ອະຣິຍະສັຈພາກຕົ້ນ
ໜ້າ/ 382
(໘) ອາກິນຈັນຍາຢະຕະນະສັນຍາ ຍ່ອມດັບໄປໃນບ່ອນໃດ, ແລະຊົນເຫຼົ່າໃດ ຍັງອາກິນຈັນຍາຢະຕະນະສັນຍາ ໃຫ້ດັບໄປໆ ໃນບ່ອນໃດແລ້ວແລຢູ່; ເຮົາກ່າວວ່າຜູ້ມີອາຍຸເຫຼົ່ານັ້ນຫາຍຫິວ ດັບເຢັນ ຂ້າມແລ້ວ ເຖິງຝັ່ງແລ້ວດ້ວຍອົງຄ໌ນັ້ນໆ ໃນບ່ອນນັ້ນແນ່ແທ້. ຖ້າຜູ້ໃດຈະຍ່ອມກ່າວຖາມເຊັ່ນນີ້ວ່າ “ອາກິນຈັນຍາຢະຕະນະສັນຍາ ດັບໄປໃນບ່ອນໃດ ? ແລະຊົນເຫຼົ່າໃດ ຍັງ ອາກິນຈັນຍາຢະຕະນະສັນຍາ ໃຫ້ດັບ ໄປໆ ໃນບ່ອນໃດແລ້ວແລຢູ່ ? ຂ້າພະເຈົ້າບໍ່ຮູ້ຂໍ້ນັ້ນ ບໍ່ເຫັນຂໍ້ນັ້ນ” ດັ່ງນີ້ນັ້ນ; ຄໍາຕອບຍ່ອມມີແກ່ເຂົາວ່າ “ຜູ້ມີອາຍຸ ! ພິກຂຸໃນກໍລະນີນີ້ ເພາະກ້າວຂ້າມເສຍຊຶ່ງ ອາກິນຈັນຍາຢະຕະນະໂດຍປະການທັງປວງ ເຂົ້າເຖິງ ເນວະສັນຍານາສັນຍາຢະຕະນະ ແລ້ວແລຢູ່. ອາກິນຈັນຍາຢະຕະນະສັນຍາ ດັບໄປໃນ ເນວະສັນຍານາສັນຍາຍະຕະນະນັ້ນ, ແລະຊົນເຫຼົ່ານັ້ນ ຍັງ ອາກິນຈັນຍາຢະຕະນະສັນຍາ ໃຫ້ດັບໄປໆ ໃນເນວະສັນຍານາສັນຍາຢະຕະນະນັ້ນ ແລ້ວແລຢູ່” ດັ່ງນີ້. ພິກຂຸ ທ. ! ໃຜໆທີ່ບໍ່ເປັນຜູ້ໂອ້ອວດ ບໍ່ເປັນຜູ້ມີມາຍາ ຍ່ອມເພີດເພີນ
ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໒໙
ອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້; ຄັນເພີດເພີນອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້ແລ້ວ ນອບນ້ອມຢູ່ ຈະປະນົມມືອັນຊະລີ ເຂົ້າໄປຫາໂດຍແນ່ແທ້.
(໙) ເນວະສັນຍານາສັນຍາຢະຕະນະສັນຍາ ຍ່ອມດັບໄປໃນບ່ອນໃດ, ແລະຊົນເຫຼົ່າໃດ ຍັງ ເນວະສັນຍານາສັນຍາຢະຕະນະສັນຍາ ໃຫ້ດັບໄປໆໃນບ່ອນໃດແລ້ວແລຢູ່; ເຮົາກ່າວວ່າຜູ້ມີອາຍຸເຫຼົ່ານັ້ນ ຫາຍຫິວ ດັບເຢັນ ຂ້າມແລ້ວເຖິງຝັ່ງແລ້ວດ້ວຍອົງຄ໌ນັ້ນໆ ໃນບ່ອນນັ້ນແນ່ແທ້. ຖ້າຜູ້ໃດຈະຍ່ອມກ່າວຖາມເຊັ່ນນີ້ວ່າ “ເນວະສັນຍານາສັນຍາຢະຕະນະສັນຍາ ດັບໄປໃນບ່ອນໃດ ? ແລະຊົນເຫຼົ່າໃດ ຍັງເນວະສັນຍານາສັນຍາຢະຕະນະສັນຍາ ໃຫ້ດັບໄປໆ ໃນບ່ອນໃດແລ້ວແລຢູ່ ? ຂ້າພະເຈົ້າບໍ່ຮູ້ຂໍ້ນັ້ນ ບໍ່ເຫັນຂໍ້ນັ້ນ” ດັ່ງນີ້ນັ້ນ; ຄໍາຕອບຍ່ອມມີແກ່ເຂົາວ່າ “ຜູ້ມີອາຍຸ ! ພິກຂຸໃນກໍລະນີນີ້ ເພາະກ້າວຂ້າມເສຍ ຊຶ່ງ ເນວະສັນຍານາສັນຍາຢະຕະນະ ໂດຍປະການທັງປວງ ເຂົ້າເຖິງ ສັນຍາເວທະຢິຕະນິໂຣດ ແລ້ວແລຢູ່, ເນວະສັນຍານາສັນຍາຢະຕະນະສັນຍາ ດັບໄປໃນ ສັນຍາເວທະຍິຕະນິໂຣດ ນັ້ນ, ແລະຊົນເຫຼົ່ານັ້ນ ຍັງ ເນວະສັນຍານາສັນຍາຢະຕະນະສັນຍາ ໃຫ້ດັບໄປໆ ໃນ ສັນຍາເວທະຢິຕະນິໂຣດ ນັ້ນແລ້ວແລຢູ່” ດັ່ງນີ້. ພິກຂຸ ທ. ! ໃຜໆທີ່ບໍ່ເປັນຜູ້ໂອອວດ ບໍ່ເປັນຜູ້ມີມາຍາ ຍ່ອມເພີດເພີນ ອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້; ຄັນເພີດເພີນອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້ແລ້ວ ນອບນ້ອມຢູ່ ຈະປະນົມມືອັນຊະລີ ເຂົ້າໄປຫາໂດຍແນ່ແທ້.
ພິກຂຸ ທ. ! ເຫຼົ່ານີ້ແລ ອະນຸປຸບພະວິຫາຣະສະມາບັຕ ໙ ປະການ.
- ນວກ. ອັງ. ໒໓/໔໒໔/໒໓໗.
(ທັມເກົ້າຂໍ້ນີ້ ມີຊື່ແປກອອກໄປ ວ່າ ອະນຸປຸບພະວິຫາຣະສະມາບັຕ ແຕ່ກໍໝາຍເຖິງທັມເກົ້າປະການ ດັ່ງທີ່ກ່າວມາແລ້ວໃນໝວດ ກ. ແລະໝວດ ຂ. ນັ້ນເອງ ຫາກແຕ່ວ່າໃນໝວດນີ້ໝາຍເຖິງການທີ່ຈິຕເຂົ້າຢູ່ໃນທັມເຫຼົ່ານັ້ນຢ່າງເລິກເຊິ່ງ ແລະດົນພໍທີ່ຈະເກີດຄວາມຮູ້ສຶກວ່າ ຫາຍຫິວ ດັບເຢັນ ຂ້າມແລ້ວ ເຖິງຝັ່ງແລ້ວ. ຝັ່ງໃນບ່ອນນີ້ ໝາຍເຖິງຝັ່ງແຫ່ງພຣະນິພພານໂດຍປະຣິຍາຍ; ຖ້າເປັນກໍລະນີ ຂອງຜູ້ທີ່ຍັງບໍ່ບັນລຸອະຣະຫັຕຕະຜົລ ກໍເປັນເໝືອນການຊີມຣົສພຣະນິພພານເປັນການລ່ວງໜ້າ ໃນໄລຍະເວລາ ອັນຈໍາກັດເທົ່ານັ້ນ.
໕໓໐ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ຜູ້ສຶກສາ ຕ້ອງສັງເກດໃຫ້ເຫັນ ວ່າຄໍາບັນຍາຍ ແຫ່ງສະມາບັຕທັງເກົ້ານີ້ ແຕ່ລະຂໍ້ໆ ຕຣັດໄວ້ໂດຍແນວນອງດຽວກັນ ທຸກສະມາບັຕ ຕ່າງກັນແຕ່ຊື່ແຫ່ງຊານ ແລະນິດເທສະ ທີ່ບັນຍາຍລັກສະນະແຫ່ງຊານນັ້ນໆ ເທົ່ານັ້ນ ຊຶ່ງໄດ້ເນັ້ນໂຕໜັງສືໄວ້ ດ້ວຍອັກສອນເສັ້ນໜາ ໃຫ້ເປັນທີ່ສັງເກດງ່າຍໆທຸກແຫ່ງແລ້ວ ຂໍໃຫ້ຜູ້ສຶກສາ ພະຍາຍາມສັງເກດ ໃຫ້ເປັນທີ່ເຂົ້າໃຈຢ່າງແຈ່ມແຈ້ງດ້ວຍ ຈະມີປະໂຍຊນ໌ຫຼາຍ.
ສະຫຼຸບຄວາມວ່າ ໝວດ ກ. ໝາຍເຖິງການດັບຕາມລໍາດັບຂອງສິ່ງທີ່ຕ້ອງດັບ. ໝວດ ຂ. ໝາຍເຖິງລໍາດັບແຫ່ງການເຂົ້າຢູ່ຕາມລໍາດັບ. ໝວດ ຄ. ໝາຍເຖິງລໍາດັບ ແຫ່ງການສະເຫວີຍຣົສຂອງການເຂົ້າຢູ່ ທີ່ຍິ່ງໆຂຶ້ນໄປຕາມລໍາດັບ).
ອະນຸປຸບພະວິຫາຣະອາພາດ








