ອະຣິຍະສັຈພາກຕົ້ນ

ໜ້າ/ 382

(໕) ຮູບສັນຍາທັງຫຼາຍຍ່ອມດັບໄປ ໃນບ່ອນໃດ, ແລະຊົນເຫຼົ່າໃດ ຍັງຮູບສັນຍາທັງຫຼາຍ ໃຫ້ດັບໄປໆ ໃນບ່ອນໃດແລ້ວແລຢູ່; ເຮົາກ່າວວ່າ ຜູ້ມີອາຍຸເຫຼົ່ານັ້ນຫາຍຫິວ ດັບເຢັນ ຂ້າມແລ້ວ ເຖິງຝັ່ງແລ້ວດ້ວຍອົງຄ໌ນັ້ນໆ ໃນທີ່ນັ້ນແນ່ແທ້. ຖ້າຜູ້ໃດຈະຍ່ອມກ່າວຖາມເຊັ່ນນີ້ວ່າ “ຮູບສັນຍາທັງຫຼາຍ ດັບໄປບ່ອນໃດ ? ແລະຊົນເຫຼົ່າໃດຍັງ ຮູບສັນຍາທັງຫຼາຍ ໃຫ້ດັບໄປໆ ໃນບ່ອນໃດແລ້ວແລຢູ່ ? ຂ້າພະເຈົ້າ ບໍ່ຮູ້ຂໍ້ນັ້ນ ບໍ່ເຫັນຂໍ້ນັ້ນ ດັ່ງນີ້ນັ້ນ, ຄໍາຕອບຍ່ອມມີແກ່ເຂົາວ່າ “ຜູ້ມີອາຍຸ ! ພິກຂຸໃນກໍລະນີນີ້ ເພາະການກ້າວຂ້າມເສຍ ຊຶ່ງຮູບສັນຍາທັງຫຼາຍ ໂດຍປະການທັງປວງ ເພາະຄວາມຕັ້ງຢູ່ບໍ່ໄດ້ ແຫ່ງປະຕິຄະສັນຍາທັງຫຼາຍ ເພາະບໍ່ໄດ້ຕັ້ງໄວ້ໃນໃຈ ຊຶ່ງຄວາມກໍານົດໝາຍໃນພາວະຕ່າງໆ ຈຶ່ງເຂົ້າເຖິງ ອາກາສານັນຈາຢະຕະນະ ອັນມີການຕັ້ງໃນໃຈວ່າ ‘ອາກາດບໍ່ມີທີ່ສຸດ’ ແລ້ວແລຢູ່.

ພາກ ໓ - ນິໂຣທະອະຣິຍະສັຈຈ໌ ໕໒໗

ຮູບສັນຍາທັງຫຼາຍ ດັບໄປໃນ ອາກາສານັນຈາຢະຕະນະ ນັ້ນ, ແລະຊົນເຫຼົ່ານັ້ນ ຍັງ ຮູບສັນຍາທັງຫຼາຍ ໃຫ້ດັບໄປໆ ໃນ ອາກາສານັນຈາຢະຕະນະ ນັ້ນ ແລ້ວແລຢູ່” ດັ່ງນີ້. ພິກຂຸ ທ. ! ໃຜໆທີ່ບໍ່ເປັນຜູ້ໂອອວດ ບໍ່ເປັນຜູ້ມີມາຍາ ຍ່ອມເພີດເພີນ ອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້; ຄັນເພີດເພີນ ອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້ແລ້ວ ນອບນ້ອມຢູ່ ຈະປະນົມມືອັນຊະລີເຂົ້າໄປຫາ ໂດຍແນ່ແທ້.

(໖) ອາກາສານັນຈາຢະຕະນະສັນຍາ ຍ່ອມດັບໄປໃນບ່ອນໃດ, ແລະຊົນເຫຼົ່າໃດ ຍັງ ອາກາສານັນຈາຢະຕະນະສັນຍາ ໃຫ້ດັບໄປໆ ໃນບ່ອນໃດແລ້ວແລຢູ່; ເຮົາກ່າວວ່າຜູ້ມີອາຍຸເຫຼົ່ານັ້ນ ຫາຍຫິວ ດັບເຢັນ ຂ້າມແລ້ວ ເຖິງຝັ່ງແລ້ວດ້ວຍອົງຄ໌ນັ້ນໆ ໃນທີ່ນັ້ນແນ່ແທ. ຖ້າຜູ້ໃດຈະຍ່ອມກ່າວຖາມເຊັ່ນນີ້ວ່າ “ອາກາສານັນຈາ ຢະຕະນະສັນຍາ ດັບໄປໃນບ່ອນໃດ ? ແລະຊົນເຫຼົ່າໃດ ຍັງອາກາສານັນຈາຢະຕະນະ ສັນຍາ ໃຫ້ດັບໄປໆໃນບ່ອນໃດ ແລ້ວແລຢູ່ ? ຂ້າພະເຈົ້າບໍ່ຮູ້ຂໍ້ນັ້ນ ບໍ່ເຫັນຂໍ້ນັ້ນ” ດັ່ງນີ້ນັ້ນ; ຄໍາຕອບຍ່ອມມີແກ່ເຂົາວ່າ “ຜູ້ມີອາຍຸ ! ພິກຂຸໃນກໍລະນີນີ້ ເພາະກ້າວຂ້າມເສຍ ຊຶ່ງອາກາສານັນຈາຍະຕະນະ ໂດຍປະການທັງປວງ ເຂົ້າເຖິງ ວິນຍານັນຈາຢະຕະນະ ອັນມີການກໍານົດໃນໃຈວ່າ ‘ວິນຍານບໍ່ມີທີ່ສຸດ’ ແລ້ວແລຢູ່. ອາກາສານັນຈາຍະຕະນະສັນຍາ ດັບໄປໃນ ວິນຍານັນຈາຢະຕະນະ ນັ້ນ, ແລະຊົນເຫຼົ່ານັ້ນ ຍັງ ອາກາສານັນຈາຍະຕະນະສັນຍາ ໃຫ້ດັບໄປໆ ໃນ ວິນຍານັນຈາຍະຕະນະ ນັ້ນ ແລ້ວແລຢູ່” ດັ່ງນີ້. ພິກຂຸ ທ. ! ໃຜໆທີ່ບໍ່ເປັນຜູ້ໂອ້ອວດ ບໍ່ເປັນຜູ້ມີມາຍາ ຍ່ອມເພີດເພີນ ອະນຸໂມທະນາດ້ວຍຄໍາວ່າສາທຸ ດັ່ງນີ້; ຄັນເພີດເພີນ ອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້ແລ້ວ ນອບນ້ອມຢູ່ ຈະປະນົມມືອັນຊະລີ ເຂົ້າໄປຫາໂດຍແນ່ແທ້.

(໗) ວິນຍານັນຈາຍະຕະນະສັນຍາ ຍ່ອມດັບໄປໃນບ່ອນໃດ, ແລະຊົນເຫຼົ່າໃດ ຍັງວິນຍານັນຈາຍະຕະນະສັນຍາ ໃຫ້ດັບໄປໆ ໃນບ່ອນໃດແລ້ວແລຢູ່; ເຮົາກ່າວວ່າຜູ້ມີອາຍຸເຫຼົ່ານັ້ນຫາຍຫິວ

໕໒໘ ອະຣິຍະສັຈຈ໌ຈາກພຣະໂອຕຖະ

ດັບເຢັນ ຂ້າມແລ້ວ ເຖິງຝັ່ງແລ້ວດ້ວຍອົງຄ໌ນັ້ນໆ ໃນບ່ອນນັ້ນແນ່ແທ້. ຖ້າຜູ້ໃດຈະຍ່ອມກ່າວຖາມເຊັ່ນນີ້ວ່າ “ວິນຍານັນຈາຢະຕະນະສັນຍາ ດັບໄປໃນບ່ອນໃດ ? ແລະຊົນເຫຼົ່າໃດ ຍັງ ວິນຍານັນຈາຢະຕະນະສັນຍາ ໃຫ້ດັບ ໄປໆໃນບ່ອນໃດແລ້ວແລຢູ່ ? ຂ້າພະເຈົ້າບໍ່ຮູ້ຂໍ້ນັ້ນ ບໍ່ເຫັນຂໍ້ນັ້ນ” ດັ່ງນີ້ນັ້ນ; ຄໍາຕອບຍ່ອມມີແກ່ເຂົາວ່າ “ຜູ້ມີອາຍຸ ! ພິກຂຸໃນກໍລະນີນີ້ ເພາະກ້າວຂ້າມເສຍ ຊຶ່ງວິນຍານັນຈາຍະຕະນະໂດຍປະການທັງປວງ ເຂົ້າເຖິງ ອາກິນຈັນຍາຍະຕະນະ ອັນມີການຕັ້ງໃນໃຈວ່າ ‘ອັນໃດໆບໍ່ມີ’ ແລ້ວແລຢູ່. ວິນຍານັນຈາຍະຕະນະສັນຍາ ດັບໄປໃນ ອາກິນຈັນຍາຢະຕະນະ ນັ້ນ, ແລະຊົນເຫຼົ່ານັ້ນ ຍັງ ວິນຍານັນຈາຢະຕະນະສັນຍາ ໃຫ້ດັບໄປໆ ໃນ ອາກິນຈັນຍາຢະຕະນະ ນັ້ນ ແລ້ວແລຢູ່” ດັ່ງນີ້. ພິກຂຸ ທ. ! ໃຜໆທີ່ບໍ່ເປັນຜູ້ໂອ້ອວດ ບໍ່ເປັນຜູ້ມີມາຍາ ຍ່ອມເພີດເພີນ ອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້; ຄັນເພີດເພີນ ອະນຸໂມທະນາດ້ວຍຄໍາວ່າ ສາທຸ ດັ່ງນີ້ແລ້ວ ນອບນ້ອມຢູ່ ຈະປະນົມມືອັນຊະລີ ເຂົ້າໄປຫາໂດຍແນ່ແທ້.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ