ອະຣິຍະສັຈພາກຕົ້ນ

ໜ້າ/ 382

ສຸນັກຂັຕຕະ ! ກາມະຄຸນມີຫ້າຢ່າງເຫຼົ່ານີ້. ຫ້າຢ່າງນັ້ນອັນໃດໜໍ ? ຫ້າຢ່າງຄື ຮູບທີ່ເຫັນດ້ວຍຕາ, ສຽງທີ່ຟັງດ້ວຍຫູ, ກິ່ນທີ່ດົມດ້ວຍດັງ, ຣົສທີ່ຊີມດ້ວຍລີ້ນ,

໑໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ແລະໂຜຕຖັພພະທີ່ສັມຜັສດ້ວຍກາຍ ; (ແຕ່ລະຢ່າງລ້ວນ) ເປັນສິ່ງທີ່ໜ້າປາຖນາ, ໜ້າຮັກໃຄ່, ໜ້າພໍໃຈ, ເປັນສິ່ງທີ່ຍົວະຕາຍວນໃຈໃຫ້ຮັກ, ເປັນທີ່ເຂົ້າໄປຕັ້ງອາໄສຊຶ່ງຄວາມໃຄ່, ເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈ. ສຸນັກຂັຕຕະ ! ເຫຼົ່ານີ້ແລ ຄື ກາມະຄຸນຫ້າຢ່າງ.

ສຸນັກຂັຕຕະ ! ນີ້ເປັນສິ່ງທີ່ມີໄດ້ເປັນໄດ້ ຄືຂໍ້ທີ່ ບຸຣຸສບຸຄຄົລບາງຄົນໃນໂລກນີ້ ມີອັດຊາໄສນ້ອມໄປໃນເຫຍື່ອຂອງໂລກ (ຄືກາມະຄຸນຫ້າຢ່າງ), ຖ້ອຍຄໍາສໍາລັບສົນທະນາ ອັນພໍ່າຮຽກເຖິງສະເພາະຕໍ່ກາມະຄຸນນັ້ນໆ ຍ່ອມຕັ້ງຢູ່ໄດ້ສໍາລັບບຸຣຸສບຸຄຄົລ ຜູ້ມີອັດຊາໄສນ້ອມໄປໃນເຫຍື່ອຂອງໂລກ, ເຂົາຍ່ອມຕຶກຕາມຕອງຕາມເຖິງສິ່ງອັນອະນຸໂລມຕໍ່ກາມະຄຸນນັ້ນໆ, ສິ່ງນັ້ນຍ່ອມຄົບກັບບຸຣຸສນັ້ນດ້ວຍ ບຸຣຸສນັ້ນຍ່ອມເອົາໃຈໃສ່ຕໍ່ສິ່ງນັ້ນດ້ວຍ. ສ່ວນ ເມື່ອຖ້ອຍຄໍາທີ່ປະກອບດ້ວຍສະມາບັຕ ເລື່ອງບໍ່ຫວັ່ນໄຫວ (ດ້ວຍກາມະຄຸນ) ທີ່ຜ່ານໄປມາຢູ່ ເຂົາຍ່ອມບໍ່ຟັງ ບໍ່ງ່ຽງຫູຟັງ ບໍ່ກໍານົດຈິຕເພື່ອຈະຮູ້, ຖ້ອຍຄໍາຊະນິດນັ້ນ ກໍບໍ່ຄຸ້ນເຄີຍກັບບຸຣຸສນັ້ນ ບຸຣຸສນັ້ນກໍບໍ່ສົນໃຈດ້ວຍຄໍາຊະນິດນັ້ນ. ສຸນັກຂັຕຕະ ! ປຽບເໝືອນບຸຣຸສ ຜູ້ຈາກບ້ານຫຼືເມືອງຂອງຕົນໄປນານດົນ ຄັນເຫັນບຸຣຸສຜູ້ໜຶ່ງ ຫາກໍໄປຈາກບ້ານຫຼືເມືອງຂອງຕົນ ເຂົາຍ່ອມຖາມບຸຣຸສນັ້ນ ເຖິງຄວາມກະເສມ ຄວາມມີອາຫາຣງ່າຍ ຄວາມປາສະຈາກໂຣຄາຂອງບ້ານນັ້ນ ເມືອງນັ້ນ, ບຸຣຸສນັ້ນກໍບອກໃຫ້. ສຸນັກຂັຕຕະ ! ເຈົ້າຈະເຂົ້າໃຈວ່າແນວໃດ : ເຂົາຍ່ອມຟັງດ້ວຍດີ ຍ່ອມງ່ຽງຫູຟັງ ຕໍ່ບຸຣຸສນັ້ນ ຍ່ອມກໍານົດຈິຕເພື່ອຈະຮູ້ ຍ່ອມຄົບບຸຣຸສນັ້ນ ຍ່ອມສົນໃຈດ້ວຍບຸຣຸສນັ້ນ ບໍ່ແມ່ນຫຼື ?

- ອຸປຣິ. ມ. ໑໔/໖໒/໗໐-໗໑.

ການຟັງອະຣິຍະສັຈຈ໌ເໝາະສໍາລັບຈິຕທີ່ຟອກແລ້ວເທົ່ານັ້ນ

ພິກຂຸ ທ. ! ຄັ້ງນັ້ນແລ ມະຫາຊົນຊາວພັນທຸມະດີຣາຊະທານີ ຈໍານວນແປດໝື່ນສີ່ພັນຄົນ ອອກຈາກເມືອງ ເຂົ້າໄປເຝົ້າພຣະຜູ້ມີພຣະພາຄວິປັສສີ ເຖິງທີ່ປະທັບ

ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໑໕

ທີ່ເຂມະມິຄະທາຍະວັນ ຖວາຍອະພິວາດແລ້ວ ນັ່ງຢູ່ສ່ວນຂ້າງໜຶ່ງ. ພຣະຜູ້ມີພຣະພາຄວິປັສສີ ໄດ້ຕຣັດ ອະນຸປຸບພິກະຖາ ແກ່ຊົນທັງຫຼາຍເຫຼົ່ານັ້ນ ກ່າວຄື ທານະກະຖາ ສີລະກະຖາ ສັກຄະກະຖາ ຊົງປະກາດ ໂທດອັນເສົ້າໝອງຕໍ່າຊ້າຂອງກາມທັງຫຼາຍ ແລະ ອານິສົງສ໌ໃນການອອກຈາກກາມ.

ຄັນຊົງຮູ້ວ່າ ຊົນເຫຼົ່ານັ້ນມີຈິຕເໝາະສົມອ່ອນໂຍນ ປາສະຈາກນິວອນ ເບີກບານ ແຈ່ມໃສແລ້ວ, ກໍໄດ້ຕຣັດ ທັມມະເທສນາ ຊຶ່ງພຣະພຸດທະເຈົ້າທັງຫຼາຍ ຊົງຍົກຂຶ້ນສະແດງເອງ ກ່າວຄື ເລື່ອງທຸກຂ໌ ເລື່ອງສະມຸທັຍ ເລື່ອງນິໂຣດ ແລະເລື່ອງມັຄຄະ. ປຽບເໝືອນຜ້າອັນສະອາດ ປາສະຈາກສິ່ງແປດເປື້ອນ ຍ່ອມຮັບເອົາຊຶ່ງນໍ້າຍ້ອມໄດ້ຢ່າງດີ ເຊັ່ນໃດ ; ທັມມະຈັກຂຸ ປາສະຈາກທຸຣີ ປາສະຈາກມົນທິນ ໄດ້ເກີດຂຶ້ນແກ່ມະຫາຊົນ ແປດໝື່ນສີ່ພັນເຫຼົ່ານັ້ນ ທີ່ນັ່ງນັ້ນເອງວ່າ “ສິ່ງໃດມີຄວາມເກີດຂຶ້ນເປັນ ທັມມະດາ ສິ່ງນັ້ນທັງໝົດມີຄວາມດັບໄປເປັນທັມມະດາ” ດັ່ງນີ້, ເຊັ່ນນັ້ນເໝືອນກັນ.

ຊົນເຫຼົ່ານັ້ນມີທັມອັນເຫັນແລ້ວ ບັນລຸແລ້ວ ຮູ້ແຈ້ງແລ້ວ ຢັ່ງເອົາໄດ້ຄົບຖ້ວນແລ້ວ ໝົດຄວາມສົງໄສ ປາສະຈາກຄວາມລະແວງ ເຖິງຄວາມກ້າຫານ ບໍ່ຕ້ອງເຊື່ອຕາມບຸຄຄົລອື່ນ ໃນຄໍາສອນແຫ່ງສາສດາຕົນ ໄດ້ຂາບທູນກັບພຣະຜູ້ມີພຣະພາຄວິປັສສີວ່າ “ແຈ່ມແຈ້ງຫຼາຍຂ້ານ້ອຍ ! ແຈ່ມແຈ້ງຫຼາຍຂ້ານ້ອຍ ! ປຽບເໝືອນການຫງາຍຂອງທີ່ຂວໍ້າຢູ່ ເປີດຂອງທີ່ປົກປິດຢູ່ ບອກທາງໃຫ້ແກ່ຄົນຫຼົງທາງ ຫຼືວ່າໄຕ້ປະທີບແສງໄຟໄວ້ໃນບ່ອນມືດ ເພື່ອວ່າຄົນມີຕາຈະໄດ້ເຫັນຮູບ, ເຊັ່ນໃດ ກໍເຊັ່ນນັ້ນ” ດັ່ງນີ້.

- ມຫາ. ທີ. ໑໐/໔໙/໔໙.

໑໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຈິຕທີ່ຍັງບໍ່ໄດ້ຟອກ ຍາກແທ້ທີ່ຈະເຫັນນິໂຣທະສັຈຈະ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ