ອະຣິຍະສັຈພາກຕົ້ນ

ໜ້າ/ 382

(ອາການທີ່ອາຣົມອັນລະໄດ້ດ້ວຍຊານໃດຈະມາກາຍເປັນ ສັນຍາ

ທີ່ສ້າງຄວາມອາພາດໃຫ້ແກ່ການເຂົ້າຢູ່ໃນຊານນັ້ນ)

ອານົນທ໌ ! ຄັ້ງກ່ອນແຕ່ການຕຣັສຣູ້ ເມື່ອເຮົາຍັງບໍ່ໄດ້ຕຣັສຣູ້ ຍັງເປັນໂພທິສັຕຢູ່, ຄວາມຮູ້ໄດ້ເກີດຂຶ້ນແກ່ເຮົາວ່າ ເນກຂັມມະ (ຄວາມຫຼີກອອກຈາກກາມ) ເປັນທາງແຫ່ງຄວາມສໍາເລັດ, ປະວິເວກ (ຄວາມຢູ່ສະງັດຈາກກາມ) ເປັນທາງແຫ່ງຄວາມສໍາເລັດ ດັ່ງນີ້, ແຕ່ເຖິງດັ່ງນັ້ນ ຈິຕຂອງເຮົາ ກໍຍັງບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ໄດ້ ບໍ່ຫຼຸດອອກໄປ ໃນເນກຂັມມະ ທັງທີ່ເຮົາເຫັນຢູ່ວ່າ ນັ້ນສະຫງົບ.

ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາ ສືບໄປວ່າ ອັນໃດໜໍເປັນເຫຕ ເປັນປັຈຈັຍ ທີ່ເຮັດໃຫ້ຈິຕຂອງເຮົາ ເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຮູ້ສຶກ ໄດ້ເກີດຂຶ້ນແກ່ເຮົາວ່າ ເພາະວ່າໂທດໃນກາມທັງຫຼາຍ ເປັນສິ່ງທີ່ເຮົາ ຍັງມອງບໍ່ເຫັນຍັງບໍ່ໄດ້ນໍາເອົາມາສູ່ການຄິດນຶກໃຫ້ຫຼາຍ ແລະທັງອານິສົງສ໌ແຫ່ງການອອກຈາກກາມ ເຮົາກໍຍັງບໍ່ເຄີຍໄດ້ຮັບເລີຍ

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໓໑

ຍັງບໍ່ເຄີຍຮູ້ຣົສເລີຍ; ຈິຕຂອງເຮົາ ຈຶ່ງເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ ຖ້າຈັ່ງໃດ ເຮົາໄດ້ເຫັນໂທດໃນກາມທັງຫຼາຍແລ້ວ ນໍາເອົາມາສູ່ການຄິດນຶກ ໃນຂໍ້ນັ້ນໃຫ້ຫຼາຍ ໄດ້ຮັບອານິສົງສ໌ໃນການຫຼີກອອກຈາກກາມແລ້ວ ຍ່ອມເສບໃນອານິສົງສ໌ນັ້ນຢ່າງທົ່ວເຖິງນັ້ນ, ຂໍ້ນັ້ນແຫຼະຈະເປັນຖານະ ທີ່ຈະເຮັດໃຫ້ຈິຕຂອງເຮົາ ຍ່ອມແລ່ນໄປ ຍ່ອມເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປໃນເນກຂັມມະ ໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ໂດຍກາລຕໍ່ມາ ເຮົາໄດ້ເຮັດເຊັ່ນນັ້ນແລ້ວຢ່າງທົ່ວເຖິງ ຈິຕຂອງເຮົາຈຶ່ງແລ່ນໄປ ຈຶ່ງເຫຼື້ອມໃັ້ງຢູ່ໄດ້ ຫຼຸດອອກໄປໃນເນກຂັມມະ ໂດຍທີ່ເຫັນຢູ່ວ່າ ນັ້ນສະຫງົບ. ອານົນທ໌ ! ເມື່ອເປັນເຊັ່ນນັ້ນ, ເຮົາແລເພາະສະງັດຈາກກາມ ແລະອະກຸສົລທັມທັງຫຼາຍ ຈຶ່ງ ບັນລຸຊານທີ ໑ ອັນມີວິຕົກວິຈາຣ ມີປີຕິແລະສຸຂ ອັນເກີດແຕ່ວິເວກແລ້ວແລຢູ່. ອານົນທ໌ ! ແມ່ນວ່າເມື່ອເຮົາ ຢູ່ດ້ວຍວິຫາຣະທັມຄື ຊານທີ ໑ ນີ້ ການເຮັດໃນໃຈຕາມອໍານາດແຫ່ງສັນຍາ ທີ່ເປັນໄປໃນທາງກາມ ກໍຍັງເກີດແຊກແຊງຢູ່. ຂໍ້ນັ້ນຍັງເປັນອາພາດ (ໃນທາງຈິຕ) ແກ່ເຮົາ, ເໝືອນຜູ້ມີສຸຂ ແລ້ວຍັງມີທຸກຂ໌ເກີດຂຶ້ນຂັດຂວາງ ເພາະອາພາດ ເຊັ່ນໃດກໍເຊັ່ນນັ້ນ.

ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ ເພື່ອກໍາຈັດອາພາດຂໍ້ນັ້ນເສຍ ຖ້າຈັ່ງໃດເຮົາ ເພາະສະຫງົບ ວິຕົກວິຈາຣເສຍໄດ້ ຍ່ອມ ບັນລຸຊານທີ ໒ ເປັນເຄື່ອງຜ່ອງໃສ ແຫ່ງຈິຕໃນພາຍໃນ ນໍາໃຫ້ເກີດສະມາທິມີອາຣົມອັນດຽວ ບໍ່ມີວິຕົກວິຈາຣ ມີແຕ່ປີຕິ ແລະສຸຂອັນເກີດແຕ່ສະມາທິ ແລ້ວແລຢູ່ເຖີ້ນ ດັ່ງນີ້. ອານົນທ໌ ! ເຖິງດັ່ງນັ້ນ ຈິຕຂອງເຮົາ ກໍຍັງບໍ່ແລ່ນໄປ ບໍ່ເຫຼື້ອມໃສ ບໍ່ຕັ້ງຢູ່ໄດ້ ບໍ່ຫຼຸດອອກໄປ ໃນອະວິຕົກທັມ (ຄືຊານທີ ໒) ນັ້ນ ທັງທີ່ເຮົາເຫັນຢູ່ວ່າ ນັ້ນສະຫງົບ.

ອານົນທ໌ ! ຄວາມຄິດໄດ້ເກີດຂຶ້ນແກ່ເຮົາ ສືບຕໍ່ໄປວ່າ ອັນໃດໜໍເປັນເຫຕເປັນ ປັຈຈັຍ ທີ່ເຮັດໃຫ້ຈິຕຂອງເຮົາເປັນເຊັ່ນນັ້ນ. ອານົນທ໌ ! ຄວາມຮູ້ສຶກໄດ້ເກີດຂຶ້ນ

໕໓໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ