ອະຣິຍະສັຈພາກຕົ້ນ
ໜ້າ/ 382
ແລ້ວນຳມາສູ່ການຄິດນຶກໃນຂໍ້ນັ້ນໃຫ້ຫຼາຍ ໄດ້ຮັບອານິສົງສ໌ ໃນເນວະສັນຍານາສັນຍາຢະຕະນະແລ້ວ ຍ່ອມເສບໃນອານິສົງສ໌ນັ້ນ ຢ່າງທົ່ວເຖິງນັ້ນ. ຂໍ້ນັ້ນແຫຼະ ຈະເປັນຖານະທີ່ຈະເຮັດໃຫ້ຈິຕຂອງເຮົາຍ່ອມແລ່ນໄປ ຍ່ອມເຫຼື້ອມໃັ້ງຢູ່ໄດ້ຫຼຸດອອກໄປ ໃນເນວະສັນຍານາສັນຍາຢະຕະນະ ໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ໂດຍກາລຕໍ່ມາ ເຮົາໄດ້ເຮັດເຊັ່ນນັ້ນແລ້ວຢ່າງທົ່ວເຖິງ ຈິຕຂອງເຮົາຈຶ່ງແລ່ນໄປ ຈຶ່ງເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປ ໃນເນວະສັນຍານາສັນຍາຢະຕະນະນັ້ນ ໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ເຮົາແລ ຂ້າມຜ່ານອາກິນຈັນຍາຢະຕະນະ ໂດຍປະການທັງປວງເສຍແລ້ວ ຈຶ່ງ ບັນລຸເນວະສັນຍານາສັນຍາຢະຕະນະ ແລ້ວແລຢູ່. ອານົນທ໌ ! ແມ່ນວ່າເມື່ອເຮົາຢູ່ດ້ວຍວິຫາຣະທັມຄື ເນວະສັນຍານາສັນຍາຢະຕະນະ ນີ້ ການເຮັດໃນໃຈຕາມອໍານາດແຫ່ງສັນຍາ ທີ່ເປັນໄປໃນ ອາກິນຈັນຍາຢະຕະນະ ກໍຍັງເກີດແຊກແຊງຢູ່. ຂໍ້ນັ້ນຍັງເປັນການອາພາດ (ໃນທາງຈິຕ) ແກ່ເຮົາ, ເໝືອນຜູ້ມີສຸຂແລ້ວ ຍັງມີທຸກຂ໌ເກີດຂຶ້ນຂັດຂວາງ ເພາະອາພາດ ເຊັ່ນໃດກໍເຊັ່ນນັ້ນ.
ອານົນທ໌ ! ຄວາມຄິດ ໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ເພື່ອກໍາຈັດອາພາດຂໍ້ນັ້ນເສຍ ຖ້າຈັ່ງໃດ ເຮົາ ເພາະຂ້າມຜ່ານ ເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງເສຍແລ້ວ ຍ່ອມບັນລຸ ສັນຍາເວທະຍິຕະນິໂຣດ ແລ້ວແລຢູ່ເຖີ້ນດັ່ງນີ້. ອານົນທ໌ ! ເຖິງດັ່ງນັ້ນ ຈິຕຂອງເຮົາກໍຍັງບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ໄດ້ ບໍ່ຫຼຸດອອກໄປ ໃນສັນຍາເວທະຢິຕະນິໂຣດນັ້ນ ທັງທີ່ເຮົາເຫັນຢູ່ວ່ານັ້ນສະຫງົບ.
ອານົນທ໌ ! ຄວາມຄິດ ໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ ອັນໃດໜໍເປັນເຫຕເປັນປັຈຈັຍ ທີ່ເຮັດໃຫ້ຈິຕຂອງເຮົາ ເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຮູ້ສຶກ ໄດ້ເກີດຂຶ້ນແກ່ເຮົາວ່າ ເພາະວ່າໂທດ ໃນເນວະສັນຍານາສັນຍາຢະຕະນະ ເປັນສິ່ງທີ່ເຮົາຍັງມອງບໍ່ເຫັນ ຍັງບໍ່ໄດ້ນຳມາສູ່ການຄິດນຶກໃຫ້ຫຼາຍ ແລະທັງອານິສົງສ໌ແຫ່ງ ສັນຍາເວທະຢິຕະນິໂຣດ ເຮົາກໍຍັງບໍ່ເຄີຍໄດ້ຮັບເລີຍ ຍັງບໍ່ເຄີຍຮູ້ຣົສເລີຍ;
໕໔໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຈິຕຂອງເຮົາຈຶ່ງເປັນເຊັ່ນນັ້ນ, ອານົນທ໌ ! ຄວາມຄິດ ໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ຖ້າຫາກເຮົາໄດ້ເຫັນໂທດ ໃນເນວະສັນຍານາສັນຍາຢະຕະນະ ແລ້ວນໍາມາສູ່ການຄິດນຶກໃນຂໍ້ນັ້ນໃຫ້ຫຼາຍ ໄດ້ຮັບອານິສົງສ໌ໃນສັນຍາເວທຢິຕະນິໂຣດແລ້ວ ຍ່ອມເສບໃນອານິສົງສ໌ນັ້ນ ຢ່າງທົ່ວເຖິງນັ້ນ, ຂໍ້ນັ້ນແຫຼະ ຈະເປັນຖານະທີ່ຈະເຮັດໃຫ້ຈິຕຂອງເຮົາ ຍ່ອມແລ່ນໄປ ຍ່ອມເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປ ໃນສັນຍາເວທຢິຕະນິໂຣດ ໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ໂດຍກາລຕໍ່ມາ ເຮົາໄດ້ເຮັດເຊັ່ນນັ້ນແລ້ວ ຢ່າງທົ່ວເຖິງ ຈິຕຂອງເຮົາຈຶ່ງແລ່ນໄປ ຈຶ່ງເຫຼື້ອມໃັ້ງຢູ່ ໄດ້ຫຼຸດອອກໄປ ໃນສັນຍາເວທະຢິຕະນິໂຣດນັ້ນ ໂດຍທີ່ເຫັນຢູ່ວ່ານັ້ນສະຫງົບ. ອານົນທ໌ ! ເຮົາແລ ຂ້າມຜ່ານເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງເສຍແລ້ວ ຈຶ່ງ ບັນລຸສັນຍາເວທະຢິຕະນິໂຣດ ແລ້ວແລຢູ່ (ບໍ່ມີອາພາດອັນໃດໆອີກຕໍ່ໄປ). ອັນໜຶ່ງ ອາສະວະທັງຫຼາຍ ໄດ້ເຖິງຄວາມດັບສິ້ນໄປຮອບ ເພາະເຮົາເຫັນ (ອະຣິຍະສັຈຈ໌ສີ່) ໄດ້ດ້ວຍປັນຍາ.
- ນວກ. ອັງ. ໒໓/໔໕໗/໒໔໕.
(ຂໍ້ຄວາມທັງໝົດນີ້ ສະຫຼຸບຄວາມວ່າ :-
໑. ອະດີຕກາມະສັນຍາ ທີ່ປະຖົມມະຊານລະແລ້ວ ຈະມາຄອຍເປັນອາພາດ ແກ່ການເຂົ້າຢູ່ໃນປະຖົມມະຊານ,
໒. ອະດີຕວິຕັກກະທັມມະສັນຍາ ທີ່ທຸຕິຍະຊານລະແລ້ວ ຈະມາຄອຍເປັນອາພາດແກ່ການເຂົ້າຢູ່ໃນທຸຕິຍະຊານ.
໓. ອະດີຕປີຕິສັນຍາ ທີ່ຕະຕິຍະຊານລະແລ້ວ ຈະມາຄອຍເປັນອາພາດ ແກ່ການເຂົ້າຢູ່ໃນ ຕະຕິຍະຊານ.
໔. ອະດີຕອຸເປກຂາສຸຂະສັນຍາ ທີ່ຈະຕຸຕຖະຊານລະແລ້ວ ຈະມາຄອຍເປັນອາພາດແກ່ການເຂົ້າຢູ່ໃນ
ຈະຕຸຕຖະຊານ.
໕. ອະດີຕຮູບສັນຍາ ທີ່ອາກາສານັນຈາຢະຕະນະລະແລ້ວ ຈະມາຄອຍເປັນອາພາດແກ່ການເຂົ້າຢູ່ໃນ
ອາກາສານັນຈາຢະຕະນະ.
໖. ອະດີຕອາກາສານັນຈາຢະຕະນະສັນຍາ ທີ່ວິນຍານັນຈາຢະຕະນະລະແລ້ວ ຈະມາຄອຍເປັນອາພາດ
ແກ່ການເຂົ້າຢູ່ໃນ ວິນຍານັນຈາຢະຕະນະ.
໗. ອະດີຕວິນຍານັນຈາຢະຕະນະສັນຍາ ທີ່ອາກິນຈັນຍາຢະຕະນະລະແລ້ວ ຈະມາຄອຍເປັນອາພາດ








