ອະຣິຍະສັຈພາກຕົ້ນ
ໜ້າ/ 382
ອານົນທ໌ ! ຖ້າເຊັ່ນນັ້ນ ມັນກໍເໝືອນກັບ ຄົນຍາກຈົນເຂັນໃຈ ບໍ່ມີຊັບຕິດໂຕ ທັງບໍ່ປາຖນາຈະໄດ້ພູດຊີ້ນ ຊຶ່ງຕ້ອງໃຊ້ຄ່າຊີ້ນຕາມສັດສ່ວນ, ເມື່ອມີຄົນມາກ່າວວ່າ “ບຸຣຸສຜູ້ຈະເຣີນ ! ຊີ້ນນີ້ໜ້າກິນ ແຕ່ທ່ານຕ້ອງໃຊ້ຄ່າຊີ້ນ” ດັ່ງນີ້ ແລ້ວ; ເຂົາຍ່ອມປະຕິເສດ; ເຊັ່ນດຽວກັບ ປູຣະນະກັດສະປະ ບໍ່ໄດ້ຮັບການຮັບຮູ້ຈາກສະມະນະພຣາມທັງຫຼາຍ ແລ້ວມາບັນຍັຕອະພິຊາດ ໖ ຊະນິດນີ້ ມີລັກສະນະເປັນຄົນໂງ່ ຄົນບໍ່ສຽບແຫຼມ ບໍ່ຮູ້ຈັກຂອບເຂດ ບໍ່ສະຫຼາດ ເຊັ່ນໃດກໍເຊັ່ນນັ້ນ. ອານົນທ໌ ! ເຮົາແຫຼະ ຈະບັນຍັຕອະພິຊາດ ໖ ຊະນິດ, ເຈົ້າຈົ່ງຟັງ ຈົ່ງຕັ້ງໃນໃຈໃຫ້ດີ, ເຮົາຈະກ່າວ. ອານົນທ໌ ! ອະພິຊາດ ໖ ຊະນິດເປັນແນວໃດໜໍ ?
໕໔໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ອານົນທ໌ ! ໃນກໍລະນີ ແຫ່ງອະພິຊາດຫົກນີ້ ຄື ຄົນບາງຄົນມີຊາດດໍາກໍ່ໃຫ້ເກີດທັມດໍາ ໑, ບາງຄົນມີຊາດດໍາ ກໍ່ໃຫ້ເກີດທັມຂາວ ໑, ບາງຄົນມີຊາດດໍາ ກໍ່ໃຫ້ເກີດນິພພານ (ຄວາມດັບສິ້ນຣາຄະ ໂທສະ ໂມຫະ) ອັນເປັນທັມບໍ່ດໍາບໍ່ຂາວ ໑, ບາງຄົນມີຊາດຂາວ ກໍ່ໃຫ້ເກີດທັມດໍາ ໑, ບາງຄົນມີຊາດຂາວ ກໍ່ໃຫ້ເກີດທັມຂາວ ໑,ບາງຄົນມີຊາດຂາວ ກໍ່ໃຫ້ເກີດນິພພານ ອັນເປັນທັມບໍ່ດໍາບໍ່ຂາວ ໑.
ອານົນທ໌ ! ຄົນມີຊາດດໍາ ກໍ່ໃຫ້ເກີດທັມດໍາ ເປັນແນວໃດໜໍ ? ອານົນທ໌ !ຄົນບາງຄົນ ໃນກໍລະນີນີ້ ເກີດໃນຕະກູນຕໍ່າ ຄືຕະກູນຈັນທານ ຕະກູນພານ ຕະກູນຈັກສານ ຕະກູລເຮັດຣົດ ຫຼືຕະກູນຖອກຂີ້ເຫຍື່ອ ຊຶ່ງເປັນຄົນຍາກຈົນ ມີເຂົ້າແລະນໍ້າໜ້ອຍ ເປັນຢູ່ຝືດເຄືອງ ມີອາຫາຣແລະເຄື່ອງນຸ່ງຫົ່ມ ຫາໄດ້ໂດຍຍາກ ເຂົາເປັນຜູ້ມີຜິວພັນຂີ້ຮ້າຍ ບໍ່ໜ້າເບິ່ງ ເຕັ້ຍຄ່ອມ ຂີ້ໂຣຄ ຕາບອດ ງ່ອຍກະຈອກ ມີໂຕຕະແຄງຂ້າງ ບໍ່ຄ່ອຍຈະມີເຂົ້າ ນໍ້າ ເຄື່ອງນຸ່ງຫົ່ມ ຍານພະຫະນະ ດອກໄມ້ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ ແລະປະທີບໄຟ ໂຄມໄຟ ແຕ່ເຂົາກໍຍັງ ປະພຶດກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຄັນປະພຶດທຸຈະຣິຕແລ້ວ ເບື້ອງໜ້າແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ. ເຊັ່ນນີ້ແລ ອານົນທ໌ ! ເອີ້ນວ່າຄົນມີຊາດດໍາ ກໍ່ໃຫ້ເກີດທັມດໍາ.
ອານົນທ໌ ! ຄົນມີຊາດດໍາ ກໍ່ໃຫ້ເກີດທັມຂາວ ເປັນແນວໃດໜໍ ? ອານົນທ໌ ! ຄົນບາງຄົນໃນກໍລະນີນີ້ ເກີດໃນຕະກູນຕໍ່າ ຄືຕະກູນຈັນທານ ຕະກູນພານ....ໆລໆ.... ມີອາຫາຣ ແລະເຄື່ອງນຸ່ງຫົ່ມຫາໄດ້ໂດຍຍາກ ມີຜິວພັນຂີ້ເລ່ ບໍ່ໜ້າເບິ່ງ....ໆລໆ....ບໍ່ຄ່ອຍຈະມີເຂົ້ານໍ້າ....ໆລໆ.....ປະທີບໄຟ ໂຄມໄຟ ແຕ່ເຂົາ ປະພຶດ ກາຢະສຸຈະຣິຕ ວະຈີສຸຈະຣິຕ ມະໂນສຸຈະຣິຕ ຄັນປະພຶດສຸຈະຣິຕແລ້ວ ເບື້ອງໜ້າແຕ່ການຕາຍ ເພາະການທໍາລາຍແຫ່ງກາຍ ຍ່ອມເຂົ້າເຖິງສຸຄະຕິໂລກສະຫວັນ. ເຊັ່ນນີ້ແລ ອານົນທ໌ ! ເອີ້ນວ່າຄົນມີຊາດດໍາ ກໍ່ໃຫ້ເກີດທັມຂາວ.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໔໕
ອານົນທ໌ ! ຄົນມີຊາດດໍາ ກໍ່ໃຫ້ເກີດນິພພານ ອັນເປັນທັມບໍ່ດໍາບໍ່ຂາວ ເປັນແນວໃດໜໍ ? ອານົນທ໌ ! ຄົນບາງຄົນ ໃນກໍລະນີ ເກີດໃນຕະກູນຕໍ່າ ຄື ຕະກູນຈັນທານ ຕະກູນພານ....ໆລໆ....ມີຜິວພັນຂີ້ເລ່ ບໍ່ໜ້າເບິ່ງ ເຕ້ຍຄ່ອມ. ເຂົາໂກນຜົມ ແລະໜວດ ຄອງຜ້າຍ້ອມຝາດ ອອກຈາກເຮືອນ ບວດເປັນຜູ້ບໍ່ມີປະໂຍຊນ໌ກ່ຽວຂ້ອງດ້ວຍເຮືອນ. ເຂົານັ້ນ ຄັນບວດແລ້ວເຊັ່ນນີ້ ລະນິວອນທັງຫ້າ ອັນເປັນເຄື່ອງເສົ້າ ໝອງຈິຕ ເຮັດປັນຍາໃຫ້ຖ້ອຍກໍາລັງໄດ້ແລ້ວ ມີຈິຕຕັ້ງໝັ້ນດີໃນສະຕິປັຕຖານທັງສີ່ ຍັງໂພຊຊົງເຈັດໃຫ້ຈະເຣີນແລ້ວຕາມທີ່ເປັນຈິງ ຊື່ວ່າຍ່ອມກໍ່ໃຫ້ເກີດ ນິພພານ ອັນເປັນທັມບໍ່ດໍາບໍ່ຂາວ. ເຊັ່ນນີ້ແລ ອານົນທ໌ ! ເອີ້ນວ່າ ຄົນມີຊາດດໍາ ກໍ່ໃຫ້ເກີດນິພພານ ອັນເປັນທັມບໍ່ດໍາບໍ່ຂາວ.








