ອະຣິຍະສັຈພາກຕົ້ນ

ໜ້າ/ 382

ອານົນທ໌ ! ຄົນມີຊາດຂາວ ກໍ່ໃຫ້ເກີດທັມດໍາ ເປັນແນວໃດໜໍ ? ອານົນທ໌ ! ຄົນບາງຄົນໃນກໍຣະນີນີ້ ເກີດໃນຕະກຸນສູງ ຄືຕະກຸນກະສັຕມະຫາສານ ຕະກຸນພຣາມມະຫາສານ ຫຼືຕະກຸນຄະຫະບໍດີມະຫາສານ ອັນຮັ່ງມີ ມີຊັບຫຼາຍ ມີໂພຄະຫຼາຍ ມີຄໍາແລະເງິນພໍໂຕ ມີອຸປະກອນແຫ່ງຊັບພໍໂຕ ມີຊັບແລະເຂົ້າເປືອກພໍໂຕ ເຂົາມີຮູບງາມ ໜ້າເບິ່ງ ໜ້າເຫຼື້ອມໃສ ປະກອບດ້ວຍຄວາມກ້ຽງງາມ ແຫ່ງຜິວພັນຢ່າງຍິ່ງ ລໍ່າລວຍດ້ວຍເຂົ້າ ດ້ວຍນໍ້າ ເຄື່ອງນຸ່ງຫົ່ມ ຍານພະຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ ແລະປະທີບໄຟໂຄມໄຟ ແຕ່ເຂົາ ປະພຶດກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຄັນປະພຶດທຸຈະຣິຕແລ້ວ ເບື້ອງໜ້າແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ຍ່ອມເຂົ້າສູ່ອະບາຍ ທຸຄະຕິ ວິນິບາຕ ນະຣົກ. ເຊັ່ນນີ້ແລ ອານົນທ໌ ! ເອີ້ນວ່າຄົນມີຊາດຂາວ ກໍ່ໃຫ້ເກີດທັມດໍາ.

ອານົນທ໌ ! ຄົນມີຊາດຂາວ ກໍ່ໃຫ້ເກີດທັມຂາວ ເປັນແນວໃດໜໍ ? ອານົນທ໌ ! ຄົນບາງຄົນ ໃນກໍລະນີນີ້ ເກີດໃນຕະກຸນສູງ ຄືຕະກຸນກະສັຕມະຫາສານ

໕໔໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ຕະກຸນພຣາມມະຫາສານ....ຯລຯ....ມີຊັບແລະເຂົ້າເປືອກພໍໂຕ ມີຮູບງາມ.... ຯລຯ....ລໍ່າລວຍດ້ວຍເຂົ້າ ນໍ້າ....ຯລຯ....ປະທີບໄຟ ໂຄມໄຟ; ເຂົາ ປະພຶດກາຢະສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ຄັນປະພຶດສຸຈະຣິຕແລ້ວ ເບື້ອງໜ້າແຕ່ການຕາຍ ເພາະການທໍາາລາຍແຫ່ງກາຍ ຍ່ອມເຂົ້າເຖິງສຸຄະຕິ ໂລກສະຫວັນ. ເຊັ່ນນີ້ແລ ອານົນທ໌ ! ເອີ້ນວ່າ ຄົນມີຊາດຂາວ ກໍ່ໃຫ້ເກີດທັມຂາວ.

ອານົນທ໌ ! ຄົນຊາດຂາວ ກໍ່ໃຫ້ເກີດນິພພານ ອັນເປັນທັມບໍ່ດໍາບໍ່ຂາວ ເປັນແນວໃດໜໍ ? ອານົນທ໌ ! ຄົນບາງຄົນໃນກໍລະນີນີ້ ເກີດໃນຕະກຸນສູງ ຄືຕະກຸນກະສັດມະຫາສານ ຕະກຸລພຣາມມະຫາສານ....ຯລຯ....ມີຊັບແລະເຂົ້າເປືອກພໍໂຕ ມີຮູບງາມ....ຯລຯ....ລໍ່າລວຍດ້ວຍເຂົ້າ ນໍ້າ....ຯລຯ....ປະທີບໄຟ ໂຄມໄຟ. ເຂົາໂກນຜົມ ແລະໜວດ ຄອງຜ້າກາສາຍະ ອອກຈາກເຮືອນບວດເປັນຜູ້ບໍ່ມີປະໂຍຊນ໌ກ່ຽວຂ້ອງດ້ວຍເຮືອນ, ເຂົານັ້ນ ຄັນບວດແລ້ວເຊັ່ນນີ້ ລະນິວອນທັງຫ້າ ອັນເປັນເຄື່ອງເສົ້າໝອງໃຈ ເຮັດປັນຍາໃຫ້ຖອຍກໍາລັງໄດ້ແລ້ວ ມີຈິຕຕັ້ງໝັ້ນດີ ໃນສະຕິປັຕຖານທັງສີ່ ຍັງໂພຊຊົງຄ໌ເຈັດໃຫ້ຈະເຣີນແລ້ວ ຕາມທີ່ເປັນຈິງ ຊື່ວ່າຍ່ອມກໍ່ໃຫ້ເກີດນິພພານ ອັນເປັນທັມບໍ່ດໍາບໍ່ຂາວ. ເຊັ່ນນີ້ແລ ອານົນທ໌ ! ເອີ້ນວ່າຄົນມີຊາດຂາວ ກໍ່ໃຫ້ເກີດນິພພານ ອັນເປັນທັມບໍ່ດໍາບໍ່ຂາວ.

ອານົນທ໌ ! ເຫຼົ່ານີ້ແລ ອະພິຊາດ ໖ ຊະນິດ.

- ສັກກ. ອັງ. ໒໒/໔໒໘/໓໒໘.

ວິມຸຕຕິ ບໍ່ມີຄວາມຕ່າງກັນຕາມວັນນະຂອງຜູ້ປະຕິບັຕ

“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ວັນນະສີ່ເຫຼົ່ານີ້ຄື ກະສັດ ພຣາມ ແພດ ສູດ ມີຢູ່, ຖ້າຊົນໃນແຕ່ລະວັນນະເຫຼົ່ານັ້ນ ປະກອບດ້ວຍອົງຄ໌

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໔໗

ແຫ່ງຜູ້ຄວນປະກອບຄວາມພຽນຫ້າ໑ ເຫຼົ່ານີ້ແລ້ວ, ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄວາມຜິດແປກແຕກຕ່າງກັນ ແຫ່ງຊົນເຫຼົ່ານັ້ນ ຈະຍ່ອມມີຢູ່ໃນກໍລະນີ ນີ້ ອີກຫຼື ?”

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ