ໄດ້ເຫັນໝູ່ສັຕບຸຣຸສ ບໍ່ສະຫຼາດໃນທັມຂອງສັຕບຸຣຸສ ບໍ່ຖືກແນະນໍາໃນທັມຂອງສັຕບຸຣຸສ. ຍ່ອມ ເຂົ້າໃຈ ດິນ ນໍ້າ ໄຟ ລົມ ໂດຍຄວາມເປັນ ດິນ ນໍ້າ ໄຟ ລົມ; ເມື່ອເຂົ້າໃຈດິນ ນໍ້າ ໄຟ ລົມ ໂດຍຄວາມເປັນດິນ ນໍ້າ ໄຟ ລົມແລ້ວ, ຍ່ອມ ໝາຍໝັ້ນ ດິນ ນໍ້າ ໄຟ ລົມ; ຍ່ອມໝາຍໝັ້ນໃນດິນ ນໍ້າ ໄຟ ລົມ; ຍ່ອມ ໝາຍໝັ້ນໂດຍຄວາມເປັນດິນ ນໍ້າ ໄຟ ລົມ; ຍ່ອມໝາຍໝັ້ນວ່າ ‘ດິນ ນໍ້າ ໄຟ ລົມ ເປັນຂອງເຮົາ’ ດັ່ງນີ້; ເຂົາ ຍ່ອມເພີດເພີນຍິ່ງ ຕໍ່ດິນ ນໍ້າ ໄຟ ລົມ. ຂໍ້ນັ້ນເພາະເຫຕໃດໜໍ ? ເຮົາຂໍຕອບວ່າ “ເພາະວ່າ ດິນ ນໍ້າ ໄຟ ລົມ ເປັນສິ່ງທີ່ປຸຖຸຊົນນັ້ນ ຍັງບໍ່ໄດ້ຮູ້ຮອບ.” ດັ່ງນີ້ແລ.
- ມ. ມ. ໑໒/໑/໒.
(ສິ່ງທີ່ປຸຖຸຊົນບໍ່ຮູ້ຈັກ ແລ້ວໝາຍໝັ້ນ ເພີດເພີນນັ້ນ ຍັງຕຣັດໄວ້ຕໍ່ໄປອີກ ໃນສູຕນີ້ ຄື ພູຕະສັຕເທບ ປະຊາບໍດີ ພຣົມ ອາພັດສະຣະພຣົມ ສຸພະກິນຫະພຣົມ ເວຫັບຜະລະພຣົມ ອະພິພູ ອາກາສານັນຈາຢະຕະນະ ວິນຍານັນຈາຢະຕະນະ ອາກິນຈັນຍາຢະຕະນະ ເນວະສັນຍານາສັນຍາຢະຕະນະສິ່ງທີ່ເຫັນແລ້ວ ສິ່ງທີ່ໄດ້ຍິນແລ້ວ ສິ່ງທີ່ຮູ້ສຶກແລ້ວ ສິ່ງທີ່ຮູ້ແຈ້ງແລ້ວ ເອກະພາວະ ນານາພາວະ ສິ່ງທັງປວງ ແລະນິພພານ).
ພຣະເສຂະຄືຜູ້ກໍາລັງຈະບໍ່ຢຶດຖື
ພິກຂຸ ທ. ! ພິກຂຸໃດ ເຖິງແມ່ນວ່າຍັງເປັນພຣະເສຂະ ຍັງບໍ່ບັນລຸເຖິງອະຣະຫັຕຕະ ມັຄຄະ ຍັງປາຖນາພຣະນິພພານ ອັນເປັນທີ່ກະເສມຈາກໂຢຄະ ບໍ່ມີອື່ນຍິ່ງກວ່າຢູ່,
໕໕໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ








