ອະຣິຍະສັຈພາກຕົ້ນ
ໜ້າ/ 382
ແກ່ການເຂົ້າຢູ່ໃນອາກິນຈັນຍາຢະຕະນະ.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໔໑
໘. ອະດີຕອາກິນຈັນຍາຢະຕະນະສັນຍາ ທີ່ເນວະສັນຍານາສັນຍາຢະຕະນະລະແລ້ວ ຈະມາຄອຍເປັນອາພາດ
ແກ່ການເຂົ້າຢູ່ໃນ ເນວະສັນຍານາສັນຍາຢະຕະນະ.
໙. ອະດີຕເນວະສັນຍານາສັນຍາຢະຕະນະສັນຍາ ທີ່ລະງັບໄປແລ້ວ ເພາະສັນຍາເວທະຢິຕະນິໂຣດ
ບໍ່ອາດມາເປັນອາພາດ ແກ່ການເຂົ້າຢູ່ໃນສັນຍາເວທະຢິຕະນິໂຣດ).
ປັນຍາ ສະຕິ ກັບນາມຮູບດັບ ເພາະວິນຍານດັບ
“ຂ້າແຕ່ພຣະອົງຄ໌ຜູ້ນິຣະທຸກຂ໌ ! ຂ້ານ້ອຍຂາບທູນຖາມແລ້ວ ຂໍພຣະອົງຄ໌ ຈົ່ງຕຣັດບອກທັມນັ້ນ ຄື ປັນຍາແລະສະຕິ ກັບນາມຮູບ ແກ່ຂ້ານ້ອຍແດ່ເຖີ້ນ; ປັນຍາແລະສະຕິ ກັບນາມຮູບນັ້ນ ຈະດັບໄປ ໃນບ່ອນໃດ ?
ດູກ່ອນອະຊິຕະ ! ທ່ານຖາມປັນຫານັ້ນຂໍ້ໃດ ເຮົາຈະແກ້ບັນຫາຂໍ້ນັ້ນແກ່ທ່ານ : ນາມແລະຮູບ ຍ່ອມດັບບໍ່ເຫຼືອໃນບ່ອນໃດ, ປັນຍາ ແລະ ສະຕິ ກັບນາມຮູບນັ້ນ ກໍຍ່ອມດັບໄປໃນບ່ອນນັ້ນ, ເພາະຄວາມດັບໄປແຫ່ງວິນຍານ ແລ.
(ປະເດັນນີ້ ເປັນສິ່ງທີ່ສໍາຄັນຫຼາຍ ສໍາລັບຜູ້ປະຕິບັຕພາວະນາ ຄວນຮັບຮູ້ແລະພິຈາຣະນາໃຫ້ລະອຽດຮອບຄອບ)
- ສຸຕຕ. ຂຸ. ໒໕/໕໓໐/໔໒໕. - ຈູລນິ. ຂຸ. ໓໐/໒໐-໒໑/໘໐,໗໕.
ເຫັນໂລກມີຄ່າເທົ່າກັບເສດຫຍ້າ ເສດໄມ້
ເມື່ອເຫັນສິ່ງທັງປວງ ຖືກຕ້ອງຕາມເປັນຈິງ ວ່າເປັນພຽງການເກີດຂຶ້ນ ຂອງທັມມະຊາດລ້ວນໆ ວ່າເປັນພຽງການສືບເນື່ອງກັນເປັນສາຍ ຂອງສິ່ງທີ່ມີປັຈຈັຍປຸງຕໍ່ໆກັນມາລ້ວນໆ, ແລ້ວຄວາມຢ້ານຍ່ອມບໍ່ມີ.
໕໔໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ເມື່ອໃດ ເຫັນດ້ວຍປັນຍາວ່າ ໂລກນີ້ບໍ່ມີຄ່າອັນໃດ ຫຼາຍໄປກວ່າເສດຫຍ້າ ເສດໄມ້, ເມື່ອນັ້ນ ເຂົາຍ່ອມບໍ່ປາຖະໜາສິ່ງໃດໆ ນອກຈາກ “ສິ່ງ ທີ່ບໍ່ມີການເກີດ ໃໝ່ອີກຕໍ່ໄປ” ດັ່ງນີ້ແລ.
- ຈູລນິ. ຂຸ. ໓໐/໒໕໓/໕໐໕.
(ຂໍ້ຄວາມທັງສອງຕອນນີ້ ເປັນເຖຣະພາສິຕ ນໍາເອົາມາຂະຫຍາຍຄວາມພຸດທະພາສິຕ)
ໝົດກົມ - ຢຸດໝູນ
ຕັດ “ວົງກົມ” ຂາດຈາກກັນ ກໍລຸເຖິງສະພາບ ແຫ່ງຄວາມບໍ່ມີອັນໃດ ເປັນທີ່ຈໍານົງຫວັງ. ຕັນຫາທີ່ໄຫຼແຜ່ຊ່ານ ເມື່ອຖືກເຮັດໃຫ້ແຫ້ງສະນິດແລ້ວ ກໍໄຫຼບໍ່ໄດ້.ວົງກົມ ຖືກຕັດແລ້ວ (ເຊັ່ນນີ້) ກໍໝູນບໍ່ໄດ້ອີກຕໍ່ໄປ. ນັ້ນແຫຼະຄືທີ່ສຸດແຫ່ງທຸກຂ໌ລະ.
- ອຸ. ຂຸ. ໒໕/໑໙໙/໑໔໘.
ຄົນດໍາຫຼືຄົນຂາວ ລ້ວນມີຫວັງໃນນິພພານ
“ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ປູຣະນະກັດສະປະ ບັນຍັຕຊາດ ສະເພາະຢ່າງ ໖ ຊະນິດຄືຊາດດໍາ ຊາດຂຽວ ຊາດແດງ ຊາດເຫຼືອງ ຊາດຂາວ ແລະຊາດຂາວສຸດ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ໃນການບັນຍັຕ ຂອງປູຣະນະກັດສະປະ ນັ້ນ ເຂົາບັນຍັຕຄົນຂ້າແບ້ ແກະ ຄົນຂ້າໝູ ຂ້ານົກ ຂ້າສັຕ ຊາວປະມົງ ໂຈຣປຸ້ນ ໂຈຣຂ້າຄົນ ເຈົ້າໜ້າທີ່ເຮືອນຈຳ ຫຼືຄົນມີການງານຊັ້ນຕໍ່າ ຢ່າງອື່ນໆວ່າ ເປັນ ຊາດດໍາ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ປູຣະນະກັດສະປະ ບັນຍັຕພິກຂຸ ພວກກັນດະກະພຶດ ຫຼືພວກກັມມະວາດ ພວກກິຣິຍະວາດອື່ນໆ ວ່າເປັນ ຊາດຂຽວ.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໔໓
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ປູຣະນະກັດສະປະ ບັນຍັຕພວກນິຄັນຖະ ມີຜ້າຜືນດຽວວ່າເປັນຊາດແດງ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ປູຣະນະກັດສະປະ ບັນຍັຕພວກຄະຣືຫັດ ຜູ້ນຸ່ງຂາວ ຜູ້ເປັນສາວົກອະເຈລະກະ ວ່າເປັນ ຊາດເຫຼືອງ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ປູຣະນະກັດສະປະ ບັນຍັຕພວກອາຊີວະກະ ພວກອາຊີວະກິນີ (ຍິງ) ວ່າເປັນ ຊາດຂາວ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ປູຣະນະກັດສະປະ ບັນຍັຕເຈົ້າລັດທິ ຊື່ນັນທະວັດສະ ກິດຈະສັງກິດຈະ ແລະມັກຂະລິໂຄສາລະ ວ່າເປັນ ຊາດຂາວສຸດ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ປູຣະນະກັດສະປະ ບັນຍັຕຊາດ ສະເພາະຢ່າງ ໖ ຊະນິດເຫຼົ່ານີ້ແລ ຂ້ານ້ອຍ !”
ອານົນທ໌ ! ໂລກທັງປວງ ຍອມຮັບຮູ້ ການບັນຍັຕອະພິຊາດ ໖ ຊະນິດຂອງ ປູຣະນະກັດສະປະ ນັ້ນຫຼື ?
“ຂໍ້ນັ້ນ ຫາບໍ່ໄດ້ ຂ້ານ້ອຍ !”








