ອະຣິຍະສັຈພາກຕົ້ນ

ໜ້າ/ 382

ມະຫາຣາຊະ ! ໃນກໍລະນີນີ້ ຕະຖາຄົຕ ກ່າວແຕ່ຄວາມແຕກຕ່າງກັນ ແຫ່ງຄວາມພຽນຂອງຊົນເຫຼົ່ານັ້ນ. ມະຫາຣາຊະ ! ປຽບເໝືອນຄູ່ແຫ່ງຊ້າງທີ່ຄວນຝຶກ ຄູ່ແຫ່ງມ້າທີ່ຄວນຝຶກ ຫຼືຄູ່ແຫ່ງງົວທີ່ຄວນຝຶກກໍດີ ທີ່ເຂົາຝຶກດີແລ້ວ ແນະນໍາດີແລ້ວ ແລະຄູ່ແຫ່ງຊ້າງທີ່ຄວນຝຶກ ຄູ່ແຫ່ງມ້າທີ່ຄວນຝຶກ ຫຼືຄູ່ແຫ່ງງົວທີ່ຄວນຝຶກກໍດີ ທີ່ເຂົາບໍ່ໄດ້ຝຶກ ບໍ່ໄດ້ແນະນໍາ ກໍມີຢູ່. ມະຫາຣາຊະ ! ມະຫາບໍພິດ ຈະສໍາຄັນ ຄວາມຂໍ້ນີ້ ວ່າແນວໃດ : ຄູ່ແຫ່ງສັຕທີ່ຝຶກດີແລ້ວ ນັ້ນຈະຍ່ອມເຖິງຊຶ່ງການແຫ່ງສັຕ ທີ່ຝຶກແລ້ວ ຍ່ອມບັນລຸເຖິງຊຶ່ງພູມແຫ່ງສັຕທີ່ຝຶກແລ້ວ ບໍ່ແມ່ນຫຼື ? “ຂໍ້ນັ້ນ ເປັນເຊັ່ນນັ້ນ ຂ້ານ້ອຍ !” ສ່ວນຄູ່ແຫ່ງສັຕເຫຼົ່າໃດ ທີ່ບໍ່ຖືກຝຶກ ບໍ່ຖືກແນະນໍາ ສັຕເຫຼົ່ານັ້ນ ຈະຍ່ອມເຖິງຊຶ່ງການທີ່ແຫ່ງສັຕທີ່ຝຶກແລ້ວ ຍ່ອມບັນລຸເຖິງຊຶ່ງພູມແຫ່ງສັຕທີ່ຝຶກແລ້ວ ເຊັ່ນດຽວກັບ ຄູ່ແຫ່ງສັຕທີ່ຝຶກດີແລ້ວ ແນະນໍາດີແລ້ວ ເຫຼົ່າພຸ້ນແລຫຼື ? “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !” ມະຫາຣາຊະ ! ຜົລອັນໃດ ທີ່ຜູ້ມີສັດທາ ມີອາພາດໜ້ອຍ ບໍ່ອວດ ບໍ່ມີມາຍາ ຜາຣົບຄວາມພຽນ ມີປັນຍາ ຈະຍ່ອມບັນລຸໄດ້ນັ້ນ, ຜູ້ທີ່ບໍ່ມີສັດທາ ມີອາພາດຫຼາຍ ໂອອວດ ມີມາຍາ ຂີ້ຄ້ານ ໄຮ້ປັນຍາ ຈະບັນລຸ ຊຶ່ງຜົລເຊັ່ນດຽວກັນນັ້ນໄດ້ໜໍ ຂໍ້ນັ້ນບໍ່ເປັນຖານະທີ່ມີໄດ້, ເຊັ່ນໃດກໍເຊັ່ນນັ້ນ.

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ພຣະຜູ້ມີພຣະພາຄ ຕຣັດຢ່າງມີເຫຕ ພຣະຜູ້ມີພຣະພາຄ ຕຣັດຢ່າງມີຜົລ. ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ວັນນະສີ່ເຫຼົ່ານີ້ ຄື ກະສັດ ພຣາມ ແພດ ສູດ ມີຢູ່. ຖ້າຊົນ ໃນແຕ່ລະວັນນະເຫຼົ່ານັ້ນ ປະກອບດ້ວຍອົງຄ໌ ແຫ່ງຜູ້ມີຄວາມພຽນຫ້າເຫຼົ່ານີ້ແລ້ວ

໑. ເບິ່ງລາຍລະອຽດທີ່ຫົວຂໍ້ວ່າ “ຜູ້ມີລັກສະນະຄວນປະກອບຄວາມພຽນ” ທີ່ໝວດສັມມາວາຍາມະ ໃນພາກ ໔;

ຫຼືເບິ່ງໂດຍຫຍໍ້ ທີ່ຕອນທ້າຍ ຂອງຫຍໍ້ໜ້າຖັດໄປ ຈາກຫຍໍ້ໜ້ານີ້.

໕໔໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ແລະເປັນຜູ້ມີຄວາມພຽນ ໂດຍຊອບຢູ່ແລ້ວ ຍັງຈະມີຄວາມຜິດແປກແຕກຕ່າງກັນ ແຫ່ງຊົນເຫຼົ່ານັ້ນ ໃນກໍລະນີນີ້ຢູ່ອີກຫຼື ?”

ມະຫາຣາຊະ ! ໃນກໍລະນີນີ້ ຕະຖາຄົຕ ບໍ່ກ່າວຄວາມແຕກຕ່າງໃດໆ ໃນລະຫວ່າງຊົນເຫຼົ່ານັ້ນເລີຍ ໃນເມື່ອກ່າວປຽບທຽບກັນ ເຖິງວິມຸຕຕິກັບວິມຸຕຕິ. ມະຫາຣາຊະ ! ປຽບເໝືອນບຸຣຸສ ຖືເອົາດົ້ນໄມ້ສາລະແຫ້ງມາແລ້ວ ກໍ່ໄຟໃຫ້ເກີດຂຶ້ນ ເຮັດເຕໂຊທາຕໃຫ້ປາກົດ ແລະບຸຣຸສອີກຄົນໜຶ່ງ ຖືເອົາດົ້ນໄມ້ໝາກມ່ວງແຫ້ງມາແລ້ວ ກໍ່ໃຫ້ໄຟເກີດຂຶ້ນ ເຮັດເຕໂຊທາຕໃຫ້ປາກົດ ແລະຫຼືບຸຣຸສອີກຄົນໜຶ່ງຖືເອົາດົ້ນໄມ້ໝາກເດື່ອມາແລ້ວ ກໍ່ໄຟໃຫ້ເກີດຂຶ້ນ ເຮັດເຕໂຊທາຕໃຫ້ປາກົດ. ມະຫາຣຊະ ! ມະຫາບໍພິດ ຈະສໍາຄັນຄວາມຂໍ້ນີ້ວ່າແນວໃດ : ຄວາມຕ່າງກັນໃດໆ ຂອງໄຟເຫຼົ່ານັ້ນ ທີ່ເກີດຈາກໄມ້ຕ່າງໆກັນ ຈະຍ່ອມມີແລຫຼື ເມື່ອປຽບກັນຊຶ່ງແປວດ້ວຍແປວ ຊຶ່ງສີດ້ວຍສີ ຊຶ່ງແສງດ້ວຍແສງ ? “ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !” ມະຫາຣາຊະ ! ຂໍ້ນີ້ ກໍເຊັ່ນນັ້ນເໝືອນກັນ : ເດຊ (ແຫ່ງທັມ) ອັນວິຣິຍະນິຣະມິດຂຶ້ນ ອັນປະທານ ເຮັດໃຫ້ເກີດຂຶ້ນໃດໆມີຢູ່, ຕະຖາຄົຕ ບໍ່ກ່າວຄວາມແຕກຕ່າງໃດໆ ໃນເດຊ (ແຫ່ງທັມ) ນັ້ນ ເມື່ອກ່າວທຽບກັນ ເຖິງວິມຸຕຕິກັບວິມຸຕຕິ ດັ່ງນີ້.

- ມ. ມ. ໑໓/໕໒໒-໕໒໓/໕໗໘-໕໗໙.

ອະຣິຍະໂລກຸຕຕະຣະທັມສໍາລັບຄົນທຸກຄົນທຸກວັນນະ

“ພຣະໂຄດົມຜູ້ຈະເຣີນ ! ພຣາມທັງຫຼາຍ ຍ່ອມບັນຍັຕຊັບ ສີ່ປະການ ຄືບັນຍັຕຊັບ ປະຈໍາໂຕຂອງພຣາມ ບັນຍັຕຊັບປະຈໍາໂຕຂອງກະສັດ ບັນຍັຕຊັບປະຈໍາໂຕຂອງແພດ ບັນຍັຕຊັບປະຈໍາໂຕຂອງສູດ.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໔໙

ພຣະໂຄດົມຜູ້ຈະເຣີນ ! ໃນຊັບສີ່ປະການນັ້ນ ພວກພຣາມບັນຍັຕ ການພິກຂາຈາຣວ່າເປັນຊັບປະຈໍາໂຕ ຂອງພວກພຣາມ ຖ້າພວກພຣາມ ດູໝິ່ນການພິກຂາຈາຣ ຊຶ່ງເປັນຊັບປະຈໍາໂຕ ຂອງຕົນເສຍ ໄປເຮັດກິດນອກໜ້າທີ່ຂອງຕົນ ເຂົາກໍຈະເປັນເໝືອນເດັກລ້ຽງງົວ ທ່ຽວລັກຂອງຂອງຜູ້ອື່ນຢູ່. ພຣະໂຄດົມຜູ້ຈະເຣີນ ! ນີ້ແຫຼະ ພວກພຣາມ ບັນຍັຕຊັບປະຈໍາໂຕ ສໍາລັບພຣາມ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ