ອະຣິຍະສັຈພາກຕົ້ນ
ໜ້າ/ 382
... ກໍຂໍ້ນັ້ນ ອັນເຮົາກ່າວແລ້ວ ວ່າ ບຸຄຄົລຄວນຮູ້ຈັກການວິນິສສັຍ (ຕັດສິນໃຈ) ໃນຄວາມສຸຂ ເມື່ອຮູ້ຈັກການວິນິສສັຍຄວາມສຸຂແລ້ວ ຄວນປະກອບຄວາມສຸຂຊະນິດທີ່ເປັນພາຍໃນ, ຂໍ້ນັ້ນເຮົາກ່າວເພາະອາໄສເຫຕຜົລ ອັນໃດໜໍ ? ພິກຂຸ ທ. ! ກາມະຄຸນມີຫ້າຢ່າງເຫຼົ່ານີ້. ຫ້າຢ່າງນັ້ນອັນໃດໜໍ ? ຫ້າຢ່າງຄື ຮູບ ທີ່ເຫັນດ້ວຍຕາ, ສຽງ ທີ່ຟັງດ້ວຍຫູ, ກິ່ນ ທີ່ດົມດ້ວຍດັງ, ຣົສ ທີ່ຊີມດ້ວຍລີ້ນ, ແລະ ໂຜຕຖັພພະ ທີ່ສັມຜັສດ້ວຍກາຍ, (ແຕ່ລະຢ່າງລ້ວນ) ເປັນສິ່ງທີ່ໜ້າປາຖນາ ໜ້າຮັກໃຄ່ໜ້າພໍໃຈ ເປັນສິ່ງທີ່ຍົວະຕາຍວນໃຈໃຫ້ຮັກ ເປັນທີ່ເຂົ້າໄປຕັ້ງອາໄສຊຶ່ງຄວາມໃຄ່
໑໒ ອະຣິຍະສັຈຈ໌ຈາກພຣະໂອຕຖະ
ເປັນທີ່ຕັ້ງແຫ່ງຄວາມກໍາໜັດຍ້ອມໃຈ ; ພິກຂຸ ທ. ! ສຸຂໂສມະນັສອັນໃດ ເກີດຂຶ້ນເພາະອາໄສກາມະຄຸນຫ້າເຫຼົ່ານີ້, ສຸຂໂສມະນັສນັ້ນ ເຮົາເອີ້ນວ່າ ກາມະສຸຂ ອັນເປັນສຸຂຂອງປຸຖຸຊົນ ເປັນສຸຂທາງເມຖຸນ (ມິລະຫະສຸຂ) ບໍ່ແມ່ນສຸຂອັນປະເສີດ. ເຮົາກ່າວວ່າ ສຸຂນັ້ນບຸຄຄົລບໍ່ຄວນເສບ ບໍ່ຄວນຈະເຣີນ ບໍ່ຄວນເຮັດໃຫ້ຫຼາຍ, ຄວນຢ້ານ.
ພິກຂຸ ທ. ! ພິກຂຸໃນທັມວິນັຍນີ້ ເຂົ້າເຖິງຊຶ່ງປະຖົມມະຊານ... ທຸຕິຢະຊານ...ຕະຕິຢະຊານ... ຈະຕຸຕຖະຊານ...໑ ແລ້ວແລຢູ່. ນີ້ເຮົາເອີ້ນວ່າ ສຸຂອາໄສເນກຂັມມະ ເປັນສຸຂເກີດແຕ່ຄວາມສະງົບງຽບ ສຸຂເກີດແຕ່ຄວາມເຂົ້າໄປສະງົບລະງັບ ສຸຂເກີດແຕ່ຄວາມຮູ້ພ້ອມ. ເຮົາກ່າວວ່າ ສຸຂນັ້ນບຸຄຄົລຄວນເສບໃຫ້ທົ່ວເຖິງ ຄວນເຮັດໃຫ້ຈະເຣີນ ຄວນເຮັດໃຫ້ຫຼາຍ, ບໍ່ຄວນຢ້ານ.
ຄໍາໃດທີ່ເຮົາກ່າວແລ້ວ ວ່າບຸຄຄົລຄວນຮູ້ຈັກການວິນິສສັຍ (ຕັດສິນໃຈ) ໃນຄວາມສຸຂ ເມື່ອຮູ້ຈັກການວິນິສສັຍຄວາມສຸຂແລ້ວ ຄວນປະກອບຄວາມສຸຂຊະນິດທີ່ເປັນພາຍໃນ, ນັ້ນ ; ຄໍານັ້ນເຮົາກ່າວແລ້ວ ເພາະອາໄສເຫຕຜົລນີ້.
- ອຸປຣິ. ມ. ໑໔/໔໒໗/໖໕໙.
ຄວາມຮູ້ສຶກຂອງປຸຖຸຊົນໄຂວ່ກັນຢູ່ສະເໝີຕໍ່ຫຼັກແຫ່ງອະຣິຍະສັຈຈ໌
ຄະຫະບໍດີ ! ໜ້າຕາຂອງທ່ານສະແດງວ່າ ທ່ານກໍາລັງບໍ່ມີຈິຕ ບໍ່ມີໃຈ, ໜ້າຕາຂອງທ່ານ ຜິດປົກກະຕິໄປແລ້ວ.
໑. ລາຍລະອຽດກ່ຽວກັບຮູບຊານທັງສີ່ນີ້ ຫາເບິ່ງໄດ້ຈາກຫຼາຍເລື່ອງໃນພາກຕິດໆໄປ ຫຼືເບິ່ງທີ່ພາກຜະນວກແຫ່ງ
ໜັງສືນີ້ ໂດຍຫົວຂໍ້ວ່າ “ປະມວນພຣົມມະຈັນຣຍ໌ຕະຫຼອດສາຍ” ຕອນກ່າວເຖິງເລື່ອງຮູບຊານສີ່.
ພາກນໍາ - ເລື່ອງຄວນຮູ້ກ່ອນກ່ຽວກັບຈະຕຸຣາຣິຢະສັຈຈະ ໑໓
“ທ່ານຜູ້ຈະເຣີນ ! ໜ້າຕາຂອງຂ້າພະເຈົ້າ ຈະບໍ່ຜິດປົກກະຕິໄດ້ແນວໃດໜໍ, ເພາະວ່າ ລູກນ້ອຍ ເປັນທີ່ຮັກທີ່ພໍໃຈຄົນດຽວ ຂອງຂ້າພະເຈົ້າຕາຍເສຍແລ້ວ. ເພາະການຕາຍຂອງລູກນ້ອຍນັ້ນ ການງານກໍມືດມົນ ເຂົ້າປາອາຫາຣກໍມືດມົນ. ຂ້າພະເຈົ້າເອົາແຕ່ໄປສູ່ບ່ອນທີ່ເຜົາລູກ ແລ້ວຄໍ່າຄວນຢູ່ວ່າ ລູກນ້ອຍຄົນດຽວ ຢູ່ໃສໆ”.
ມັນເປັນເຊັ່ນນັ້ນແຫຼະໆ ຄະຫະບໍດີ ! ໂສກະປະຣິເທວະ ທຸກຂະ ໂທມະນັດສະ ແລະອຸປາຍາສະທັງຫຼາຍນັ້ນ ເກີດຈາກຂອງຮັກ ມີຂອງຮັກເປັນແດນເກີດ.
“ທ່ານຜູ້ຈະເຣີນ ! ໂສກະປະຣິເທວະ ທຸກຂະ ໂທມະນັດສະ ແລະອຸປາຍາສະທັງຫຼາຍນັ້ນ ເກີດຈາກຂອງຮັກ ມີຂອງຮັກເປັນແດນເກີດໄດ້ແນວໃດກັນ ; ເພາະວ່າ ຄວາມເພີດເພີນ ແລະໂສມະນັດສະຕ່າງຫາກ ທີ່ເກີດແຕ່ຂອງຮັກ ມີຂອງຮັກເປັນແດນເກີດ.”
ຄະຫະບໍດີນັ້ນ ບໍ່ຍອມຮັບ ບໍ່ຄັດຄ້ານຄໍາຂອງພຣະຜູ້ມີພຣະພາຄເຈົ້າ ລຸກຈາກອາສະນະແລ້ວຜ່າຍໄປເສຍ. ລາວໄດ້ເຂົ້າໄປຫາກຸ່ມນັກເລງສະກາ ທີ່ຫຼິ້ນສະກາກັນຢູ່ ໃນບ່ອນໃກ້ໆກັນນັ້ນ ; ເລົ່າເລື່ອງໃຫ້ຟັງແລ້ວກໍໄດ້ຮັບຄໍາຮັບຮອງສົມອ້າງ ຈາກພວກນັກເລງສະກາເຫຼົ່ານັ້ນວ່າ “ຖືກແລ້ວໆ ທ່ານຄະຫະບໍດີ ! ຄວາມເພີດເພີນແລະໂສມະນັດສະເກີດແຕ່ຂອງຮັກ ມີຂອງຮັກເປັນແດນເກີດຢ່າງແນ່ນອນ” ດັ່ງນີ້ ; ລາວກໍພໍໃຈວ່າຄວາມຄິດຂອງລາວ ກົງກັນກັບຄວາມຄິດຂອງນັກເລງສະກາທັງຫຼາຍ ດັ່ງນີ້ແລ້ວ ກໍຜ່າຍໜີໄປ.
- ມ. ມ. ໑໓/໔໘໙/໕໓໖.
(ຂໍ້ນີ້ສະແດງວ່າ ຄວາມຄິດຂອງພວກປຸຖຸຊົນ ຍ່ອມກົງກັນສະເໝີ ແຕ່ບໍ່ອາດຈະລົງຮອຍກັນໄດ້ກັບຄວາມຈິງທີ່ເປັນອະຣິຍະສັຈຈ໌).
ຜູ້ຕິດເຫຍື່ອໂລກມັກຟັງເລື່ອງກາມ ບໍ່ຟັງເລື່ອງສະງົບ








