ອະຣິຍະສັຈພາກຕົ້ນ

ໜ້າ/ 382

ອານົນທ໌ ! ຄວາມຄິດ ໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ ເພື່ອກໍາຈັດອາພາດຂໍ້ນັ້ນເສຍ ຖ້າຈັ່ງໃດ ເຮົາ ເພາະລະສຸຂ ແລະທຸກຂ໌ເສຍໄດ້ ເພາະຄວາມດັບຫາຍໄປແຫ່ງ ໂສມະນັດສະ ແລະໂທມະນັດສະໃນກາລກ່ອນ ຍ່ອມບັນລຸຊານທີ ໔ ອັນບໍ່ທຸກຂ໌ແລະສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາດບໍຣິສຸດ ເພາະອຸເປກຂາ ແລ້ວແລຢູ່ເຖີ້ນ ດັ່ງນີ້.

໕໓໔ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ອານົນທ໌ ! ເຖິງດັ່ງນັ້ນ ຈິຕຂອງເຮົາ ກໍຍັງບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ໄດ້ ບໍ່ຫຼຸດອອກໄປໃນອະທຸກຂະມະສຸຂະ (ຄືຊານທີ ໔) ນັ້ນ ທັງທີ່ເຮົາເຫັນຢູ່ວ່າ ນັ້ນສະຫງົບ.

ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ ອັນໃດໜໍເປັນເຫຕເປັນປັຈຈັຍ ທີ່ເຮັດໃຫ້ຈິຕຂອງເຮົາ ເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ ເພາະວ່າໂທດໃນອຸເປກຂາສຸຂ ເປັນສິ່ງທີ່ເຮົາຍັງມອງບໍ່ເຫັນ ຍັງບໍ່ໄດ້ນຳມາສູ່ການຄິດນຶກໃຫ້ຫຼາຍ ແລະທັງອານິສົງສ໌ແຫ່ງອະທຸກຂະມະສຸຂະ ເຮົາກໍຍັງບໍ່ເຄີຍໄດ້ຮັບເລີຍ ຍັງບໍ່ເຄີຍຮູ້ຣົສເລີຍ; ຈິຕຂອງເຮົາ ຈຶ່ງເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ຖ້າຫາກເຮົາໄດ້ເຫັນໂທດ ໃນອຸເປກຂາສຸຂແລ້ວ ນຳມາສູ່ການຄິດນຶກໃນຂໍ້ນັ້ນໃຫ້ຫຼາຍ ໄດ້ຮັບອານິສົງສ໌ໃນ ອະທຸກຂະມະສຸຂະແລ້ວ ຍ່ອມເສບໃນອານິສົງສ໌ນັ້ນຢ່າງທົ່ວເຖິງນັ້ນ, ຂໍ້ນັ້ນແຫຼະ ຈະເປັນຖານະທີ່ຈະເຮັດໃຫ້ຈິຕຂອງເຮົາ ຍ່ອມແລ່ນໄປ ຍ່ອມເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປ ໃນອະທຸກຂະມະສຸຂະໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ໂດຍກາລຕໍ່ມາ ເຮົາໄດ້ກະທຳເຊັ່ນນັ້ນແລ້ວຢ່າງທົ່ວເຖິງ ຈິຕຂອງເຮົາຈຶ່ງແລ່ນໄປ ຈຶ່ງເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປ ໃນອະທຸກຂະມະສຸຂະ (ຄືຊານທີ ໔) ນັ້ນ ໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ເມື່ອເປັນເຊັ່ນນັ້ນ, ເຮົາແລ ເພາະລະສຸຂແລະທຸກຂ໌ເສຍໄດ້ ເພາະຄວາມດັບຫາຍໄປແຫ່ງ ໂສມະນັດສະແລະໂທມະນັດສະໃນກາລກ່ອນ ຈຶ່ງບັນລຸຊານທີ ໔ ອັນບໍ່ທຸກຂ໌ບໍ່ສຸຂ ມີແຕ່ຄວາມທີ່ສະຕິເປັນທັມມະຊາດບໍຣິສຸດ ເພາະອຸເປກຂາແລ້ວແລຢູ່. ອານົນທ໌ ! ໃນເມື່ອເຮົາຢູ່ດ້ວຍວິຫາຣະທັມ ຄືຊານທີ ໔ ນີ້ ການເຮັດໃນໃຈຕາມອໍານາດແຫ່ງສັນຍາທີ່ເປັນໄປໃນອຸເປກຂາສຸຂ ກໍຍັງເກີດແຊກແຊງຢູ່. ຂໍ້ນັ້ນຍັງເປັນການອາພາດ (ໃນທາງຈິຕ) ແກ່ເຮົາ, ເໝືອນຜູ້ມີສຸຂແລ້ວ ຍັງມີທຸກຂ໌ເກີດຂຶ້ນຂັດຂວາງ ເພາະອາພາດ ເຊັ່ນໃດກໍເຊັ່ນນັ້ນ.

(ເລື່ອງຄວນເບິ່ງປະກອບໃນເຫຼັ້ມນີ້ ໜ້າ. ໗໙໙, ໘໐໐ ແລະໃນອຣິຍ. ໂອ. ປາຍ ໜ້າ. ໙໑໑, ໑໓໐໐, ໑໓໔໑-໑໓໔໔, ໑໓໖໕)

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໓໕

ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ ເພື່ອກໍາຈັດອາພາດຂໍ້ນັ້ນເສຍ ຖ້າຈັ່ງໃດ ເຮົາຂ້າມຜ່ານ ຮູບສັນຍາ (ຄວາມກໍານົດໝາຍໃນຮູບ) ໂດຍປະການທັງປວງໄດ້, ເພາະຄວາມຕັ້ງຢູ່ບໍ່ໄດ້ແຫ່ງປະຕິຄະສັນຍາ (ຄວາມກໍານົດໝາຍອາຣົມທີ່ກະທົບໃຈ), ເພາະບໍ່ໄດ້ຕັ້ງໃນໃຈ ຊຶ່ງຄວາມກໍານົດໝາຍ ໃນພາວະຕ່າງໆ (ນານັຕຕະສັນຍາ) ຍ່ອມບັນລຸອາກາສານັນຈາຢະຕະນະ ອັນມີການກໍານົດໃນໃຈວ່າ “ອາກາດບໍ່ມີທີ່ສິ້ນສຸດ” ແລ້ວແລຢູ່ເຖີ້ນ ດັ່ງນີ້. ອານົນທ໌ ! ເຖິງດັ່ງນັ້ນ ຈິຕຂອງເຮົາ ກໍຍັງບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ໄດ້ ບໍ່ຫຼຸດອອກໄປ ໃນອາກາສານັນຈາຢະຕະນະນັ້ນ ທັງທີ່ເຮົາເຫັນຢູ່ວ່າ ນັ້ນສະຫງົບ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ