ອະຣິຍະສັຈພາກຕົ້ນ

ໜ້າ/ 382

ແກ່ເຮົາວ່າ ເພາະວ່າໂທດໃນວິຕົກທັມ ເປັນສິ່ງທີ່ເຮົາຍັງມອງບໍ່ເຫັນ ຍັງບໍ່ໄດ້ນຳມາສູ່ການຄິດນຶກໃຫ້ຫຼາຍ ແລະທັງອານິສົງສ໌ແຫ່ງອະວິຕົກທັມ ເຮົາກໍຍັງບໍ່ເຄີຍໄດ້ຮັບເລີຍ ຍັງບໍ່ເຄີຍຮູ້ຣົສເລີຍ; ຈິຕຂອງເຮົາຈຶ່ງເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ ຖ້າຫາກເຮົາໄດ້ເຫັນໂທດ ໃນວິຕົກແລ້ວນຳມາສູ່ການຄິດນຶກ ໃນຂໍ້ນັ້ນໃຫ້ຫຼາຍ ໄດ້ຮັບອານິສົງສ໌ ໃນອະວິຕົກທັມແລ້ວຍ່ອມເສບໃນອານິສົງສ໌ນັ້ນ ຢ່າງທົ່ວເຖິງນັ້ນ, ຂໍ້ນັ້ນແຫຼະ ຈະເປັນຖານະທີ່ຈະເຮັດໃຫ້ຈິຕຂອງເຮົາ ຍ່ອມແລ່ນໄປ ຍ່ອມເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປ ໃນອະວິຕົກທັມ ໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ໂດຍກາລຕໍ່ມາ ເຮົາໄດ້ເຮັດເຊັ່ນນັ້ນແລ້ວ ຢ່າງທົ່ວເຖິງ ຈິຕຂອງເຮົາຈຶ່ງແລ່ນໄປ ຈຶ່ງເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປ ໃນອະວິຕົກທັມ (ຄືຊານທີ ໒) ນັ້ນ ໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ເມື່ອເປັນເຊັ່ນນັ້ນ, ເຮົາແລເພາະສະຫງົບ ວິຕົກວິຈາຣເສຍໄດ້ ຈຶ່ງ ບັນລຸຊານທີ ໒ ເປັນເຄື່ອງຜ່ອງໃສ ແຫ່ງຈິຕໃນພາຍໃນ ນຳໃຫ້ເກີດສະມາທິ ມີອາຣົມອັນດຽວ ບໍ່ມີວິຕົກວິຈາຣ ມີແຕ່ປີຕິແລະສຸຂ ອັນເກີດແຕ່ສະມາທິ ແລ້ວແລຢູ່. ອານົນທ໌ ! ເຖິງເມື່ອເຮົາ ຢູ່ດ້ວຍວິຫາຣະທັມ ຄືຊານທີ ໒ ນີ້ ການເຮັດໃນໃຈຕາມອໍານາດແຫ່ງສັນຍາ ທີ່ເປັນໄປໃນວິຕົກ ກໍຍັງແຊກແຊງຢູ່. ຂໍ້ນັ້ນຍັງເປັນອາພາດ (ໃນທາງຈິຕ) ແກ່ເຮົາ, ເໝືອນຜູ້ມີສຸຂ ແລ້ວຍັງມີທຸກຂ໌ເກີດຂຶ້ນຂັດຂວາງເພາະອາພາດ ເຊັ່ນໃດກໍເຊັ່ນນັ້ນ.

ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ ເພື່ອກໍາຈັດອາພາດຂໍ້ນັ້ນເສຍ ຖ້າຈັ່ງໃດເຮົາ ເພາະຄວາມຈາງໄປ ແຫ່ງປີຕິ ຍ່ອມຢູ່ອຸເປກຂາ ມີສະຕິແລະສັມປະຊັນຍະ ແລະຍ່ອມສະເຫວີຍສຸຂດ້ວຍນາມກາຍ ບັນລຸຊານທີ ໓ ອັນເປັນຊານທີ່ພຣະອະຣິຍະເຈົ້າ ກ່າວວ່າ ຜູ້ໄດ້ຊານນີ້ ເປັນຜູ້ຢູ່ອຸເປກຂາ ມີສະຕິຢູ່ເປັນສຸຂແລ້ວແລຢູ່ເຖີ້ນ ດັ່ງນີ້. ອານົນທ໌ ! ເຖິງດັ່ງນັ້ນ ຈິຕຂອງເຮົາ ກໍຍັງບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ໄດ້ ບໍ່ຫຼຸດອອກໄປ ໃນນິປປີຕິກະຊານ (ຄືຊານທີ ໓) ນັ້ນທັງທີ່ເຮົາເຫັນຢູ່ວ່າ ນັ້ນສະຫງົບ.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໓໓

ອານົນທ໌ ! ຄວາມຄິດ ໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ ອັນໃດໜໍເປັນເຫຕເປັນປັຈຈັຍ ທີ່ເຮັດໃຫ້ຈິຕຂອງເຮົາ ເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ ເພາະວ່າໂທດໃນປີຕິ ເປັນສິ່ງທີ່ເຮົາ ຍັງມອງບໍ່ເຫັນ ຍັງບໍ່ໄດ້ນຳມາສູ່ການຄິດນຶກໃຫ້ຫຼາຍ ແລະທັງອານິສົງສ໌ ແຫ່ງນິບປີຕິກະຊານ ເຮົາກໍຍັງບໍ່ເຄີຍໄດ້ຮັບເລີຍ ຍັງບໍ່ເຄີຍຮູ້ຣົສເລີຍ; ຈິຕຂອງເຮົາ ຈຶ່ງເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ ເຮົາສືບຕໍ່ໄປວ່າ ຖ້າຫາກເຮົາໄດ້ເຫັນໂທດໃນປີຕິ. ແລ້ວນຳມາສູ່ການຄິດນຶກໃນຂໍ້ນັ້ນໃຫ້ຫຼາຍ ໄດ້ຮັບອານິສົງສ໌ ໃນນິບປີຕິກະຊານແລ້ວ ຍ່ອມເສບໃນອານິສົງສ໌ນັ້ນ ຢ່າງທົ່ວເຖິງນັ້ນ. ຂໍ້ນັ້ນແຫຼະ ຈະເປັນຖານະ ທີ່ຈະເຮັດໃຫ້ຈິຕຂອງເຮົາ ຍ່ອມແລ່ນໄປ ຍ່ອມເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປ ໃນນິບປີຕິກະຊານ ໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ໂດຍກາລຕໍ່ມາ ເຮົາໄດ້ເຮັດເຊັ່ນນັ້ນແລ້ວຢ່າງທົ່ວເຖິງ ຈິຕຂອງເຮົາຈຶ່ງແລ່ນໄປ ຈຶ່ງເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປ ໃນນິບປີຕິກະຊານ (ຄືຊານທີ ໓) ນັ້ນໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ເມື່ອເປັນເຊັ່ນນັ້ນ, ເຮົາແລເພາະຄວາມຈາງໄປແຫ່ງປີຕິ ຈຶ່ງເກີດອຸເປກຂາ ມີສະຕິແລະສັມປະຊັນຍະ ແລະຍ່ອມສະເຫວີຍສຸຂດ້ວຍນາມກາຍ ບັນລຸຊານທີ ໓ ອັນເປັນຊານ ທີ່ພຣະອະຣິຍະເຈົ້າກ່າວວ່າ ຜູ້ໄດ້ຊານນີ້ ເປັນຜູ້ຢູ່ອຸເປກຂາ ມີສະຕິ ຢູ່ເປັນສຸຂແລ້ວແລຢູ່. ອານົນທ໌ ! ແມ່ນວ່າເມື່ອເຮົາຢູ່ດ້ວຍວິຫາຣທັມ ຄືຊານທີ ໓ ນີ້ ການເຮັດໃນໃຈຕາມອໍານາດແຫ່ງສັນຍາທີ່ເປັນໄປໃນປີຕິ ກໍຍັງເກີດແຊກແຊງຢູ່. ຂໍ້ນັ້ນຍັງເປັນອາພາດ (ໃນທາງຈິຕ) ແກ່ເຮົາ, ເໝືອນຜູ້ມີສຸຂແລ້ວ ຍັງມີທຸກຂ໌ເກີດຂຶ້ນຂັດຂວາງເພາະອາພາດ ເຊັ່ນໃດກໍເຊັ່ນນັ້ນ.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ