ອະຣິຍະສັຈພາກຕົ້ນ
ໜ້າ/ 382
ອານົນທ໌ ! ຄວາມຄິດ ໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າອັນໃດໜໍ ເປັນເຫຕເປັນປັຈຈັຍ ທີ່ເຮັດໃຫ້ຈິຕຂອງເຮົາເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ ເພາະວ່າໂທດໃນຮູບທັງຫຼາຍ ເປັນສິ່ງທີ່ເຮົາຍັງມອງບໍ່ເຫັນ ຍັງບໍ່ໄດ້ນຳມາສູ່ການຄິດນຶກໃຫ້ຫຼາຍ ແລະທັງອານິສົງສ໌ ແຫ່ງອາກາສານັນຈາຢະຕະນະ ເຮົາກໍຍັງບໍ່ເຄີຍໄດ້ຮັບເລີຍ ຍັງບໍ່ເຄີຍຮູ້ຣົສເລີຍ; ຈິຕຂອງເຮົາຈຶ່ງເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຄິດ ໄດ້ເກີດຂຶ້ນແກ່ເຮົາສືບຕໍ່ໄປວ່າ ຖ້າຫາກເຮົາໄດ້ເຫັນໂທດໃນຮູປທັງຫຼາຍແລ້ວ ນຳມາສູ່ການຄິດນຶກໃນຂໍ້ນັ້ນໃຫ້ຫຼາຍ ໄດ້ຮັບອານິສົງສ໌ ໃນອາກາສານັນຈາຢະຕະນະແລ້ວ ຍ່ອມເສບໃນອານິສົງສ໌ນັ້ນຢ່າງທົ່ວເຖິງນັ້ນ, ຂໍ້ນັ້ນແຫຼະ ຈະເປັນຖານະທີ່ຈະເຮັດໃຫ້ຈິຕຂອງເຮົາ ຍ່ອມແລ່ນໄປ ຍ່ອມເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປໃນ ອາກາສານັນຈາຢະຕະນະ ໂດຍທີ່ເຫັນຢູ່ວ່ານັ້ນສະຫງົບ. ອານົນທ໌ ! ໂດຍກາລຕໍ່ມາ ເຮົາໄດ້ເຮັດເຊັ່ນນັ້ນແລ້ວຢ່າງທົ່ວເຖິງ ຈິຕຂອງເຮົາຈຶ່ງແລ່ນໄປ ຈຶ່ງເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປ ໃນອາກາສານັນຈາຢະຕະນະນັ້ນ ໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ເມື່ອເປັນເຊັ່ນນັ້ນ ເຮົາແລ ເພາະຂ້າມຜ່ານຮູບສັນຍາ ໂດຍປະການທັງປວງເສຍໄດ້ ເພາະຄວາມຕັ້ງຢູ່ບໍ່ໄດ້ ແຫ່ງປະຕິຄະສັນຍາ ເພາະບໍ່ໄດ້ຕັ້ງໃນໃຈ ຊຶ່ງນານັຕຕະສັນຍາ ຈຶ່ງ ບັນລຸອາກາສານັນຈາ ຢະຕະນະ ອັນມີການກໍານົດໃນໃຈວ່າ “ອາກາດບໍ່ມີທີ່ສິ້ນສຸດ” ແລ້ວແລຢູ່.
໕໓໖ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ອານົນທ໌ ! ແມ່ນວ່າເມື່ອເຮົາຢູ່ດ້ວຍວິຫາຣະທັມ ຄືອາກາສານັນຈາຢະຕະນະນີ້ ການເຮັດໃນໃຈຕາມອໍານາດແຫ່ງສັນຍາ ທີ່ເປັນໄປໃນຮູບທັງຫຼາຍ ກໍຍັງເກີດແຊກແຊງຢູ່. ຂໍ້ນັ້ນຍັງເປັນການອາພາດ (ໃນທາງຈິຕ) ແກ່ເຮົາ. ເໝືອນຜູ້ມີສຸຂແລ້ວ ຍັງມີທຸກຂ໌ເກີດຂຶ້ນຂັດຂວາງເພາະອາພາດ ເຊັ່ນໃດກໍເຊັ່ນນັ້ນ.
ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາວ່າ ເພື່ອກໍາຈັດອາພາດຂໍ້ນັ້ນເສຍ ຖ້າຈັ່ງໃດເຮົາ ເພາະຂ້າມຜ່ານອາກາສານັນຈາຢະຕະນະ ໂດຍປະການທັງປວງເສຍແລ້ວ ຍ່ອມບັນລຸວິນຍານັນຈາຢະຕະນະ ອັນມີການກໍານົດໃນໃຈວ່າ “ວິນຍານບໍ່ມີທີ່ສິ້ນສຸດ” ແລ້ວແລຢູ່ເຖີ້ນ ດັ່ງນີ້. ອານົນທ໌ ! ເຖິງດັ່ງນັ້ນ ຈິຕຂອງເຮົາກໍຍັງບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ໄດ້ ບໍ່ຫຼຸດອອກໄປ ໃນວິນຍານັນຈາຢະຕະນະນັ້ນ ທັງທີ່ເຮົາເຫັນຢູ່ວ່າ ນັ້ນສະຫງົບ.
ອານົນທ໌ ! ຄວາມຄິດ ໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ ອັນໃດໜໍເປັນເຫຕເປັນປັຈຈັຍ ທີ່ເຮັດໃຫ້ຈິຕຂອງເຮົາເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຮູ້ສຶກໄດ້ເກີດຂຶ້ນແກ່ເຮົາວ່າ ເພາະວ່າໂທດ ໃນອາກາສານັນຈາຢະຕະນະ ເປັນສິ່ງທີ່ເຮົາຍັງມອງບໍ່ເຫັນ ຍັງບໍ່ໄດ້ນໍາມາສູ່ການຄິດນຶກໃຫ້ຫຼາຍ ແລະທັງອານິສົງສ໌ແຫ່ງວິນຍານັນຈາ ຢະຕະນະ ເຮົາກໍຍັງບໍ່ເຄີຍໄດ້ຮັບເລີຍ ຍັງບໍ່ເຄີຍຮູ້ຣົສເລີຍ; ຈິຕຂອງເຮົາ ຈຶ່ງເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຄິດ ໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ ຖ້າຫາກເຮົາໄດ້ເຫັນໂທດ ໃນອາກາສານັນຈາຢະຕະນະ ແລ້ວນຳມາສູ່ການຄິດນຶກໃນຂໍ້ນັ້ນໃຫ້ຫຼາຍ ໄດ້ຮັບອານິສົງສ໌ໃນວິນຍານັນຈາຢະຕະນະແລ້ວ ຍ່ອມເສບໃນອານິສົງສ໌ນັ້ນ ຢ່າງທົ່ວເຖິງແລ້ວນັ້ນ, ຂໍ້ນັ້ນແຫຼະ ຈະເປັນຖານະ ທີ່ຈະເຮັດໃຫ້ຈິຕຂອງເຮົາຍ່ອມແລ່ນໄປ ຍ່ອມເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປ ໃນວິນຍານັນຈາຢະຕະນະ ໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ໂດຍກາລຕໍ່ມາ ເຮົາໄດ້ເຮັດເຊັ່ນນັ້ນແລ້ວຢ່າງທົ່ວເຖິງ ຈິຕຂອງເຮົາ ຈຶ່ງແລ່ນໄປ ຈຶ່ງເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປ ໃນວິນຍານັນຈາຍະຕະນະນັ້ນ ໂດຍທີ່ເຫັນວ່າຢູ່ວ່າ ນັ້ນສະຫງົບ.
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໓໗








